ຣັສເຊັຽ ໃຊ້ວຽດນາມ ເປັນທີ່ເພິ່ງ ຫຼັງຖືກຄວ້ຳບາດ

ອຸ່ນແກ້ວ
2022.10.30
ຣັສເຊັຽ ໃຊ້ວຽດນາມ ເປັນທີ່ເພິ່ງ ຫຼັງຖືກຄວ້ຳບາດ ທ່ານ ວາລາດິເມັ໋ຽ ປູຕິນ (ຮູບຂວາມື) ປະທານາທິບໍດີ ຣັສເຊັຽ ໂອ້ລົມກັບ ທ່ານ ຫງຽນ ຊວນ ຝຸກ ປະທານ ປະເທດ ວຽດນາມ ໃນລະຫວ່າງພົບປະກັນ ທີ່ນະຄອນຫຼວງມອສໂກ, ວັນທີ 30 ພຶສຈິກາ ປີ 2021.
AFP

ປະ​ເທດຣັສເຊັຽ ແລະ ປະເທດອາຊ້ຽນ ບາງປະເທດ ກຳລັງດຳເນີນການ ເຮັດຂໍ້ຕົກລົງ ກ່ຽວກັບການສ້າງລະບົບການໂອນເງິນຫຼັງຈາກທີ່ປະເທດຣັສສເຊັຽ ປະສົບບັນຫາຄວາມຫຍຸ້ງຍາກ ໃນການໂອນເງິນ ອັນເປັນຜົມາຈາກ ບັນດາປະເທດ ຕາເວັນຕົກ ແລະ ສະຫະຣັ ອາເມຣິກາ ໄດ້ຄວ້ຳບາດລະບົບການເງິນຂອງຣັສເຊັຽ.

ປັດຈຸບັນ ທະນາຄານທັງໝົດ ຂອງຣັສເຊັຽ ບໍ່ສາມາດເຊື່ອມຕໍ່ກັບລະບົບ ໂອນແບບສະວິບ (SWIFT) ກັບຫຼາຍປະເທດ ທີ່ກ່າວມາ ໂດຍສະເພາະ ການຈ່າຍເງິນຜ່ານ ບັດວິຊ້າ (Visa), ບັດ Credits ຕ່າງໆ.

ປະ​ເທດວຽດນາມ ເປັນປະເທດທີ່ມີການຕົກລົງ ຮັບຮອງເອົາລະບົບ ການຈ່າຍເງິນກັບຣັສເຊັຽ ກ່ອນປະເທດອາຊ້ຽນ ທຸກປະເທດ.  

ປັດ​ຈຸບັນ, ປະເທດວຽດນາມ ເປັນປະເທດດຽວໃນອາຊ້ຽນ ທີ່ຕົກລົງເຊື່ອມຕໍ່ ລະບົບໂອນຜ່ານບັດຕ່າງໆ, ອີງຕາມ ຂໍ້ມູຈາກ ຜູ້ອຳນວຍການສູນ ອາຊ້ຽນ ຢູ່ມະຫາວິທະຍາໄລ ເອັມຈິໂມ Moscow State Institute of International Relations (MGIMO).

ເຖິງ​ຢ່າງໃດກໍຕາມ, ໃນທ້າຍປີທີ່ຜ່ານມາ ລະບົບທະນາຄານວຽດນາມ 40% ກໍສາມາດໃຊ້​​ລະບົບການໂອນເງິນ ຂອງຣັສເຊັຽ ໂດຍຜ່ານລະບົບ Mir cards. ​ໃນປີ 2022, ຄາການວ່າ ລະບົບ Mir cards ຈະມີຜູ້ນຳໃຊ້ ຢູ່ປະເທດວຽກນາມເຖິງ 80% ຂອງບັນດາທະນາຄານວຽດນາມ. ການຮັບຮອງເອົາລະບົບການຈ່າຍເງິນຂອງຣັເຊັຽ ຈະສ້າງຄວາມສະດວກ ໃຫ້ແກ່ຄົນຣັສເຊັຽ ທີ່ເຂົ້າມາທ່ຽວວຽດນາມ, ອີງຕາມການຣາຍງານ ຂອງໜັງສືພິມວຽງຈັນທາມສ໌.

ເຖິງ​ຢ່າງໃດກໍຕາມ, ມີການປະເມີນແບບ ບໍ່ເປັນທາງການວ່າ ປະຊາຊົນຣັສເຊັຽ ປະສົບກັບຄວາມຫຍຸ້ງຍາກໃນການ ນຳໃຊ້ ບັດ Mir Card ຢູ່ປະເທດວຽດນາມ ຍ້ອນວ່າ ຍັງມີຂໍ້ຈຳກັດຫຼາຍດ້ານ.

ເພື່ອ​ຍາຍລະບົບ ການຈ່າຍເງິນດັ່ງກ່າວ ໄປປະເທດອາຊ້ຽນອື່ນໆ ໃຫ້ກວ້າງຂວາງ ກວ່າເກົ່າ, ຣັສເຊັຽ ກຳລັງເຈຣະຈາກັບ ປະເທດພະມ້າ ກ່ຽວກັບການນ້ຳໃຊ້ລະບົບ ການຈ່າຍເງິນແບບ Mir Card ຂອງຣັສເຊັຽ ແລະ ເຊື່ອມຕໍ່ລະບົບຂໍ້ຄວາ ທາງດ້ານການເງິນ ຂອງທະນາຄານຣັເຊັຽ ເຊິ່ງເປັນແຜນການຄ້າຍຄືກັນ ທີ່ໄດ້ມີການນຳເນີ ຢູ່ປະເທດໄທຍ ແລະ ອິນໂດເນເຊັຽ.

ທາງ​ການໄທຍ ກຳລັງເຮັດວຽກກັບທາງການຣັສເຊັຽ ເພື່ອໃຫ້ມີການຈ່າຍເງິນ ຜ່ານລະບົບບັດ Mir card ຢູ່ປະເທດໄທຍ ອີງຕາມການຣາຍງານ ຂອງສຳນັກຂ່າວ ເຣັຽ ໂນໂວຕີ (Ria Novosti) ຂອງຣັເຊັຽ.

ຖ່າມ​ກາງສະພາບປັດຈຸບັນ ແລະ ມີຂໍ້ຈຳກັດທາງດ້ານການເງິນ, ການດຳເນີນການ ເຮັດທຸຣະກັທາງດ້ານການເງິນ ກັບຣັສເຊັຽ ປະສົບກັບຄວາມຊັກຊ້າ. ນັກທ່ອງທ່ຽວ ຣັສເຊັຽ ຕ້ອງການລະບົບ ຈ່າຍເງິນທີ່ໄວ ໂດຍ ສະເພາະ ຢູ່ປະເທດໄທຍ ທີ່ເປັນຈຸໝາຍປາຍທາງ ຂອງນັກທ່ອງທ່ຽວ ຣັສເຊັຽ ເຊັ່ນ ຢູ່ ເກາະສະໝຸຍ, ພັຍາ ແລະ ພູເກັດ.

ສຳ​ນັກຂ່າວ ເຣັຽ ໂນໂວຕີ (Ria Novosti) ຂອງຣັເຊັຽ ໄດ້ອ້າງຄຳໃຫ້ສັມພາດ ຂອງ ທ່ານ ສະສິວັດ ເອອັກຄະຣາທູຕໄທຍ ປະຈຳຣັສເຊັຽ ວ່າ:

ພວກເຮົາຫວັງວ່າ ລະບົບການຈ່າຍເງິນທີ່ໄວ ຈະໃຊ້ການໄດ້ໃນອີກບໍ່ດົນນີ້ ແລະ ຈະຊ່ວຍເພີ່ມມູນຄ່າໃນສິນຄ້າ ແລະ ການບໍຣິການ ລະຫວ່າງສອງປະເທດ ຄື ໄທຍ ແລະ ຣັສເຊັຽ.”

ໃນ​ຂະນະດຽວກັນ, ປະເທດອິນໂດເນເຊັຽ ກໍກຳລັງເຈຣະຈາ ກັບປະເທດຣັເຊັຽ ເຖິງຄວາມເປັນໄປໄດ້ ໃນການນຳໃຊ້ ລະບົບການຈ່າຍເງິນຜ່ານບັດ Mir Card, ອີຕາມຂໍ້ມູນຈາກສຳນັກຂ່າວ TASS ຂອງຣັສເຊັຽ ທີ່ອ້າງຄຳເວົ້າຂອງ ເອກອັກຄະຣັຖທູຕ ອິນໂດນເຊັຽ ທ່ານ Jose Tavares.

ເອກ​ອັກຄະຣັຖທູຕ ອິນໂດນເຊັຽ ທ່ານ Jose Tavares  ໄດ້ກ່າວວ່າ: “ເພື່ອໃຊ້ບັດຈ່າຍເງິນ Mir Card, ປັດຈຸບັນພວກເຮົາ ກຳລັງປຶກສາຫາລືກັນ ເຣື່ອງບັນຫານີ້ ພວກເຮົາກຳລັງດຳເນີນການຢູ່. ພວກເຮົາເຮັດວຽກກັບສະຖາບັນການເງິນຂອງທັງ​ 2 ​ປະເທດ.”

ວຽດ​ນາມ ຮ່ວມກັບປະເທດຣັສເຊັຽ ກ່ອນປະເທດອື່ນໃນອາຊ້ຽນ ໃນການນຳໃຊ້ສະກຸນເງິນ ຂອງໂຕເອງ ເພື່ຈຸດປະສົງ ທາງດ້ານການຄ້າ.

ທະ​ນາຄານ VTB ເຊິ່ງເປັນທະນາຄານ ຂອງຣັຖບານຣັສເຊັຽ ໄດ້ອະນຸຍາດໃຫ້ ມີການໂອນເງິນ ໄປວຽດນາມ ໃຫ້ເປັນເງິນດົງ ເຊິ່ງເປັນສະກຸນເງິນວຽດນາມ ເຣີ່ມແຕ່ວັນທີ 25 ກໍຣະກະດາ 2022. ນີ້ຈະເຮັດໃຫ້ປະເທດວຽດນາມ ແລະ ຣັເຊັຽ ສາມາດ ອຳນວຍຄວາມສະດວກ ແລະ ດຳເນີນທຸຣະກິຈ ຢ່າງເຕັມທີ່ ຢູ່ລາດແຕ່ລະແຫ່ງ ອີງຕາມການຣາຍງານ ຂອງສຳຂ່າວຽດນາມ.

ເປັນ​ຜົມາຈາກ ລະບົບທາງການເງິນ ຂອງຣັສເຊັຽແບບ SWIFT ຖືກຍົກເລີກ, ທຸຣະກິຣັສເຊັຽ ແລະ ຄູ່ຮ່ວມທຸຣະກິຈ ໄດ້ປະສົບກັບຄວາມຫຍຸ້ງຍາກ ຫຼັງຈາກທີ່ຖືກບັນດາ ປະເທດຕາເວັນຕົກ ຄວ້ຳບາດທາງດ້ານການເງິນ ແລະ ການຈ່າຍເງິນທີ່ກ່ຽວພັນກັບການຄ້າຂາຍ, ອີງຕາມຄຳໃຫ້ສັມພາດ ຂອງທ່ານ ແດນິຢາ ອາກາຊິບ (Daniyar Akkaziev) ເຈົ້າໜ້າທີ່ ສະພາທຸຣະກິຈ ຣັສເຊັຽ-ອາຊ້ຽນ.

ທ່ານ ແດ​ນິຢາ ອາກາຊິບ (Daniyar Akkaziev) ກ່າວວ່າ: “ສິ່ງດັ່ງກ່າວເປັນໂຕຍູ້ດັນ ໃຫ້ພວກເຮົາໄດ້ຄິດກ່ຽວກັບ ການໃຊ້ເງິນສະກຸນຂອງໂຕເອງ ໃນການຄ້າຂາຍ ແລະ ບາງກົໄກ ກ່ຽວກັບວ່າ ພວກເຮົາຈະຄ້າຂາຍ ໂດຍການນຳໃຊ້ສະກຸນເງິນ ຂອງພວກເຮົາ ແລະ ບາງສະກຸນເງິນ ກັບຄູ່ພາຄີທີ່ໃກ້ຊິດກັນ”.

ທ່ານ ແດ​ນິຢາ ອາກາຊິບ (Daniyar Akkaziev) ໄດ້ກ່າວວ່າ ມັນສຳຄັນທີ່ຈະລິເຣີ່ມລະບົບການຈ່າຍ ລະຫວ່າງ ປະເທດຣັສເຊັຽ ກັບບາງປະເທດ ໃນອາຊ້ຽນ ຍ້ອນວ່າ ບໍຣິສັດ ຣັສເຊັຽ ສົນໃຈໃນການເຮັດທຸຣະກິຈ ຢູ່ອຊ້ຽນ ຖ່າມກາງທີ່ປະເທດຣັສເຊັຽ ຖືກຄວ້ຳບາດ ທາງດ້ານການເງິນ.  

ໃນ​ປີ 2014, ທະນາຄານຂອງຣັສເຊັຽ ໄດ້ຈັດຕັ້ງ ບໍຣິສັດ ຮວ່ມຮຸ້ນກ່ຽວກັບ ລະບົບການຈ່າຍເງິນແຫ່ງຊາຕ ຫຼື NSPK ໂດຍການຈ່າຍຜ່ານບັດ Mir Card. ບໍຣິສັດ ຮວ່ມຮຸ້ນກ່ຽວກັບ ລະບົບການຈ່າຍເງິນແຫ່ງຊາຕ ຍັງດຳເນີນການ ຜ່ານລະບົບການຈ່າຍເງິນ ທີ່ປະເທດຣັສເຊັຽ.

ຢ່າງ​ໜ້ອຍມີ 11 ປະເທດ ໄດ້ຮວກັນ ເພື່ອສ້າງລະບົບ ການຈ່າຍເງິນດ້ວຍ ບັດ Mir Card. ມີອີກ 15 ປະເທດ ສະແດງຄວາມສົນໃຈ ໃນການເຮັດທຸຣະກັມດັ່ງກ່າວ ອີງຕາມການຣາຍງານ ຂອງສື່ມວນຊົນ ຣັສເຊັຽ.

ໃນ​ວັນທີ 1 ຕຸລາ 2022, ມີທະນາຄານ 200 ປາຍແຫ່ງ ທີ່ເຂົ້າຮ່ວມ ໃນລະບົບການຈ່າຍເງິນ ແບບໄວ ດ້ວຍການໃຊ້ບັດ Mir Card ເຊິ່ງມີຍອດມູນຄ່າເງິນ ທີ່ໂອນຜ່ານລະບົບນີ້ແມ່ນ 15 ຕື້ ຣູໂບ້ ສະກຸນເງິນຣັສເຊັຽ.

ເຖິງ​ຢ່າງໃດກໍຕາມ, ໂຕເລກນີ້ ຍັງໄກຈາກ ໂຕເລກທີ່ໂອນຜ່ານ ລະບົບສະວິບ SWIFT ເຊິ່ງລະບົບສະວິບ ມີທະນາຄານເຂົ້າຮ່ວມ 11,000 ແຫ່ງ ຍ້ອນວ່າ ເປັນລະບົບທີ່ມີຄວາມປອດພັຍ ແລະ ມີລູກຄ້າຢູ່ຫຼາຍກວ່າ 200 ປະເທດ ແລະ ເຂດປົກຄອງຕົນເອງ.

ບັນ​ດາປະເທດ ຕາເວັນຕົກລວມທັງສະຫະຣັຖາເມຣິກາ ສັ່ງຄວ້ຳບາດຣັສເຊັຽ ເກີດຂຶ້ນຫຼັງຈາກທີ່ທ່ານ ວະລາເດເມັຽ ປູຕິນ ຜູ້ນຳຣັສເຊັຽ ມີຄຳສັ່ງໃຫ້ທະຫານຣັສເຊັຽ ເຂົ້າມາບຸກຍຶດ ປະເທດຢູເຄຣນ ທີ່ເປັນປະເທດເພື່ອນບ້ານ ໂດຍ ໃຫ້ເຫດຜົນວ່າ ມີຄົນທີ່ໃຊ້ພາສາຣັສເຊັຽ ຢູ່ປະເທດຢູເຄຣນ ຖືກທະຫານຢູເຄຣນກົດຂີ່ຂົ່ມເຫງ, ແລະ ຜູ້ນຳຣັສເຊັຽ ຍັງອ້າງເຖິງ ກໍຣະນີ ປະເທດຢູເຄຣນ ຂໍເຂົ້າເປັນສະມາຊິກ ອົງການສົນທິສັນຍາ ປົກປ້ອງແອັດແລນຕິກເໜືອ ຫຼື NATO.

ອົງ​ການຂ້າຫຼວງໃຫຍ່ ສະຫະປະຊາຊາຕ ໄດ້ລົງຄະແນນສຽງ ໃຫ້ຈະ ຫຼື ລະງັບບົດບາດ ຂອງປະເທດຣັສເຊັຽ ຢູ່ສະພາສິດທິມະນຸ.

ການ​ລົງຄະແນນສຽງ ໃຫ້ການໂຈະຫຼື ລະງັບບົດບາດ ປະເທດຣັສເຊັຽ ຢູ່ໃນ ສະພາສິດທິມະນຸສ ໄດ້ມີຂຶ້ນ ໃນວັນທີ 7 ເມສາ 2022 ຢູ່ ນະຄອນ ນິວຢັອກ (New York) ສະຫະຣັອາເມຣິກາ ຫຼັງຈາກທີ່ມີການກ່າວຫາວ່າ ທະຫານຣັສເຊັຽ ໄດ້ທຳການສັງຫານໝູ່ ປະຊາຊົນຢູເຄຣນ ຢູ່ເມືອງ ບູຊາ (Bucha) ທີ່ຢູ່ໃກ້ກັບ ນະຄອນຫລວງ ຄຽບ (Kyiv) ຂອງປະເທດຢູເຄຣນ, ອີງຕາມຂໍ້​​ມູນ ຈາກອົງກາ ສະຫະປະຊາຊາດ ຫຼື United Nations.

ສໍ​ນັກຂ່າວ​​ຕ່າງປະເທດ ຫຼາຍສຳນັກໄດ້ຣາຍງານວ່າ ມີການສັງຫານ ປະຊາຊົນຢູເຄຣນ ຫຼາຍ 100 ຄົນ ໂດຍທະຫານຣັສເຊັຽ ນັບແຕ່ວັນທີ່ ທະຫານຣັສເຊັຽ ເຣີ່ມບຸກເຂົ້າຍຶດເມືອງ ບູຊາ (Bucha).

ອົງ​ການຂ້າຫຼວງໃຫຍ່ ສະຫະປະຊາຊາຕ ມີສະມາຊິກທັງໝົດ 193 ປະເທດ, ໃນນັ້ນມີ 93 ປະເທດ ໄດ້ລົງຄະແທນສຽງເຫັນດີໃຫ້ໂຈະ ບົດບາດ ຂອງຣັສເຊັຽ ຢູ່ໃນສະພາສິທິມະນຸ, ມີ 24 ປະເທດ ເຊິ່ງມີປະເທດລາວ ຢູ່ໃນນັ້ນ ລົງຄະແນນສຽງຄັດຄ້ານ, ແລະ 58 ປະເທດ ງົດອອກສຽງ.

ເຈົ້າ​ໜ້າ​ທີ່ ຢູ​ເຄຣນ ໄດ້​ຣາຍ​ງານ​ວ່າ ຢູ່ ເມືອງບູຊາ (Bucha), ເຈົ້າ​ໜ້າ​ທີ່​ໄດ້​ພົບ​ສົບ ພົ​ລ​ເຮືອນຫຼາຍ 100 ສົບ ລວ​ມ​ທັງສົບ ຢູ່ຖ​ນົນ ແລະ ຢູ່ຫຼຸມ​ຝັງ​ສົບ ຫຼັງ​ຈາກ​ທະ​ຫານ​ຣັສ​ເຊັຽ ໄດ້​ຖອນ​ອອກ​ໄປ​ຈາກ​ເມືອງ​ດັ່ງ​ກ່າວ.  

ນ​ອກຈາກນີ້, ສຳນັກຂ່າວ ວໍຊິງຕັ້ນ ໂພສຕ໌ ໄດ້ຣາຍງານວ່າ ຖ່າມກາງສົງຄາມ ລະຫວ່າງ ຣັສເຊັຽ ກັບ ຢູເຄຣນນັ້ນ ສະແດງ ໃຫ້ເຫັນເຖິງ ຜົກະທົບທີ່ເປັນຕ່ອງໂສ້ ຢູ່ໃນກອງປະຊຸມທາງດ້ານເສກິຈໂລກ ຫຼື World Economic Forum ຢູ່ເມືອງ ດາວອດສ໌ ປະເທດວີເຊີແລນດ໌ ໃນວັນອັງຄານທີ່ຜ່ານມາ, ໃນນະທີ່ ຜູ້ນຳຫຼາຍປະເທດ ວິຈານຣັສເຊັຽ ທີ່ໃຊ້ກຳລັງທະຫານ ບຸກຢູເຄຣນ

ໃນ​ການປາໄສ ຕໍ່ບັນກຸ່ມນັກການເມືອງ ແລະ ຜູ້ບໍຣິຫານລະດັບສູງ, ພົນເອງ ເຈັນສ໌ ສະໂຕລຕັນເບິຣ໌ກ (Jens Stoltenberg) ເລຂາທິການ ອົງການສົນທິສັນຍາ ປົກປ້ອງແອັດແລນຕິກເໜືອ ຫຼື NATO ກ່າວ ວ່າ: “ມັນເປັນ ໂຕປ່ຽນເກມ ໃນທາງດ້ານຄວາມໝັ້ນຄົງຂອງ ຢູໂຣບ ແລະ ລະບຽບໂລກທີ່ກວ້າງຂຶ້ນກວ່າເກົ່າ.”

ນ​ອກຈາກນີ້, ທ່ານ ຍັງກ່າວ ຕຳນິຜູ້ນຳຣັສເຊັຽ ວ່າ: “ເປັນຄວາມຜິດພາດໃຫຍ່ ຂອງ Vladimir Putin ຜູ້ນຳຣັສເຊັຍທີ່ໃຊ້ກຳລັງທະຫານ ຮຸກຮານ ຢູເຄຼນ”.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.