ແພດອາສາສມັກ ມີຊະຕາກັມ ດຽວກັບ ຄຣູອາສາສມັກ
2022.10.31
ແພດອາສາສະມັກ ກໍມີສະຕາກັມ ບໍ່ຕ່າງຫຍັງກັບຄຣູອາສາສະມັກ ໂດຍຫວັງເອົາຜົລງານ ຂອງການເປັນອາສາ ເພື່ອໃຫ້ໄດ້ອັດຕຣາ ໃນການເຂົ້າເປັນຣັຖກອນ. ຜ່ານມາຣັຖບານປະກາດ ອັດຕຣາຮັບເອົາຣັຖກອນຫລຸດລົງ ເມື່ອທຽບໃສ່ກັບແພດອາສາ ທີ່ມີໃນປັດຈຸບັນ. ນອກຈາກນີ້ກົດໝາຽ ຂອງການເຂົ້າເປັນຣັຖກອນຍັງຕ້ອງຜ່ານ ການສອບເສັງ ເມື່ອສະພາບເປັນແບບນີ້ ກໍເຮັດໃຫ້ແພດອາສາສະມັກ ຈຳນວນນຶ່ງຕ້ອງຈຳໃຈລາອອກ ເພາະຄົງບໍ່ໄດ້ອັດຕຣາ ບັນຈຸເຂົ້າເປັນຣັຖກອນ.
ແພດອາສາ ຖ້າທຽບໃສ່ຄຣູອາສາແລ້ວ ແພດອາສາເຮັດວຽກໜັກຫລາຍ. ທັງເວັນທັງຄືນ ແລະ ກໍມີຄວາມສ່ຽງຫລາຍ ເພາະຖ້າເກີດມີຄວາມພິດພາດ ໃນການປີ່ນປົວຄົນເຈັບ ກໍຈະຖືກຟ້ອງຖືກລົງໂທດ ຕ່າງໆນາໆ. ຕອນຮຽນແພດກໍຖືວ່າໜັກແລ້ວ ແຕ່ເມື່ອຈົບມາຫລາຍຄົນ ກໍຢາກເປັນພະນັກງານ ຣັຖແຕ່ໃນໄລຍະການເປັນແພດອາສານັ້ນ. ແພດໜຸ່ມຄົນນຶ່ງ ທີ່ບໍ່ຂໍເປີດເຜີຍຊື່ ແລະສຽງ ເພາະຢ້ານມີຜົລກະທົບ ຕໍ່ໜ່ວຍງານ. ໄດ້ກ່າວຕໍ່ວິທຍຸ ເອເຊັຽເສຣີ ເມື່ອຕົ້ນເດືອນຕຸລາ ປີ 2022 ຜ່ານມາວ່າ:
“ບໍ່! ເຂົາເຈົ້າບໍ່ໃຫ້ເງິນກິນໃດ ມີແຕ່ເຮັດວຽກເພື່ອລໍຖ້າ ເພື່ອຣັຖບານເພິ່ນແບ່ງ ໂຄຕ້າມາ ເຮົາຈຶ່ງຊິໄດ້ຮັບນ່າ ເດືອນນຶ່ງມີແຕ່ໄດ້ 200,000 ກີບ ພໍແຕ່ໄດ້ໃສ່ນໍ້າມັນຣົຖ ບໍ່ໄດ້ເສັງຣັຖກອນ ບໍ່ໄດ້ເສັງຫຍັງເລີຍເພາະວ່າ ເພາະນ້ອງມາເຮັດຢູ່ນີ້ 3 ປີໂຄຕ້າບໍ່ມາຈັກປີເລີຍ.”
ແພດໜຸ່ມຄົນນີ້ໄດ້ກ່າວຕື່ມວ່າ ຕົນເອງໄດ້ເກີດອຸປັດຕິເຫດ ບໍ່ສາມາດຢ່າງໄດ້ ກໍອາສັຍພັນລະຍາ ທີ່ເຮັດວຽກເປັນໝໍຄືກັນ ຫາລ້ຽງຄອບຄົວ. ສ່ວນຕົນ ເຖິງວ່າຈະເປັນແນວນີ້ ກໍຍັງບໍ່ໄດ້ຮັບການບັນຈຸ ຫລື ໄດ້ຮັບສວັດດີການໃດໆ ຈາກໜ່ວຽງານທີ່ກ່ຽວຂ້ອງ ເຂົ້າມາຊ່ອຍເຫລືອຜ່ານມາ ພວກເຮົາຈະພົບເຫັນ ຄຣູສາຈະໂພສຕ໌ ລົງເຟສບຸກຄ໌ ຕອນລາອອກ. ສ່ວນແພດອາສາ ບໍ່ຄ່ອຍເຫັນປານໃດ. ແຕ່ຕົກມາໃນປີນີ້ເຣີ່ມເຫັນຫລາຍຂຶ້ນ. ກໍຄືດັ່ງແພດອາສາຄົນນຶ່ງ ທີ່ຂໍສງວນຊື່ ແລະສຽງ ໃຫ້ຄຳເຫັນຕໍ່ ພວກເຮົາກ່ຽວກັບການລາອອກ ຈາກແພດອາສາຜ່ານຂໍ້ຄວາມ ທາງແມັດເຊັນເຈີ (massager) ເມື່ອວັນທີ 10 ຕຸລາທີ່ຜ່ານມາວ່າ:
“6 ປີ, ນັບແຕ່ປີ 2016-2022 ກັບຄໍາວ່າແພດອາສາ ຮອດມື້ນີ້ຂໍຍອມແລ້ວ. ມາຮອດມື້ນີ້ ສູ້ບໍ່ໄຫວແທ້ໆ. ຕົ້ນທຶນຊີວິຕ ຕໍ່າກວ່າຄົນອື່ນ ຄວາມຮູ້ຄວາມສາມາດ ທີ່ມີຢູ່ກໍຊ່ອຍຫຍັງບໍ່ໄດ້. ມາຮອດຈຸດນີ້ ຂ້ອຍຮູ້ໂຕດີແລ້ວ ບໍ່ໂທດໃຜ. ມັນຍາກເກີນໄປ ທີ່ຈະອະທິບາຍ ມັນເວົ້າຫຍັງຫລາຍບໍ່ໄດ້ ທຸກຄົນໜ້າຈະຮູ້. ຄວາມຫວັງຂອງພໍ່-ແມ່ ທີ່ຢາກໃຫ້ລູກ ບັນຈຸເປັນຣັຖກອນ ມາຮອດມື້ນີ້ ລູກສານຕໍ່ໃຫ້ພໍ່-ແມ່່ບໍ່ໄດ້ ແຕ່ກໍຍັງສານຕໍ່ເພາະອາຊີພ ແພດໝໍເປັນອາຊີພທີ່ດີ ບໍ່ໄດ້ເຂົ້າຣັຖ ກໍຈະຂໍນັບນຶ່ງກັບພາກເອກຊົນ. 6 ປີຜ່ານໄປຖືວ່າເປັນປະສົບການຊີວິຕ ແລະ ກໍໄດ້ຊ່ອຍເຫລືອ ປະຊາຊົນເຕັມທີ່ແລ້ວ ເພື່ອຄອບຄົວ ໃນມື້ນີ້ກໍຈຳເປັນຕ້ອງລາອອກ ຈາກແພດອາສາ.”
ສ່ວນແພດອາສາ ອີກຄົນນຶ່ງທີ່ໂພສຕ໌ ລາອອກຈາກແພດອາສາ ຜ່ານທາງເຟສ ເມື່ອຕົ້ນເດືອນຕຸລາ ທີ່ຜ່ານມານີ້ ມີບາງຕອນລະບຸວ່າ:
“ເສຍດາຍຜົລງານສ້າງມາ 7 ປີ, ຕີເປັນມູນຄ່າບໍ່ໄດ້. ປີທີ 8 ຢູ່ຕໍ່ບໍ່ໄດ້ ເສັຽເວລາໄປຫາເງິນ ລ້ຽງຊີພຂໍໂທດພໍ່-ແມ່ ທີ່ສົ່ງເສັຽຮຽນມາ ເສັຽເງິນບໍ່ໜ້ອຍ ແລະ ຂອບໃຈ ເພື່ອນມິຕສະຫາຍທຸກຄົນ. ຂອບໃຈທຸກໜ້າວຽກ ທີ່ໄດ້ເຮັດຜ່ານມາ ເຖິງວ່າມື້ນີ້ໝົດສິດແລ້ວ ຖ້າຢູ່ຕໍ່ໄປກໍບໍ່ມີຫວັງ ຄົນເອົາປະສົບການ ທີ່ເຄີຍເຮັດວຽກມາ 7 ປີ ແລ້ວມາຂຽນເປັນເຣື່ອງ ມັນຄົງຈະເປັນປື້ມ ວັດຈະນານຸກົມໄປແລ້ວ. ອົງກອນໃດຈະໝັ້ນຄົງ ກໍຕໍ່ເມື່ອ ອົງກອນນັ້ນ ມີສາຍສະບຽງອາຫານ ເຂົ້າເຖິງທຸກຄົນ ນັບຕັ້ງແຕ່ຫົວໜ້າ ຈົນຮອດບຸກຄະລາກອນພ້ອມດ້ວຍ ອາສາສະມັກ. ຊີວິຕຄົນບໍ່ແມ່ນລະຄອນ ເຂົ້າກາຕ້ອງຊື້ ບໍ່ແມ່ນເງິນຊິແລ່ນມາເອງ. ຢ່າຄິດເຫັນແຕ່ຜົລ ທີ່ຈະໄດ້ຮັບຈົນລືມບຸກຄົນ ທີ່ເປັນຈຸລັງ ຫລື ອາສາ ວ່າມັນກາຕ້ອງການ ສິ່ງຄໍ້າຈູນຊີວິຕຄືກັບພວກທ່ານ. ເມື່ອໃດຈຸລັງ ຫລື ບຸກຄະລາກອນຍັງອົດໆຢາກໆ, ການຮຽນສູງ ຂອງທ່ານກາເປັນພຽງເຈັ້ຽ ທີ່ບໍ່ມີຄວາມໝາຽ. ປະສົບການເຮັດວຽກມາ 7-8 ປີ ໃຜສົນໃຈ ຢາກໄດ້ແພດໝໍດີໆ ເຮັດວຽກດ້ວຍຫົວໃຈດູແລຄົນເຈັບ ສາມາດຕິດຕໍ່ໄດ້.”
ສ່ວນແພດອາສາ ຢູ່ເຂດຊົນນະບົດ ນາງນຶ່ງໄດ້ໂພສຜ່ານເຟສບຸກ ເມື່ອວັນທີ 27 ກັນຍາ ວ່່າ:
“ຂ້ອຍກາຄົນນຶ່ງ ຈົບມາເຮັດວຽກ ເປັນແພດອາສາ 5-6 ປີ. ທາງໄປວຽກໍລຳບາກ ທຸລະກັນດານ ບໍ່ໄດ້ຣັຖ ຂອ້ຍກາບໍ່ໄດ້ໂທດໃຜ ເພາະເຮົາຮູ້ຢູ່ແລ້ວວ່າ ໂຕເລຂຣັຖກອນ ມັນມີໜ້ອຍ ເກີດມາຊາຕດຽວໄດ້ໄປຮຽນແພດ ໄດ້ມີໂອກາດຊ່ອຍເຫລືອຊີວິຕຄົນ ໄດ້ມີວິຊາຕິດໂຕ ຢ່າງໜ້ອຍກາໄດ້ເບິ່ງແຍງ ຄອບຄົວ ຄົນທີ່ເຮົາຮັກ ກາດີທີ່ສຸດແລ້ວ ຂ້ອຍເຊື່ອວ່າ ທຸກຄົນທີ່ຕັດສິນໃຈ ໄປຮຽນແພດ ກາຍ້ອນຮັກມັກ ໃນອາຊີພແພດເພາະອາຊີພແພດ ແມ່ນອາຊີພຂ້ອນຂ້າງຈະໜັກ. ໜັກແຕ່ຕອນຮຽນ ເຂົ້າຍາມອອກຍາມ ບໍ່ໄດ້ນອນແຕ່ຂ້ອຍພູມໃຈ ທີ່ໄດ້ໃສ່ຊຸດຂາວ ແຕ່ມັນຮອດເວລາ ກະຈຳເປັນໄດ້ຖອດເສື້ອຂາວອອກ ແຕ່ກາແອບຮູ້ສຶກຕົກໃຈ ທີ່ໂຕເອງຈະບໍ່ໄດ້ມີໂອາກາດ ໄດ້ນຸ່ງອີກແລ້ວ. ຄຳວ່າອາຊີພແພດໝໍຍັງ ຈະຢູ່ໃນໃຈຂ້ອຍສະເໝີ ບໍ່ເຄີຍຫາຍໄປໃສ ເຖິງວ່າມື້ນີ້ຈະບໍ່ໄດ້ໃສ່ເສື້ອຂາວ ແລ້ວກໍຕາມ. ການເປັນໝໍ ເປັນສິ່ງທີ່ເຮັດໃຫ້ຂ້ອຍ ປະທັບໃຈ ຄືເວລາຄົນເຈັບ ເຂົ້າມາໂຮງໝໍ ເຂົາເຈັບ ເຂົາໃຫ້ເຈັບທໍລະມານ ເຂົ້າມາຫາເຮົາ ແຕ່ເຮົາສາມາດເຮັດໃຫ້ເຂົາ ຍິມອອກໄປໄດ້ ນີ້ຄືຄວາມພູມໃຈ ທີ່ເວົ້າເປັນຄຳເວົ້າບໍ່ໄດ້ເລີຍ. ຮອດມື້ນີ້ ຕ້ອງຖອດມັນອອກແລ້ວ. ສູ້ໆ ແພດອາສາທຸກຄົນ.”
ກາຮູ້ນຳກັນວ່າ ຣັຖບານໄດ້ປະກາດໂຄຕ້າ ຮັບເອົາພະນັກງານຣັຖ ແຕ່ລະປີແມ່ນຫລຸດລົງ, ແຕ່ກົງກັນຂ້າມ ຊໍ້າພັດຮັບເອົາພະນັກງານ ອາສາຫລາຍເກີນໄປ ເຊັ່ນວ່າ ຄຣູອາສາ ກໍຄືດັ່ງ ຣັຖມົນຕຣີກະຊວງພາຍໃນ ໄດ້ອອກມາຊີ້ແຈງ ການແກ້ໄຂຄຣູອາສາ ໄປແລ້ວ ແຕ່ໃນນັ້ນບໍ່ໄດ້ໝາຽຄວາມວ່າຈຳນວນຄຣູອາສາ ປະມານ 10,000 ປາຍ ຄົນ ຈະໄດ້ໝົດ, ມັນກໍມີບາງສ່ວນ ທີ່ໄດ້, ບາງສ່ວນກໍຕ້ອງໄປສອບເສງ, ບາງສ່ວນກໍອອກໄປປ່ຽນອາຊີພໃໝ່.
ເຊັ່ນແພດອາສາ ກໍຄືກັນ ຕາມການຣາຍງານ ຂອງນັກວິຊາການ ທ່ານນຶ່ງທີ່ຂໍສງວນຊື່ ໄດ້ແຈ້ງໂຕເລຂວ່າພະນັກງານ ອາສາທັງໝົດ ມີຢູ່ໃນປະເທດລາວ ປະມານ 14,463 ຄົນ, ໃນນີ້ຄຣູອາສາສະມັກ ທີ່ຣັັຖບານໄດ້ແກ້ໄຂໄປແລ້ວບາງສ່ວນ ເຫລືອຢູ່ປະມານ 7,913 ຄົນ ແລະ ແພດອາສາສະມັກ ມີຢູ່ປະມານ 3,062 ຄົນ ທີ່ເຫລືອແມ່ນຢູ່ໃນ ຂແນງການຕ່າງໆ ຂອງຫ້ອງການຣັຖ.
ດັ່ງທ່ານ ທອງຈັນ ມະນີລັດ ຣັຖມົນຕຣີ ກະຊວງພາຍໃນ ໄດ້ກ່າວເຖິງການແກ້ໄຂ ບັນຫາຣັຖກອນ ໃນກອງປະຊຸມສະພາແຫ່ງຊາຕ ເມື່ອເດືອນສິງຫາ ຜ່ານມາວ່າ:
“ເວົ້າຕາມຄວາມເປັນຈິງແລ້ວ ກໍຍັງມີກໍຣະນີຄົນເຈົ້າຄົນຂ້ອຍ ລະບົບອຸປຖັມ ເຈັ້ຽນ້ອຍ ເຈັ້ຽໃຫຍ່ ອັນນີ້ປະຕິເສດບໍ່ໄດ້ ຮອດມື້ນີ້ບັນດາທ່ານ ໂຕນີ້ພວກເຮົາ ຕ້ອງບຸກທະລຸ ຄັນຊັ້ນພວກເຮົາ ກໍຈະບໍ່ໄດ້ບຸກຄະລາກອນ ທີ່ເປັນມືອາຊີພແທ້ ອັນນີ້ມີຄວາມຈິງໃດ ແຕ່ວ່າມັນເປັນບຸຣິມະສິດ ຂອງອົງການທີ່ກ່ຽວຂ້ອງ ເນາະ.”
ຜ່ານມາກົດໝາຽ ຂອງປະເທດລາວ ລະບຸວ່າ ການເຂົ້າເປັນຣັຖກອນ ຕ້ອງໄດ້ຜ່ານການສອບເສັງ. ໃນນີ້ພະນັກງານ ອາສາ ຜູ້ທີ່ບໍ່ມີເຊື້ອສາຍ ນາມສະກຸນໃນພາກຣັຖ ຫລື ຖານະທຸກຍາກ ກໍບໍ່ຄາດຫວັງໄດ້ວ່າຈະສອບເສັງຜ່ານ. ກໍຫວັງໃຊ້ຜົລງານ ການເປັນອາສານີ້ ເພື່ອຈະໄດ້ຖືກບັນຈຸ. ດັ່ງຄຳຄິດຄຳເຫັນຂອງປະຊາຊົນ ທີ່ໄດ້ໃຫ້ສັມພາດ ຕໍ່ພວກເຮົາເວົ້າເຖິງ ການສອບເສັງ ນອກຈາກມີລູກຫລານ ການນຳ ຖືກຝາກ ຍັງມີວິທີການໂກງ ການເສັງອີກຫລາຍຮູບແບບ ທີ່ມັນສ້າງຄວາມບໍ່ໝັ້ນໃຈ ໃຫ້ກັບຜູ້ທີ່ເຂົ້າຮ່ວມສອບເສັງ ເຂົ້າຣັຖກອນ.
“ການສອບເສັງ ເຂົ້າຣັຖກອນມັນມີຕັ້ງແຕ່ໃດ ແຕ່ວ່າເບື້ອງເລິກ ເບື້ອງຫລັງ ມັນເປັນພຽງສາກ ບັງໜ້າ. ເບື້ອງເລິກເບື້ອງຫລັງ ມັນຍັງມີການທຸຈລິຕ ຊື້ໂຕເລຂສອບເສັງ ຍົກໂຕຢ່າງ ການສອບເສັງນີ້ ໂຕເລຂທີ່ວ່າຊິໄດ້ມີ 10 ປາຍໂຕເລຂ ໃນ 100 ຄົນນີ້ ຄົນທີ່ວ່າມີເງິນ ເຂົາຈະຊື້ໄວ້ກ່ອນແລ້ວ ພຽງແຕ່ວ່າໄປມີໜ້າໃນຫ້ອງເສັງຫັ້ນ ສຸດທ້າຍກາຜູ້ໃດໄດ້ເຂົ້າ ເປັນຣັຖກອນ ກາແມ່ນຄົນມີເງິນຫັ້ນແຫລະ ໃນປັດຈຸບັນນີ້.”
ເຖິງວ່າ ຈະມີການສອບເສັງ ແຕ່ປະກົດການ ລູກຫລານ ການນຳ ກໍທີ່ຝາກໄປ ຍັງກະຊວງ ການເງິນ ທີ່ຖືກເປີດເຜີຍ ອອກມາເມື່ອເດືອນກັນຍາ ທີ່ຜ່ານມາ ມີລູກຫລານການນຳ 6 ຄົນ ຖືກຝາກເຂົ້າໄປເຮັດວຽກໃນກະຊວງການເງິນ ປະຈຳປີ 2022 ໂດຍກະຊວງ ການເງິນ ໄດ້ບັນຈຸຣັຖກອນໃໝ່ຈຳນວນ 25 ອັດຕຣາ. ນີ້ເປັນນຶ່ງໃນໂຕຢ່າງ ທີ່ພະນັກງານອາສາສະມັກ ໄດ້້ກ່າວຕໍ່ກັບພວກເຮົາວ່າ ເປັນຫຍັງບໍ່ຢາກເຂົ້າສອບເສັງ ຣັຖກອນ. ຄຳຄິດຄຳເຫັນ ຂອງປະຊາຊົນ ທີ່ໄດ້ໃຫ້ສັມພາດ ຕໍ່ພວກເຮົາ ເວົ້າເຖິງການສອບເສັງ ນອກຈາກມີລູກຫລານ ການນຳຖືກຝາກ ຍັງມີວິທີການ ໂກງການເສັງ ອີກຫລາຍຮູບແບບ ທີ່ມັນສ້າງຄວາມບໍ່ໝັ້ນໃຈ ໃຫ້ກັບຜູ້ທີ່ເຂົ້າຮ່ວມ. ສຳລັບໂຄຕ້າທີ່ຣັຖບານລາວ ໄດ້ປະກາດຮັບເອົາພະນັກງານຣັຖ ໃນປີ 2022 ມີຈຳນວນ 1,300 ອັດຕຣາ ໃນນີ້ສະເພາະຣັຖກອນຄຣູ ໃນຂອບເຂດທົ່ວປະເທດ ຣັຖສາມາດຮັບເອົາພຽງ 340 ອັດຕຣາ, ສ່ວນ ຣັຖກອນແພດ ຮັບໄດ້ຈໍານວນ 320 ອັດຕຣາ. ເມື່ອມາທຽບໃສ່ ກັບພະນັກງານອາສາ, ຄຣູ ແລະ ແພດ ກວມອັດຕຣາສ່ວນຫລາຍ, ພະນັກງານອາສາອື່ນໆ ກວມອັດຕຣາສ່ວນໜ້ອຍ. ເມື່ອເອົາໂຕເລຂ ພະນັກງານອາສາ ຈຳນວນ 14,000 ປາຍຄົນ ສ່ວນໂຄຕ້າ ຮັບພະນັກງານຣັຖ ມີພຽງ 1,300 ຄົນ ກໍຄົງເປັນບໍ່ໄດ້.