ເກົາຫຼີໃຕ້ ຮັບຄົນງານລາວ ໄປເຮັດວຽກຕາມ ຣະດູການ ຕື່ມອີກ

ພອນ ພູມມີທອນ
2023.11.15
ເກົາຫຼີໃຕ້ ຮັບຄົນງານລາວ ໄປເຮັດວຽກຕາມ ຣະດູການ ຕື່ມອີກ ກະຊວງແຮງງານ ແລະສວັດດີການສັງຄົມ ຈັດສົ່ງຄົນງານລາວ ໄປເຮັດວຽກຕາມຣະດູການ ທີ່ເມືອງເມັ໋ຽຢ໋າງ ແລະເມືອງຊັງຈອງ ປະເທດເກົາຫລີໃຕ້ ຈຳນວນ 80 ຄົນ. ສນາມບິນວັດໄຕ, ນະຄອນຫຼວງວຽງຈັນ ວັນທີ 8 ກຸມພາ ປີ 2023.
ຮູບພາບຈາກ: ຂ່າວສານແຮງງານ ແລະສະຫວັດດີການສັງຄົມ-ຮສສ

ໃນວັນທີ 7 ພຶສຈິກາ 2023 ທີ່ຜ່ານມາ, ທາງການ ເມືອງໂກເອຊານ, ແຂວງຊັງຈອງບຸກໂດ, ປະເທດເກົາຫຼີໃຕ້ ພ້ອມດ້ວຍ ກົມການຈັດຫາງານ, ກະຊວງແຮງງານ ແລະ ສວັດດີການສັງຄົມ ຂອງລາວ ໄດ້ຮ່ວມກັນລົງນາມ ບົດບັນທຶກ ຄວາມເຂົ້າໃຈ ວ່າດ້ວຍການຈັດສົ່ງຄົນງານລາວ ໄປເຮັດວຽກຕາມຣະດູການ ຢູ່ເກົາຫຼີໃຕ້. ໃນໂອກາດນີ້, ຍານາງ ອານຸສອນ ຄຳສິງສະຫວັດ ຫົວໜ້າກົມການຈັດຫາງານ, ກະຊວງແຮງງານ ແລະ ສວັດດີການສັງຄົມ ຂອງລາວ ໄດ້ກ່າວວ່າ:

“ການຮ່ວມມື ລະຫວ່າງ ກົມການຈັດຫາງານ ແລະ ເມືອງໂກເອຊານ ໃນຄັ້ງນີ້, ຈະເປັນບາດກ້າວສໍາຄັນ ແລະ ສ້າງຜົລປໂຍດໃຫ້ແກ່ສອງຝ່າຍ. ສໍາລັບ ຄົນງານລາວ ກໍຈະໄດ້ຮັບການ ພັທນາສີມືແຮງງານ ແລະ ມີຣາຍຮັບໃຫ້ແກ່ຕົນເອງ ແລະ ຄອບຄົວ ພ້ອມທັງຈະຊ່ວຍຊຸກຍູ້ ການຂຍາຍຕົວຂອງເສຖກິຈລາວ ເຮັດໃຫ້ຊາວກະສິກອນ, ເຈົ້າຂອງຟາມ ພາຍໃນເມືອງໂກເອຊານ ກໍຈະມີຄົນງານ ເຂົ້າຮັບໃຊ້ ການຜລິດກະສິກັມ ໃຫ້ຫຼາຍຂຶ້ນ.”

ກ່ຽວກັບເຣຶ່ອງນີ້, ວິທຍຸເອເຊັຽເສຣີ ໄດ້ສອບຖາມ ເຈົ້າໜ້າທີ່ກ່ຽວຂ້ອງ ຍານາງນຶ່ງ ຢູ່ນະຄອນຫຼວງວຽງຈັນ ເຊິ່ງບໍ່ປະສົງອອກຊື່ ແລະ ຕຳແໜ່ງ. ຍານາງກ່າວວ່າ ປັດຈຸບັນ, ຍັງບໍ່ທັນຮູ້ ຂໍ້ມູນຈະແຈ້ງວ່າ ທາງການ ເມືອງໂກເອຊານ ຈະໄດ້ໃຫ້ ບູຣິມະສິດ ຮັບຄົນງານຈາກເມືອງ ຫຼື ແຂວງໃດ ຂອງລາວ, ເຊິ່ງທາງພາກສ່ວນກ່ຽວຂ້ອງ ຈະໄດ້ອອກແຈ້ງການ ໃນມໍ່ໆນີ້ຕື່ມ.

ດັ່ງທີ່ຍານາງ ກ່າວໃນມື້ວັນທີ 9 ພຶສຈິກາ ນີ້ວ່າ.

“ໂອ້! ໂດຍໆ ເພິ່ນຍັງບໍ່ທັນໄດ້ສົ່ງມາໃຫ້ນ່າ. ອັນໂຕນີ້ເຮົາຍັງບໍ່ທັນແນ່ໃຈນ່າ ເພາະວ່າດຽວຖາມ ຂໍຖາມເພິ່ນ, ເພິ່ນຍັງບໍ່ທັນສົ່ງມາໃຫ້ ໂທນຳຕື່ມ.”

ທາງດ້ານ ເຈົ້າໜ້າທີ່ກ່ຽວຂ້ອງ ອີກທ່ານນຶ່ງ ຢູ່ແຂວງວຽງຈັນ ເຊິ່ງບໍ່ປະສົງອອກຊື່ ແລະ ຕຳແໜ່ງ ເຊັ່ນດຽວກັນ ກ່າວວ່າ ໃນເດືອນຕຸລາ 2023 ທີ່ຜ່ານມາ, ທາງພາກສ່ວນທີ່ກ່ຽວຂ້ອງ ຂອງແຂວງໄດ້ລົງໄປເປີດຮັບສມັກ ຈາກ 6 ເມືອງ ຂອງແຂວງວຽງຈັນ ຮຽບຮ້ອຍແລ້ວ ແລະ ໄດ້ຂຶ້ນແຜນເປີດຮັບສມັກ ອີກເທື່ອໃໝ່ ໃນເດືອນ ທັນວາ ທີ່ຈະມາຮອດນີ້, ໂດຍຈະມີຄ່າໃຊ້ຈ່າຍປະມານ 2,300 ໂດລ້າຣ໌ ສະຫະຣັຖ ຕໍ່ຄົນ.

ດັ່ງທີ່ທ່ານ ກ່າວວ່າ:

“ເຂົາສັມພາດແລ້ວແລ້ວ ເອົາເປັນເດືອນໜ້າ ເດືອນໜ້າຍັງມີອີກເດີ້ ເດືອນ 12 ເດີ້. ເມືອງວຽງຄຳນີ້ແຫຼະ, ຊິເອົາລົງເມືອງວຽງຄຳຫັ້ນແຫຼະເດີ້. ໂອ້, ອັນນັ້ນຍັງແຈ້ງບໍ່ທັນໄດ້ເທື່ອ. ຮອດມື້ກະຊິສົ່ງໃຫ້ວ່າໄປເມືອງໃດນໍ້. ຈັ່ງຊີ້ແຈ້ງໃຫ້ຮູ້ເດີ້. ຄ່າໃຊ້ຈ່າຍຄືເກົ່າຫັ້ນແຫຼະ ຕາມຣະບຽບຫັ້ນແຫຼະ ຄ່າໃຊ້ຈ່າຍປະມານ 2,300 ຫຼຽນ.”

ທາງດ້ານ ຄົນງານລາວ ຜູ້ນຶ່ງ ຢູ່ແຂວງວຽງຈັນ ກ່າວວ່າ: ສຳລັບຜູ້ທີ່ຈະຢາກສມັກໄປເຮັດວຽກ ຢູ່ເກົາຫຼີໃຕ້ ກໍຕ້ອງໄດ້ກູ້ຍືມເງິນ ໂດຍໃຊ້ຫຼັກຊັພ ເຊັ່ນ ທີ່ດິນ ຫຼື ຄຳ ເປັນຫຼັກຄ້ຳປະກັນ, ແຕ່ຖ້າໄດ້ໄປແລ້ວ ສາມາດເຮັດວຽກ ໄດ້ເງິນເດືອນຫຼາຍ ຖືວ່າຄຸ້ມຄ່າ ແລະ ອາດຈະໄດ້ຕໍ່ສັນຍາ ຖ້ານາຍຈ້າງພໍໃຈ ໃນການເຮັດວຽກຂອງລາວ.

ດັ່ງທີ່ລາວ ກ່າວວ່າ:

“ເຮົາກໍຢາກໄປ ແຕ່່ວ່າມັນຕ້ອງໃຊ້ເງິນຫຼາຍຢູ່ 2,000 ໂດລ້າຣ໌ ນີ້ ກະຕ້ອງເອົາດິນເອົາຫຍັງ ໄປຈຳຫັ້ນແຫຼະ ເຖິງຈະໄດ້ເງິນມາ. ແຕ່ວ່າຖ້າເກີດໄປແລ້ວ ເຂົາເຈົ້າມັກ ກໍອາດຈະໄດ້ຢູ່ຕໍ່ອີກເນາະ, ກໍຫວັງວ່າ ເຂົາເຈົ້າຈະໃຫ້ເຮົາຢູ່ຕໍ່ຫັ້ນນ່າ.”

ສຳລັບ ຄົນງານລາວ ຈາກແຂວງວຽງຈັນ ທີ່ສມັກ ແລະ ຜ່ານການສັມພາດ ໃນທ້າຍເດືອນຕຸລາ ຫາ ຕົ້ນເດືອນ ພຶສຈິກາ 2023 ຜ່ານມານັ້ນ ຈະຖືກສົ່ງໄປເຮັດວຽກ ຕາມຣະດູການ ຢູ່ ເມືອງເມຍຢາງ, ເມືອງຊັງຢອງ ແລະ ເມືອງເຢວຈູ ໃນຊ່ວງໄລຍະ ເດືອນ ທັນວາ 2023 ຫາ ເດືອນ ມົກກະຣາ 2024 ໂດຍມີຈຳນວນທັງໝົດ 419 ຄົນ, ແມ່ຍິງ 355 ຄົນ.

ຂະນະທີ່ ຄົນງານລາວ ທີ່ຖືກຈັດສົ່ງໄປເຮັດວຽກ ໃນພາກກະສິກັມ ຢູ່ເກົາຫຼີໃຕ້ ຜູ້ນຶ່ງ ເປີດເຜີຍວ່າ ວຽກການປູກໃບງາເກົາຫຼີ ທີ່ລາວເຮັດຢູ່ ຖືວ່າບໍ່ໜັກເລີຍ ແລະ ເປັນງານທີ່ຕົງກັບ ຄວາມຖນັດ ຂອງລາວ. ອີກທັງເງິນເດືອນ ດີຫຼາຍ ແລະ ນາຍຈ້າງໃຫ້ຄວາມເອົາໃຈໃສ່ ຄົນງານລາວຫຼາຍ, ເຮັດໃຫ້ລາວ ມີຄວາມສຸຂ ໃນການເຮັດວຽກ ຢູ່ເກົາຫຼີໃຕ້.

ດັ່ງທີ່ລາວ ກ່າວວ່າ:

“ການເກັບໃບງາ ເປັນງານງ່າຍໆ ທີ່ເຂົາວ່າເງິນເດືອນ 20-30 ລ້ານນ່າ ມັນກະແມ່ນແທ້. ແຕ່ວ່າງານໃນເກົາຫຼີ ມັນກະບໍ່ໄດ້ເປັນງານທີ່ໜັກ ເປັນງານສະບາຍໆ ເກັບໃບງາແບບນີ້ແຫຼະ. ມື້ນີ້ກະຄິດວ່າຊິໃຫ້ແລ້ວ ເພາະວ່າມື້ນຶ່ງຈະປະມານ 3-4 ໜານເຈົ້າ. ວຽກບໍ່ໄດ້ໜັກດອກ ເງິນເດືອນກະດີຢູ່ ເຖົ້າແກ່ໃຈດີ ທີ່ເຂົາວ່າວຽກໜັກໆ ເຮົາບໍ່ທັນໄດ້ເຈີຈັກເທື່ອ ສ່ວນຫຼາຍມັນເປັນງານປູກ ງານເກັບ.”

ອີງຕາມຄຳເວົ້າຂອງ ຍານາງ ອານຸສອນ ຄຳສິງສະຫວັດ ຫົວໜ້າກົມການຈັດຫາງານ, ກະຊວງແຮງງານ ແລະ ສວັດດີການສັງຄົມ ໄດ້ໃຫ້ຮູ້ວ່າ: ນັບແຕ່ປີ 2022 ມາຮອດປັດຈຸບັນ, ກະຊວງ ໄດ້ລົງນາມສັນຍາຮ່ວມມື ດ້ານການຈັດສົ່ງຄົນງານ ໄປເຮັດວຽກຕາມຣະດູການ ຮ່ວມກັບ 47 ເມືອງ ຂອງເກົາຫຼີໃຕ້ ແລະ ສາມາດຈັດສົ່ງ ຄົນງານລາວໄປເຮັດວຽກ ໄດ້ຈໍານວນ ທັງໝົດ 2,131 ຄົນ, ແມ່ຍິງ 989 ຄົນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.