ທາງການລາວປະກາດຂຶ້ນລາຄານ້ຳມັນ ຢ່າງຕໍ່ເນື່ອງ

ອຸ່ນແກ້ວ
2021.10.25
ທາງການລາວປະກາດຂຶ້ນລາຄານ້ຳມັນ ຢ່າງຕໍ່ເນື່ອງ ຣາຄານ້ຳມັນ ປັບໂຕຂຶ້ນ ຢ່າງຕໍ່ເນື່ອງ
ນັກຂ່າວ ພົລເມືອງ

ສ​ະ​ເພາະ​ໃນ​ເດືອນ​ຕຸ​ລາ 2021 ທາງ​ການ​ລາວ ໄດ້​ປະ​ກາດ​ຂຶ້ນ​ລາ​ຄາ​ນ້ຳ​ມັນໄປ​ແລ້ວ 2 ຄັ້ງ ແລະ ລວມ​ທັງ​ໝົດນັບ​ແຕ່ຕົ້ນ​ປີ ຈົນ​ມາ​ເຖິງ​ປັດ​ຈຸ​ບັນ ທາງ​ການໄດ້ປະ​ກາດ ​ຂຶ້ນ​ລາ​ຄາ​ນ້ຳ​ໄປ​ແລ້ວ 16 ຄັ້ງ. ການ​ຂຶ້ນ​ລາ​ຄາ​ນ້ຳ​ຄັ້ງ​ຫຼ້າ​ສຸດ​ໃນ​ມີ​ຜົ​ລ​ບັງ​ຄັບ​ໃຊ້ໃນ​ວັນ​ທີ 20 ຕຸ​ລາ 2021 ເຊັ່ນ ນ້ຳ​ມັນ​ແອັດ​ຊັງພິ​ເສດປັບ​ຂຶ້ນ​ 450 ກີບ ຕໍ່​ລິດ, ແອັດ​ຊັງ​ທັມ​ດາປັບ​ຂຶ້ນ 420 ກີບ ຕໍ່​ລິດ, ນ້ຳ​ມັນກະ​ຊ້ວງ​ປັບ​ຂຶ້ນ​ 380 ກີບ ຕໍ່​ລິດ ໄດ້​ສົ່ງ​ຜົ​ລ​ກະ​ທົບ​ຕໍ່​ ​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ. ປະ​ຊາ​ຊົນທ່ານ​ນຶ່ງ ໄດ້​ໃຫ້​ສຳ​ພາດ​ຕໍ່​ເອ​ເຊັຽ​ເສ​ຣີ ວ່າ ການ​ຂຶ້ນ​ລາ​ຄາ​ນ້ຳ​ມັນ​ ໄດ້​ສົ່ງ​ຜົ​ລ​ກະ​ທົບ​ເປັນ​ຕ່ອງ​ໂສ້​ໄປ​ໝົດ.

ປະ​ຊາ​ຊົນ: ບໍ່ກະທົບຈັ່ງໃດ ຂອງໂຕພາໃຫ້ຍ່າງ ນ້ຳມັນຂຶ້ນປຶບ ມັນທົບ ປັບໂລດຕິຂອງ ຫົວອາຫານຂອງຊື້ມາລ້ຽງໄກ່ພໍໄດ້ກິນໄດ້ຢູ່ ແຕ່ກີ້ 140,000 ກີບ ເມື່ອສອງເດືອນກ່ອນ ເມື່ອ 3 ເດືອນກ່ອນ ດຽວນີ້ 163,000 ກີບ. ສອງອາທິດມານີ້ ຂຶ້ນ 2 ເທື່ອຈາກ 155,000 ກີບ ມາເປັນ 163,000 ກີບ ຕໍ່ກະສອບ ຈັກໜ້ອຍຂຶ້ນອີກນິ ນ້ຳມັນຂຶ້ນ ມັນຂຶ້ນໂລດຕິ ຂອງຄ່າຂົນສົ່ງມັນຂຶ້ນ. ເຂົາຊິຈົກເງິນເຂົາມາຈ່າຍຈັກເທື່ອ ເຂົາກໍໃຫ້ຜູ້ຊື້ຕີ້ຈ່າຍໃຫ້ເຂົາ ສົມມຸດເຂົາຂົນສົ່ງຖ້ຽວນີ້ ມີມູນຄ່າມັນບັນທຸກມາ 100 ລ້ານ ກີບ, ນ້ຳມັນເຂົາເຄີຍໃຊ້ມາ 100 ລິດຄືກັນ ແຕ່ວ່າ ລາຄາມັນ 9 ແສນ ກີບ ເຂົາຂຶ້ນເປັນລິດນຶ່ງ 11 ພັນກີບ ເປັນ ລ້ານນຶ່ງແສນ ກີບ ເຂົາກໍໄປບວກຕີ້. ມູນຄ່າ 100 ລ້ານ ມັນເກີນ ເຂົາກໍມາຂາຍ 102 ລ້ານຕີ້ ເຂົາຊິເປັນບ້າຂາຍ 100 ລ້ານ ກີບ ຈັກເທື່ອ. ບາດ 2 ລ້ານ ເຂົາເອົາມາກໍຈາຍ ສິນຄ້າໃຫ້ປະຊາຊົນຊື້ ມັນກະຂຶ້ນ​. ຊິມາບອກວ່າ ເອີ​​ນັ່ງຂາຍຢູ່ນີ້ເຄີຍຂາຍ 40 ພັນ ເອີຂາຍແດ່ ຊິເຮັດແນວໃດ ເຂົາມາສົ່ງ 39 ພັນລະ ທັງຄ່າຂຽງມັນອີກ ຊິໃຫ້ມັນກິນ 500 ກີບ ມັນຊິໄປກິນ ມັນຊິມີພໍໃຊ້ ມັນເຄີຍກິນ 2,000 ກີບ.”

ນັກ​ຂ່າວ: ມັນ​ມີ​ອາ​ຫານ​ປະ​ເພດ​ໃດ​ແດ່ ທີ່​ຂຶ້ນ​ລາ​ຄາ​ລະ​ຕອນນີ້​ນະ.

ປະ​ຊາ​ຊົນ: ດຽວນີ້ຫັ້ນນະ ຂຶ້ນໝົດລະເບາະ ຕັ້ງແຕ່ຜັກ ມັນກໍຍັງຂຶ້ນ ມັນກໍຂຶ້ນທຸກບ່ອນຫັ້ນລະ ຫາກແຕ່ວ່າ ມັນຂຶ້ນຕ່າງກັນ ມັນເອົາສິນຄ້າມາຈາກໃສ ຕົ້ນທຶນເຂົາທໍ່ໃດ ມາໄກຫຼາຍຕໍ່ ມັນກໍແພງ ມາໃກ້ຕໍ່ດຽວກໍຖືກ ຂຶ້ນທຸກບ່ອນ.

ຮຳກໍຍັງຂຶ້ນ, ຂຶ້ນ 40 ພັນ ຕໍ່ 30 ກິໂລກຼາມ ດຽວນີ້ 60 ພັນ ກີບ. ຈາກ 40 ພັນ ມາເປັນ 60 ພັນ ຂຶ້ນ 20 ພັນ. ບາດນີ້ ໄປຊື້ໄກ່ຊີ້ເປັດນ້ຳເຂົາຊິໃຫ້ເຂົາຂາຍຖືກ ໃຜຊິໄປຂາຍຖືກ ມັນກະຕ້ອງແພງຂອງຊື້ມາແພງ. ຖາມເຂົາວ່າ ເປັນຫຍັງຈັ່ງາຍ​​ແພງ ຂົມາ ໄປຊື້ນ້ຳມັນຄືເກົ່າມັນບໍ່ໄດ້ ກໍຈຳເປັນໄດ້ຂຶ້ນອີກເຂົາວ່າ. ມັນໄປໝົດ ຄັນນ້ຳມັນຂຶ້ນ ລະແມ່ນຕາຍໝົດທຸກຢ່າງນະ.”

ນັກ​ຂ່າວ: ການ​ດຳ​ລົງ​ຊີ​ວິດ​ເຮົາ​ເປັນ​ຈັ່ງ​ໃດ​ຕອນນີ້?

ປະ​ຊາ​ຊົນ: ເອີກໍຫຍຸ້ງຍາກໝົດ ມັນແພງໝົດທຸກຢ່າງ ມັນກໍຫຍຸ້ງຍາກໝົດ ສິນຄ້າແພງ ຄ່າແຮງຖືກ ລາຍໄດ້ຕໍ່າ ມັນສວນກັນ ມັນກໍຍາກໄດ໋ອ້າຍ ມັນມີແຕ່ແນວຂັດສົນນຳກັນ ຄ່າຄອງຊີບ ລາຍໄດ້ຕ່ຳ ມັນກໍຕາຍ ມັນກໍຢູ່ຍາກຕີ້.”

ປະ​ຊາ​ຊົນ ທ່ານ​ນຶ່ງ​ຢູ່​ແຂວງ​ອຸ​ດົມ​ໄຊ ກ່າວ​ວ່າ ລາ​ຄາ​ນ້ຳ​ມັນ​ຂຶ້ນ ​ສ່ວນ​ຫຼາຍ​ເຮັດ​ໃຫ້​ປະ​ເພດ​ອາ​ຫານ​ ການ​ກິນ​ທີ່​ນຳ​ເຂົ້າ​ຈາກ​ຕ່າງ​ປະ​ເທດ ມີ​ລາ​ຄາ​ສູງ​ຂຶ້ນ ໂດຍ​ສະ​ເພາະ​ອາ​ຫາ​ທະ​ເລ.

ນັກ​ຂ່າວ: ເຮົາ​ໄດ້​ຊື້​ຫຍັງ​ແດ່​ລະ​ມັນ​ຂຶ້ນ ສິນ​ຄ້າ​ຫຍັງ​ແດ່?

ປະ​ຊາ​ຊົນ: ຕອນນີ້ ຢູ່ບ້ານເຮັດເຄື່ອງປີ້ງຂາຍ ໃຫ້ຊາວບ້ານ ໃຫ້ນັກຮຽນຊັ້ນນ່າ. ຕີນໄກ່, ຮອດດອກ (Hotdog), ລູກຊີ້ນຈັ່ງຊີ້ນ່າ ລາຄາມັນກໍຂຶ້ນ ຄືລູກຊີ້ນ, ຮອດດອກ ຖົງນຶ່ງກໍ 15,000–16,000 ກີບ ແຕ່ດຽວນີ້ຖົງນຶ່ງກໍຮອດ 18,000-19,000 ກີບ. ຕີນໄກ່ເນາະ ແຕ່ກີ້ກໍຊື້ 20,000-22,000 ກີບ ດຽວນີ້ກໍຂຶ້ນ 28,000-30,000 ກີບ ເປັນໂລ. ຕີໄກ່ເອົາມາປີ້ງຂາຍ ຂຶ້ນໄປຕາມກັນລະ ສິນຄ້າດຽວນີ້ກໍ ຊື້ກໍຢາກຍາກຫັ້ນລະ ຊື້ແພງກະໄດ້ກຳໄລໜ້ອຍ.

ນັກ​ຂ່າວ: ​ຊື້​ອັນ​ອື່ນ​ເດ້?

ປະ​ຊາ​ຊົນ: ຄັນເຮົາຊື້ມາຈາກຕ່າງປະເທດ ກໍຈະແພງແດ່ຈັ່ງຊີ້ຫັ້ນນ່າ ເປັນຕົ້ນວ່າ ກຸ້ງ, ປາເມຶກ, ຕີນໄກ່,ຕັບໄກ່ ຈັ່ງຊີ້, ລູກຊີ້ນ, ອາຫານທະເລກໍແພງນະ ອາຫານທະເລນະ.

ນັກ​ຂ່າວ: ທໍ່​ໃດ​ລະ​ປາເ​ມຶກ ເປັນ​ອີ່​ຫຍັງ?

ປະ​ຊາ​ຊົນ: ເປັນ​ປາເ​ມຶກ​ດຽວນີ້ ຄັນ​ເປັນ​ໜວດ​ຫັ້ນ ໂລ​ນຶ່ງ​ຮອດ 50,000 ພຸ້ນ​ເບາະ​ດຽວນີ້​ຫັ້ນ. ຊື້ມື້​ນັ້ນ 25,000. ເປັນ​ກຸ້ງ​ກໍ 70,000-80,000 ກີບ ພຸ້ນ​ໂອ້.

ນັກ​ຂ່າວ: ແຕ່ກີ້​ທໍ່​ໃດ​ລະ?

ປະ​ຊາ​ຊົນ: ແຕ່ກີ້ ເຄີຍຊື້ກິນນີ້ກໍ ເຄີຍຊື້ກິນນີ້ ກໍໂລນຶ່ງ 40,000 ຫຼື 45,000 ກີບ ດຽວນີ້ກໍແພງລະ ດຽວນີກໍ.

ນັກ​ຂ່າວ: ດຽວນີ້​ທໍ່​ໃດ​ລະ?

ປ​ະ​ຊາ​ຊົນ: ດຽວນີ້ກະ 50,000 ກີບ ແລ້ວ ຄັນວ່າເປັນໜວດແລ້ວນະ. ຊີ້ນນີ້ແພງຫຼາຍ, ຄັນເປັນງົວ ເປັນຄວາຍ ໂລນຶ່ງ 80,000 ກີບ, ຄັນເປັນຊີ້ນໝູໂລນຶ່ງ 50,000 ກີບ.

ນັກ​ຂ່າວ: ແຕ່ກີ້​ທໍ່​ໃດ ຊີ້ນ​ງົວ ຊີ້ນ​ຄວາຍ?

ປະ​ຊາ​ຊົນ: ຊີ້ນງົວ, ຊີ້ນຄວາຍ ຕອນໂຄວິດຍັງບໍ່ຣະບາດ ກໍ 65,000 ກີບ ປະມານນີ້ລະ ແຕ່ມາດຽວນີ້ກະຂຶ້ນຮອດ 80,000 ກີບ ພຸ້ນໂອ້.

ເຈົ້າ​ໜ້າ​ທີ່​ຣັ​ຖກອນ​ທ່ານ​ນຶ່ງ ໃຫ້​ເຫດ​ຜົ​ລ​ວ່າ ລາ​ຄາ​ນ້ຳ​ມັນເຮັດ​ໃຫ້​ລາ​ຄາ​ສິນ​ຄ້າ​ເໜັງ​ຕິງ ໃນ​ຂ​ນະ​ທີ່​ຣັ​ຖກອນ​ທີ່​ມີ​ເງິນ​ເດືອນ​ປະ​ມານ 2 ລ້ານ​ປາຍກີບ ສາ​ມາດ​ໃຊ້​ຈ່າຍ​ໄດ້​ພຽງ​ແຕ່ 2 ອາ​ທິດເທົ່າ​ນັ້ນ ເງິນ​ກໍ​ໝົດ​ແລ້ວ.

ຣັ​ຖກອນ: ໂອ້ ມັນກໍສົ່ງຜົກະທົບໄປໝົດຫັ້ນແຫຼ ຂັ້ນນ້ຳມັນ ມັນຂຶ້ນ. ເບິ່ງຊີ້ນນີ້ ກິໂລນຶ່ງ 50 ພັນ ກີບ ດຽວນີ້ ກິໂລນຶ່ງ 70 ພັນກີບ.

ນັກ​ຂ່າວ: ຊີ້ນ​ຫຍັງ​ລະ?

ຣັ​ຖ​ກອນ: ຊີ້ນງົວນີ້ແຫຼະ ຂຶ້ນຈົນໝົດ. ຢາສູບເຄີຍຊື້ 8,000 ດຽວນີ້ຊື້ 12,000 ກີບ, ຊອງແຂງນີ້ 10,000 ຫວ່າງຫັ້ນ ລະ 6,000 ພັນ.

ນັກ​ຂ່າວ: ແລ້ວ​ໂຕ​ອື່ນ​ເດ້ ມີ​ຫຍັງ​ຂຶ້ນ​ແດ່?

ຣັ​ຖກອນ: ຂຶ້ນລະທຸກຢ່າງນະ ຄັນເວົ້າລະ ພວກອຸປະໂພ ບໍລິໂພກ ຂຶ້ນໝົດ ນ້ຳມັນນີ້ກໍເດືອນນຶ່ງ 2 ເທື່ອລະ ປັບຄ່ານ້ຳມັນເອີເທື່ອທີສອງລະນີ້ ມັນ 400 ປາຍ ປັບຂຶ້ນ.

ນັກ​ຂ່າວ: ຢູ່​ຈັ່ງ​ໃດ​ຊັ້ນ​ນະ ອັນ​ໃດ​ກະ​ແພງ​ຈັ່ງ​ຊີ້?

ຣັ​ຖ​ກອນ: ຫາກິນເອງ ຢູ່ແຖວຂ້ອຍນີ້ກໍ ເຮືອນຫັ້ນ ຄອບຄົວຊູຂ້ອຍມັນມີນາເນາະ ມີນາລະກໍ ມີປານຳກາງໄຮ່ ກາງນາຫັ້ນເດ້ ມີກົບມີຂຽດ ໄປຈັ່ງຊັ້ນແຫຼ ສ່ວນຫຼາຍກໍແມ່ນ ລົງຫຼັງເຮືອນຫັ້ນ ກໍໄປຫາເອົາ ພໍໄດ້ກິນ. ຄັນວ່າ ອາໄສແຕ່ເງິເດືອນຫັ້ນ 5 ມື້ ກໍໝົດລະເງິນເດືອນລົງເຮືອນໄປໃສ່ນ້ຳຣົດ ແຕ່ກີ້ໃສ່ ແສນນຶ່ງ ຍັງໄດ້ 10 ປາຍລິດເດ້, ດຽວນີ້ ໃສ່ ແສນນຶ່ງ ໄດ້ແຕ່ 8 ລິດປາຍ.

ນັກ​ຂ່າວ: ແຕ່ກີ້​ໃສ່ ແສນ​ນຶ່ງ ໄດ້ 10 ປາຍ​ລິດ ທໍ່​ໃດ?

ຣັ​ຖກອນ: 11 ລິດ ເດ້ ດຽວນີ້ ປະມານ 8 ລິດນ່າ.

ນັກ​ຂ່າວ: ເງິນ​ເດືອນ​ຂັ້ນ​ເຮົາ​ໃຊ້​ແທ້ໆ ເງິນ​ເດືອນ​ປະ​ມານລ້ານ​ປາຍ​ຫວະ ຄື ສອງ​ລ້ານ?

ຣັ​ຖ​ກອນ: 2 ລ້ານປາຍ.

ນັກ​ຂ່າວ: ສອງ​ລ້ານ​ປາຍ ຄັ້ນ​ໃຊ້​ແທ້ໆ ປະ​ມາ​ນຈັກ​ມື້?

ຣັ​ຖກອນ: ປະຢັດທີ່ສຸດລະບໍ່ເກີນ 15 ມື້ ແມ່ນໝົດລະ. ປະຢັດແທ້ໆ 15 ມື້ລະແມ່ນໝົດ.

ນັກ​ຂ່າວ: ສົມ​ມຸດ​ວ່າ ເຂົາ​ຊື້​ເຂົ້າ​ກິນ ຊື້​ອາ​ຫານ​ການ​ກິນ​ປະ​ມານ​ເທົ່າ​ຕໍ່​ມື້?

ຣັ​ຖກອນ: ຄັນ​ວ່າ​ເຂົ້າ​ເນາະ ຄັນ​ເຮົາ​ຊື້​ເຂົ້າ​ນີ້​ກໍ ມື້​ນຶ່ງ​ປະ​ມານ 40,000 ກີບ ບາດນີ້​ອາ​ຫານ ​ຊີ້ນ​ກິ​ໂລ​ນຶ່ງ​ກໍ 70,000 ກີບ, ກຸ້ມມື້​ດຽວ​ກໍ​ແສນກວ່າ​ກີບ​ລະ​ເດ້ ຍັງ​ອັນ​ອື່ນ​ອີກ ຍັງ​ເກືອ ໝາກ​ເຜັດ ແປ້ງ​ນົວ ປາ​ແດກ​ເດ້ ກໍຊື້. ມື້​ນຶ່ງນີ້ ເກືອບ​ຢາກ 2 ແສນ​ກີບ ນ່າ ພໍ​ດີ​ກຸ້ມ​ຄອບ​ຄົວ​ນຶ່ງ.   

ການ​ຂຶ້ນ​ລາ​ຄາ​ນ້ຳ​ມັນ ອີງ​ໃສ່ກົນ​ໄກ​ຕ​ລາດ​ໂລກ, ເຈົ້າ​ໜ້າ​ທີ່​ກົມ​ການ​ຄ້າ​ພາຍ​ໃນ ກະ​ຊວງ​ອຸດ​ສາ​ຫະ​ກັມ ແລະ ການ​ຄ້າ ຜູ້​ທີ່ບໍ່​ປະ​ສົງ​ອອກ​ຊື່ ໄດ້​ກ່າວ ຕໍ່​ເອ​ເຊັຽ​ເສ​ຣີ ທີ່​ຜ່ານ​ມາ ວ່າ:

ແມ່ນເພາະວ່າລາຄາເຮົາປັບ ມັນກໍອີງຕາມລາດໂລກຢູ່ແລ້ວ ອໍ ໂຕນີ້ ຜ່ານມາ ເຮົາກະມີການຄັງແຮ ຊ້ວງໃດມັນຂຶ້ນຫຼາຍໆ ຣັບານກໍເອົາຄັງແຮ ມານ້ຳໃຊ້ ອໍ ໂຕນີ້ແຕ່ລະຄັ້ງ ກໍບໍ່ຄືກັນ ມັນແລ້ວ ແຕ່ວ່າ ລາຄາມັນຂຶ້ນໜ້ອຍ ຂຶ້ນຫຼາຍ ໂຕນີ້ ເຮົາບໍ່ມີເປັນຫຼັກການຕາຍໂຕໄວໃນນັ້ນ ມັນຂຶ້ນກັບໂຕເລກທີ່ວ່າ ມັນ ເໜັງຕີງ ແຕ່ລະຄັ້ງ

ທ່ານ ກ່າວ​ຕື່ມ​ອີກວ່າ ທາງ​ການ​ລາວ ໄດ້​ກຳ​ນົດ ໃຫ້​ນຳ​ມັນ​ເປັນ​ສິນ​ຄ້າ​ຄວບ​ຄຸມ ເນື່ອງ​ຈາກ​ເປັນ​ສິນ​ຄ້າ​ທີ່​ຈຳ​ເປັນຕໍ່​ການ​ດຳ​ລົງ​ຊີ​ວິດ ມີ​ຄວາມ​ສຳ​ຄັນ​ໃນ​ການ​   ຜ​ລິດ​ສິນ​ຄ້າ ແລະ ບໍ​ຣິ​ການ ແລະ ສິນ​ຄ້າ​ທີ່​ມີ​ລາ​ຄາ​ປ່ຽນ​ແປງໄປ​ຕາມ​ຕ​ລາດ​ໂລກ. ອີງ​ຕາມ​ຂໍ້​ມູນ​ຈາກ​ທາງ​ການ​ລາວ, ໃນ​ຮອບ​ປີນີ້ ໄດ້​ມີ​ການ​ຂຶ້ນ​ລາ​ຄາ​ໄປ​ແລ້ວ 16 ຄັ້ງ. ການ​ຂຶ້ນ​ລາ​ຄາ​ນ້ຳ​ຄັ້ງ​ຫຼ້າ​ສຸດ​ ​ມີ​ຜົ​ລ​ບັງ​ຄັບ​ໃຊ້ໃນ​ວັນ​ທີ 20 ຕຸ​ລາ 2021. ສະ​ເພາະ​ລາ​ຄາ​ນ້ຳ​ຢູ່​ນະ​ຄອນ​ຫລວງວຽງ​ຈັນ:

  • ນ້ຳ​ມັນ​ແອັດ​ຊັງພິ​ເສດປັບ​ຂຶ້ນ​ ແຕ່​ກ່ອນລາ​ຄາ 13,170 ກີບ ຕໍ່​ລິດ ປັດ​ຈຸ​ບັນຂາຍ​ໃນ​ລາ​ຄາ 13,620 ກີບ ຕໍ່​ລິດ
  • ແອັດ​ຊັງ​ທັມ​ດາປັບ​ຂຶ້ນ ຈາກ​ແຕ່​ກ່ອນລາ​ຄາ 11,370 ກີບ ຕໍ່​ລິດ ມາ​ເປັນ 11,790 ກີບ ຕໍ່ລິດ ໃນ​ປັດ​ຈຸ​ບັນ.
  • ນ້ຳ​ມັນກະ​ຊ້ວງ​ປັບ​ຂຶ້ນ​ ຈາກ​ແຕ່​ກ່ອນ​ລາ​ຄາ 9,920 ກີບ ຕໍ່​ລິດ ມາ​ເປັນ 10,300 ກີບ ຕໍ່​ລິດ ໃນ​ປັດ​ຈຸ​ບັນ

ສ່ວນ​ວ່າ ລາ​ຄາ​ນ້ຳ​ມັນຢູ່​ຕ່າງ​ແຂວງ​ກໍ​ມີຄວາມ ​ແຕກ​ຕ່າງ​ກັນ​ໄປ ຂຶ້ນ​ກັບແຂວງ​ໃຫຍ່ ແຂວງ​ນ້ອຍ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.