ຣັຖບານ ພະຍາຍາມແກ້ໄຂບັນຫາ ພະນັກງານຣັຖ-ປະຊາຊົນ ອອກໄປເຮັດວຽກ ຢູ່ຕ່າງປະເທດ

ອາວະຣີ
2024.02.15
ຣັຖບານ ພະຍາຍາມແກ້ໄຂບັນຫາ ພະນັກງານຣັຖ-ປະຊາຊົນ ອອກໄປເຮັດວຽກ ຢູ່ຕ່າງປະເທດ ຄົນງານລາວ ທີ່ກຳລັງເດີນທາງ ໄປເຮັດວຽກ ຢູ່ປະເທດໄທຍ. ວັນທີ 28 ກໍຣະກະດາ 2023.
RFA

ຣັຖບານລາວ ຫາວິທີແກ້ໄຂບັນຫາ ພະນັກງານ-ຣັຖກອນ ແລະປະຊາຊົນລາວຫລາຍຄົນ ໄດ້ພາກັນໜີໄປເຮັດວຽກຢູ່ຕ່າງປະເທດຫລາຍເກີນໄປ ຈົນເຮັດໃຫ້ພາຍໃນປະເທດຂາດເຂີນຄົນງານ ເຊັ່ນຍານາງ ອານຸສອນ ຄຳສິງສວັດ ຫົວໜ້າກົມການຈັດຫາງານ ກະຊວງແຮງງານ ແລະສວັດດີສັງຄົມ ຂອງລາວ ໄດ້ກ່າວໃນກອງປະຊຸມສັມມະນາພິເສດ ໃນວາຣະສລອງວັນຄົນງານເຄື່ອນຍ້ານ ສາກົນ ຢູ່ນະຄອນຫລວງວຽງຈັນໃນວັນທີ່ 18 ມົກກະຣາ ທີ່ຜ່ານມາວ່າ ພະນັກງານແລະຣັຖກອນຫລາຍຄົນ ໄດ້ພາກັນລາອອກແລ້ວ ແຕ່ບໍ່ຮູ້ວ່າ ຫລາຍເທົ່າໃດ; ສ່ວນຫລາຍ ກໍພາກັນໄປເຮັດວຽກຢູ່ຕ່າງປະເທດ ເພາະປະເທດລາວ ຍັງປະສົບກັບບັນຫາ ເງິນເຟີ້ ແລະເງິນກີບອ່ອນຄ່າ ຢ່າງແຮງຢູ່ ຊຶ່ງການລາອອກນັ້ນ ໄດ້ເປັນເຫດໃຫ້ມີການຂາດເຂີນແຮງງານ ຢ່າງໜັກໃນປະເທດລາວ ແຕ່ຍານາງ ອານຸສອນ ຄຳສິງສວັດ ກໍບໍ່ໄດ້ເປີດເຜີຍໂຕເລກວ່າ ຂາດເຂີນຫລາຍເທົ່າໃດແທ້. ເຖິງຢ່າງໃດກໍດີ ຜ່ານມາ ຣັຖບານລາວ ກໍມີວິທີແກ້ໄຂຢູ່ ໂດຍໄດ້ປຶກສາຫາລື ກັບພາກສ່ວນທີ່ກ່ຽວຂ້ອງ ໂດຍສະເພາະສະພາອຸດສາຫະກັມ ແລະການຄ້າ ແລະສູນກາງສະຫະພັນກັມມະບານລາວ; ເຣື່ອງຫາລື ທີ່ສຳຄັນ ກໍແມ່ນ ເຣື່ອງການຂຶ້ນຄ່າແຮງງານຂັ້ນຕ່ຳ ປັບປຸງສະຖານທີ່ເຮັດວຽກໃຫ້ດີຂຶ້ນ ແລະເປີດໃຫ້ຄົນລາວໄດ້ມີໂອກາດພັທນາສີມີແຮງງານ.

ຍານາງ ອານຸສອນ ຄຳສິງສວັດ ໄດ້ກ່າວກ່ຽວກັບເຣື່ອງຕື່ມວ່າ:

ການອ່ອນຄ່າຂອງເງິນກີບລາວ ເປັນປັດໄຈນຶ່ງ ໃຫ້ພວກແຮງງານລາວ ລວມທັງພະນັກງານ ໃນຫົວໜ່ວຍຕ່າງໆຈຳນວນບໍ່ໜ້ອຍ ໄດ້ລາອອກຈາກຕຳແໜ່ງ ເພື່ອໄປເຮັດວຽກຢູ່ຕ່າງປະເທດ ເຮັດໃຫ້ເກີດພາວະຂາດແຄນ. ຣັຖບານໄດ້ປຶກສາຫາລືກັບພາກສ່ວນກ່ຽວຂ້ອງ ເພື່ອປັບປຸງຄ່າແຮງງານຂັ້ນຕ່ຳ ແລະສະພາບແວດລ້ອມ ໃນການເຮັດວຽກ ອຳນວຍຄວາມສະດວກແລະໄດ້ຮັບການພັທນາສີມືແຮງງານ.”

ເຖິງຢ່າງໃດກໍຕາມ ໃນໄລຍະປະມານສອງປີທີ່ຜ່ານມາ ໂຄງການກໍ່ສ້າງຫລາຍແຫ່ງ ຫລາຍບໍຣິສັດ ແລະໂຮງຈັກໂຮງງານ ໃນປະເທດລາວ ໄດ້ປະສົບກັບການຂາດເຂີນແຮງງານຢ່າງໜັກ ເປັນຕົ້ນຂາດເຂີນຄົນງານທີ່ມີສີມື ຕົວຢ່າງໂຄງການກໍ່ສ້າງຂົວ ຖນົນຫົນທາງ ແລະຕຶກອາຄານ ບໍ່ສາມາດກໍ່ສ້າງໄດ້ຕາມແຜນການທີ່ວາງອອກ ເພາະຂາດຊ່າງກໍ່ສ້າງ ນາຍຊ່າງຫລາຍຄົນ ໜີໄປເຮັດວຽກຢູ່ໄທໝົດ ເພາະໄດ້ເງິນຫລາຍກວ່າ ດັ່ງນັ້ນ ໂຄງການຕ່າງໆ ຈຶ່ງຈຳເປັນຕ້ອງນຳເຂົ້າຄົນງານ ຈາກຕ່າງປະເທດເປັນຈຳນວນຫລາຍ. ພະນັກງານໂຮງງານແຫ່ງນຶ່ງໃນເຂດເສຖກິດພິເສດ ນະຄອນຫລວງວຽງຈັນ ກ່າວວ່າ ບັນດາໂຮງງານໃນເຂດເສຖກິດພິເສດ ນະຄອນຫລວງວຽງຈັນ ຂາດເຂີນຄົນງານຫລາຍພັນຄົນ ບໍຣິສັດທີ່ທ່ານເຮັດວຽກຢູ່ ກໍເປີດຮັບຄົນງານໃໝ່ ທັງມີປະສົບການ ແລະບໍ່ມີຄວາມຊຳນານ ແຕ່ປາກົດວ່າ ບໍ່ມີຄົນລາວ ມາສມັກຫລາຍເທົ່າທີ່ຄວນ.

ພະນັກງານຜູ້ນີ້ກ່າວອີກວ່າ:

ແມ່ນແຫລະຜູ້ທີ່ມີປະສົບການພະນັກງານ ຈຳນວນຫລາຍຢູ່ທາງເຮົານ່າ ກະເປັນພັນພຸ້ນເດ່ເອື້ອຍ ທາງເຮົາບໍ່ໄດ້ຈຳແນກວ່າ ເອົາຜູ້ທີ່ມີປະສົບການເທົ່ານັ້ນ. ກະຮັບທັງຜູ້ທີ່ມີປະສົບການແລະບໍ່ມີປະສົບການ ມີມາສມັກຢູ່ແຕ່ບໍ່ຫລາຍ ແຕ່ວ່າມັນກໍມີຈຳນວນໜ້ອຍ ມັນບໍ່ຄືແຕ່ກ່ອນແລ້ວຫັ້ນນ່າ.”

ນອກຈາກນັ້ນ ຫລາຍບໍຣິສັດໃນລາວ ທີ່ຕ້ອງການຄົນງານລາວ ກໍໄດ້ໂຄສະນາປະກາດເອົາຄົນງານລາວເປັນຈຳນວຍຫລາຍເຊັ່ນກັນ ແລະວ່າ ຈະຈ່າຍເງິນເດືອນ ນຶ່ງລ້ານຫົກແສນກີບ ສົມກັບຄ່າສວັດດີການອື່ນໆ, ແຕ່ຖ້າຜູ້ມີປະສົບປະການ ເງິນເດືອນກໍຈະສູງຂຶ້ນໄປ ແຕ່ຜົນປະກົດວ່າ ຄົນລາວ ບໍ່ສົນໃຈຮັບສມັກຫລາຍພໍເທົ່າໃດ.

ກ່ອນນີ້ ທ່ານ ປະເດີມພອນ ສົນທະນີ ຮອງຣັຖມົນຕຣີ ກະຊວງແຮງງານ ແລະສວັດດີການສັງຄົມ ເຄີຍກ່າວໃນກອງປະຊຸມ ສະພາແຫ່ງຊາດລາວ ເມື່ອທ້າຍປີ 2023 ທີ່ຜ່ານມາວ່າ ຄົນລາວ ພາກັນໄປເຮັດວຽກຢູ່ຕ່າງປະເທດຫລາຍ ກໍເພາະວ່າ ປະເທດລາວ ຍັງມີສະພາບເງິນເຟີ້ ລາຄາສິນຄ້າແພງ, ເງິນກີບອ່ອນຄ່າ ແລະປະເທດເພື່ອນບ້ານ ເປັນຕົ້ນໄທ ກໍຕ້ອງການຄົນງານຫລາຍຂຶ້ນ ໃນຂະນະດຽວກັນ ນາຍຈ້າງໄທ ກໍໃຫ້ເງິນເດືອນແລະສວັດດີການດີຂຶ້ນ ທີ່ໂຮງຈັກໂຮງງານຢູ່ລາວ ບໍ່ສາມາດເຮັດຄືເຂົາໄດ້.

ຄົນງານລາວຜູ້ນຶ່ງ ທີ່ຢາກໄປຫາເຮັດວຽກ ຢູ່ຕ່າງປະເທດ ກ່າວວ່າ ຊາວລາວຫລາຍຄົນ ຢາກໄປເຮັດວຽກຢູ່ຕ່າງປະເທດ ກໍເພາະວ່າ ໃນປະເທດລາວ ກຳລັງປະສົບກັບສະພາບເງິນເຟີ້ ແລະເງິນກີບອ່ອນຄ່າຢ່າງແຮງ ປະຊາຊົນລາວ ກໍທຸກຍາກລົງ; ສຳຣັບຜູ້ກິນເງິນເດືອນ ເງິນເດືອນກໍມີຄຸນຄ່າຕ່ຳລົງ ຕ່ຳລົງ ສູ້ກັບຄ່າຄອງຊີບບໍ່ໄຫວ ໃນແຕ່ລະເດືອນ ເງິນເດືອນບໍ່ກຸ້ມກິນ; ນີ້ແມ່ນສາເຫດທີ່ສຳຄັນ ທີ່ເຮັດໃຫ້ຄົນລາວ ພາກັນຫລັ່ງໄຫລ ໄປເຮັດວຽກຢູ່ຕ່າງປະເທດ ທີ່ໄດ້ເງິນເດືອນສູງກວ່າຢູ່ລາວຫລາຍເທົ່າ.

ຄົນລາວຜູ້ນີ້ເວົ້າອີກວ່າ:

ເງິນເດືອນມັນບໍ່ພໍຈ່າຍຄືວ່າຫັ້ນແຫລະ ຄືຂ້ອຍວ່າຫັ້ນແຫລະ ໃຜກໍຢາກບຶກບັ້ນອອກຈາກຄວາມທຸກຄວາມຍາກ. ຣົຖທຽວ ສົມມຸດວ່າ ຕີນຣົຖຮົ່ວ ຕື່ມນ້ຳມັນ ຊື້ເຂົ້າ ຊື້ນ້ຳກິນແຕ່ລະມື້ຄອບຄົວມີບັນຫາ ເຣື່ອງການພໍ່ແມ່ທຽວໄປໂຮງໝໍທຸກເດືອນເນາະ ຫລືວ່າອີ່ຫຍັງຊີ້ນ່າ ແຕ່ບາດນີ້ເງິນເດືອນມັນໜ້ອຍ ມັນບໍ່ພໍ ຕ້ອງໄປເຮັດວຽກຢູ່ຕ່າງປະເທດ.”

ເຖິງແມ່ນວ່າ ຣັຖບານລາວ ໄດ້ປະກາດຂຶ້ນຄ່າແຮງງານຂັ້ນຕ່ຳ ເມື່ອເດືອນຕຸລາປີກາຍ ຈາກ ນຶ່ງລ້ານສາມແສນກີບ ຂຶ້ນເປັນ ນຶ່ງລ້ານຫົກແສນກີບຕໍ່ເດືອນ ແຕ່ການຂຶ້ນນັ້ນ ຍັງຕ່ຳຫລາຍ ເມື່ອທຽບຄ່າຄອງຊີບ ຍັງບໍ່ສາມາດດຶງດູດຄົນລາວ ໃຫ້ຢູ່ເຮັດວຽກໃນປະເທດໄດ້ ພວກເຂົາ ຍັງພາກັນໄປເຮັດວຽກຢູ່ຕ່າງປະເທດຫລາຍຢູ່ ແລະກໍຫລາຍຂຶ້ນນັບມື້ ເຖິງວ່າ ຣັຖບານລາວ ຈະສົ່ງເສີມໃຫ້ຄົນລາວເຮັດວຽກ ຢູ່ພາຍໃນປະເທດກໍຕາມ ແລະແລະເຖິງວ່າ ຣັຖບານ ໄດ້ຈັດຕລາດແຮງງານເລື້ອຍໆ ເຊັ່ນເມື່ອເດືອນຕຸລາ ປີກາຍ ກໍໄດ້ຈັດສະແດງງານ ຢູ່ສູນສະແດງສິນຄ້າລາວ-ໄອເຕັກ ໃນນະຄອນຫລວງວຽງຈັນ ແຕ່ປະກົດວ່າ ການຈັດຕລາດງານນັ້ນ ກໍບໍ່ໄດ້ຮັບຜົນສຳເຣັດເທົ່າທີ່ຄວນ ເພາະສາເຫດນຶ່ງ ຕລາດແຮງງານລາວ ຕ້ອງການແຕ່ຄົນງານທີ່ມີການສຶກສາສູງ ປະສົບປະການ ແລະມີສີມືແຮງງານທີ່ດີ.

ເປັນທີ່ສັງເກດອີກຢ່າງນຶ່ງ ຍ້ອນເງິນເຟີ້ແລະເງິນກີບອ່ອນຄ່າ ຄ່າແຮງງານຂັ້ນຕ່ຳຢູ່ລາວ ໄດ້ກາຍເປັນຄ່າແຮງງານຂັ້ນຕ່ຳ ທີ່ຕ່ຳສຸດໃນເຂດເອເຊັຍຕາວັນອອກສ່ຽງໃຕ້ ຫລືອາຊ່ຽນ ຕ່ຳກວ່າພະມ້າ, ກັມພູຊາ, ວຽດນາມ ແລະໄທ ເຮັດໃຫ້ຄົນລາວບໍ່ຢາກເຮັດວຽກໃນປະເທດ ຂອງຕົນ.

ນັບແຕ່ການຣະບາດ ຂອງໂຄວິດ-19 ເປັນຕົ້ນມາ ຈຳນວນຄົນລາວ ທີ່ໄປເຮັດວຽກຢູ່ຕ່າງປະເທດ ເພີ່ມຂຶ້ນເຖິງ 70 ສ່ວນຮ້ອຍ ແລະມີແນວໂນ້ມຈະເພີ່ມສູງເລື້ອຍໆ. ຊາວລາວ ເຊັ່ນໄວລຸ້ນ ຫລາຍຄົນ ກໍໄປເຮັດວຽກຢູ່ຕ່າງປະເທດແລ້ວ ຕໍ່ໄປອາດມີພະນັກງານຣັຖກອນ ລາອອກຫລາຍຂຶ້ນ ແລ້ວກໍໜີໄປເຮັດວຽກຢູ່ຕ່າງປະເທດເຊັ່ນດຽວກັນ.

ອີງຕາມຂໍ້ມູນ ຈາກກົມແຮງງານ ກະຊວງແຮງງານ ແລະສວັດດີການສັງຄົມຂອງລາວ, ໃນປີ 2023 ມີຄົນລາວ ເດີນທາງໄປເຮັດວຽກຢູ່ໄທແບບຖືກຕ້ອງຕາມກົດໝາຍ ປະມານ ຫ້າໝື່ນຄົນ; ໄປເກົາຫລີໃຕ້ ເກືອບ 2,500 ຄົນ. ເປັນທີ່ສັງເກດວ່າ ຈຳນວນຄົນລາວໄປເຮັດວຽກ ຢູ່ເກົາຫລີໃຕ້ ເພີ່ມຂຶ້ນເລື້ອຍໆໃນໄລຍະສາມປີທີ່ຜ່ານມາ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.