ທະນາຄານກາງ ຈະດຳເນີນ ມາດຕະການກັບ ຮ້ານທີ່ລັກລອບ ແລກເງິນ
2023.04.28
ໃນວັນທີ 24 ເມສາ 2023, ທະນາຄານແຫ່ງ ສປປ ລາວ ໄດ້ອອກແຈ້ງການ ເລກທີ 109 ກ່ຽວກັບການເພີ່ມທະວີ ຄວາມມີສະຕິລະວັງໂຕ ໃນການແລກປ່ຽນເງິນຕຣາ ນຳບຸກຄົນ ແລະ ນິຕິບຸກຄົນ ທີບໍ່ໄດ້ຮັບອະນຸຍາດ ໃຫ້ດຳເນີນທຸຣະກິຈ ແລກປ່ຽນເງິນຕຣາ.
ທະນາຄານແຫ່ງ ສປປ ລາວ ໄດ້ສົມທົບກັບ ກະຊວງປ້ອງກັນຄວາມສງົບ ເພື່ອປະຕິບັດມາຕິການ ທາງກົດໝາຍ ຕໍ່ຮ້ານແລກປ່ຽນເງິນຕຣາ ທີ່ບໍ່ຖືກຕ້ອງ ແລະ ບໍ່ໄດ້ຮັບອະນຸຍາດ ທີ່ຍັງສວຍໂອກາດເປີດໃຫ້ບໍຣິການ.
ທີ່ຜ່ານມາ, ທະນາຄານແຫ່ງ ສປປ ລາວ ກໍໄດ້ແຈ້ງຢຸດການດຳເນີນທຸຣະກິຈ ຂອງຣ້ານແລກປ່ຽນເງິນຕຣາປະມານ 400 ຮ້ານ ແຕ່ ຍັງມີຮ້ານແລກປ່ຽນເງິນຕຣາ ຈຳນວນນຶ່ງຍັງສວຍໂອກາດ ດຳເນີນທຸຣິກິຈແລກປ່ຽນເງິນຕຣາ.
ເຈົ້າໜ້າທີ່ ທະນາຄານແຫ່ງ ສປປ ລາວ ນາງ ນຶ່ງ ໄດ້ກ່າວຕໍ່ວິທຍຸ ເອເຊັຽ ເສຣີ ໃນວັນທີ 27 ເມສ ວ່າ:
“ແມ່ນລະເພິ່ນສັ່ງປິດແຫຼະ ໝົດລະ ຮ້ານແລກປ່ຽນເຮົາ ເພິ່ນບໍ່ໃຫ້ເປີດ ເຮົາກະຊິການແຈ້ງການຕື່ມ ໃຫ້ພວກເພິ່ນ.”
ຫຼັງຈາກແຈ້ງການດັ່ງກ່າວ ອອກມາທາງ ສື່ສັງຄົມອອນລາຍນ໌, ບັນດາຮ້ານແລກປ່ຽນເງິນຕຣາ ທີ່ເປີດທຳການ ແບບບໍ່ຖືກຕ້ອງ ໄດ້ພາກັນປິດບໍຣິການທັນທີ ຍ້ອນຢ້ານ ຈະຖືກດໍາເນີນຄະດີ.
ເຈົ້າຂອງຮ້ານ ແລກປ່ຽນເງິນຕຣາ ທີ່ຫາກໍ່ປິດໄປ ເມື່ອບໍ່ດົນນີ້ ໄດ້ກ່າວວ່າ:
“ຮ້ານແລກປ່ຽນບໍ່ ໂອ ບໍ່ມີແລ້ວ ປິດຖາວອນ ແມ່ນແລ້ວ ເພິ່ນຮ້ານແລກປ່ຽນ ມົດແລ້ວໄດ໋ ໂອທະນາຄານເລີຍເຈົ້າ.”
ໃນຂະນະດຽວກັນ ກໍມີຮ້ານແລກປ່ຽນເງິນຕຣາ ອີກຈຳນວນນຶ່ງ ທີ່ຍັງເປີດໃຫ້ບໍຣິການຢູ່ ຍ້ອນວ່າ ໄດ້ມີການແລ່ນເອກກະສານ ໄປຍັງພາກສ່ວນທີ່ກ່ຽວຂ້ອງ ກ່ອນໜ້ານີ້ ເພື່ອຂໍອະນຸຍາດ ໃຫ້ກາຍເປັນ ໜ່ວຍແລກປ່ຽນເງິນຕຣາ ທີ່ເປັນຕົວແທນຂອງທະນາຄານ ທຸຣະກິຈ ເພື່ອທີ່ຈະດຳນເນີນທຸຣິກິຈ ແລກປ່ຽນຕຣາ ຕໍ່ໄປໄດ້, ແຕ່ກໍຍັງບໍ່ທັນ ໄດ້ຮັບຄຳຕອບເທື່ອວ່າ ຈະໄດ້ຮັບອະນຸຍາດ ຫຼື ບໍ່.
ເຈົ້າຂອງຮ້ານ ແລກປ່ຽນເງິນຕຣາ ອີກນາງນຶ່ງ ໄດ້ກ່າວວ່າ:
“ອໍ ເພິ່ນກະສັ່ງຢູ່ຫັ້ນແຫຼະ ກະຍັງບໍ່ທັນອັນນີ້ ເພິ່ນກະຍັງຊິຄົ້ນຄວ້າ ກັນຢູ່ ກະຍັງເປີດຢູ່ ເປີດອັນນັ້ນ ເພິ່ນຍັງແຈ້ງມາອີກເທື່ອນຶ່ງ ຈັກເພິ່ນວ່າຈັ່ງໃດ.”
ສ່ວນວ່າ ຮ້ານແລກປ່ຽນເງິນຕຣາຫຼາຍແຫ່ງ ທີ່ຖືກສັ່ງໃຫ້ປິດ ເມື່ອກ່ອນໜ້ານີ້ ຫຼາຍຮ້ານ ກໍໄດ້ຫັ້ນມາປ່ຽນຮູບແບບການໃຫ້ບໍຣິການ ຮັບຈ້າງຖອນເງິນ ແລະ ຮັບຈ້າງໂອນເງິນແກ່ລູກຄ້າຂາປະຈຳ ແທນການແລກປ່ຽນເງິນສົດຄືແຕ່ກ່ອນ ເພື່ອຫຼີກເວັ້ນ ການຖືກປະຕິບັດຕາມມາດຕະການ ຕາມກົດໝາຍ.
ເຈົ້າຂອງຮ້ານ ແລກປ່ຽນ ເງິນຕຣາອີກນາງ ນຶ່ງ ໄດ້ກ່າວວ່າ:
“ເຂົາເຈົ້າໃຫ້ປິດທົ່ວປະເທດ ແຕ່ວ່າ ທາງເຮົາກະຍັງເຮັດງຽບໆ ແບບແລກສະເພາະເປັນລູກຄ້າ ຂາປະຈຳ ຄື ແບບວ່າ ລູກຄ້າມາຈ້າງຖອນເງິນ ລູກຄ້າມາຈ້າງໂອນເງິນຈະບໍ່ໄດ້ບອກວ່າ ແລກເງິນ ຖ້າໂອນເງິນເຂົ້າ ກະຈະບອກວ່າ ຄ່າມັດຈຳ ຄ່າສິນຄ້າ ແບບວ່າ ຮູບແບບ ເຮົາປ່ຽນເປັນໂອນເງິນ ຈະບໍ່ໄດ້ເຮັດເປັນຮ້ານແລກປ່ຽນ.”
ຢູ່ນະຄອນຫລວງວຽງຈັນ ແລະ ແຂວງຫລວງພຣະບາງ ເຊິ່ງເປັນແຂວງ ທີ່ມີນັກທ່ອງທ່ຽວຫຼາຍ ກໍມີຮ້ານແລກປ່ຽນເງິນຕຣາຫຼາຍຮ້ານ ຍັງສວຍໂອກາດໃຫ້ບໍຣິການ ແລກປ່ຽນເງິນຕຣາ ເປັນປົກກະຕິ ແຕ່ກຳນົດອັດຕຣາແລກປ່ຽນ ໃນລະດັບດຽວກັບອັດຕຣາ ແລກປ່ຽນຂອງທະນາຄານ ແຫ່ງ ສປປ ລາວ ເຊັ່ນ ເງິນບາທໄທຍ ຈະຢູ່ທີ່ 509 ກີບ ຕໍ່ 1 ບາທ.
ຊາວບ້ານນາງນຶ່ງ ໄດ້ກ່າວວ່າ:
“ແລກປ່ຽນກະຍັງມີຢູ່ ແຕ່ວ່າ ລາຄາມັນກະຄ້າຍຄຽງ ກັບຂອງທະນາຄານຫັ້ນແຫຼະ ບໍ່ສູງເກີນທະນາຄານຫຼາຍຫັ້ນນ່າ ເລັກໆ ໜ້ອຍໆ ນີ້ແຫຼະ ດຽວນີ້ ບໍ່ກາຍຄືແຕ່ກ່ອນ ບໍ່ກາຍຫຼາຍຫັ້ນນ່າ.”
ການທີ່ມີແຈ້ງການ ສັ່ງປິດຮ້ານແລກປ່ຽນເງິນຕຣາ ຫຼາຍແຫ່ງ ບໍ່ສົ່ງຜົລກະທົບ ຕໍ່ການທ່ອງທ່ຽວ ໃນລາວ ແຕ່ຢ່າງໃດ ຍ້ອນວ່າ ນັກທ່ອງທ່ຽວຕ່າງປະເທດ ເຂົ້າມາລາວ ຍັງສາມາດແລກປ່ຽນເງິນຕຣາ ຢູ່ທະນາຄານ ຫຼື ຮ້ານແລກປ່ຽນເງິນຕຣາ ທີ່ເປັນໂຕແທນ ຂອງທະນາຄານຕ່າງໆ ໄດ້ຕາມປົກກະຕິ.
ນັກວິຊາການ ດ້ານການທ່ອງທ່ຽວ ນາງນຶ່ງ ໄດ້ກ່າວວ່າ:
“ເພິ່ນສັ່ງປິດແມ່ນແລ້ວ ເພິ່ນສັ່ງປິດ ບໍ່ມີຜົລກະທົບຕໍ່ນັກທ່ອງທ່ຽວ ເພາະວ່າ ທຸກປະເທດເຂົາກະເຮັດລະບຽບຫັ້ນແຫຼະ ຢູ່ທະນາຄານ ກະເຂົ້າໄປແລກທະນາຄານ.”
ຫຼ້າສຸດໃນວັນທີ 25 ເມສາ ທີ່ຜ່ານມານີ້ ຜແນກອຸດສາຫະກັມ ແລະ ການຄ້າ ແຂວງຈໍປາສັກ ໄດ້ແຈ້ງການໂຈການເຄື່ອນໄຫວ ຮ້ານແລກປ່ຽນເງິນຕຣາ ຈຳນວນ 26 ຮ້ານ ທີ່ຖືກຖອນໃບອຸນະຍາດ ແລະ ໃຫ້ໂອກາດຮ້ານແລກປ່ຽນ ເງິນຕຣາທັງ 26 ຮ້ານ ນັ້ນເຂົ້າມາພົວພັນ ກັບເຈົ້າໜ້າ ທີ່ທະບຽນວິສາຫະກິຈ ເພື່ອສເນີ ຍຸບເລີກວິສາຫະກິຈ ຫຼື ສເນີປ່ຽນແປງ ເນື້ອໃນທະບຽນວິສາຫະກິຈ ພາຍໃນເວລາ 60 ວັນ.
ສຳລັບການສັ່ງປິດ ຮ້ານແລກປ່ຽນເງິນຕຣາ ປະມານ 400 ຮ້ານ ໃນທົ່ວປະເທດ ທີ່ຜ່ານມາ ເປັນຜົລມາຈາກນະໂຍບາຍ ທະນາຄານແຫ່ງ ສປປ ລາວ ເພື່ອເຮັດໃຫ້ເງິນກີບ ກັບມາແຂງຄ່າຄືນ ຫຼັງຈາກເງິນກີບ ອ່ອນຄາລົງຫຼາຍ ໃນຮອບເກືອບ 2 ປີ.
ເຖິງຢ່າງໃດກໍຕາມ, ປັດຈຸບັນ ເງິນກີບ ກໍຍັງສືບຕໍ່ອ່ອນຄ່າລົງ ໂດຍ ອັດຕຣາແລກປ່ຽນ ລະຫວ່າງກີບ ກັບ ເງິນບາທໄທຍ ຢູ່ທີ່ 509 ກີບ ຕໍ່ 1 ບາທ ແລະ ອັດຕຣາແລກປ່ຽນ ລະຫວ່າງເງິນກີບ ກັບເງິນໂດລ້າຣ໌ ຢູ່ທີ່ 17,336 ກີບ ຕໍ່ 1 ໂດລ້າຣ໌, ອີງຕາມອັດຕຣາແລກປ່ຽນ ຂອງທະນາຄານແຫ່ງ ສປປ ລາວ ໃນວັນທີ 27 ເມສາ 2023.