ເຣື້ອງທີ່ເກັບບັນທຶກໄວ້
2021-10-25
ນອກຈາກ ການຣະບາດ ຂອງເຊື້ອໂຄວິດ-19 ແລ້ວ, ການປະກາດຂຶ້ນລາຄານ້ຳມັນ ຢ່າງຕໍ່ເນື່ອງຂອງທາງການລາວ ໄດ້ສົ່ງຜົລກະທົບໃຫ້ແກ່ ການດຳລົງຊີບ ຂອງປະຊາຊົນ, ຣັຖກອນ ແລະ ພາກທຸຣະກິຈ ນ້ອຍ-ໃຫຍ່ ທົ່ວທັງປະເທດ.
2021-10-22
ຣົດຂອງ ບໍຣິສັດວຽດນາມ ທີ່ໃຊ້ໃນການຂົນສົ່ງແຮ່ ໄດ້ຊຸກຊ້ອນ ໄມ້ທີ່ມີຄ່າ ອອກໄປປະເທດວຽດນາມ ໂດຍຜ່ານດ່ານ ນາເພົ້າ-ຈາລໍ ແຂວງຄຳມ່ວນ, ຊຶ່ງທາງການລາວ ຍັງບໍ່ສາມາດແກ້ໄຂ ບັນຫາບັກລອບຂົນໄມ້ມີຄ່າ ອອກນອກປະເທດໄດ້.
2021-10-21
ລາຄານ້ຳມັນເຊື້ອເພີງ ຖືກປັບຂຶ້ນ 2 ຄັ້ງແລ້ວ ໃນຮອບເດືອນຕຸລາ ຈົນສ້າງຄວາມເດືອດຮ້ອນ ໃຫ້ແກ່ຊາວບ້ານ ແລະ ຜູ້ໃຊ້ຣົດໃຊ້ຖນົນ
2021-10-21
ຄົນງານລາວ ຖືກຄົນຄຸມງານຈີນ ຈັບມັດແລ້ວລົງໂທດ ດ້ວຍຕົນເອງ ໂດຍບໍ່ໃຫ້ຄວາມເຄົາຣົບກົດໝາຍ ແລະອຳນາດການປົກຄອງ ຕັ້ງສານເຕັ້ຽລົງໂທດຕາມໃຈ ຊຶ່ງກະທົບຕໍ່ຄວາມຮູ້ສຶກ ແລະສິດທິ ພົລເມືອງລາວ ຢ່າງທີ່ສຸດ.
2021-10-20
ດ້ວຍມາຕການທີ່ເຂັ້ມງວດ ເພື່ອປ້ອງກັນໂຄວິດ-19 ໃນຫຼາຍເດືອນ ທີ່ຜ່ານ ໄດ້ສົ່ງຜົລກະທົບ ໃນການຄ້າຂາຍ ຂອງຊາວກະສິກອນເຊັ່ນກັນ ເປັນຕົ້ນຜົລຜລິດຂາຍບໍ່ໄດ້ເທົ່າທີຄວນ ຫຼືຖືກກົດລາຄາ.
2021-10-19
ທາງການລາວແຈ້ງໃຫ້ ຜູ້ຄອບຄອງຣົດຫລູ ທີ່ນຳເຂົ້າໂດຍຜິດກົດໝາຍ ໃຫ້ໄປຂຶ້ນທະບຽນ ພາຍໃນວັນທີ 12 ຕຸລາ ເຖິງ ວັນ ທີ 5 ພຶສຈິການີ້ ຖ້າບໍ່ດັ່ງນັ້ນທາງການລາວກວດພົບພາຍຫຼັງ ຣົດຈະຖຶກຍຶດ ແລະ ເຈົ້າຂອງຕ້ອງຖືກດຳເນີນຄະດີ.
2021-10-19
ຣົດໄຟຂບວນທຳອິດ ຄືນິມິດໝາຍທີ່ສຳຄັນ ສຳລັບປະເທດລາວໂດຍລວມ ເພາະນີ້ຄືທາງອອກສູ່ທະເລ ຂອງປະເທດໃນອະນາຄົດ, ແຕ່ໃນຄວາມສຳເຣັດນັ້ນ ປະຊາຊົນສ່ວນນຶ່ງຍັງຄອງຄອຍຄ່າຊົດເຊີຽ ຈາກໂຄງການທາງຣົດໄຟລາວ-ຈີນ ທີ່ຫຼ້າຊ້າ.
2021-10-15
ທະນາຄານໂລກ ປັບອັຕຣາການຂຍາຍໂຕທາງດ້ານເສຖກິຈຂອງປະເທດລາວຫຼຸດລົງ ເນື່ອງມາຈາກຜົລກະທົບການແຜ່ຣະບາດ ຂອງໂຄວິດ-19 ໃນໄລຍະທີ່ຜ່ານມາ ເຮັດໃຫ້ການຂຍາຍໂຕເສຖກິຈຊ້າລົງ.
2021-10-15
ກ້ວຍທີ່ຈີນປູກຢູ່ລາວ ສ້າງລາຍໄດ້ໃຫ້ນັກລົງທຶນຈີນ ຢ່າງຫຼວງຫຼາຍ ແລະຣັຖບານລາວໄດ້ຮັບສ່ວນນຶ່ງ ແຕ່ສິ່ງທີ່ໜ້າເປັນຫ່ວງຄື ຍັງມີການໃຊ້ສານເຄມີຫຼາຍ ແລະ ການເບິ່ງແຍງຄົນງານລາວຍັງບໍ່ດີຂຶ້ນ.
2021-10-14
ຜູ້ໃຊ້ໂທຣະສັບ ຈຳນວນນຶ່ງ ບໍ່ພໍໃຈທີ່ເບີໂທຣະສັບສ່ວນໂຕ ຖືກນຳໄປໃຫ້ ບໍຣິສັດສີນເຊື່ອ ໂທໂຄສະນາ ລົບກວນ, ສ້າງຄວາມກັງວົນໃຈໃຫ້. ດ້ວຍເຫດດັ່ງກ່າວນີ້ິ, ຈຶ່ງມີຄຳຮຽກຮ້ອງໃຫ້ ພາກສ່ວນທີ່ ກ່ຽວຂ້ອງກວດສອບ ແລະ ແກ້ໄຂບັນຫານີ້.
2021-10-14
ທາງການລາວ ໃຫ້ເຫດຜົນວ່າ ການແຜ່ຣະບາດ ຂອງເຊື້ອ ໂຄວິີດ-19 ເປັນອຸປສັກ ໃນການບັນລຸ ເປົ້າໝາຍ ການພັທນາ ທີ່ຍືນຍົງ ໃນ ປີ 2030 ຕາມແຜນການ ຂອງອົງການ ສະຫະປະຊາຊາດ. ແຕ່ວ່າ ລະບົບການ ຈັດການ ທີ່ເປັນຢູ່ໃນ ປັຈຈຸບັນ ກໍເປັນສາເຫດນຶ່ງ.
2021-10-13
ຄວາມຕ້ອງການ ແຮງງານ ໃນເຂດເສຖກິຈ ພິເສດ ສາມຫລ່ຽມຄຳ, ທາງການ ແຂວງບໍ່ແກ້ວ ຈຶ່ງໄດ້ຜ່ອນຜັນໃຫ້ ນາຍຈ້າງ ຮັບຄົນງານ ຕ່າງຊາດ ກັບໄປເຮັດວຽກ ພາຍໃຕ້ ເງືອນໄຂ ແລະມາຕການ ເຊັ່ນການກວດຫາເຊື້ອ ແລະ ກັກໂຕ ເປັນຕົ້ນ.
2021-10-13
ທາງການລາວ ຢືນຢັນ ເປີດໃຊ້ເສັ້ນທາງຣົດໄຟ ລາວ-ຈີນ ປາຍປີນີ້ ແຕ່ ຂະບວນຣົດໄຟ ສຳລັບຜູ້ໂດຍສານ ທີ່ຈະເດີນທາງ ລະຫວ່າງແຂວງ ແລະ ປະເທດນັ້ນ ຍັງບໍ່ຮູ້ວ່າ ຈະເປີດໃຊ້ໄດ້ ໃນທ້າຍປີນີ້ ຫຼືບໍ່ ເນື່ອງຈາກການຣະບາດ ຂອງໂຄວິດ-19.
2021-10-12
ບໍຣິສັດ ວຽດນາມ ໄດ້ເອົາລົດຈົກ ມາມ້າງຖຽງນາຊາວບ້ານ ຢູ່ເມືອງນອງ ໂດຍອ້າງວ່າ ເປັນເຂດ ສັມປະທານ ຂອງຕົນ, ສ່ວນຊາວບ້ານ ກໍອ້າງວ່າ ເປັນດິນ ຂອງເຂົາເຈົ້າ ແລະ ບໍຣິສັດ ຍັງບໍ່ທັນ ຈ່າຍຄ່າຊົດເຊີຽ ຜົລປູກ ໃຫ້ເຂົາເຈົ້າ.
2021-10-11
ສພາການຄ້າ ແລະ ອຸດສາຫະກັມ ສເນີໃຫ້ ທາງການ ເປີດໂຮງງານ ອຸດສາຫະກັມ ຖ້າຫາກວ່າ ປິດໂຮງງານ ດົນໄປ ກໍຈະເຮັດໃຫ້ ຄົນງານ ຂາດລາຽໄດ້, ໂຮງງານ ຜລິດສິນຄ້າ ບໍ່ໄດ້ຕາມ ໂຄຕ້າ, ການສົ່ງອອກ ເຮັດໃຫ້ຂາດ ລູກຄ້າ ໃນອະນາຄົດ.