ສປປ ລາວ ຈັດງານສເລີມສລອງ ວັນອາຫານໂລກ
2022.10.26

ໃນວັນມີ16 ຕຸລາ 2022 ນີ້ ເປັນວັນຄົບຮອບ 42 ປີ ວັນອາຫານໂລກ ແລະ ທັງຍັງເປັນວັນສາກົລ ລຶບລ້າງຄວາມທຸກຍາກ ຄົບຮອບ 30 ປີ ວັນທີ 17 ຕຸລາ 2022 ນຳດ້ວຍ ເຊິ່ງທາງການລາວ ກໍໄດ້ຈັດງານວາງສະແດງ ເພື່ອສເລີມສລອງ ວັນດັ່ງກ່າວ ອັນມີເປົ້າໝາຍ ໃຫ້ສັງຄົມຮັບຮູ້ ເຖິງຄວາມສຳຄັນ ໃນການຄໍ້າປະກັນ ສບຽງອາຫານ ແລະ ການປ່ຽນແປງ ຂອງສະພາບດິນຟ້າອາກາດ ແລະ ພັຍພິບັດທັມມະຊາຕ ອັນມີຜົລກະທົບ ຕໍ່ວຽກງານການຄໍ້າປະກັນ ສບຽງອາຫານ.
ເມື່ອເວົ້າເຖິງ ສະພາບການຄໍ້າປະກັນ ສບຽງອາຫານ ໃນປະເທດລາວແລ້ວ ປະກົດວ່າ ໃນໄລຍະ 2-3 ປີມານີ້ ເກີດສະພາບການ ປ່ຽນແປງດິນຟ້າອາກາດ ທີ່ຮຸນແຮງ ແລະ ພັຍພິບັດທາງທັມມະຊາຕ ທີ່ຮຸນແຮງຂຶ້ນ ເປັນຕົ້ນແມ່ນ ພັຍນໍ້າຖ້ວມ, ພັຍແຫ້ງແລ້ງ ແລະ ການຄຸກຄາມ ຂອງສັດຕູພືດ.
ສະເພາະ ປະຊາຊົນ ປະມານ 200 ຄອບຄົວ ຢູ່ເມືອງຊຽງຄໍ້, ເມືອງສົບເບົາ, ເມືອງແວດ, ເມືອຊຳເໜືອ ແລະ ເມືອງຫົວເມືອງ ແຂວງຫົວພັນ ໃນປີນີ້ກໍຈະປະເຊີນ ພັຍອຶດເຂົ້າ ພາຍຫລັງ ຖືກພັຍນໍ້າຖ້ວມ ເຮັດໃຫ້ເນື້ອທີ່ ດິນທົ່ງນາ ແລະ ເຂົ້ານາປີ ທັງໝົດ ປະມານ 100 ເຮັກຕາຣ໌ ໄຫລໄປກັບນໍ້າ ແລະ ຈະຕ້ອງອອກໄປຊອກ ເຄື່ອງປ່າຂອງດົງ ຫລືປູກຝັງແນວອື່ນ ເພື່ອເອົາເງິນໄປຊື້ ເຂົ້າແທນ, ຕາມຄວາມເວົ້າ ຂອງເຈົ້າໜ້າທີ່ ຜແນກກະສິກັມ ແລະ ປ່າໄມ້ ແຂວງຫົວພັນ ກ່າວຕໍ່ວິທຍຸ ເອເຊັຽເສຣີ ໃນວັນທີ 26 ຕຸລາ ນີ້ວ່າ:
“ດິນຊາຍມາຖົມໃສ່ທົ່ງນາຫັ້ນເລີຍ ມັນຈະເສັຍຫາຍເລີຍ ເສັຍດິນນາ ເສັຍທັງເຂົ້າເລີຍ ບໍ່ມີທົ່ງນາໃຫ້ເຫັນເລີຍ ຄອບຄົວທີ່ຜົລກະທົບ ກໍຈະອຶດຫີວແຫລະ ແຕ່ວ່າມັນ ກໍບໍ່ເຖິງຂັ້ນຈະໜັກໜ່ວງ ເອີ້ນວ່າ ນາເສັຍຫາຍຢູ່ ແຕ່ວ່າ ເພິ່ນກໍຍັງມີແຮງງານ ເພິ່ນກໍໄປຊອກແນວອື່ນ ຫັ້ນນ່າເນາະ ກໍຄື ໄປເກັບເຄື່ອງປ່າຂອງດົງບໍ່ ຫລືເຮັດຂາຍຜົລຜລິຕ ແນວອື່ນຫັ້ນ ເພື່ອເອົາເງິນໄປຊື້ເຂົ້າຫັ້ນ.”
ຫລ້າສຸດ ຢູ່ບ້ານຫ້ວຍຫ້ອມ ເມືອງຊຳເໜືອ ແຂວງຫົວພັນ ມີອາກາດປ່ຽນແປງ ບໍ່ເປັນໄປຕາມຣະດູການ ຄື ຝົນຕົກບໍ່ຕໍ່ເນື່ອງ ຈຶ່ງເຮັດໃຫ້ອາກາດແຫ້ງແລ້ງ ສົ່ງຜົລໃຫ້ທົ່ງນາ ຂອງຊານາ ຂອງຊົນເຜົ່າກຶມມຸ ຢູ່ບ້ານຫ້ວຍຫ້ອມ ຈຳນວນ 7 ຄອບຄົວ ທີ່ປູກເຂົ້າ ເພື່ອໄວ້ກິນພາຍໃນຄອບຄົວ ທັງໝົດ 2 ເຮັກຕາຣ໌ ຖືກເພັ້ຽ ຈັກຈັ່ນ ສີນໍ້າຕານ ແລະ ສີຂຽວ ກັດກິນຕົ້ນເຂົ້າ ເຮັດໃຫ້ ຜົລຜລິຕເສັຍຫາຍ ປະມານ 9 ຕັ໋ນ ຄິດເປັນເງິນ 54 ລ້ານກີບ. ເຊິ່ງໃນປີໜ້າ ຊາວນາຈຳນວນນີ້ ກໍຈະອຶດເຂົ້າ ແລະ ຕ້ອງໄດ້ຊື້ເຂົ້າກິນ ຂະນະທີ່ ລາຄາເຂົ້າສານ ໃນຕລາດທ້ອງຖິ່ນ ແພງເຖິງໂລລະ 18,000 ກີບ, ຂະນະທີ່ແຕ່ກ່ອນ ລາຄາ 8 ພັນກີບຕໍ່ໂລ.
ດັ່ງ ຊາວນາ ຊົນເຜົ່າກຶມມຸ ບ້ານຫ້ວຍຫ້ອມ ເມືອງຊຳເໜືອ ແຂວງຫົວພັນ ກ່າວໃນມື້ດຽວກັນນີ້ວ່າ:
“ມັນໄປຊຸກຢູ່ນຳຕົ້ນເຂົ້າ ນີ້ນ່າ, ໜີແຫລະບໍ່ເຄີຍມີ, ບໍ່ເຄີຍເຫັນຈັກເທຶ່ອ. ນັບແຕ່ເກີດມາແຕ່ນ້ອຍ ຈົນເຖົ້າປານນີ້ ດຽວເຫັນປີນີ້ແຫລະ. ເພັ້ຽມັນກກໍເກີດຢູ່ ຕາມທົ່ງເຂົ້າຫັ້ນ ເອົາຢາມາສີດ ກໍບໍ່ຕາຍ ບໍ່ຮູ້ແນວຊິເຮັດ ເຂົ້າກໍຕາຍໄປ. ມີບາງຄອບຄົວ ບໍ່ໄດ້ເຂົ້າຈັກເມັດມາເຮືອນ ອັນປີຊິມາ, ປີຕໍ່ໜ້ານີ້ ກໍຊີວິຕແຫລະເນາະ ປີນີ້ ມັນບໍ່ໄດ້ເຂົ້າວ່າ ໄປຮັບຈ້າງ ຢູ່ທາງຕລາດນີ້ ຊື້ກິນແນວນີ້. ເຂົ້າກໍ ເຂົ້າແພງເດ້ດຽວນີ້ ຍອມ. ບໍ່ມີຜູ້ໃດເຮັດນາ.”
ທ່ານກ່າວຕື່ມວ່າ ຂແນງປູກຝັງ ຜແນກກະສິກັມ ແລະ ປ່າໄມ້ ໄດ້ຊ່ວຍສີດຢາ ເຄມີຂ້າເພັ້ຽຈັກຈັ່ນ ໃນນາເຂົ້າທີ່ຣະບາດແລ້ວ ແຕ່ເພັ້ຽຈັກຈັ່ນ ກໍແຂງແຮງ ທົນທານຕໍ່ສານເຄມີ ບໍ່ຕາຍ ແລ້ວບຸກໄປກິນຕົ້ນເຂົ້າ ຂອງຄອບຄົວອື່ນ ຕື່ມນຳດ້ວຍ.
ຢູ່ບ້ານນາຕອງ ເມືອງນາໝໍ້ ແຂວງອຸດົມໄຊ ປີນີ້ ໄດ້ຮັບຜົລກະທົບ ນໍ້າຖ້ວມໜັກທີ່ສຸດ ເມື່ອທຽບກັບ ປີ 2017 ແລະ ປີ 2018 ເນື່ອງຈາກ ບໍ່ພຽງມີແຕ່ຕົ້ນເຂົ້າ ໄຫລໄປນຳນໍ້າ ແຕ່ຍັງມີເນື້ອທີ່ດິນ ທົ່ງນາ ຖືກເຊາະເຈື່ອນ, ໄຫລໄປກັບນໍ້າ ເຮັດໃຫ້ ບໍ່ມີເນື້ອທີ່ທຳນາ ທີ່ຈະປູກເຂົ້າໃນປີຕໍ່ໄປ ອີກທັງຊົລປະທານ ເປ່ເພ ຢູ່ບ້ານນາຕອງ ບໍ່ສາມາດສ້ອມແປງໄດ້ ຕ້ອງໄດ້ສ້າງໃໝ່ເທົ່ານັ້ນ ຖ້າບໍ່ສ້າງຊົລປະທານໃໝ່ ຊາວນາກໍຈະບໍ່ມີນໍ້າຊົມໃຊ້ ເພື່ອປູກເຂົ້າ ແລ້ວກໍຈະບໍ່ພຽງແຕ່ອຶດເຂົ້າ ໃນປີນີ້ເທົ່ານັ້ນ ແຕ່ປີຕໍ່ໄປ ກໍຈະອຶດເຂົ້າໄລຍະຍາວນຳດ້ວຍ.
ດັ່ງຊາວນາ ຢູ່ບ້ານນໍ້າແຊ ເມືອງນາໝໍ້ ແຂວງອຸດົມໄຊ ກ່າວໃນມື້ດຽວກັນນີ້ວ່າ:
“ປີຕໍ່ໄປນີ້ ບໍ່ພໍແຫລະ ບໍ່ພໍເຂົ້າກິນແຫລະ ສ່ວນອັນນ່າ ນານີ້ ແປງຄືນໄດ້ຄືເກົ່າ ຊົລປະທານນີ້ ເປ່ເພແລ້ວ ບໍ່ສາມາດປູກເຂົ້າໄດ້ແລ້ວ ອັນປີຕໍ່ໄປ ຄັນບໍ່ມີທືນເຮັດໃໝ່ນ່າ ປີໜ້າ ຄັນບໍ່ເຮັດຊົລປະທານ ກໍບໍ່ສາມາດປູກໄດ້ ແລ້ວແຫລະ ມັນບໍ່ມີນໍ້າຊົມໃຊ້ນ່າ ຄັນນໍ້າຖ້ວມລ້າໆ ຊົລປະທານບໍ່ເປ່ເພ ກໍເປັນບັນຫາໄລຍະສັ້ນ ອັນນີ້ ຊົລປະທານເປ່ເພ ກໍເປັນບັນຫາຍາວແປຫລະ.”
ເຂົ້າໃນທົ່ງນາ ຢູ່ບ້ານນາໂຄກ ເມືອງໄຊເສດຖາ ນະຄອນຫລວງວຽງຈັນ ບໍ່ງາມ, ເມັດເຂົ້າລີບ ແລະ ເມັດນ້ອຍ ຍ້ອນປີນີ້ຝົນບໍ່ຕົກຕາມຣະດູການ ເຮັດໃຫ້ ຊາວນາໃນເຂດດັ່ງກ່າວ ໄດ້ຮັບຜົລຜລິຕ ທີ່ບໍ່ໄດ້ຕາມເປົ້າໝາຍ ເຮັດໃຫ້ຊີວິຕ ການເປັນຢູ່ຈະຫຍຸ້ງຍາກຂຶ້ນ ເພາະຣາຍໄດ້ຂາດໄປ ສະນັ້ນເພື່ອແກ້ ໄຂບັນຫານີ້ ຕ້ອງໄດ້ຂຸດໜອງນໍ້າ ເພື່ອມີນໍ້າເກັບໄວ້ ໃຊ້ປູກເຂົ້າໃນໄລຍະຝົນ ບໍ່ຕົກຕໍ່ເນື່ອງ.
ດັ່ງນັກສຶກສາ ຈາກຄນະວິທຍາສາຕ ສິ່ງແວດລ້ອມ ຊັ້ນປີ 3 ມະຫາວິທຍາລັຍ ແຫ່ງຊາຕລາວ ກ່າວໃນມື້ດຽວກັນນີ້ວ່າ.
“ຢູ່ນາໂຄກ ຄື ເຮົາຫລຽວເຫັນຫັ້ນນ່າ ເຂົ້າບໍ່ມີໃບງາມດອກ ດຽວນີ້ ເຂົ້ານາໂຄກແຫ່ງແລ້ວ ເປັນຫຍັງວ່າຊັ້ນ ຍ້ອນນໍ້າບໍ່ພໍ ເພາະວ່າ ຝົນບໍ່ມາຕາມຣະດູການ ກະທົບແຮງແຫລະ ແຮງອີຫລີແຫລະ ວິທີແກ້ກໍຄືເຮັດໜອງຄືເມືອງໄທຍນີ້ແຫລະ.”
ປະເທດລາວ ກຳລັງປະເຊີນກັບສິ່ງທ້າມາຍ ດ້ານການຕັດໄມ້ທຳລາຍປ່າສູງ ຈຶ່ງເຮັດໃຫ້ເທິງ ພູບໍ່ມີຕົ້ນໄມ້ດູດ ເອົານໍ້າໄວ້ໃນພື້ນດິນ ເຮັດໃຫ້ດິນເຊາະເຈື່ອນ ເກີດນໍ້າປ່າໄຫລຖ້ວມພື້ນ ທີ່ການກະເສຕ ແລະ ເຮືອນປະຊາຊົນ ປະກອບກັບ ຢູ່ພາຍໃນລາວຍັງ ມີການສ້າງເຂື່ອນ ເພື່ອພັທນາປະເທດ ຈຳນວນຫລາຍ ເຮັດໃຫ້ຕ້ອງຕັດຕົ້ນໄມ້ ເພື່ອສ້າງເຂື່ອນ ແລະ ໂຍກຍ້າຍປະຊາຊົນ ໄປຢູ່ເທິງພູຫາກບໍ່ແກ້ບັນຫາ ທີ່ຕົ້ນເຫຕ ຄື ການຕັດຕົ້ນໄມ້ທຳລາຍປ່າ ກໍຈະເຮັດໃຫ້ການຄໍ້າປະກັນ ສະບຽງອາຫານພາຍ ໃນປະເທດລາວ ຈະເປັນບັນຫາຊໍ້າເຮື້ອ ໃນໄລຍະຍາວແລະ ແກ້ໄຂໄດ້ຍາກ.
ດັ່ງ ເຈົ້າໜ້າທີ່ອົງການ ຈັດຕັ້ງພາກປະຊາສັງຄົມ ຫລື ອົງການຈັດຕັ້ງທີ່ບໍ່ຂຶ້ນກັບຣັຖບານ ທີ່ໄດ້ເຮັດວຽກກ່ຽວກັບ ການປ່ຽນແປງ ທາງດ້ານດິນຟ້າ ອາກາດມາ 10 ປາຍປີ ກ່າວໃນມື້ດຽວກັນນີ້ວ່າ:
“ເຣຶ່ອງຖ້ວມນີ້ຕົ້ນຕໍລະແມ່ນ ເກີດຈາກທຳລາຍຕົ້ນໄມ້ ຢູບ່ອນວ່າ ການເຊາະເຈື່ອນສູງ ຝົນນົກມາໜ້ອຍນຶ່ງ ນໍ້າລົ້ນນ່າ ເວົ້າລວມຕົກໜ້ອຍກໍຖ້ວມ ຕົກຫລາຍກໍຖ້ວມ ຄັນຕົກມາ 2-3 ມື້ ມັນຕາຍ ປະຊາຊົນ ເພາະວ່າ ເຈົ້າທຳລາຍສະພາບແວດລ້ອມຫລາຍ ເຈົ້າຂຸດຄົ້ນໄມ້ ສ້າງອັນເປັນເຂື່ອນເນາະ ມີຜົລກະທົບຢູ່ບ່ອນວ່າ ເຈົ້າຍ້າຍປະຊາຊົນໄປຢູ່ຫົວພູ ລະກະ ໄປດຸດເທິງພູຫັ້ນ ເຮັດໃຫ້ການ ການເຊາະເຈື່ອນສູງ ໂຕ 1 ໂຕ 2 ການທຳລາຍໄມ້ ທຳລາຍໄມ້ໃຫຍ່ ໃນປະເທດໝົດແລ້ວເດ້ ໄມ້ເນຶ້ອແຂງ ຢູ່ບ້ານເຮົາບໍ່ມີແລ້ວໝົດ.”
ເນື່ອງໃນວັນອາຫານໂລກ, ວັນສາກົລ ແລະ ສັປດາແຫ່ງຊາຕ ເພື່ອລຶບລ້າງ ຄວາມທຸກຍາກ ກະຊວງກະສິກັມ ແລະປ່າໄມ້ ຮ່ວມກັບອົງການ ອາຫານ ແລະ ການກະເສຕ ຈັດງານສເລີມ ສລອງດັ່ງກ່າວ ພາຍໃຕ້ຄຳຂວັນ “ພວກເຮົາພ້ອມກັນກ້າວໄປ ເພື່ອສົ່ງເສີມ ການຜລິຕ, ໂພສະນາການ, ສິ່ງແວດລ້ອມ ແລະ ຊີວິຕ ການເປັນຢູ່ ທີ່ດີກວ່າເກົ່າ ສຳລັບທຸກຄົນ” ດ້ວຍຫລາຍກິຈກັມ ເຊັ່ນ ປາຖະກະຖາ, ສັມມະນາ ແລະງານວາງສະແດງສິນຄ້າ ຈຳໜ່າຍສິນຄ້າ ກະສິກັມ ແຕ່ວັນທີ 24-28 ຕຸລາ 2022 ທີ່ສຖາບັນຄົ້ນຄວ້າ ກະສິກັມ, ປ່າໄມ້ ແລະ ພັທນາຊົນນະບົດ (ເຂດດົງໂດກ).