ຮຽກຮ້ອງຣັຖບານ ຄຸ້ມຄອງ ສິດທິປໂຍດ ຂອງຄົນລາວ

ໄມ​ຊູ​ລີ ແລະ ໄຊ​ຍາ
2022.10.24
ຮຽກຮ້ອງຣັຖບານ ຄຸ້ມຄອງ ສິດທິປໂຍດ ຂອງຄົນລາວ ຮ້ານຂາຍເຄື່ອງ ແລະ ຜລິຕພັນ ຂອງຄົນຈີນ ທີ່ເມືອງພູຄູນ, ແຂວງຫຼວງພຣະບາງ, ເດືອນສິງຫາ ປີ 2022.
Photo: RFA

ຄົນງານລາວ ຮຽກຮ້ອງໃຫ້ ທາງການລາວ ຊ່ອຍຄຸ້ມຄອງ ສິດຜົລປໂຍດ ຢ່າງເຂັ້ມງວດ ບໍ່ໃຫ້ເອົາລັດເອົາປຽບ ພ້ອມທັງ ຂໍໃຫ້ຈຳກັດ ຄົນຈີນ ທີ່ເຂົ້າມາເຮັດວຽກທຳມາຫາກິນ ຢູ່ລາວ ຫລາຍເກີນໄປ ຈົນຄົນລາວຫາກິນ ຍາກຂຶ້ນ ເພາະບໍ່ມີທຶນ ໄປແຂ່ງ ກັບຄົນຈີນ.

ໄມຊູລີ: ສະບາຍດີ ທ່ານຜູ້ຟັງທີ່ເຄົາຣົບ… ຂໍຕ້ອນຮັບ ທ່ານຜູ້ຟັງເຂົ້າສູ່ ຣາຍການ ມາຟັງນໍາກັນ. ພວກເຮົາ ຍັງສືບຕໍ່ເວົ້າເຖິງ ແຮງງານລາວ ທີ່ເຮັດວຽກ ພາຍໃນປະເທດ ໂດຍສະເພາະ ກັບພາກທຸຣະກິຈ ຂອງຈີນ ທີ່ມາລົງທຶນ ໃນລາວ ຊຶ່ງການລົງທຶນ ດັ່ງກ່າວ ຍັງບໍ່ເອື້ອປໂຍດ ໃຫ້ກັບແຮງງານລາວ ພໍປານໃດ. ເງິນເດືອນຕໍ່າ ບໍ່ມີສວັດດີການ, ນາຍຈ້າງຈີນ ເອົາລັດເອົາປຽບ ເຖິແມ່ນວ່າ ຈີນຈະລົງທຶນຫລາຍ ເປັນອັນດັບນຶ່ງ ແຕ່ການລົງທຶນ ສ່ວນໃຫຍ່ ແມ່ນຄົນຈີນ ໄດ້ປໂຍດ, ສ່ວນຄົນລາວ ກໍແຫ່ກັນອອກໄປເຮັດວຽກ ຕ່າງປະເທດ ເພື່ອຄວາມຢູ່ລອດ.

ທ່ານ ຜູ້ຟັງ ສຳລັບ ຫົວຂໍ້ ໃນຣາຍການ ຂອງພວກເຮົາ ມື້ນີ້ແມ່ນ ຄົນງານລາວ ຂໍໃຫ້ຄຸ້ມຄອງ ສິດທິປໂຍດ ແລະ ຈຳກັດ ການເຂົ້າມາ ຂອງຄົນຈີນ. ດຳເນີນ ຣາຍການໂດຍ ໄມຊູລີ ແລະ ໄຊ​ຍາ.

ໄຊຍາ: ສະບາຍດີ ທ່ານຜູ້ຟັງ… ເມື່ອເວົ້າເຖິງ ແຮງງານລາວ ໃນຍຸກ ທີ່ປະເທດລາວ ກຳລັງປະເຊີນກັບເສຖກິຈ ຂຍາຍໂຕຊ້າລົງ ເງິນເຟີ້ສູງ ເປັນປວັດການ ອັນສົ່ງຜົລ ເຮັດໃຫ້ເຂົ້າຍາກ ໝາກແພງ ຫລ້າສຸດນີ້ ນໍ້າມັນ ຊຶ່ງເປັນປັດຈັຍນຶ່ງ ທີ່ສຳຄັນ ກໍຂຶ້ນລາຄາອີກ ມັນຍິ່ງສົ່ງຜົລກະທົບ ຕໍ່ການດຳຣົງຊີວິດ ປະຈຳວັນ. ພ້ອມນີ້ ຣັຖບາລາວ ຍັງບໍ່ທັນ ມີທາງອອກ ໃນແກ້ໄຂ ຄ່າແຮງງານ ຂອງຄົນງານລາວ ທີ່ຕໍ່າທີ່ສຸດໃນອາຊ້ຽນ ແລະ ບໍ່ພໍກິນ. ຊໍ້າບໍ່ໜໍາ ຍັງມີທັງ ຄົນຈີນ ຄົນວຽດນາມ ເຂົ້າມາຍາດແຍ່ງອາຊີພ ຂອງຄົນລາວເປັນຈຳນວນຫລາຍ. ໂດຍສະເພາະ ແມ່ນຄົນຈີນ ທີ່ມາພ້ອມທັງ ອຳນາດເງິນ ແນ່ນອນວ່າ ຄົນລາວ ຈະສູ້ເຂົາບໍ່ໄດ້.

ນອກຈາກ ທີ່ເວົ້າມາແລ້ວ ການເຮັດວຽກ ກັບຄົນຈີນ ກໍລຳບາກຫລາຍ ສຳລັບຄົນງານລາວ ຈະໄດ້ເຮັດວຽກ ລະດັບຕໍ່າ ກິນເງິນຄ່າແຮງງານ ບໍ່ແນ່ນອນ. ຊໍ້າບໍ່ໜໍາ ຍັງຖືກ ເອົາລັດເອົາປຽບ ນາຍຈ້າງຈີນ ບໍ່ຈ່າຍຄ່າແຮງງານ ຕາມກຳນົດ, ລົງໂທດ ຄົນງານລາວ ແບບໃຊ້ຄວາມຮຸນແຮງ ເຊັ່ນການທຸບຕີ ການກັກຂັງ ເປັນຕົ້ນ. ຊຶ່ງບັນຫາ ທີ່ວ່ານີ້ ທາງການລາວເອງ ກໍບໍ່ສາມາດ ເຂົ້າໄປແກ້ໄຂ. ຖ້າເປັນ ທຸຣະກິຈ ຂອງຈີນ ສ່ວນຫຼາຍ ເຣື່ອງຈະມິດງຽບໄປເລີຍ. ຍົກໂຕຢ່າງ ເຂດເສຖກິຈພິເສດ, ໂຄງການຣົຖໄຟ ລາວ-ຈີນ, ເຂື່ອນໄຟຟ້າ, ສວນກ້ວຍ ແລະ ສວນອື່ນໆ ເປັນຕົ້ນ, ຊຶ່ງຈະມີ ການວິວາດກັນ ມາຕລອດ ດັ່ງເຊັ່ນກຸ່ມຣົຖຂົນສົ່ງ ລາວ-ຈີນ ທີ່ມີເຫດການ ຍົກພວກຕະລຸມບອນຕີກັນ ຢູ່ດ່ານ ບໍ່ເຕັນ-ບໍ່ຫານ ສຸດທ້າຍ ເຣື່ອງກໍມິດງຽບ ບໍ່ມີການດຳເນີນຄະດີຫຍັງ ເກີດຂື້ນ. ຊຶ່ງເຣື່ອງທັງໝົດ ໃນຣາຍການມື້ນີ້ ຈະໃຫ້ທ່ານໄດ້ຮັບຊາບ ຜົລກະທົບ ຂອງຄົນງານລາວ ທີ່ເຮັດວຽກ ກັບນາຍທຶນຈີນ ຊຶ່ງກໍພາກັນ ອອກມາແຊຣ໌ ປະສົການ ໃຫ້ໄດ້ຮັບຮູ້ວ່າ ການເຮັດວຽກ ກັບນາຍຈ້າງຈີນ ມັນບໍ່ແມ່ນ ເຣື່ອງ່າຍເລີຍ.

(ເຊີນທ່ານ ຟັງຣາຍລະອຽດ ຈາກສຽງ ທີ່ໄດ້ບັນທຶກໄວ້ ຂ້າງເທິງນັ້ນ)

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.