ຣົດໄຟລາວ-ຈີນ ຂບວນທຳອິດ ເຖິງລາວແລ້ວ
2021.10.19
ຣົດໄຟລາວ-ຈີນ ຂບວນລ້ານຊ້າງ ຊຶ່ງເປັນຂບວນທໍາອິດ ໃນໂຄງການທາງຣົດໄຟ ລາວ-ຈີນ ໄດ້ເດີນທາງມາຮອດລາວແລ້ວ ເມື່ອ ວັນທີ່ 15 ຕຸລາ ທີ່ຜ່ານມາ ພ້ອມກັບມີພິທີມອບ-ຮັບ ຣົດໄຟຂບວນດັ່ງກ່າວ ໃນວັນທີ 16 ຕຸລາ ປີ 2021 ໂດຍມີ ເອກອັກຄະຣາຊະທູດຈີນ ປະຈໍາປະເທດລາວ, ຣັຖມົນຕຣີກະຊວງໂຍທາທິການແລະຂົນສົ່ງ ແລະຜູ້ທີ່ອໍາການໃຫຍ່ ບໍຣິສັດທາງຣົດໄຟລາວ-ຈີນຈໍາກັດ ເຂົ້າ ຮ່ວມພິທີດັ່ງກ່າວ ໂດຍຣົດໄຟຂບວນດັ່ງກ່າວ ປະກອບດ້ວຍ ຕູ້ໂດຍສານ 9 ຕູ້ ສາມາດບັນຈຸຜູ້ໂດຍສານໄດ້ 720 ຄົນ ແລະ ຈະແລ່ນດ້ວຍຄວາມໄວສູງ 160 ກິໂລແມັດຕໍ່ຊົ່ວໂມງ, ອີງຕາມຂໍ້ມູນຈາກວິທຍຸສາກົລແຫ່ງປະເທດຈີນ ປະຈໍາປະເທດລາວ.
ແຕ່ໃນຂນະທີ່ ການຊົດເຊີຽແກ່ຊາວບ້ານ ທີ່ໄດ້ຮັບຜົລກະທົບຈາກໂຄງການ ກໍ່ສ້າງທາງຣົດໄຟ ລາວ-ຈີນ ໂດຍສະເພາະຢູ່ເຂດເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ມາຮອດປັດຈຸບັນ ຍັງມີຄວາມຫຼ້າຊ້າຢູ່ ແລະພາກສ່ວນທີ່ກ່ຽວຂ້ອງ ກໍຍັງບໍ່ທັນມີກໍານົດ ທີ່ຈະຈ່າຍຄ່າຊົດເຊີຽໃຫ້ສໍາເຣັດໂດຍໄວເທື່ອ, ດັ່ງຊາວບ້ານ ທີ່ຍັງບໍ່ໄດ້ຮັບຄ່າຊົດເຊີຽ ຈາກໂຄງການດັ່ງກ່າວ ຢູ່ເມືືອງຫາດຊາຍຟອງ ນາງນຶ່ງ ກ່າວຕໍ່ ວິທຍຸເອເຊັຽເສຣີ ໃນວັນທີ 18 ຕຸລາ ນີ້ວ່າ:
“ໃຫ້ເພິ່ນຊົດເຊີຽໄວໆ ເພາະວ່າປະຊາຊົນເປັນທຸກດຽວນີ້ ກະຊິເຮັດຈັ່ງໃດ ຈຶ່ງຊິໄດ້ເຮົານີ້ນ່າ ກໍຢາກໃຫ້ເພິ່ນມາເຄລັຽເງິນ ເຄລັຽຄໍາ ໃຫ້ປະຊາຊົນນີ້ແລ້ວ ມີແຕ່ຕົວະວ່າເດືອນ 9 ເດືອນ 10 ເດືອນ 11.”
ໃນຂນະທີ່ ຊາວບ້ານຢູ່ເມືອງຫາດຊາຍຟອງ ອີກທ່ານນຶ່ງ ທີ່ຍັງລໍຖ້າການຊົດເຊີຽ ຈາກໂຄງການດັ່ງກ່າວ ກ່າວວ່າ ມາຮອດປັດຈຸບັນ ພາກສ່ວນທີ່ກ່ຽວຂ້ອງ ກໍຍັງບໍ່ໄດ້ແຈ້ງຂ່າວຄາວຄວາມຄືບໜ້າ ເຣື່ອງຈະໃຫ້ຄ່າຊົດເຊີຽນັ້ນເທື່ອ ເຮັດໃຫ້ລາວຮູ້ສຶກບໍ່ໝັ້ນໃຈ ວ່າຈະໄດ້ຄ່າຊົດເຊີຽກ່ອນທີ່ໂຄງການນີ້ ຈະເປີດໃຊ້ຫຼືບໍ່:
“ຍັງບໍ່ໄດ້ແຈ້ງອິຫຍັງ ຈັ່ງວ່າ ກະຍັງບໍ່ແນ່ໃຈ ກະຍັງບໍ່ທັນໝັ້ນໃຈຄືກັນ ເພິ່ນຊິຈ່າຍບໍ ຫຼືເພິ່ນບໍ່ຈ່າຍ ກໍຍັງບໍ່ຮູ້ຊັ້ນ ກໍຍັງວ່ານີ້ແຫຼະ ກໍຍັງລໍຖ້າ ປະຊາຊົນກໍຍັງລໍຖ້າຢູ່ນີ້ ມັນເປັນຈັ່ງໃດ ຄືວ່າບໍ່ອອກ ບໍ່ເຂົ້າຊັ້ນດອກ.”
ແລະຊາວບ້ານ ຢູ່ເມືອງຫາດຊາຍຟອງ ອີກນາງນຶ່ງ ກ່າວວ່າ ຄັນການຊົດເຊີຽເປັນເງິນມີຄວາມຫຍຸ້ງຍາກ ແລະຄາຫຼາຍບັນຫາ ກໍຢາກສເນີໃຫ້ພາກສ່ວນທີ່ກ່ຽວຂ້ອງ ຊື້ດິນນາໃຫ້ແທນ ເພື່ອທີ່ລາວເອງ ແລະຊາວບ້ານອີກຫຼາຍຄອບຄົວ ທີ່ເຄີຍເສັຽດິນນາ ໃຫ້ແກ່ໂຄງການກໍ່ສ້າງທາງຣົດໄຟ ລາວ-ຈີນ ຈະໄດ້ມີບ່ອນປູກເຂົ້າຕາມປົກກະຕິ:
“ຄັນວ່າບໍ່ໄດ້ເງິນອັນນີ້ອີ່ຫຼີ ກໍຢາກໃຫ້ເພິ່ນຫັ້ນນ່າ ຊື້ດິນແທນປະຊາຊົນສາ ຂົງເຂດທີ່ປະຊາຊົນເຮັດໄຮ່ເຮັດນາ ກໍເຮັດເຂົ້າທໍານາຫາກິນ ຕາມຊີວິດພໍພຽງຫັ້ນແຫຼະ.”
ກ່ຽວກັບເຣື່ອງນີ້ ເຈົ້າໜ້າທີ່ຫ້ອງການປົກຄອງ ເມືອງຫາດຊາຍຟອງ ຜູ້ນຶ່ງ ກ່າວວ່າ ມາຮອດປັດຈຸບັນ ກໍຍັງບໍ່ທັນມີເອກສານ ແຈ້ງການກ່ຽວກັບກໍານົດການຈ່າຍຄ່າຊົດເຊີຽ ແກ່ຊາວບ້ານ ທີ່ຍັງບໍ່ໄດ້ຮັບຄ່າຍເຊີຍຈາກໂຄງການ ກໍ່ສ້າງທາງຣົດໄຟລາວ-ຈີນ:
“ຊົດເຊີຽໂຄງການ ຍັງບໍ່ຮູ້ນໍາລາຍຣະອຽດເດີ້ ຍັງບໍ່ເຫັນມາ ບໍ່ເຫັນເພິ່ນແຈ້ງມາເທື່ອ.”
ໃນຂນະດຽວກັນ ວິທຍຸເອເຊັຽເສຣີ ໄດ້ຕິດຕໍ່ໄປຫາ ຄະນະໄກ່ເກັ່ຽຄ່າຊົດເຊີຽສິ່ງກີດຂວາງ ໂຄງການກໍ່ສ້າງທາງຣົດໄຟ ລາວ-ຈີນ ປະຈໍານະຄອນຫຼວງວຽງຈັນ ແລະບໍຣິສັດທາງຣົດໄຟ ລາວ-ຈີນ ຈໍາກັດ ເພື່ອຖາມຄວາມຄືບໜ້າ ກ່ຽວກັບຄ່າຊົດເຊີຽ ທີ່ຍັງເຫຼືອຢູ່ ແຕ່ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ຍັງບໍ່ສະດວກໃຫ້ສັມພາດ.
ຢ່າງໃດກໍຕາມ ໃນວັນທີ 17 ຕຸລາ ທີ່ ຜ່ານມາ ໄດ້ເກີດເຫດຊາວບ້ານຄົນນຶ່ງ ອາຍຸ 27 ປີ ເສັຽຊີວິດ ຢູ່ເຂດເສັ້ນທາງຣົດໄຟ ລາວ-ຈີນ ບໍຣິເວນບ້ານແຈ້ງສະຫວ່າງ ຫາບ້ານຫ້ວຍນໍ້າເຢັນ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ຍ້ອນພຍາຍາມລັກຕັດສາຍໄຟຟ້າ ໃນຂອບເຂດໂຄງການແຕ່ຖືກໄຟຟ້າຊ໊ອດເສັຽຊີວິດ ຊຶ່ງເຈົ້າໜ້າທີ່ສັນນິຖານວ່າ ຜູ້ເສັຽຊີວິດອາຈພຍາຍາມ ລັກສາຍໄຟຟ້າເພື່ອນໍາໄປຂາຍ, ດັ່ງເຈົ້າໜ້າທີ່ທ້ອງຖິ່ນ ທີ່ເກີດເຫດ ທ່ານນຶ່ງກ່າວວ່າ:
“ໂອ້ ລັກຕັດສາຍໄຟ ທາງຣົດໄຟເດ້ ຄືຊິແມ່ນຕົ໋ວ ລັກໄປຂາຍ ເຂົາເຈົ້າກະມີຮົ້ວຢູ່ເດ້.”
ຫຼັງເຫດການດັ່ງກ່າວ ທາງບໍຣິສັດ ທາງຣົດໄຟ ລາວ-ຈີນ ຈໍາກັດ ໄດ້ອອກແຈ້ງການ ກ່ຽວກັບການປ່ອຍກະແສໄຟຟ້າແຮງສູງ ຂອງເສັ້ນທາງຣົດໄຟ ລາວ-ຈີນ ໂດຍໄດ້ຫ້າມຊາວບ້ານລັກສາຍໄຟຟ້າ ຫຼືອຸປກອນຕ່າງໆ ທີ່ຕິດຕັ້ງຢູ່ຂອບເຂດດັ່ງກ່າວ ຊຶ່ງຫາກມີຜູ້ຝ່າຝືນ ຈະໃຫ້ຊົດເຊີຽຄ່າເສັຽຫາຍ ແລະສົ່ງໂຕໃຫ້ເຈົ້າໜ້າທີ່ຕໍາຣວດ ດໍາເນີນຄະດີນໍາດ້ວຍ ພ້ອມທັງໄດ້ຫ້າມຊາວບ້ານຈູດປ່າ, ລ້ຽງສັດ, ປູກພືດ ຫຼື ປູກຕົ້ນໄມ້ ໃນຂອບເຂດ ຮັກສາຄວາມປອດພັຍ ຂອງແລວທາງຣົດໄຟຢ່າງເດັດຂາດ, ອີງຕາມຂໍ້ມູນຈາກບໍຣິສັດ ທາງຣົດໄຟ ລາວ-ຈີນ ຈໍາກັດ.
ຫຼ້າສຸດນີ້ ສູນຄວບຄຸມການເດີນຣົດໄຟ ລາວ-ຈີນ ທີ່ຕັ້ງຢູ່ສະຖານີຣົດໄຟວຽງຈັນ ກໍໄດ້ເປີດນໍາໃຊ້ຢ່າງເປັນທາງການ ຊຶ່ງສູນແຫ່ງນີ້ ຈະເປັນສູນທີ່ຄວບຄຸມການເດີນຣົດໄຟ ລາວ-ຈີນ ຜ່ານຣະບົບຄອມພິວເຕີ້ ພາຍໃຕ້ການຮັບປະກັນ ດ້ານຄວາມປອດພັຍ, ອີງຕາມຂໍ້ມູນຈາກວິທຍຸສາກົລແຫ່ງປະເທດຈີນ ປະຈໍາປະເທດລາວ.
ໂຄງການກໍ່ສ້າງທາງຣົດໄຟ ລາວ-ຈີນ ໄລຍະທາງ 422 ກິໂລແມັດ ແລະມີມູນຄ່າ 5.9 ຕື້ໂດລາຣ໌ສະຫະຣັຖ ຈະເຣີ່ມທົດລອງແລ່ນຣົດໄຟພາຍໃນເດືອນ ຕຸລານີ້ ກ່ອນທີ່ຈະມີກໍານົດເປີດໃຊ້ ແບບເປັນທາງການ ໃນວັນທີ 2 ທັນວາ ປີນີ້ ຊຶ່ງຕົງກັບວັນສະຖາປານາ ສປປ ລາວ ຄົບຮອບ ປີທີ່ 46.