ທາງການລາວ ຂຍາຍຄວາມຮ່ວມມືກັບ ບຣູໄນ

ສຸພັດຕາ
2022.10.27
ທາງການລາວ ຂຍາຍຄວາມຮ່ວມມືກັບ ບຣູໄນ ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ຢ້ຽມຢາມ ປະເທດບຣູໄນ.
ຮູບພາບ: ປກສ

ປະເທດລາວ ແລະປະເທດບຣູໄນ ໄດ້ຮ່ວມກັນລົງນາມ ບົດບັນທຶກຄວາມເຂົ້າໃຈ (MOU) ວ່າດ້ວຍການຮ່ວມມື ດ້ານພະລັງງານ ເພື່ອຄວາມໝັ້ນຄົງ ທາງດ້ານພະລັງງານ ໃນລະຫວ່າງ ການພົບພໍ້ກັນ ຢ່າງເປັນທາງການ ຂອງຜູ້ນໍາທັງສອງປະເທດ ລະຫວ່າງ ທ່ານທອງລຸນ ສີສຸລິດ ປະທານ ປະເທດລາວ ແລະ ສົມເດັຈພຣະຣາຊາທິບໍດີ ຮາສນາລ ໂບລເກັຽ ໃນມື້ວັນທີ 24-26 ຕຸລາ 2022 ນີ້ ທີ່ປະເທດບຣູໄນ ເພື່ອສຶກສາຄວາມເປັນໄປໄດ້ ໃນການນໍາເຂົ້າ ນໍ້າມັນເຊື້ອເພີງ ຈາກບຣູໄນ.

ກ່ຽວກັບເຣື່ອງນີ້ ເຈົ້າໜ້າທີ່ ຜູ້ທີ່ຮູ້ກ່ຽວກັບວຽກງານ ພະລັງງການ ແລະບໍ່ແຮ່ ໄດ້ໃຫ້ຄວາມເຫັນວ່າ ບົດບັນທຶກຄວາມເຂົ້າໃຈ (MOU) ວ່າດ້ວຍການຮ່ວມມື ດ້ານພະລັງງານ ໃນຄັ້ງນີ້ ແມ່ນເປັນການເຣີ່ມຕົ້ນທີ່ດີ ແຕ່ຫຼັງຈາກນີ້ ຍັງຕ້ອງຮ່ວມມື ສຶກສາຄວາມເປັນໄປໄດ້ ຢ່າງລະອຽດ ວ່າຈະປະຕິບັດໄດ້ ຕາມແຜນການ ໜ້ອຍຫຼາຍສໍ່າໃດ.

ດັ່ງທ່ານກ່າວຕໍ່ວິທຍຸ ເອເຊັຽເສຣີ ໃນມື້ວັນທີ 27 ຕຸລາ ນີ້ວ່າ:

“ມີແຕ່ການເຈຣະຈາຊື່ໆ ເບື້ອງຕົ້ນ ຍັງບໍ່ທັນແນ່ນອນປານໃດດອກ ກະຖ້າເບິ່ງໂຕຈິງກ່ອນ ວ່າເຈຣະຈາແລ້ວ ມັນໄດ້ແນວໃດ ລະເບິ່ງແຜນຂະເຈົ້າກ່ອນ ຖ້າເບິ່ງອັນວ່າ ຜູ້ຊິປະຕິບັດ ຂະເຈົ້າຊິເຮັດແນວໃດ.”

ສໍາລັບ ບົດບັນທຶກຄວາມເຂົ້າໃຈ (MOU) ວ່າດ້ວຍການຮ່ວມມື ດ້ານພະລັງງານ ຈະເປັນການເຮັດວຽກຮ່ວມມືກັນ ຂອງ 2 ປະເທດ ເພື່ອຄວາມໝັ້ນຄົງ ທາງດ້ານພະລັງງານ ຮວມມີ 3 ໜ້າວຽກ ຄື:

  1. ສຶກສາທ່າແຮງ ໃນການສົ່ງອອກ, ນໍາເຂົ້ານໍ້າມັນເຊື້ອເພີງ ແລະຜລິຕພັນນໍ້າມັນອື່ນໆ,
  2. ສຶກສາທ່າແຮງ ພັທນາພະລັງງງານ ທົດແທນ ແລະພະລັງງານທາງເລືອກ ຮວມທັງເຕັກໂນໂລຢີກ່ຽວຂ້ອງ ແລະ
  3. ສຶກສາແລກປ່ຽນ ປະສົບການ ແລະເສີມຂຍາຍ ການສ້າງຂີດຄວາມສາມາດ ລະຫວ່າງ 2 ປະເທດ.

ອີງຕາມການຣາຍງານ ຂອງໂຄງການດ້ານພະລັງງານ ພາຍໃຕ້ປະຊາຄົມເສຖກິຈ ອາຊ້ຽນ (ປະເທດໄທຍ) ລະບຸວ່າ ປະເທດບຣູໄນ ຖືເປັນປະເທດ ທີ່ມີແຫຼ່ງພະລັງງານ ໃນລະດັບສູງ ໂດຍສະເພາະນໍ້າມັນດິບ ເຊິ່ງມີຢູ່ປະມານ 1,200 ລ້ານບາຣ໌ເຣລ ແລະກ໊າສທັມມະຊາຕ ສູງເຖິງ 12.4 ລ້ານໆຟຸຕກ້ອນ ສ່ວນພະລັງງານ ຖ່ານຫິນ ແລະພະລັງງານນໍ້າ ຍັງໄດ້ຮັບການພັທນາ ທີ່ໜ້ອຍຫຼາຍ.

ຂະນະທີ່ປະເທດລາວ ພວມປະເຊີນກັບສະພາບ ນໍ້າມັນເຊື້ອເພີງຂາດແຄນ ມາແຕ່ທ້າຍປີ 2021 ແລ້ວ ແຕ່ມາວິກິຈໜັກ ຈົນກະທົບຕໍ່ການດໍາເນີນຊີວິຕ ຂອງປະຊາຊົນ ໃນໄລຍະເດືອນເມສາ ຫາເດືອນມິຖຸນາ 2022 ທີ່ຜ່ານມາ ເນື່ອງຈາກສາມາດນໍາເຂົ້າ ນໍ້າມັນເຊື້ອເພີງໄດ້ພຽງແຕ່ 60 ລ້ານລິດຕໍ່ເດືອນ, ແຕ່ຕາມການໃຊ້ງານໂຕຈິງ ຕ້ອງນໍ້າເຂົ້າປະມານ 120 ລ້ານລິດຕໍ່ເດືອນ.

ກ່ຽວກັບເຣື່ອງນີ້ ຜູ້ປະກອບການປັ້ມນໍ້າມັນ ເຊື້ອເພີງແຫ່ງນຶ່ງ ໃນນະຄອນຫຼວງວຽງຈັນ ກ່າວວ່າ ຫາກທາງການລາວ ຈະສຶກສາທ່າແຮງ ໃນການນໍາເຂົ້ານໍ້າມັນເຊື້ອເພີງ ແລະຜລິຕພັນນໍ້າມັນອື່ນໆ ຈາກປະເທດບຣູໄນ ກໍຖືເປັນອີກທາງເລືອກ ຂອງປະເທດ ແຕ່ກໍຄາດເດົາບໍ່ໄດ້ ວ່າຜົລການປະຕິບັດໂຕຈິງ ຈະເຮັດໄດ້ຕາມແຜນການຫຼືບໍ່.

ດັ່ງຜູ້ປະກອບການ ປັ້ມນໍ້າເຊື້ອເພີງຜູ້ນີ້ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:

“ເຮົາກະລໍຖ້າເບິ່ງວ່າ ເພິ່ນຈະມີແຜນແນວໃດ ຕໍ່ອີກຫັ້ນນ່າ ເພາະວ່າຍັງບໍ່ຮູ້ວ່າ ເພິ່ນຊິປະຕິບັດ ແນວໃດເທື່ອເນາະເຈົ້າ ຕ້ອງລໍຖ້າ.”

ສ່ວນຜູ້ປະກອບການ ປັ້ມນໍ້າມັນເຊື້ອເພີງ ອີກຜູ້ນຶ່ງ ໃນແຂວງສວັນນະເຂດ ກ່າວວ່າ ການເຊັນ ບົດບັນທຶກຄວາມເຂົ້າໃຈ (MOU) ວ່າດ້ວຍການຮ່ວມມື ດ້ານພະລັງງານ ລະຫວ່າງທາງການລາວ ກັບທາງການບຣູໄນ ໃນຄັ້ງນີ້ ຍັງມີຣາຍລະອຽດ ທີ່ບໍ່ຈະແຈ້ງ ທີ່ຈະສ້າງຄວາມເຂົ້າໃຈ ໃຫ້ກັບສັງຄົມໄດ້ ໂດຍສເພາະ ເຣື່ອງທີ່ຈະສຶກສາ ທ່າແຮງ ໃນການນໍາເຂົ້ານໍ້າມັນເຊື້ອເພີງ ແລະຜລິຕພັນນໍ້າມັນອື່ນໆ ແລະສຶກສາທ່າແຮງ ພັທນາ ພະລັງງານທົດແທນ ແລະພະລັງງານທາງເລືອກຕ່າງໆ ເຊິ່ງລາວ ແລະບຣູໄນ ແມ່ນຢູ່ຫ່າງໄກກັນຫຼາຍສົມຄວນ ຫາກປະເທດລາວ ຈະນໍາເຂົ້ານໍ້າມັນເຊື້ອເພີງ ຫຼືນໍ້າມັນດິບ ກະຕ້ອງຂົນສົ່ງ ຜ່ານວຽດນາມ ແລະໄທຍເທົ່ານັ້ນ ເຊິ່ງທາງການລາວ ກໍຄວນຈະສຶກສາ ເຣື່ອງລາຄານໍ້າມັນພ້ອມ ຫາກບໍ່ມີຄວາມເໝາະສົມ ຫຼືແພງຈົນເກີນໄປ ກໍບໍ່ຄຸ້ມຄ່າທີ່ຈະຊື້ນໍ້າມັນ ຈາກບຣູໄນ.

ດັ່ງຜູ້ປະກອບການ ປັ້ມນໍ້າເຊື້ອເພີງ ຜູ້ນີ້ ກ່າວຕໍ່ວິທຍຸ ເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:

“ຄັນຊິເອົາມາທາງວຽດນາມນີ້, ວຽດນາມ ມັນຊິເວົ້ານໍາບໍ ຄັນຊິເອົາເຂົ້າໄທຍ ຊິເອົາເຂົ້າສາງໃດບາດນີ້ ລາຄາມັນຈັ່ງໃດ ເຮົາເວົ້າເວົ້າໄດ້ຢູ່ ຫາກຊິເຮັດໂຕຈິງມັນບໍ່ໄດ້ ມັນບໍ່ງ່າຍໄດ໋ ຍັງບໍ່ທັນເປັນຮູບຮ່າງດອກ ການຈັດຕັ້ງປະຕິບັດ.”

ທາງດ້ານເຈົ້າໜ້າທີ່ ທະນາຄານພັທນາເອເຊັຽ ຫຼື ADB ປະຈໍາລາວ ໃຫ້ທັສນະກ່ຽວກັບເຣື່ອງນີ້ວ່າ ການຮ່ວມມືລະຫວ່າງລາວ ກັບບຣູໄນ ໃນຄັ້ງນີ້ ຖືເປັນບາດກ້າວໃໝ່ ເນື່ອງຈາກປະເທດບຣູໄນ ບໍ່ແມ່ນຄູ່ຄ້າສໍາຄັນຂອງລາວ ເມື່ອທຽບໃສ່ປະເທດໄທຍ, ວຽດນາມ ແລະຈີນ.

ແນວໃດກໍຕາມ ອາຈເປັນໄປໄດ້ວ່າ ຣັຖບານລາວ ຈະນໍາເຂົ້ານໍ້າມັນດິບ ຈາກປະເທດບຣູໄນ ເພື່ອນໍາເຂົ້າມາກັ່ນ ຢູ່ໂຮງກັ່ນນໍ້າມັນ ທີ່ມີ 2 ແຫ່ງໃນປະເທດລາວ ແຕ່ຍັງບໍ່ທັນໄດ້ເປີດໃຊ້ບໍຣິການ ຢ່າງເປັນທາງການເທື່ອ ຂະນະທີ່ປະເທດລາວ ຕ້ອງນໍາເຂົ້ານໍ້າມັນເຊື້ອເພີງ ຈາກໄທຍ, ປະມານ 90% ເຊິ່ງເປັນອັດຕຣາສູງຫຼາຍ, ສະນັ້ນແລ້ວ ຫາກທາງການລາວ ນໍາເຂົ້ານໍ້າມັນດິບຈາກບຣູໄນ ເຂົ້າມາກັ່ນເອງ ກໍຈະຫຼຸດຜ່ອນຄ່າໃຊ້ຈ່າຍ ແລະຄວາມສ່ຽງໃນການຂາດເຂີນນໍ້າມັນ ຄືໃນໄລຍະທີ່ຜ່ານມານັ້ນ.

ດັ່ງເຈົ້າໜ້າທີ່ທະນາຄານ ພັທນາເອເຊັຽທ່ານນີ້ ກ່າວຕໍ່ວິທຍຸ ເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:

“ຄືລາວ ມັນກະມີບັນຫາວ່າງກີ້ນີ້ເນາະ ກະເປັນການທົບທວນອັນໃໝ່ ເຣື່ອງພະລັງງານ ນໍ້າມັນກັບແກ໊ສນີ້ ນໍາເຂົ້າຢ່າງດຽວ ແຕ່ວ່າເຣື່ອງຂົນສົ່ງນໍ້າມັນດິບ ເຂົ້າມາກ່ັນນີ້ ບໍ່ແນ່ໃຈວ່າຊິເປັນແນວໃດ ມັນຊິເປັນການ ຮ່ວມມືທາງດ້ານວິຊາການ ການແລກປ່ຽນໄປຊັ້ນແຫຼະ ຫຼາຍກວ່າທີ່ຈະຮູບແບບນໍາເຂົ້າ ຖ້ານໍາເຂົ້ານີ້ ກະແມ່ນຢູ່ ຖ້າວ່າເອົານໍາເຂົ້າມາຜ່ານວຽດນາມເນາະ.”

ສ່ວນການຮ່ວມມືກັນ ເພື່ອເສີມສ້າງເຣື່ອງຄວາມໝັ້ນຄົງ ທາງດ້ານພະລັງງານທົດແທນ ກໍຍັງບໍ່ສາມາດຄາດການໄດ້ແບບ 100% ວ່າ ຈະອອກມາໃນຮູບແບບໃດ ຫາກເປັນພະລັງງານ ຈາກເຂື່ອນໄຟຟ້າ ແລະພະລັງງານທົດແທນ ໃນລາວ ກໍມີໄທຍ, ຈີນ ແລະວຽດນາມ ເປັນຜູ້ລົງທຶນຣາຍໃຫຍ່ຢູ່ແລ້ວ.

ຫາກລາວ ຈະໄປລົງທຶນດ້ານພະລັງງານ ຢູ່ປະເທດບຣູໄນ ກໍບໍ່ຄວາມຈໍາເປັນ ເພາະປະເທດບຣູໄນ ກໍມີແຫຼ່ງພະລັງງານທີ່ພຽງພໍ ຕໍ່ຄວາມຕ້ອງການຂອງຄົນ ໃນປະເທດຢູ່ແລ້ວ, ແຕ່ຫາກປະເທດບຣູໄນ ຈະມາລົງທຶນດ້ານພະລັງງານຢູ່ລາວ ກໍຈະເປັນເຣື່ອງທີ່ຫຍຸ້ງຍາກ ແລະທ້າທາຍຫຼາຍສົມຄວນ ທັງໃນເຣື່ອງເນື້ອທີ່ສັມປະທານທີ່ຍັງເຫຼືອໜ້ອຍ ແລະການຊອກຫາຕລາດ ເພື່ອຮັບຊື້ໄຟຟ້າ ກໍບໍ່ມີຕລາດຮອງຮັບແລ້ວ.

ສະນັ້ນແລ້ວ ການຮ່ວມມື ລະຫວ່າງລາວ ກັບບຣູໄນ ໃນຄັ້ງນີ້ ອາຈເປັນການແລກປ່ຽນຂໍ້ມູນ ທາງດ້ານວິຊາການ, ຊ່ຽວຊານ, ເຕັກໂນໂລຢີ ທີ່ກ່ຽວຂ້ອງກັບດ້ານພະລັງງານ ຮ່ວມກັນ ເພື່ອເປັນການຂຍາຍ ການຮ່ວມມື ຢ່າງແຂງແຮງ ທັງສອງຝ່າຍ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.