ເຂດເສຖກິຈພິເສດ ຮັບ​ຄົນ​ງານ ແຕ່​ຕ້ອງ​ເຂັ້ມ​ງວດ

ສິດນີ້
2021.10.13
ເຂດເສຖກິຈພິເສດ ຮັບ​ຄົນ​ງານ ແຕ່​ຕ້ອງ​ເຂັ້ມ​ງວດ ຍາມຣາຕຣີ ຢູ່ ຄາຊີໂນ ບ່ອນການພະນັນ ມີບໍຣິການຄົບວົງຈອນ ໃນເຂດເສຖກິຈພິເສດ ສາມຫຼ່ຽມຄໍາ ແຂວງບໍ່ແກ້ວ
ພາບປະກອບ: ນັກຂ່າວພົລເມືອງ

ພາຍຫຼັງທາງການ ແຂວງບໍ່ແກ້ວ ໄດ້ປະຊຸມ ປຶກສາຫາລື ກ່ຽວກັບ ເຂດເສຖກິຈ ພິເສດສາມຫລ່ຽມຄຳ ຜ່ອນຜັນ ອະນຸຍາດ ໃຫ້ນຳຄົນງານ ຕ່າງປະເທດ ເຂົ້າມາເຮັດວຽກໄດ້, ຫຼ້າສຸດ ແຂວງບໍ່ແກ້ວ ກໍໄດ້ອະນຸຍາດໃຫ້ ຄົນງານ ຕ່າງປະເທດ ເຂົ້າໄປເຮັດວຽກ ໃນເຂດເສຖກິຈ ພິເສດສາມຫລ່ຽມຄຳ ແຕ່ຕ້ອງມີ ການຮັບປະກັນ ຈາກນາຍຈ້າງ ແລະ ເງື່ອນໄຂ ຂໍ້ຈຳກັດຫຼາຍຢ່່າງ ຍ້ອນຍັງມີການ ຣະບາດ ຂອງໂຄວິດ-19 ຢູ່ ໂດຍທາງການແຂວງ ຈະສນອງ ຕາມຄວາມ ຕ້ອງການ ຂອງແຕ່ລະ ບໍຣິສັດ ເທົ່ານັ້ນ ເນື່ອງຈາກວ່າ ປັດຈຸບັນ ບໍຣິສັດ ໃນເຂດສາມຫລ່ຽມຄຳ ຂາດແຄນ ຄົນງານ ໃນການເຮັດວຽກ. ເງື່ອນໄຂ ທີ່ຄົນງານ ຕ່າງປະເທດ ຈະຕ້ອງປະຕິບັດ ກໍ່ແມ່ນວ່າ ບໍຣິສັດພາຍໃນ ຕ້ອງຮັບປະກັນ ກັບທາງການ ແຂວງບໍ່ແກ້ວ ໃຫ້ຄົນງານ ທຸກຄົນ ມີເອກສານ ແບບຖືກຕ້ອງ ຄົບຖ້ວນ ແລະ ກວດໂຄວິດ-19 ຕາມ ມາຕການ ທາງການ ຖ້າບໍ່ພົບເຫັນ ການຕິດເຊື້່ອ ຈຶ່ງຈະໃຫ້ ເຮັດວຽກໄດ້ ແຕ່ໄດ້ກັກໂຕ ພາຍໃນຕື່ມອີກ 7 ວັນ. ດັ່ງເຈົ້າຫນ້າທີ່ ແຮງງານ ແຂວງບໍ່ແກ້ວ ທ່ານນຶ່ງກ່າວ ຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 13 ຕຸລາ ນີ້ວ່າ:

ສນອງ ຕາມຄວາມຕ້ອງການ, ຄວາມຈຳເປັນ ບາງບໍຣິສັດ ເຂົາເຈົ້າບໍ່ມີຄົນ ເຮັດວຽກ, ຄົນອອກຫຼາຍຊີ່ນ່າ, ແລ້ວເຂົາເຈົ້າ ກໍເຮັດໃບສເນີ ຜ່ານໄປຮອດແຂວງ, ແຂວງຈຶ່ງຄົ້ນຄົ້ວ ແຕ່ວ່າຕ້ອງຜ່ານ ການກວດກາ ແລ້ວກໍມີເອກສານ ຖືກຕ້ອງໝົດ, ແລ້ວກໍ ບໍຣິສັດຮັບຮອງເອົາ ທັງໃນເຂດຮັບຮອງເອົາ, ແລ້ວໃຫ້ເອົາເຂົ້າມາ ແຕ່ວ່າ ກ່ອນຈະອົາເຂົ້ານີ້  ຕ້ອງ 14 ມື້ເກັບໂຕຢ່າງ  2 ເທື່ອ,  ເຂົ້າໄປໃນກັກຂັງ 7 ມື້.

ທ່ານກ່າວຕື່ມວ່າ ທາງການແຂວງບໍ່ແກ້ວ ກໍໄດ້ເພີ່ມ ການປ້ອງກັນ ໂຄວິດ-19 ຢ່າງເຄັ່ງຄັດ  ໂດຍສເພາະ ບ້ານທີ່ຕິດກັບ ເຂດເສຖກິຈພິເສດ ສາມຫລ່ຽມຄຳ ດັ່ງບ້ານເພັຽງາມ, ບ້ານສາມຫລ່ຽມຄຳ, ບ້ານດອນມູນ ແລະ ບ້ານໂພນໂຮມ. ຍ້ອນຍັງມີຄົນຕິເຊື້ອໂຄວິດ-19 ຢູ່ ທາງການ ກໍໄດ້ເຮັດຮົ້ວ ກັ້ນເຂດບ້ານ ຕໍ່ບ້ານ ຕັ້ງຈຸດກວດກາຄົນ ເຂົ້າ-ອອກ.

ຊ່ວງນີ້ ພຍາດ ກຳລັງ ຣະບາດຢູ່, ຍັງບໍ່ທັນລຸດຜ່ອນ ນ່າ, ການເຂົ້າ, ການອອກນີ້ ກໍ ເປັນແຮງງານ ສວ່ນຫຼາຍມາແຕ່ ບ່ອນອື່ນ ແລ້ວເມືອງຕົ້ນເຜີ້ງ ມັນມີພື້ນທີ່ສີແດງ ຫຼາຍ ເປັນຈຸດເຊື່ອມຕໍ່, ຖ້າບໍ່ແມ່ນພື້ນທີ່ສີແດງນີ້ ກໍພໍ ເຂົ້າ-ອອກໄດ້ ແຕ່ວ່່າ ພື້ນທີ່ສີແດງເພີ່ນກໍຈຳກັດ.

ຊາວບ້ານ ໃນເມືອງຕົ້ນເຜີ້ງ ແຂວງບໍ່ແກ້ວ ທ່ານນຶ່ງເວົ້າວ່າ ບັນຍາກາດ ພາຍໃນເມືອງ ຕົ້ນເຜີ້ງ ຊາວບ້ານ ກໍບໍ່ສາມາດ ໄປມາ ຫາສູ່ກັນໄດ້ ໂດຍສເພາະ ບ້ານສີແດງ ເຈົ້າໜ້າທີ່ ຕັ້ງດ່ານກວດ ຫຼາຍຈຸດ ການຄ້າຂາຍ ກໍຍັງມີການ ຈຳກັດຢູ່ ທາງການ ອະນຸຍາດໃຫ້ ຂາຍເຄື່ອງຈຳເປັນ ເທົ່ານັ້ນ.

ໄປ ມາ ກໍຍັງຍາກຢູ່ ການຊື້, ການຂາຍ ນີ້ກໍຖືວ່າບໍ່ມີແລ້ວ. ດຽວນີ້ເຂົາເຈົ້າ ເຮັດຍາມ ແຕ່ລະບ້ານ ຈະເຮັດເປັນ ບລອກ, ບລອກ (Block) ໄວ້ເລີຍ. ໄປມາ ຫາສູ່ກັນບໍ່ໄດ້ແລ້ວ ຖ້າວຽກຈຳເປັນ ກໍອອກໄດ້ຢູ່  ເຮັດໜັງສື ຈາກນາຍບ້ານອອກ.

ຊາວບ້ານ ເມືອງຕົ້ນເຜີ້ງ ອີກຜູ້ນຶ່ງເວົ້າວ່າ ລາວເອງ ກໍຍັງຄ້າຂາຍ ບໍ່ໄດ້, ທາງການ ກໍບໍ່ອະນຸຍາດ ໃຫ້ເດີນທາງ ໄປມາຫາສູ່ກັນ ແຕ່ບ້ານ ບໍ່ແມ່ນສີແດງ ໄປໄດ້.

ຄ້າຂາຍ ບໍ່ໄດ້ເລີຍ ຍັງປິດຢູ່ ມີຜູ້ຕິດເຊື້ອ ເພີ່ມຂື້ນ ຢູ່ເລື້ອຍໆ ກະບໍ່ ປົກກະຕິ ຫັ້ນແຫຼະ ໄປມາຫາກັນ ກໍລຳບາກ ບໍ່ແມ່ນ ບ້ານແດງນີ້ ໄປຫາກັນໄດ້.

ໃນຂະນະດຽວກັນ ຢູ່ຄ້າຍຄຸມຂັງ ນັກໂທດ ນາໄຊ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ,  ເຈົ້າໜ້າທີ່ໄດ້ ກວດພົບເຫັນ ນັກໂທດ ຕິດເຊື້່ອ ໂຄວິດ-19 ເກືອບຮອດ 170 ຄົນ, ໃນໄລຍະ 3 ມື້ຜ່ານມາ. ກ່ຽວກັບເຣື່ອງນີ້ ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ທ່ານນຶ່ງເວົ້າວ່າ ເນື່ອງຈາກ ຄ້າຍຄຸມຂັງ ດັ່ງກ່າວ ມີສພາບ ແອອັດ, ຄັບແຄບ ເຕັມໄປດ້ວຍ ນັກໂທດ ຈຶ່ງເຮັດໃຫ້ ມີການແຜ່ເຊື້່ອ ໂຄວິດ-19 ໄດ້ງ່າຍ. ເຈົ້າໜ້າທີ່ ກໍໄດ້ແກ້ໄຂແລ້ວ ຫຼັງຈາກ ພົບເຫັນ ການຣະບາດ ໃນສຖານທີ່ ດັ່ງກ່າວ ດ້ວຍການ ແຍກຜູ້ຕິດເຊື້ອ ແລະ ຜູ້ສຳພັດໃກ້ຊິດ ໄປຂັງຢູ່ຫ້ອງອື່ນ ແລະ ຜູ້ຕິດເຊື້ອ ອອກໄປປິ່ນປົວ ໃນໂຮງໝໍສນາມ ທີ່ເຈົ້າຫນ້າທີ່ ສ້າງຂື້ຶ້ນພາຍໃນຄຸກ.

ມັນຈຸດນີ້ ຖືກວ່າ ທາງຄະນະ ສເພາະກິດ, ທາງຄະນະ ຮັບຜິດຊອບ ຂອງພວກເຮົາ ກໍໄດ້ມີ ວິທີການແຍກ ເປັນແຕ່ລະຊັ້ນ ອອກແລ້ວ. ຢູ່ໃນນັ້ນເຮົາ ກໍໄດ້ແຍກຄ້າຍໆ ຄືກັນ ກັບຢູ່ບັນດາ ສູນຕ່າງໆ ຫັ້ນແຫຼະ, ຈຳກັດ ຢູ່ເຂດບໍຣິເວນ ທີ່ມັນພໍຈຳກັດໄດ້,  ມີແຕ່ແພດ, ແຕ່ໝໍ ວິຊາສເພາະ ເຂົາເຈົ້າ ຈຶ່ງເຂົ້າໄປໄດ້. ສາມາດ ຄວບຄຸມ ສຖານະການ ມັນໄດ້ແລ້ວ ເງື່ອນໄຂ ຂອງການ ທີ່ຈະແຜ່ລາມ ອອກໄປກໍຄິດວ່າຈະໜ້ອຍລົງແລ້ວ.”

ທ່ານກ່າວຕື່ມວ່າ ສາເຫດ ທີ່ມີການ ຕິດເຊື້່ອໃນຄຸກນີ້ ອາດເປັນຍ້ອນວ່າ ມາຈາກ ນັກໂທດ ທີ່ຖືກຈັບໃໝ່ຫຼາຍຄົນ ແລ້ວເອົາມາຂັງ ນຳກັນ ກັບນັກໂທດ ຄົນອື່ນໆ ຊຶ່ງເຈົ້າໜ້າທີ່ ກໍໄດ້ກວດ ແລະກັກໂຕກຸ່ມດັ່ງກ່າວ ກ່ອນຈະເອົາຂັງ ແຕ່ບໍ່ເຫັນ ອາການ ແລະ ການຢ້ຽມຢາມ ຂອງຍາດ ພີ່ນ້ອງ ແລະ ຄອບຄົວກໍຖືກຫ້າມ ເລີ້ມແຕ່ ການຣະບາດ ເປັນຕົ້ນມາ.

ມາຮອດປັດຈຸບັນ ທົ່ວປະເທດ ໄດ້ກວດພົບເຫັນ ຜູ້ຕິດເຊື້ອ ໂຄວິດ-19 ຣາຍໃໝ່ ເພີ່ມອີກ 566 ຄົນ, ໃນນັ້ນ ຕິດໃນຊຸມຊົນ 557 ຄົນ, ຈາກຜົລ ການກວດຫາເຊື້ອ ໂຄວິດ-19 ທັງໝົດ 6,427 ໂຕຢ່າງ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.