ຕລາດແຮງງານ ເກົາຫລີໃຕ້ ເປີດໂອກາດ ໃຫ້ຄົນງານລາວ
2022.10.23

ປັດຈຸບັນ ຕລາດແຮງງານ ຂອງເກົາຫລີໃຕ້ ຕ້ອງການຄົນງານລາວ ໂດຍທັງສອງຣັຖບານ ລາວ-ເກົາຫລີໃຕ້ ໄດ້ຜັກດັນ ໃຫ້ຄົນງານລາວ ເຂົ້າໄປເຮັດວຽກ ໃນເກົາຫລີໃຕ້ ເພື່ອແກ້ໄຂ ຄວາມຫຍຸ້ງຍາກ ດ້ານເສຖກິຈ ແລະ ອັຕຣາຫວ່າງງານ ແລະ ຊ່ອຍໃຫ້ ຄອບຄົວຄົນງານລາວ ມີລາຍຮັບຄອບຄົວ ພ້ອມຊ່ອຍຍົກລະດັບ ໃຫ້ມີທັກສະ.
ໄມຊູລີ: ສະບາຍດີ ທ່ານຜູ້ຟັງທີ່ເຄົາຣົບ… ຂໍຕ້ອນຮັບທ່ານ ເຂົ້າມາສູ່ ຣາຍການ “ມາຟັງນໍາກັນ”, ສັປດານີ້ ຕິດຕາມ ກ່ຽວກັບ ເຣື່ອງຄົນງານລາວ ໃນຫົວຂໍ້ “ຕລາດແຮງງານເກົາຫຼີໃຕ້ ເປີດໂອກາດ ໃຫ້ຄົນງານລາວ”. ພາຍຫຼັງທີ່ ກັບເຂົ້າມາສູ່ ພາວະປົກກະຕິ ສອງຣັຖບານ ລະຫວ່າງ ລາວ ແລະ ເກົາຫລີໃຕ້ ກໍໄດ້ສົ່ງເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ມາປຶກສາຫາລື ເພື່ອຊອກຫາຊ່ອງທາງ ນຳເອົາ ຄົນງານລາວ ເຂົ້າໄປເຮັດວຽກທີ່ປະເທດເກົາຫລີໃຕ້ ແບບຖືກຕ້ອງຕາມກົດໝາຽ. ເວົ້າໂດຍລວມ ກໍຄື ຕລາດແຮງງານເກົາຫລີໃຕ້ ເປີດໂອກາດ ໃຫ້ກັບຄົນງານລາວ ເພື່ອແກ້ໄຂ ຄວາມຫຍຸ້ງ ດ້ານເສຖກິຈ ຫຼຸດຜ່ອນ ອັຕຣາ ຫວ່າງງານ ຊ່ອຍໃຫ້ຄົນງານ ສ້າງລາຍຮັບ ໃຫ້ຄອບຄົວ ຢ່າງສົມເຫດສົມຜົລ ພ້ອມທັງ ຊ່ອຍໃຫ້ມີ ທັກສະສີມື ທີ່ມີຄຸນນະພາບ.
ທ່ານຜູ້ຟັງ ທີ່ຕ້ອງການ ເຂົ້າຮ່ວມ ໃນຣາຍການ ຂອງພວກເຮົາ ກະຣຸນາ ສົ່ງເບີໂທຣະສັບ ຂອງທ່ານມາຍັງ ຊ່ອງຄອມເມັ້ນ ຂອງຣາຍການ ທີ່ກຳລັງອອກຣາຍກາດ ໃນຕອນນີ້ ແລ້ວພວກເຮົາ ຈະໂທສັມພາດເພື່ອມາ ອອກຣາຍການ. ດຳເນີນ ຣາຍການໂດຍ ໄມຊູລີ ແລະ ໄຊຍາ.
ໄຊຍາ: ສະບາຍດີ ທ່ານຜຸູ້ຟັງ… ກໍເປັນເຣື່ອງດີທີ່ ຄົນງານລາວ ໄດ້ຮັບໂອກາດ ຈະໄປປະເທດເກົາຫລີໃຕ້, ນອກຈາກເວົ້າເຖີງ ເຣື່ອງລາຍຮັບແລ້ວ ສີ່ງທີ່ສຳຄັນ ແມ່ນຄົນງານລາວ ຈະໄດ້ທັກສະ ກ່ຽວກັບຂແນງ ທີ່ຕົນໄປເຮັດນັ້ນ ກັບຄືນ ພັທນາຕົນເອງ ເພື່ອກ້າວຂຶ້ນເປັນ ຜູ້ປະກອບການ.
ສຳລັບ ຕລາດແຮງງານເກົາຫລີໃຕ້ ທີ່ຈີງ ກໍມີຄົນງານ ຫຼາຍປະເທດ ທີ່ເຂົ້າໄປເຮັດວຽກ ມາຫຼາຍປີແລ້ວ. ແຕ່ໃນນີ້ ຄົນງານລາວ ຫາກໍມາໄດ້ຮັບ ໂອກາດ ເມື່ອ 5 ປີທີ່ຜ່ານມານີ້. ຊຶ່ງມັນກໍມີຫຼາຍປັດຈັຍ ທີ່ເຂົ້າກ່ຽວຂ້ອງ ກ່ອນຈະໄດ້ໄປ ເຮັດວຽກ ຢູ່ເກົາຫລີໃຕ້ ແບບຖືກກົດໝາຽ ກໍບໍ່ແມ່ນ ເຣື່ອງງ່າຍ ເພາະຕ້ອງຜ່ານຫຼາຍຂັ້ນຕອນ ໃນການກະຕຣຽມ. ແຕ່ສຳລັບ ປີ 2022 ນີ້ ປະເທດລາວ ກໍໄດ້ສົ່ງຄົນງານລາວໄປເຮັດວຽກ ຢູ່ເກົາຫລີໃຕ້ ເປັນຈຳນວນຫຼາຍ ຊຶ່ງຜົລດີ ກໍຄື ເຣື່ອງຂອງ ການຫຼຸດຜ່ອນ ອັຕຣາ ການຫວ່າງງານ ຂອງປະເທດລາວ ທີ່ຍັງແກ້ ບໍ່ຕົກ ເນື່ອງຈາກ ຄ່່າແຮງງານຕໍ່າ ຖືກເອົາລັດເອົາປຽບ ທີ່ສຳຄັນລາວກຳລັງ ປະເຊີນ ກັບອັຕຣາເງິນເຟິ້ ທີ່ຮຸນແຮງ ເຂົ້າຍາກ ໝາກແພງ ການທີ່ ເລືອກອອກໄປ ເຮັດວຽກຕ່າງປະເທດ ນອກຈາກ ຈະຍົກຄຸນນະພາບຊີວິດ ຂອງຄົນງານແລ້ວ ຍັງເປັນການສ້າງ ລາຍຮັບ ໃຫ້ກັບປະເທດ ໄປໃນໂຕ.
…
(ເຊີນທ່ານ ຟັງຣາຍລະອຽດ ຈາກສຽງ ທີ່ໄດ້ບັນທຶກໄວ້ ຂ້າງເທິງນັ້ນ)