ທະນາຄານແຫ່ງ ສປປ ລາວ ປັບປຸງທະນະບັດ ຮູບແບບໃໝ່
2022.10.24
ໃນໄລຍະຕົ້ນເດືອນຕຸລາ ທີ່ຜ່ານມານີ້ ທະນາຄານແແຫ່ງ ສປປ ລາວ ຫຼື ທະນາຄານກາງ ໄດ້ປະກາດນໍາໃຊ້ ທະນະບັດໃບ 10,000 ກີບ ແລະ 20,000 ກີບ ຣຸ້ນປີ 2020 (ຮູບແບບປັບປຸງໃໝ່) ອອກສູ່ລະບົບຊໍາລະເງິນໃນລາວ ເພື່ອໃຫ້ສັງຄົມໄດ້ນໍາໃຊ້ ຂະນະທີ່ ຊາວລາວສ່ວນຫຼາຍ ຢາກໃຫ້ເລັ່ງແກ້ໄຂບັນຫາເງິນເຟີ້ຫຼາຍກ່ອນ ເພາະເງິນກີບອ່ອນຄ່າເກີນໄປ.
ດັ່ງຊາວນະຄອນຫຼວງພຣະບາງ ທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 17 ຕຸລາ 2022 ນີ້ວ່າ:
“ກະບໍ່ຮູ້ສຶກແນວໃດ ກະທັມມະດາຈັ່ງຊີ້ເນາະ ເພາະວ່າໂຕນີ້ ມັນເງິນເກົ່າເງິນໃໝ່ລະມັນ ກໍແມ່ນເງິນລາຄາດຽວກັນຊື່ໆ ມັນກະບໍ່ຊ່ວຍຫຍັງດອກ ເຂົາພຽງແຕ່່ປ່ຽນສີສັນຮູບຮ່າງຊື່ໆ ດຽວນີ້ເງິນກີບນີ້ ຍັງເຟີ້ຫຼາຍ.”
ຊາວລາວໃນຫຼາຍເມືອງ ແລະຫຼາຍແຂວງທົ່ວປະເທດ ຕ່າງກໍໄດ້ຮັບຜົລກະທົບ ຈາກບັນຫາເງິນເຟີ້ ມາເປັນໄລຍະເວລາດົນແລ້ວ ອີກທັງຍັງມີທ່າທີ່ ທີ່ຈະທະວີຄວາມຮຸນແຮງເພີ່ມຂຶ້ນເລື້ອຍໆ ເຊິ່ງພວກຂະເຈົ້າກໍຢາກໃຫ້ທະນາຄານກາງ ແລະພາກສ່ວນທີ່ກ່ຽວຂ້ອງ ໃຫ້ຄວາມສໍາຄັນ ແລະຊອກຫາແນວທາງ ໃນການຫຼຸດຜ່ອນບັນຫາດັ່ງກ່າວນີ້ ຢ່າງເປັນຮູບປະທັມ ແບບຮີບດ່ວນ.
ດັ່ງແມ່ຄ້າຂາຍເຄື່ອງນໍາເຂົ້າ ຈາກປະເທດໄທຍ ຢູ່ເມືອງປາກເຊ ແຂວງຈໍາສັກທ່ານນຶ່ງ ກ່າວຕໍ່ວິທຍຸ ເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:
“ເງິນອອກໃໝ່ຫັ້ນບໍ ກະທັມມະດາ ກໍປົກກະຕິ ເງິນມັນເຟີ້ແຮງ ຢາກໃຫ້ແບບວ່າ ເງິນບາດມັນຫຼຸດລົງຈັກໜ້ອຍນຶ່ງ ເພາະວ່າເງິນກີບເຟີ້ແຮງຫັ້ນນ່າ.”
ອີງຕາມການຣາຍງານ ຂອງສູນສະຖິຕິແຫ່ງຊາຕ ກະຊວງແຜນການແລະການລົງທຶນ ເມື່ອວັນທີ 6 ຕຸລາ 2022 ລະບຸວ່າ ໃນເດືອນກັນຍາ 2022 ມີອັດຕຣາເງິນເຟີ້ ເມື່ອທຽບໃສ່ເດືອນດຽວກັນ ຂອງປີທີ່ຜ່ານມາ ແມ່ນຢູ່ໃນລະດັບ 34.05% ເຊິ່ງເພີ່ມຂຶ້ນຈາກເດືອນກ່ອນໜ້າ 4% ແລະຍັງມີທ່າທີ່ ທີ່ຈະເພີ່ມຂຶ້ນຢ່າງຕໍ່ເນື່ອງໃນທຸກໝວດສິນຄ້າ ໂດຍສະເພາະ ໝວດສະບຽງອາຫານ ແລະເຄື່ອງດື່ມ ທີ່ບໍ່ແມ່ນເຫຼົ້າ ເຊິ່ງບັນຫາດັ່ງກ່າວນີ້ ມີສາເຫດສໍາຄັນມາຈາກ ພື້ນຖານການຜລິຕ ພາຍໃນປະເທດ ຍັງບໍ່ທັນເຂັ້ມແຂງ.
ດັ່ງນັກຊ່ຽວຊານດ້ານເສຖສາດ ແລະການເງິນ ຢູ່ມະຫາວິທະຍາລັຍແຫ່ງຊາຕ ຜູ້ບໍ່ປະສົງອອກຊື່ ແລະຕໍາແໜ່ງທ່ານນຶ່ງກ່າວວ່າ:
“ປະມານຢູ່ 1,000 (ບາດ) ປະມານ 500,000 ກີບ 500,000 ປາຍໜ້ອຍນຶ່ງ ເຄື່ອງຂອງມັນກໍແພງແຫຼະ ຄວາມໝາຍກະທົບ ເງື່ອນໄຂຈາກເງິນເຟີ້ນີ້ເນາະ ຄວາມໝາຍວ່າ ມັນກໍຕ້ອງຜລິຕສິນຄ້າເຮົາເອງແນ່ ເຮົາບໍ່ຕ້ອງຊື້ຈາກຄົນອີື່ນ ຫຼາຍວ່າຊັ້ນສາ ຖ້າເຮົານໍາເຂົ້າ ເຮົາກໍເອົາເງິນບາທໄປຊື້ເຂົາເດ້ ເຮົາບໍ່ໄດ້ຊື້ເງິນກີບເດ້ ມັນກໍໄປແຕກເງິນ ເງິນມັນກໍຕ້ອງໄດ້ເຟີ້ ເຮັດເອງໃຊ້ເອງ ເຮົາບໍ່ຈໍາເປັນແນວບໍ່ຈໍາເປັນເຮົາກະບໍ່ຊື້ ຢູ່ຕ່າງປະເທດ ເຮົາກໍຊື້ຂອງຄົນລາວເອງ ໃຊ້ເອົາເອງ.”
ນັບແຕ່ປີ 2018 ທີ່ຜ່ານມາ ທະນາຄານກາງ ໄດ້ເຣີ່ມຄົ້ນຄວ້າ ແລະປັບປຸງທະນະບັດ ປະເພດໃບ 10,000 ກີບ ແລະ 20,000 ກີບ ຈາກຣຸ້ນປີ 2003 ມາເປັນຣຸ້ນປີ 2020 ໂດຍມີຈຸດປະສົງ ເພື່ອຍົກສູງຄຸນນະພາບ ແລະມາຕຖານ ໃຫ້ທຽບເທົ່າກັບໃບທະນະບັດ ຂອງປະເທດອ້ອມຂ້າງ ໃນພາກພື້ນ ແລະຍົກລະດັບເຕັກນິກຕ້ານການປອມແປງ ໃຫ້ທັນສໄມຫຼາຍຂຶ້ນກວ່າເກົ່າ.
ດັ່ງເຈົ້າໜ້າທີ່ທະນາຄານກາງ ຜູ້ບໍ່ປະສົງອອກຊື່ ແລະຕໍາແໜ່ງ ທ່ານນຶ່ງກ່າວວ່າ:
“Banknote ໂຕເກົ່າ ມັນເປັນ Series ປີ 2003 ເນາະ ແຕ່ປັດຈຸບັນນີ້ ແມ່ນມັນກໍເສື່ອມຄຸນນະພາບ ໄປໃນໄລຍະນຶ່ງແລ້ວເນາະ ເພື່ອວ່າ ທັນກັບສະພາບການປັດຈຸບັນນີ້ ເຣື່ອງການປອມແປງ ແມ່ນພວກເຮົາກໍຈະມີການ upgrade ຂຶ້ນ ຄຸນລັກສະນະຂອງ Banknote ຫັ້ນແຫຼະ ຊຶ່ງໂດຍການຕິດພັນກັບວ່າ ເຮົາຈະເອົາມາທົດແທນ ໃນ Banknote ໂຕເກົ່າທີ່ມັນເສື່ອມຄຸນນະພາບ.”
ສໍາລັບທະນະບັດ ຮູບແບບໃໝ່ດັ່ງກ່າວນີ້ ທາງດ້ານທະນາຄານກາງ ກໍໄດ້ເຜີຍແຜ່ຣາຍລະອຽດ ລົງໃນສື່ສັງຄົມອອນລາຍນ໌ແລ້ວ ນັບແຕ່ວັນທີ 8 ຕຸລາ ທີ່ຜ່ານມາ ໂດຍສະເພາະ ຄຸນສົມບັດ ຕ້ານການປອມແປງ ເປັນຕົ້ນ ຄຸນສົມບັດຂອງເຄື່ອງໝາຍຊາຕ ຂອງ ສປປ ລາວ, ໂຕໜັງສືຊື່ປະເທດລາວ, ລາຍນໍ້າ ທ່ານໄກສອນ ພົມວິຫານ ອະດີຕປະທານ ປະເທດຄົນສໍາຄັນ ຂອງປະເທດລາວ ແລະເສັ້ນນິລະພັຍເທິງໂຕເລຂບອກມູນຄ່າ.
ຄຸນລັກສະນະ ຕ້ານການປອມແປງ ມີດັ່ງນີ້ ຄື:
- ເຄື່ອງໝາຍຊາຕ ຂອງ ສປປ ລາວ ຈະເຮືອງແສງເປັນສີເຫຼືອງ ເມື່ອສ່ອງຜ່ານແສງໄຟສີມ້ວງ.
- ໂຕໜັງສື ສາທາລະນະຣັຖ ປະຊາທິປະຕັຍ ປະຊາຊົນລາວ ເມື່ອສໍາຜັດຈະສະດຸດມື.
- ລາຍນໍ້າ ປະທານໄກສອນ ພົມວິຫານ ແລະ ຕົວເລຂບອກມູນຄ່າ ຢູ່ໃນເນື້ອເຈ້ຍ ເມື່ອສ່ອງໃສ່ແສງສະຫວ່າງ ຈະເຫັນຢ່າງຊັດເຈນ ທັງດ້ານໜ້າ ແລະ ດ້ານຫຼັງ.
- ເສັ້ນນິລະພັຍ ມີຕົວເລກລາວບອກມູນຄ່າ ໑໐,໐໐໐ ສໍາລັບປະເພດໃບ 10,000 ກີບ ແລະ ຕົວເລກລາວບອກມູນຄ່າ ໒໐,໐໐໐ ສໍາລັບປະເພດໃບ 20,000 ກີບ.
- ໂຕເລຂບອກມູນຄ່າ 10,000 ກີບ ແລະ 20,000 ກີບ ຢູ່ດ້ານໜ້າຈະປ່ຽນສີໄດ້ ເມື່ອພິກອຽງທະນະບັດໄປມາ.
ອີງຕາມແຈ້ງການ ຂອງທະນາຄານແຫ່ງ ສປປ ລາວ ສບັບເລຂທີ 15/ທຫລ ລົງວັນທີ 6 ຕຸລາ 2022 ລະບຸວ່າ ທະນະບັດ ໃບ 10,000 ກີບ ແລະ 20,000 ກີບ ດັ່ງກ່າວນີ້ ມີລັກສະນະໂດຍຮວມ ຄື ເປັນທະນະບັດບໍ່ມີຂອບ, ມີຂນາດລວງຍາວຫຼຸດລື່ນກັນ 3 ມິນລິແມັດ ຄື ປະເພດໃບ 10,000 ກີບ ມີລວງຍາວ 153 ມິນລິແມັດ ແລະລວງກ້ວາງ 72 ມິນລິແມັດ ສ່ວນປະເພດ ໃບ 20,000 ກີບ ມີລວງຍາວ 156 ມິນລິແມັດ ແລະລວງກ້ວາງ 72 ມິນລິແມັດ, ໂທນສີຂອງໃບທະນະບັດ ທັງສອງປະເພດ ຍັງຄ້າຍຄືກັບ ທະນະບັດປະເພດ ໃບ 10,000 ກີບ ແລະ 20,000 ກີບ ຣຸ້ນປີ 2003 ທີ່ນໍາໃຊ້ຢູ່ໃນປັດຈຸບັນ.