ທະນາຄານແຫ່ງ ສປປ ລາວ ເຕືອນໃຫ້ລະວັງເງິນກີບປອມ

ສຸພັດຕາ
2024.04.29
ທະນາຄານແຫ່ງ ສປປ ລາວ ເຕືອນໃຫ້ລະວັງເງິນກີບປອມ ໂຕຢ່າງຮູບປະການ ເຊິ່ງແມ່ນການຊື້-ຂາຍສິນຄ້າ ດ້ວຍເງິນກີບ ທີ່ຕະຫຼາດນັດແຫ່ງໜຶ່ງ ໃນນະຄອນຫຼວງວຽງຈັນ (TS). ເດືອນມັງກອນ ປີ 2024.
RFA

ໃນວັນທີ 26 ເດືອນເມສາ ປີ 2024 ນີ້, ທະນາຄານ ແຫ່ງ ສປປ ລາວ ໄດ້ອອກແຈ້ງການ ເຕືອນປະຊາຊົນ ກ່ຽວກັບ ທະນະບັດປອມ ຫຼື ເງິນປອມ ປະເພດ ໃບ 50,000 ກີບ ລຸ້ນປີ 2004 ຢູ່ແຂວງບໍ່ແກ້ວ. ໂດຍໃບເງິນປອມດັ່ງກ່າວ ມີຮູບແບບ, ສີສັນ, ລວດລາຍ ຄ້າຍຄືກັບໃບເງິນແທ້ ຈຶ່ງເຮັດໃຫ້ຜູ້ຮັບ ບໍ່ທັນສັງເກດ ວ່າເປັນເງິນປອມ ແຕ່ເມື່ອສຳຜັດ ຈັບບາຍແລ້ວ ຈະຮູ້ສຶກຄ້າຍກັບ ການຈັບເຈ້ຍເອສີ່ (A4) ທຳມະດາ. ເຮັດໃຫ້ຜູ້ປະກອບການ, ຮ້ານຄ້າ ແລະ ທຸລະກິດຈຳນວນໜຶ່ງ ຢູ່ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ ໄດ້ຮັບຄວາມເດືອດຮ້ອນ ຈາກເງິນປອມນີ້.

ແຈ້ງການດັ່ງກ່າວ ລະບຸຕື່ມວ່າ ທາງທະນາຄານ ແຫ່ງ ສປປ ລາວ ພວມປະສານສົມທົບນຳເຈົ້າໜ້າທີ່ກ່ຽວຂ້ອງ ເພື່ອຮີບຮ້ອນ ປະຕິບັດມາດຕະການຕ່າງໆ ກັບກຸ່ມຄົນຜະລິດ ແລະ ແຈກຢາຍເງິນປອມ ຕາມກົດໝາຍ.

ກ່ຽວກັບເລື່ອງທີ່ວ່ານີ້ ເຈົ້າຂອງປ້ຳນ້ຳມັນ ທ່ານໜຶ່ງ ຢູ່ແຂວງບໍ່ແກ້ວ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 29 ເມສາ ນີ້ວ່າ ມີລູກຄ້າຊາວລາວຜູ້ໜຶ່ງ ຂີ່ລົດຈິບ ມາເຕີມນ້ຳມັນ ຢູ່ທີ່ປ້ຳນໍ້າມັນຂອງທ່ານ ແລະ ໄດ້ຈ່າຍເງິນຄ່ານ້ຳມັນ ຈຳນວນ 700,000 ກີບ ດ້ວຍເງິນ ໃບເງິນ 50,000 ກີບ ຈຳນວນ 14 ໃບ ໃຫ້ພະນັກງານເຕີມນ້ຳມັນ. ແຕ່ເມື່ອພະນັກງານບັນຊີ ຈັບບາຍໃບເງິນດັ່ງກ່າວແລ້ວ ຮູ້ສຶກວ່າ ບໍ່ຄືກັບໃບເງິນແທ້ ຈຶ່ງໄດ້ໃຫ້ເຈົ້າໜ້າທີ່ທະນາຄານທຸລະກິດ ເຂົ້າມາກວດສອບອີກເທື່ອໜຶ່ງ ຈຶ່ງພົບວ່າ ເງິນດັ່ງກ່າວ ເປັນເງິນປອມ:

“ເວລາເຮົາຈັບ ລະມັນຈະຮູ້ສຶກເລີຍວ່າ ເງິນໃບແທ້ ກັບໃບປອມມັນບໍ່ຄືກັນ ເຮົາຈິຮູ້ສຶກເລີຍຫັ້ນນ່າ. ອັນນີ້ພໍດີ ທະນາຄານເຂົາເຈົ້າ ມາຮັບເງິນ ລະກະໃຫ້ເຂົາເຈົ້າກວດ ເຂົາເຈົ້າກໍກວດຜ່ານເຄື່ອງນັບເງິນ ມັນກະບໍ່ຜ່ານເພິ່ນກະເລີຍວ່າ ຮູ້ກັນແທ້ໆ ເລີຍວ່າເປັນເງິນປອມ ກະເລີຍວ່າ ໃຫ້ທະນາຄານເຂົາເຈົ້າ ເກັບໄວ້ສ່ວນໜຶ່ງ ແລະກໍເກັບໄວ້ທາງປ້ຳ ປະມານໃບໜຶ່ງ ໄວ້ໃຫ້ເປັນຕົວຢ່າງ ນຳພະນັກງານເຂົາເຈົ້າ.”

ທ່ານກ່າວຕື່ມວ່າ ທາງເຈົ້າໜ້າທີ່ກ່ຽວຂ້ອງ ທັງພາກສ່ວນທະນາຄານທຸລະກິດ ແລະ ເຈົ້າໜ້າທີ່ຕຳຫຼວດ ໄດ້ເຂົ້າມາຕິດຕໍ່ພົວພັນ ແລະ ເຮັດບົດບັນທຶກ ເພື່ອດຳເນີນການສືບສວນ-ສອບສວນຕໍ່ໄປ. ໂດຍປັດຈຸບັນ ເຈົ້າໜ້າທີ່ ຍັງບໍ່ທັນຮູ້ວ່າ ຂະບວນການປອມແປງເງິນດັ່ງກ່າວ ເປັນຜູ້ໃດ.

ຂະນະທີ່ ກ່ອນໜ້ານີ້ ຕຳຫຼວດແຂວງຫຼວງພຣະບາງ ຈັບຊາວຈີນ 3 ຄົນ ທີ່ໃຊ້ເງິນກີບປອມ ໃບລະ 50,000 ກີບ ແລະໃບລະ 100,000 ກີບ ໄດ້ຢູ່ຕະຫຼາດຫຼວງພະບາງ ເມື່ອວັນທີ 14 ເມສາ ປີ 2019 ຫຼັງຈາກຜູ້ຖືກກ່າວຫາ ທັງ 3 ຄົນ ເອົາໄປໃຊ້ຈ່າຍ ໃນໄລຍະສົງການ ຢູ່ຕະຫຼາດດັ່ງກ່າວ, ອີງຕາມຄໍາເວົ້າ ຂອງເຈົ້າໜ້າທີ່ຕໍາຫຼວດ ແຂວງຫຼວງພະບາງ ກ່າວຕໍ່ວິທຍຸເອເຊັຍເສຣີ ໃນໄລຍະນັ້ນ.

ທາງດ້ານ ຜູ້ປະກອບການຮ້ານຄ້າ ນາງໜຶ່ງ ຢູ່ແຂວງບໍ່ແກ້ວ ກ່າວວ່າ ກວດພົບເງິນ ໃບ 50,000 ກີບປອມ ຈຳນວນ 8 ໃບ ລວມມູນຄ່າ 400,000 ກີບ ລະຫວ່າງ ທີ່ນຳເງິນດັ່ງກ່າວ ໄປຝາກເຂົ້າບັນຊີ ຢູ່ທະນາຄານ. ຊຶ່ງຄາດວ່າ ອາດຈະມາຈາກລູກຄ້າ ທີ່ເຂົ້າມາຊື້ເຄື່ອງຂອງ. ທັງນີ້, ທາງເຈົ້າໜ້າທີ່ກ່ຽວຂ້ອງ ກໍໄດ້ຕິດຕໍ່ຂໍຂໍ້ມູນຈາກນາງ ເພື່ອປະກອບການສືບສວນ-ສອບສວນ ຕໍ່ໄປແລ້ວ:

“ເຫັນເຈົ້າ. ຢູ່ນີ້ກະມີຢູ່ເຈົ້າ. ແມ່ນແລ້ວເຈົ້າ, ມາຈ່າຍຢູ່ຮ້ານເຮົາເຈົ້າ. ເຮົາກໍບໍ່ຮູ້ຄືກັນເຈົ້າ ເພາະວ່າລູກຄ້າຫຼາຍ ຮູ້ອີກເທື່ອໜຶ່ງ ກະພໍດີໄປອັ່ນ ເອົາເງິນໄປເຂົ້າທະນາຄານ ແລ້ວກໍຈຶ່ງຮູ້. ອໍ, ທະນາຄານກາງເພິ່ນກະໂທມາ ແລ້ວກະໃຫ້ຂໍ້ມູນ ເອົາຂໍ້ມູນໃຫ້ເພິ່ນແລ້ວເຈົ້າ.”

ຂະນະທີ່ ເຈົ້າໜ້າທີ່ທະນາຄານທຸລະກິດ ນາງໜຶ່ງ ຢູ່ແຂວງບໍ່ແກ້ວ ກ່າວວ່າ ຢູ່ທາງໜ່ວຍບໍລິການຂອງນາງ ຍັງບໍ່ທັນພົບເຫັນເງິນ ໃບ 50,000 ກີບ ປອມເທື່ອ. ໂດຍທາງທະນາຄານ ກໍມີມາດຕະການກວດສອບເງິນ ບໍ່ວ່າຈະເປັນເງິນກີບ ຫຼື ເງິນຕາຕ່າງປະເທດ ກ່ອນທີ່ຈະຮັບເງິນ ເຂົ້າສູ່ລະບົບທະນາຄານ ຢູ່ສະເໝີ:

“ໃບເງິນ 50,000 ກີບ ບໍ່ເຈົ້າ. ທາງໜ່ວຍບໍລິການເຮົາ ຍັງບໍ່ໄດ້ເຈີເງິນປອມເດີ້ເຈົ້າ. ຍັງບໍ່ທັນມີເຂົ້າມາເທື່ອ. ອັ່ນເຮົາກະມີການກວດສອບ ໃນການຮັບເງິນຢູ່ເຈົ້າ. ທຸກເທື່ອທີ່ເຮົາຮັບເງິນເນາະ ບໍ່ວ່າຈະເປັນ ສະກຸນເງິນຕາໃດແມ່ນອັ່ນ ເຮົາຈະຕ້ອງ ເອົາການຈັບກ່ອນຫັ້ນນ່າ. ແລະກະມີເຖິງ ແຈ້ງການທາງອັ່ນ ທຫລ ອອກມາເນາະວ່າໃຫ້ອັ່ນ ກວດສອບເບິ່ງເທື່ອ ເຮົາກໍຈະມີ ການກວດສອບກ່ອນຮັບເງິນ ແຕ່ວ່າທີ່ຜ່ານມາ ແມ່ນຍັງບໍ່ທັນປາກົດເຫັນເດີ້ເຈົ້າ.”

ເຈົ້າໜ້າທີ່ກ່ຽວຂ້ອງ ທ່ານໜຶ່ງ ຊຶ່ງບໍ່ປະສົງອອກຊື່ ແລະ ຕຳແໜ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນ ນີ້ວ່າ ທາງທະນາຄານແຫ່ງ ສປປ ລາວ ກໍໄດ້ອອກແຈ້ງການເຕືອນ ກ່ຽວກັບເລື່ອງເງິນ ໃບ 50,000 ກີບປອມ ລະບາດຢູ່ແຂວງບໍ່ແກ້ວ ຕາມເວັບໄຊ ແລະ ສື່ສັງຄົມອອນລາຍແລ້ວ ແລະ ໄດ້ແນະນຳ ວິທີໄຈ້ແຍກໃບເງິນແທ້ ແລະ ໃບເງິນປອມ ຢ່າງງ່າຍ ນຳດ້ວຍ ເປັນຕົ້ນ ການສຳຜັດ ຈັບບາຍໃບເງິນ, ການຍົກສ່ອງໃບເງິນ ຜ່ານແສງສະຫວ່າງ, ການພິກອຽງໃບເງິນ ແລະ ການໃຊ້ໄຟສີມ້ວງສ່ອງໃບເງິນ:

“ພໍດີ ເພິ່ນກະໄດ້ອອກແຈ້ງການແລ້ວເນາະ ພ້ອມດ້ວຍວິທີ ແນະນຳໃຫ້ເບິ່ງແລ້ວເນາະ. ເບິ່ງ, ເຮົາກໍເບິ່ງ ເບິ່ງດ້ວຍໂຕເຮົາເອງ. ໜຶ່ງລະເຮົາເບິ່ງວິທີ ດ້ວຍການສຳຜັດເນາະ ເຮົາສຳຜັດ ຈຸດທີ່ວ່າ ເພິ່ນພິມນູນແມ່ນຫຍັງ. ແລະກະຍົກສ່ອງ, ຍົກສ່ອງດ້ວຍແສງສະຫວ່າງ ແມ່ນຫຍັງນີ້ນ່າ. ເຈົ້າ ແລະກະວິທີພິກອຽງ ພິກ. ແລະກະ ວິທີອັ່ນ ເຮົາໃຊ້ໄຟສີມ້ວງເນາະ. ເວລາເຮົາສ່ອງດ້ວຍໄຟສີມ້ວງ ຈຸດທີ່ວ່າ ຕ້ານການປອມແປງ ກະຈະຊິເລືອງແສງເນາະ.”

ໃນໄລຍະຜ່ານມາ, ກໍປາກົດມີ ການແຜ່ລະບາດ ຂອງເງິນກີບປອມ ຢູ່ລາວ ຫຼາຍເທື່ອ ເປັນຕົ້ນ ໃນເດືອນພຶດສະພາ ປີ 2023, ທາງທະນາຄານ ແຫ່ງ ສປປ ລາວ ກໍໄດ້ອອກແຈ້ງການເຕືອນ ເງິນປອມ ປະເພດໃບ 100,000 ກີບ ລຸ້ນປີ 2011 ແລະ ໃບ 50,000 ກີບ ລຸ້ນປີ 2004 ຢູ່ໃນຫຼາຍຂົງເຂດ ທົ່ວປະເທດ. ນອກຈາກນີ້ແລ້ວ ກໍຍັງພົບການນຳໃຊ້ ເງິນຕາຕ່າງປະເທດປອມ ເປັນຕົ້ນ ໃບ 1,000 ບາດປອມ ນຳດ້ວຍ.

ຊຶ່ງການປອມແປງເງິນ ຫຼື ການໃຊ້ເງິນປອມ ມີຄວາມຜິດຕາມມາດຕາ 129 ຂອງປະມວນກົດໝາຍອາຍາ ແຫ່ງ ສປປ ລາວ ປີ 2017 ໂດຍ ຜູ້ປອມແປງ ຈະຖືກລົງໂທດ ຕັດອິດສະລະພາບ ແຕ່ 5 ປີ ຫາ 15 ປີ ແລະ ຈະຖືກປັບໃໝ ແຕ່ 50,000,000 ກີບ ຫາ 500,000,000 ກີບ. ຂະນະທີ່ ຜູ້ນຳໃຊ້ ຈະຖືກລົງໂທດ ຕັດອິດສະລະພາບ ແຕ່ 3 ເດືອນ ຫາ 5 ປີ ແລະ ຈະຖືກປັບໃໝ ແຕ່ 2,000,000 ກີບ ຫາ 5,000,000 ກີບ. ທາງດ້ານ ຜູ້ມີເງິນປອມຢູ່ໃນຄອບຄອງ ແຕ່ບໍ່ໄດ້ແຈ້ງຕໍ່ເຈົ້າໜ້າທີ່ ຈະຖືກລົງໂທດ ຕັດອິດສະລະພາບ ແຕ່ 3 ເດືອນ ຫາ 2 ປີ ແລະ ຈະຖືກປັບໃໝ ແຕ່ 1,000,000 ກີບ ຫາ 5,000,000 ກີບ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.