ວາງສີລາຣືກ ຂົວມິຕພາບ ແຫ່ງທີ 5 ຮ່ວມ ລາວ-ໄທຍ

ຈຳປາທອງ
2022.10.28
ວາງສີລາຣືກ ຂົວມິຕພາບ ແຫ່ງທີ 5 ຮ່ວມ ລາວ-ໄທຍ ນາຍົກຣັຖມົນຕຣີ ສປປ ລາວ ແລະໄທຍ, ທ່ານ ພັນຄໍາ ວິພາວັນ ແລະ ພົນເອກ ປະຢຸດ ຈັນໂອຊາ ເປັນປະທານຮ່ວມ ໃນພິທີວາງສີລາຣືກ ການກໍ່ສ້າງຂົວມິຕພາບ ລາວ-ໄທຍ ແຫ່ງທີ 5.
ຮູບພາບ: ປກສ

ນາຍົກຣັຖມົນຕຣີ ສປປ ລາວ ແລະໄທຍ, ທ່ານ ພັນຄໍາ ວິພາວັນ ແລະ ພົນເອກ ປະຢຸດ ຈັນໂອຊາ ເປັນປະທານຮ່ວມ ໃນພິທີວາງສີລາຣືກ ການກໍ່ສ້າງຂົວມິຕພາບ ລາວ-ໄທຍ ແຫ່ງທີ 5 ລະຫວ່າງແຂວງບໍຣິຄໍາໄຊ ແລະແຂວງບຶງການ ໃນມື້ວັນທີ 28 ຕຸລານີ້ ຊຶ່ງຄາດວ່າຈະກໍ່ສ້າງສໍາເຣັດ ໃນປີ 2024 ເພື່ອເຊື່ອມໂຍງ ແລວເສຖກິຈຕາເວັນອອກ-ຕາເວັນຕົກ.

ທ່ານ ພັນຄໍາ ວິພາວັນ ກ່າວໃນພິທີວາງສີລາຣືກດັ່ງກ່າວນັ້ນວ່າ:

ໃຊ້ທີ່ຕັ້ງຍຸທສາດອັນສໍາຄັນລະຫວ່າງ 2 ປະເທດຢູ່ອະນຸພາກລຸ່ມແມ່ນໍ້າຂອງ ແລະເອເຊັຽຕາເວັນອອກສ່ຽງໃຕ້ ໃນການເຊື່ອມໂຍງ ເຊື່ອມຈອດພາກພື້ນ ພື້ນຖານໂຄງຮ່າງຕາມແລວ ເສຖກິຈຕາເວັນອອກ-ຕາເວັນຕົກເປັນ ການອໍານວຍຄວາມສະດວກ ແລະສນັບສນູນການພັທນາ ການເຊື່ອມໂຍງການຂົນສົ່ງ.

ທ່ານກ່າວຕື່ມວ່າ ໂຄງການກໍ່ສ້າງຂົວມິຕພາບແຫ່ງນີ້ ເປັນໂຄງການນຶ່ງ ທີ່ນອນຢູ່ໃນແຜນປະຕິບັດງານ ວ່າດ້ວຍການເປັນຄູ່ຮ່ວມຍຸທສາຕ ເພື່ອການຈະເຣີນເຕີບໂຕ ແລະການພັທນາແບບຍືນຍົງ ໄລຍະ 5 ປີ 2022-2026 ທີ່ທາງການລາວ ແລະໄທຍ ໄດ້ບັນລຸຂໍ້ຕົກລົງຮ່ວມກັນທີ່ຜ່ານມາ. ໂຄງການດັ່ງກ່າວຍັງຕອບສນອງ ໃຫ້ແກ່ການປະຕິບັດ ເປົ້າໝາຍທີ 5 ໃນການເຊື່ອມໂຍງ ແລະເຊື່ອມຈອດ ໃນພາກພື້ນ ແລະສາກົລ ໃຫ້ມີຄວາມທັນສມັຍ ເພື່ອໃຫ້ບັນລຸແຜນພັທນາ ແບບຍືນຍົງໃນປີ 2030 ຕາມແຜນພັທນາເສຖກິຈ-ສັງຄົມ ແຫ່ງຊາຕຄັ້ງທີ 9 2021-2025.

ຂົວມິຕພາບລາວ-ໄທຍແຫ່ງທີ 5 ​ນີ້ ຈະຊ່ອຍສົ່ງເສີມຄວາມ ເຊື່ອມໂຍງ ແຕ່ປະເທດໄທຍ ໄປເຖິງປະເທດຈີນ ໃຫ້ສະດວກຍິ່ງຂຶ້ນ ແລະຈະເຮັດໃຫ້ ການຄ້າຄ່ອງຕົວ ດັ່ງ ພົນເອກ ປະຢຸດ ຈັນໂອຊາ ກ່າວໃນພິທີວາງສີລາຣືກນັ້ນວ່າ:

ຍັງສິຊ່ອຍສົ່ງເສີມ ຄວາມເຊື່ອມໂຍງ ໃນອະນຸພູມີພາກ ລະຫວ່າງໄທຍ-ລາວ-ວຽດນາມ ບົນເສັ້ນທາງໝາຍເລກ 8 ແລະສາມາດເຊື່ອມຕໍ່ ໄປຍັງຈີນໄດ້ຢ່າງສະດວກຍິ່ງຂຶ້ນ ຊຶ່ງກໍຈະເຮັດໃຫ້ການຄ້າຂາຍ ພາຍໃນພູມີພາກຄ່ອງຕົວ ແລະຈະເຣີນກ້າວໜ້າເພີ່ມຕື່ມ.

ພິທີວາງສີລາຣືກ ການກໍ່ສ້າງຂົວມິຕພາບ ລາວ-ໄທຍ ແຫ່ງທີ 5 ມີຂຶ້ນໃນຂະນະທີ່ປະຊາຊົນລາວ ຢູ່ບ້ານກ້ວຍອຸດົມ ເມືອງປາກຊັນ ແຂວງບໍຣິຄຳໄຊ  100 ຄອບຄົວ ທີ່ເສັຽດິນໃຫ້ແກ່ໂຄງການດັ່ງກ່າວ ໃນເນື້ອທີ່ທັງໝົດ 52.42 ເຮັກຕາ ຍັງບໍ່ທັນໄດ້ຄ່າຊົດເຊີຍເທື່ອ. ດິນທີ່ເສັຽໄປນັ້ນ ສ່ວນໃຫຍ່ເປັນດິນນາ ແລະດິນສວນ ທີ່ຊາວບ້ານໃຊ້ທຳມາຫາກິນ. ທີ່ຜ່ານມາ ທາງການລາວ ກໍໄດ້ສັນຍາວ່າ ຈະໃຫ້ຄ່າຊົດເຊີຍ 100 ລ້ານກີບຕໍ່ເຮັກຕ້າຣ໌ ແຕ່ຈົນມາຮອດປັດຈຸບັນກໍ ຍັງບໍ່ໃຫ້ພວກເຂົາເຈົ້າເທື່ອ.

ຂົວມິຕພາບ ລາວ-ໄທຍ ແຫ່ງທີ 5 ນີ້ ອີງຕາມຄໍາເວົ້າຂອງຜູ້ຮັບຝາກສິນຄ້າ ລະຫວ່າງລາວ ແລະໄທຍນາງນຶ່ງ ຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 28 ຕຸລານີ້ແລ້ວແມ່ນວ່າ ຈະເຮັດໃຫ້ມີຄວາມສະດວກ, ປະຢັດເວລາ ແລະຄ່າໃຊ້ຈ່າຍກໍຈະຫລຸດລົງ ໃນການຂົນສົ່ງສິນຄ້າ, ແທນທີ່ຈະຂົນສິນຄ້າໄທຍ ຈາກວຽງຈັນໄປປາກຊັນ, ເຮົາຂົນຈາກບຶງການໄປປາກຊັນເລີຍ.

ລູກຄ້າຢູ່ທີ່ແຂວງນັ້ນ ກໍບໍ່ຕ້ອງເສັຽຄ່າຝາກຈາກວຽງຈັນ ໄປປາກຊັນ ເຮົາກໍສາມາດເອົາຈາກບຶງການ ໄປປາກຊັນໄດ້ເລີຍ ມັນກໍປຢັດໄປເຄິ່ງນຶ່ງຢູ່ນ່າ ຄ່າຂົນສົ່ງຈາກວຽງຈັນ ໄປປາກຊັນ ແມ່ນລະ ເຮົາກໍເອົາລົງພຸ້ນເລີຍ ອອກທາງບຶງການ ແລ້ວກໍເອົາອອກໄປປາກຊັນເລີຍ ຖ້າໄລ່ພາສີຂອງເພິ່ນ ເທົ່າກັບວຽງຈັນ ກໍສະແດງວ່າຫລຸດເຄິ່ງນຶ່ງ ຂອງວຽງຈັນໄປປາກຊັນ ບໍ່ຮູ້ວ່າດ່ານໃໝ່ ເພິ່ນຊິໄລ່ຈັ່ງໃດເດ໋.

ທີ່ຜ່ານມາ ການຂົນສົ່ງສິນຄ້າ ຈາກໄທຍເຂົ້າ ແຂວງບໍຣິຄໍາໄຊ ແມ່ນມັກຜ່ານຂົວມິຕພາບ ລາວ-ໄທຍ ນະຄອນຫລວງວຽງຈັນ-ໜອງຄາຍ, ຖ້າຫາກຂົວມິຕພາບແຫ່ງທີ 5 ນີ້ແລ້ວ ການຂົນສົ່ງສິນຄ້າ ກໍຈະຂົນຈາກບຶງການ ມາບໍຣິຄໍາໄຊເລີຍ.

ດັ່ງຄົນຂັບຣົຖໂດຍສານ ລະຫວ່າງນະຄອນຫລວງວຽງຈັນ ແລະເມືອງປາກຊັນ ຜູ້ນຶ່ງເວົ້າໃນມື້ດຽວກັນນີ້ວ່າ:

ຖ້າທຽບເສັ້ນທາງເນາະ ຂຶ້ນເມືອນະຄອນຫລວງ ຖ້າມີຂົວໂຕນີ້ຫັ້ນນ່າ ສ່ວນຕົວເນາະກໍຄິດວ່າ ຖ້າຂ້າມໄປຝັ່ງນັ້ນແລ້ວກໍແລ່ນເສັ້ນທາງທາງນັ້ນ ມັນຊິດີກ່ອນທາງນີ້ຫລາຍຫັ້ນນ່າ ດຽວນີ້ເສັ້ນທາງກໍກໍາລັງເຮັດໃໝ່ຢູ່ ປູຢາງ ແຕ່ວ່າເສັ້ນທາງມັນຊິບໍ່ສໍ່າເບື້ອງບຶງການເນາະ ຣົຖຊິມັນຊິຂ້າມຫລາຍ ເພາະວ່າໂຕນີ້ເພາະວ່າເປັນຣົຖສິນຄ້າເນາະ ຄືຖ້າທຽບໃສ່ຢູ່ສວັນ ແລ້ວໄປຂຶ້ນຢູ່ຄໍາມ່ວນເນາະ ມັນກໍມີຣົຖສິນຄ້າ.

ຄົນຂັບຣົຖຜູ້ນີ້ເວົ້າຕື່ມວ່າ ຄົນຢູ່ເມືອງປາກຊັນ ແລະເຂດອ້ອມແອ້ມ ມັກຂ້າມໄປແຂວງບຶງການທາງເຮືອໂດຍສານ 30 ບ່ອນນັ່ງເພື່ອຊື້ເຄື່ອງຂອງມາໃຊ້ ຫລືຂາຍ, ຖ້າມີຂົວຂ້າມນໍ້າຂອງແຫ່ງທີ 5 ນີ້ແລ້ວ ກໍຈະມີຄວາມປອດພັຍຫລາຍຂຶ້ນ.

ທ່ານ ບຸນເພັງ ລາມຄໍາ ປະທານຫໍການຄ້າແຂວງບຶງການ ເວົ້າຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 28 ຕຸລານີ້ວ່າ  ຖນົນທີ່ຜ່ານຂົວມິຕພາບ ລາວ-ໄທຍ ແຫ່ງທີ 5 ນີ້ ຈະມີສ່ວນສໍາຄັນ ໃນການດຶງດູດ ນັກທ່ອງທ່ຽວ ທັງຈາກຈີນ ແລະວຽດນາມ ມາທ່ຽວລາວ ແລະໄທຍຫລາຍຂຶ້ນ ຍ້ອນຂົວແຫ່ງນີ້ຕັ້ງຢູ່ ຫ່າງຈາກຊາຍແດນວຽດນາມພຽງ 276 ກິໂລແມັດ ແລະກໍຄາດວ່າ ຈະມີແຜນຂຍາຍເສັ້ນທາງ ຈາກນະຄອນຫລວງວຽງຈັນລົງມາທາງໃຕ້ ຜ່ານແຂວງບໍຣິຄໍາໄຊນີ້.

ດັ່ງທີ່ທ່ານກ່າວວ່າ:

ຖນົນເສັ້ນນີ້ ເປັນຖນົນການຄ້າການລົງທຶນ ການທ່ອງທ່ຽວໄປໃນໂຕ ໂດຍອັດຕະໂນມັດ ເຮົາກໍຊິຕຣຽມແຜນ ຮັບນັກທ່ອງທ່ຽວຈີນສ່ວນນີ້ ລາວແນ່ ວຽດນາມນໍາຈັ່ງຊີ້ແຫລະ ເຮົາກໍເລັ່ງໄວ້ທີ່ນັກທ່ອງທ່ຽວຈີນສ່ວນນຶ່ງ ເພາະວ່າທາງຈີນ ເຂົາໄດ້ເອົາຣົຖໄຟຄວາມເລວສູງມາ ແລ້ວແມ່ນບໍ່ລະ ເຮົາກໍຕ້ອງສານຕໍ່ເຊື່ອມຕໍ່ເຕີມໃຫ້ມັນເຕັມ.

ທ່ານກ່າວຕື່ມວ່າ ພາຍຫລັງຂົວມິຕພາບ ລາວ-ໄທຍ ແຫ່ງທີ 5 ນີ້ເປີດໃຊ້ແລ້ວ ທາງແຂວງບຶງການມີແຜນທີ່ຈະສ້າງຖນົນ 4 ເລນສ໌ ເພື່ອເຊື່ອມຕໍ່ລະຫວ່າງ ເມືອງກຸມພາວາປີ ແຂວງຂອນແກ່ນ ແລະແຂວງບຶງການ ຫາ ບໍຣິຄໍາໄຊ ໂດຍບໍ່ຈໍາເປັນໄປຜ່ານ ທາງແຂວງໜອງຄາຍ ແລະຈະກໍ່ສ້າງສນາມບິນ ແຫ່ງໃໝ່ ຊຶ່ງຄາດວ່າຈະສ້າງສໍາເຣັດໃນປີ 2028.

ຂົວມິຕພາບ ລາວ-ໄທຍ ແຫ່ງທີ 5 ລະຫວ່າງແຂວງບໍຣິຄໍາໄຊ ແລະແຂວງບຶງການ ໃຊ້ງົບປະມານກໍ່ສ້າງທັງໝົດ 3,613 ລ້ານບາທ. ໃນຈໍານວນນັ້ນ ຝ່າຍໃທຍຈະອອກ 2,501 ລ້ານບາທ ເພື່ອສ້າງຖນົນ, ອາຄານດ່ານສາກົນ ແລະຂົວຝັ່ງໄທຍ ແລະຝ່າຍລາວຈະອອກ 1,112 ລ້ານບາທ ເພື່ອສ້າງອາຄານດ່ານສາກົລ ແລະຂົວຝັ່ງລາວ. ມາເຖິງປັດຈຸບັນ ການກໍ່ສ້າງໂຄງການທີ່ວ່ານີ້ຢູ່ທັງ 2 ຝ່າຍ ຄືບໜ້າໄປແລ້ວປະມານ 57.5% ຄືໄວກວ່າແຜນການ ແລະຖ້າທຸກຢ່າງເປັນໄປຕາມແຜນ ກໍຄາດວ່າ ຂົວຈາກແຕ່ລະຝັ່ງນັ້ນຈະເຊື່ອມເຂົ້າກັນໃນກາງປີ 2023 ແລະຈະເປີດໃຊ້ໃນຕົ້ນປີ 2024.

ເວົ້າເຖິງເຣື່ອງການຄ້າ ຂອງໄທຍກັບປະເທດໃກ້ຄຽງ, ອີງຕາມການຣາຍງານ ຂອງທ່ານ ຈຸລິນ ລັກສະນະວິສິດ ຣັຖມົນຕຣີ ກະຊວງການເງິນ ຂອງໄທຍ, ສະເພາະເດືອນກັນຍາ  2022 ນີ້ ການຄ້າຊາຍແດນຂອງໄທຍກັບ 4 ປະເທດ ລາວ, ກັມພູຊາ, ພະມ້າ ແລະມາເລເຊັຽ ມີມູນຄ່າ 90,121 ລ້ານບາທ. ໃນຈໍານວນນັ້ນ ກັບລາວ ມີມູນຄ່າ 12,259 ລ້ານບາທ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.