ຂໍໃຫ້ ຈ່າຍຄ່າຊົດເຊີຽ ໃນໂຄງການເຂື່ອນນ້ຳທາ 1

ບ້ານຈັດສັນ ທີ່ສ້າງຂຶ້ນໃຫ້ຊາວບ້ານ ທີ່ຫຼີກທາງໃຫ້ໂຄງການກໍ່ສ້າງ ເຂື່ອນໄຟຟ້ານ້ຳທາ 1 ທີ່ແຂວງຫຼວງນ້ຳທາ ແລະ ແຂວງບໍ່ແກ້ວ, ວັນທີ 4 ທັນວາ 2019
ບ້ານຈັດສັນ ທີ່ສ້າງຂຶ້ນໃຫ້ຊາວບ້ານ ທີ່ຫຼີກທາງໃຫ້ໂຄງການກໍ່ສ້າງ ເຂື່ອນໄຟຟ້ານ້ຳທາ 1 ທີ່ແຂວງຫຼວງນ້ຳທາ ແລະ ແຂວງບໍ່ແກ້ວ, ວັນທີ 4 ທັນວາ 2019 (ນັກຂ່າວ ພົລເມືອງ)

0:00 / 0:00

ສູນ​ກາງແນວ​ລາວ​ສ້າງ​ຊາດ ສ​ເນີ​ໃຫ້​ສະ​ພາ​ແຫ່ງ​ຊາດ ເພີ່ມ​ທະ​ວີ​ກວດ​ກາ ໂຄ​ງ​ການ​ລົງ​ທຶນຂອງ​ຣັ​ຖ​ບານ​ລາວ ເນື່ອງ​ຈາກຫຼາຍ​ໂຄງ​ການ​ໄດ້​ສົ່ງ​ຜົ​ລ​ກະ​ທົບ​ຕໍ່​ຊາວ​ບ້ານເປັນ​ຈຳ​ນວນຫຼາຍ ແຕ່​ພັດ​ບໍ່​ໄດ້​ຮັບ​ການ​ແກ້​ໄຂ​ໃຫ້​ດີ​ຂຶ້ນ​ເທື່ອ.

ໂຕ​ຢ່າງ ໂຄງ​ການ​ເຂື່ອນ​ໄຟ​ຟ້າ​ນ້ຳ​ທາ 1 ຂອງ​ບໍ​ຣິ​ສັດ​ຈີນ ຕັ້ງຢູ່ລະຫວ່າງ ແຂວງບໍ່ແກ້ວ ແລະແຂວງຫຼວງນໍ້າທາ ທີ່​ຍັງ​ບໍ່​ທັນ​ໄດ້​ຈ່າຍ​ຄ່າ​ຊົດ​ເຊີ​ຽ​ ໃຫ້​ກັບ​ກັມ​ມະ​ກອນ ທີ່​ເຮັດ​ວຽກ​ປຸກ​ສ້າງ​ເຮືອນ​ຈັດ​ສັນ, ການ​ຈ່າຍຄ່າ​ຊົດ​ເຊີ​ຽ​ສິ່ງ​ປຸກ​ສ້າງ ແລະ​ຊົດ​ເຊີ​ຽ​ທີ່​ດິນ​ທໍ​າ​ການ​ກະ​ເສດ ໃຫ້​ຊາວ​ບ້ານ​ທີ່​ໄດ້​ຮັບ​ຜົ​ລ​ກະ​ທົບ ກໍ​ຍັງ​ບໍ່​ມີ​ຄວາມ​ຄືບ​ໜ້າແຕ່​ຢ່າງ​ໃດ, ດັ່ງ​ຍາ​ນາງຄຳ​ຈັນ ພົມ​ແສງ​ສະ​ຫວັນ ຮອງ​ປະ​ທານ​ສູນ​ກາງແນວ​ລາວ​ສ້າງ​ຊາດ ໄດ້​ມີ​ຄວາມ​ເຫັນ​ຕໍ່​ ກອງ​ປະ​ຊຸມສ​ມັຍ​ສາ​ມັນ ເທື່ອ​ທີ່ 2 ຂອງ​ສ​ະ​ພາ​ແຫ່ງ​ຊາດ ຊຸດ​ທີ່ 9 ເມື່ອ​ວັນ​ທີ່ 8 ພຶ​ສ​ຈິກາ ຜ່ານມາ​ນີ້​ວ່າ:

“ການ​ຈ່າຍ​ຄ່າ​ແຮງ​ງານ​ໃຫ້​ກັມ​ມະ​ກອນ ທີ່​ອອກ​ແຮງ​ງານ ປຸກ​ສ້າງ​ທີ່​ພັກ​ອາ​ສັຍ ຂອງ​ໂຄ​ງ​ການ​ກໍ່​ສ້າງ​ເຂື່ອນໄຟຟ້າ​ນ້ຳ​ທາ 1 ຢູ່​ເມືອງ​ນາ​ແລ ແຂວງຫຼວງ​ນ້ຳ​ທາ ແຕ່ປີ 2015 ຍັງ​ບໍ່​ທັນ​ແກ້​ໄຂ​ໄດ້ ຮວມ​ທັງ​ຄ່າ​ຊົດ​ເຊີ​ຽ​ທີ່​ດິນ​ປຸກ​ສ້າງ ແລະ​ຈັດ​ສັນ​ທີ່​ດິນ​ການ​ຜ​ລິດ​ຂອງ​ປະ​ຊ​າ​ຊົນ.”

ສືບ​ເນື່ອງ​ຈາກ​ປີ 2014-2015 ໂຄງ​ການ​ເຂື່ອນ​ໄຟ​ຟ້າ​ນ້ຳ​ທາ 1 ຂອງ​ບໍ​ຣິ​ສັດ​ຈີນ ໄດ້​ຈ້າງ​ບໍ​ຣິ​ສັດໂຊກ​ໄຊ ແລະ ​ບໍ​ຣິ​ສັດ​ແສງ​ເພັດ ເປັ​ນ​ຜູ້​ຮັບ​ເໝົາ​ກໍ່​ສ້າງ​ເຮືອນ​ຈັດ​ສັນ ແລະ​ຫ້ອງ​ການ​ຕ່າງໆ ໃຫ້​ກັບ​ຊາວ​ບ້ານ​ທີ່​ໄດ້​ຮັບ​ຜົ​ລ​ກະ​ທົບທີ່ຕ້ອງໂຍກ​ຍ້າຍ ໂດຍ​ທາງ​ບໍ​ຣິ​ສັດ​ຜູ້​ຮັບ​ເໝົາ ກໍ​ໄດ້​ມີ​ການ​ຈ້າງ​ຊາວ​ບ້ານ​ໃນ​ພື້ນ​ທີ່ ເປັນ​ກັມ​ມະ​ກອນ​ອອກ​ແຮງ​ງານ ປຸກ​ສ້າງ​ເຮືອນ​ຈັດ​ສັນແລະ​ຫ້ອງ​ການ​ຕ່າງໆ ແຕ່​ເມື່​ອ​ສຳ​ເຣັດ​ການ​ກໍ່​ສ້າງ​ໄປ​ແລ້ວ ກັມ​ມະ​ກອນ​ເຫຼົ່າ​ນັ້ນ​ພັດ​ບໍ່​ໄດ້​ຮັບ​ເງິນ​ຄ່າ​ຈ້າງ ຮວມ​ທັງ​ໝົດເກືອບ 200 ລ້ານ​ກີບ.

ຊາວ​ບ້ານ​ຜູ້​ນຶ່ງ ​ທີ່​ເປັນ​ກັມ​ມະ​ກອນກໍ່ສ້າງ​ສຸ​ຂ​ສາ​ຣາ ນຳ​ບໍ​ຣິ​ສັດ​ແສງ​ເພັດນັ້ນ ​ກໍກ່າວ​ວ່າ ຕົນເອງ​ຍັງລໍ​ຖ້າ​ຄ່າ​ຈ້າງ​ນັ້ນ ມາເປັນ​ເວ​ລາ 5 ປີ​ປາຍແລ້ວ ຊຶ່ງ​ເງິນ​ທີ່​ຕົນ​ຕ້ອງ​ໄດ້​ຮັບ​ແມ່ນ 3 ລ້ານ​ກີບ ຈົນ​ມາ​ຮອດ​ຕອນ​ນີ້ ກໍ​ຍັງ​ບໍ່​ມີ​ທ່າ​ທີ​ວ່າ ຈະ​ໄດ້​ຮັບ​ເງິນ​ຄ່າ​ຈ້າງ​ດັ່ງ​ກ່າວ​ນັ້ນ​ເທື່ອ ແລະ​ບໍ່​ເຫັນ​ມີ​ພາ​ກ​ສ່ວນ​ໃດ ຈະ​ຕິດ​ຕາມກວດ​ກາ ວ່າ​ເງິນ​ຄ່າ​ຈ້າງ​ທັງ​ໝົດ ຕົກ​ຢູ່​ບ່ອນ​ໃດ, ດັ່ງ​ຊາວ​ບ້ານຜູ້​ນຶ່ງ ທີ່​ໄປ​ເປັນ​ກັມ​ມະ​ກອນ​ກໍ່​ສ້າງ​ສຸ​ຂ​ສາ​ຣາ ກ່າວຕໍ່​ວິ​ທ​ຍຸ​ເອ​ເຊັຽ​ເສ​ຣີ ໃນ​ມື້​​ວັນ​ທີ່ 16 ພຶ​ສ​ຈິ​ກາ ນີ້​ວ່າ:

“ແມ່ນ​ແຫຼະ ເຮົາ​ກະ​ບໍ່​ໄດ້​ຄື​ກັນ ເຮົາ​ກ​ະ​ເຮັດ​ຢູ່ ເຮັດ​ສຸ​ຂ​ສາ​ຣາໃຫ້​ເຂົາ ກະ​ບໍ່​ໄດ້​ເງິນ ເຂົາ​ໜີ​ປະ​ໝົດ ໂອ້ຫຼາຍ​ຄົນ ກັມ​ມະ​ກອນ​ຫັ້​ນ ນາຍຊ່າງ​ກະ​ບໍ່​ໄດ້​ເງິນ ເຂົາ​ບໍ່​ມາ​ສົ່ງ ມາ​ຮອດ​ເທື່ອ​ເງິນ​ຫັ້ນ ຈັ່ງ​ໃດ​ກະ​ຊິ​ບໍ່​ໃຫ້ ກະ​ບໍ່​ວ່າ ບໍ່​ມາ​ຫາ​ກັນ​ຈັກ​ເທື່ອ​ນ່າ.”

ຊາວ​ບ້ານ​ອີກ​ຜູ້​ນຶ່ງ ທີ່​ໄປ​ອອກ​ແຮງ​ງານ ​ນຳ​ບໍ​ຣິ​ສັດ ​ຜູ້​ຮັບ​ເໝົາ​ກໍ່​ສ້າງ ກ່າວຕໍ່​ວິ​ທ​ຍຸ​ເອ​ເຊັຽ​ເສ​ຣີ ໃນມື້​ດຽວ​ກັນ​ນີ້​ວ່າ ມີ​ຊາວ​ບ້ານ​ໃນ​ພື້ນ​ທີ່ ໄປ​ເປັນ​ກັມ​ມະ​ກອນ​ອອກ​ແຮງ​ງານ ປຸກ​ສ້າງ​ເຮືອນ​ຈັດ​ສັນ ແລະ​ຫ້ອງ​ການ​ຕ່າງໆ ເປັນ​ຈຳ​ນວນຫຼາຍ 10 ຄົນ ບາງ​ຄົນກໍ​ໄດ້​ຮັບ​ເງິນ​ຄ່າ​ຈ້າງ ແຕ່ກໍ​ໄດ້​ແບບ​ບໍ່​ຄົບ​ຈຳ​ນວນ ແຕ່​ສ່ວນຫຼາຍແລ້ວ ແມ່ນ​ບໍ່​ໄດ້​ຮັບ​ເງິນ​ຄ່າ​ຈ້າງ ມາ​ຮອດ​ປັດ​ຈຸ​ບັນ ກໍ​ຍັງ​ບໍ່​ຮູ້​ວ່າ ເງິນ​ຄ່າ​ຈ້າງ​ທັງ​ໝົດ​ນັ້ນ ຕົກ​ໄປ​ຢູ່​ບ່ອນໃດ​ແທ້ ແລະ​ກັມ​ມະ​ກອນ ​ຈະ​ໄດ້​ຮັບ​ຄ່າ​ຈ້າງນັ້ນ ຫຼື​ບໍ່ ​ຍັງ​ບໍ່​ຮູ້ເລີຍ:

“ເຮັດຫຼາຍ​ຢູ່ ບ້ານ​ເຮົາ​ເຮັດຫຼາຍ​ຢູ່ ບາງ​ຄົນ​ກະ​ໄດ້ ບາງ​ຄົນ​ກະ​ບໍ່​ໄດ້ ຍັງ​ຕິດ​ໜີ້​ກັນ​ໄປໆ​ມາ​ໆ​ຫັ້ນ​ແຫຼະ ຖາມ​ຜູ້​ນຶ່ງ ວ່າ​ຍັງ​ຢູ່​ນຳ​ຜູ້​ນຶ່ງ ຖາມ​ຫົວ​ໜ້າ​ຮັບ​ເໝົ​າ​ຫັ້​ນ ວ່າ​ຍັງ​ຢູ່​ນຳ​ບໍ​ຣິ​ສັດ ຖາ​ມ​ບໍ​ຣິ​ສັດ​ ວ່າ​ຈ່າຍ​ແລ້ວ ແກ້​ກັນ​ໄປໆ​ມາໆຢູ່​ຫັ້ນ​ລະ.”

ນອກ​ຈາກ​ນີ້ ພາຍຫຼັງ​ທີ່​ໂຄງ​ການ​ເຂື່ອນ​ໄຟ​ຟ້າ​ນ້ຳ​ທາ 1 ມີ​ການ​ຕັນ​ນ້ຳ​ເພື່ອ​ຜ​ລິດ​ກະ​ແສ​ໄຟ​ຟ້າ ກໍ​ເຮັດ​ໃຫ້​ປະ​ຣິ​ມານ​ນ້ຳໃນ​ອ່າງ​ໂຕ່ງ​ນ້ຳເພີ່ມ​ສູງ​ຂຶ້ນ ຈົນ​ໄປ​ຖ້ວມ​ດິນ​ປຸກ​ສ້າງ​, ດິນ​ໄຮ່, ດິນ​ສວນ ຂອງ​ຊາວ​ບ້ານ​ຈຳ​ນວນ​ນຶ່ງ ທີ່​ຢູ່​ບໍ​ຣິ​ເວນແຄມ​ນ້ຳ​ທາ ເຮັດ​ໃຫ້​ຊາວ​ບ້ານ ບໍ່​ສາ​ມາດທຳ​ການ​ກະ​ເສດ​ໄດ້ ແລະ​ຜ່ານ​ມາ ຊາວ​ບ້ານ​ກໍ​ໄດ້​ຮຽກ​ຮ້ອງ ຂໍ​ເງິນ​ຄ່າ​ຊົດ​ເຊີຽ ນຳ​ໂຄງ​ການ​ເຂື່ອນ​ໄຟ​ຟ້າ​ນ້ຳ​ທາ 1 ແຕ່​ຊາວ​ບ້ານ​ກໍ​ບໍ່​ໄດ້​ຮັບ​ຄວາມ​ເປັນ​ທັມ ແລະ​ບໍ່​ໄດ້​ຮັບ​ເງິນ​ຊົດ​ເຊີ​ຽ​ເທື່ອ, ດັ່ງ​ຊາວ​ບ້ານຜູ້​ນຶ່ງ ທີ່​ໄດ້​ຮັບ​ຜົ​ລ​ກະ​ທົບ ໃນ​ເມືອງ​ນາ​ແລ ແຂວງຫຼວງ​ນ້ຳ​ທາ ກ່າວ​ຕໍ່​ວິ​ທ​ຍຸ​ເອ​ເຊັຽ​ເສ​ຣີ ໃນມື້​ດຽວ​ກັນ​ນີ້​ວ່າ:

“ເຂົາ​ຕັນ​ເຂື່ອນ​ແລ້ວ​ບາດ​ນີ້​ມັນ​ຖ້ວມຂຶ້ນ​ມາ​ຕື່ມ ເຄື່ອງ​ປູກ​ຂອງ​ຝັງ​ຂອງ​ປະ​ຊາ​ຊົນ​ຫັ້​ນ​ນ່າ ເພາະ​ວ່າ​ຂະ​ເຈົ້າ​ມາ​ເກັບ​ຄັ້ງ​ທຳ​ອິດ ແລ້ວ​ກະ​ຄັ້ງ​ທີ່ 2 ເປັນ​ຄັ້ງ​ທີ່ 3 ອຳ​ນາດ​ການ​ປົກ​ຄອງ​ກະ​ເຊັນ​ໃຫ້​ຮຽບ​ຮ້ອຍ​ແລ້ວ ດຽວ​ນີ້​ກະ​ຍັງ​ບໍ່​ຍອມ​ເທື່ອ​ແຫຼະ​ດຽວ​ນີ້ ເກືອບ​ໝົດ​ບ້ານ​ຫັ້ນ​ແຫຼະ ເພາະ​ວ່າ​ມັນ​ຂໍ້​ມູນ​ຕົກ​ເຮັ່ຽ​ເດ້.”

ຊາວ​ບ້ານ​ອີກຜູ້​ນຶ່ງ ທີ່​ໄດ້​ຮັບ​ຜົ​ລ​ກະ​ທົບ​ຖືກ​ໂຍກ​ຍ້າຍ ແລະ​ສູນ​ເສັຽ​ທີ່​ດິນ​ທຳ​ການ​ກະ​ເສດ ກໍ​ກ່າວ​ວ່າ ນັບ​ແຕ່​ຖືກ​ໂຍກ​ຍ້າຍ​ມາ​ຢູ່​ເຮືອນ​ຈັດ​ສັນ​ໃໝ່ ເກືອບ 5 ປີ​ນີ້ ​ກໍ​ຂ້ອນ​ຂ້າງ​ຈະ​ໃຊ້​ຊີ​ວິດ​ລຳ​ບາກ ແລະມີ​ຄວາມ​ຫ​ຍຸ້ງ​ຍາກຫຼາຍ ເພາະ​ຊາວ​ບ້ານ ​ບໍ່​ມີ​ທີ່​ດິນ​ທຳ​ການ​ກະ​ເສດ ເພື່ອ​ເຮັດ​ອາ​ຊີບ​ທີ່​ໝັ້ນ​ຄົງ ເມື່ອ​ທາງ​ໂຄ​ງ​ການ​ເຂື່ອນ​ໄຟ​ຟ້າ​ນ້ຳ​ທາ 1 ແລະ​ທາງ​ການ​ລາວ ບໍ່​ໄດ້​ບຸກ​ເບີກ​ທີ່​ດິນ ​ທຳ​ການ​ກະ​ເສດທົດ​ແທນ​ໃຫ້​ກັບ​ຊາວ​ບ້ານ ກໍ​ເຮັດ​ໃຫ້​ຊາວ​ບ້ານ ມີ​ຄວາມ​ຈຳ​ເປັ​ນ ຕ້ອງ​ໄປຖາງ​ປ່າ​ເຮັດ​ໄຮ່ເຮັດ​ສວນ ແລະ​ລ້ຽງ​ສັດ ເພື່ອ​ຄວາມ​ຢູ່​ລອດ​ຂອງ​ຊ​າວ​ບ້ານ, ດັ່ງ​ຊາວ​ບ້ານ​ຜູ້​ນຶ່ງ ທີ່​ໄດ້​ຮັບ​ຜົ​ລ​ກະ​ທົບ​ຖືກ​ໂຍກ​ຍ້າຍ ໃນ​ເມື​ອງ​ນາ​ແລ ແຂວງຫຼວງ​ນ້ຳ​ທາ ກ່າວຕໍ່​ວິ​ທ​ຍຸ​ເອ​ເຊັຽ​ເສ​ຣີ ໃນມື້​ດຽວ​ກັນ​ນີ້​ວ່າ:

“ບໍ່​ມີ​ບ່ອນ​ທຳ​ການ​ຜ​ລິດ ບໍ່​ມີ​ທົ່ງ​ໄຮ່​ທົ່ງ​ນາ ມີ​ແຕ່​ການ​ຖາງ​ປ່າ​ເຮັດ​ໄຮ່ ມີ​ແຕ່​ປູກ​ເຂົ້າ​ໄຮ່​ຫັ້ນ​ແຫຼະ ຊ່ວງ​ນີ້​ກະ​ເຂົ້າ​ປ່າ​ຫັ້ນ​ແຫຼະ ເປັນ​ຈັ່ງ​ໃດ​ກະ​ສ​ເນີ​ຊ່ວຍ​ທາງ​ປະ​ຊາວ​ບ້ານ ປະ​ຊາ​ຊົນ​ຈັດ​ສັນ​ໃຫ້​ເບິ່ງ.”

ກ່ຽວ​ກັບ​ບັນ​ຫາ​ດັ່ງ​ກ່າວ​ນີ້ ເຈົ້າ​ໜ້າ​ທີ່​ຜ​ແນກ​ຊັ​ພ​ຍາ​ກອນ​ທັມ​ມະ​ຊາດ ແລະ​ສິ່ງ​ແວດ​ລ້ອມ ເມືອງ​ນາ​ແລ ແຂວງຫຼວງ​ນ້ຳ​ທາ ກ່າວຕໍ່​ວິ​ທ​ຍຸ​ເອ​ເຊັຽ​ເສ​ຣີ ໃນ​ມື້ດຽວ​ກັນ​ນີ້​ວ່າ ຊາ​ວ​ບ້ານ​ທີ່​ໄດ້​ຮັບ​ຜົ​ລ​ກະ​ທົບ​ ຈາກ​ໂຄງ​ການ​ເຂື່ອນ​ດັ່​ງ​ກ່າວ ສ່ວນຫຼາຍ​ຍັງ​ບໍ່​ມີ​ດິນ​ການ​ກະ​ເສດ ເພາ​ະ​ທາງ​ການ​ລາວບໍ່​ໄດ້​ບຸກ​ເບີ​ກ​ໃຫ້​ເທື່ອ ແລະ​ຍັງ​ບໍ່​ມີ​ແຜນ​ຈະ​ບຸກ​ເບີກ​ໃຫ້​ຊາວ​ບ້ານ.

ສ່ວນ​ຄ່າ​ຈ້າງ ​ຂອງ​ກັມ​ມ​ະ​ກອນ​ຜູ້​ອອກ​ແຮງ​ງານ ແລະ​ເງິນ​​ຊົດ​ເຊີ​ຽຄ່າ​ສິ່ງ​ປຸກ​ສ້າງ ແລະທີ່​ດິນ​ທຳ​ການ​ກະ​ເສດທີ່​ຖືກ​ນ້ຳ​ຖ້ວມ ຈາກ​ການ​ຕັນ​ນ້ຳ​ຂອງ​ເຂື່ອນ​ໄຟ​ຟ້າ​ນັ້ນ ກໍ​ຍັງ​ບໍ່​ທັນ​ເຫັນ​ພາກ​ສ່ວນ​ທີ່​ກ່ຽວ​ຂ້ອງ ເປັນ​ຕົ້ນ ໂຄງ​ການ​ເຂື່ອນ​ໄຟ​ຟ້າ​ນ້ຳ​ທາ 1, ທາງ​ການ​ເມືອງນາ​ແລ ແລະ​ທາງ​ການ​ແຂວ​ງຫຼວງ​ນ້ຳ​ທາ ຫາ​ລື ​ເຣື່ອງ​ການ​ຈ່າຍ​ເງິນ​ຊົດ​ເຊີ​ຽ​ເທື່ອ:

“ຈາກ​ໂຄງ​ການ​ເຂື່ອນ​ໄຟ​ຟ້ານ້ຳ​ທາ 1 ສ່ວນຫຼາຍ​ກະ​ຍັງ​ບໍ່​ທັນ​ໄດ້​ມີ (ທີ່​ດິນ​ການ​ກະ​ເສດ)​ ອັນ​ນີ້ ໂຕ​ນີ້​ເພິ່ນ​ຍັງ​ບໍ່​ທັນ ໄດ້​ວ່າ​ຫ​ຍັງ​ເທື່ອ ກໍ​ດົນ​ແຫຼະ.”

ນອກຈາກນີ້ ວິ​ທຍຸ​ເອ​ເຊັຽ​ເສ​ຣີ ພ​ຍາ​ຍາມ​ຕິດ​ຕໍ່​ໄປ​ຍັງ ບໍ​ຣິ​ສັດ ເຂື່ອ​ນ​ໄຟ​ຟ້າ​ນ້ຳ​ທາ 1 ແລະ​ຜ​ແນກ​ພ​ະ​ລັງ​ງານ ​ແລະ​ບໍ່​ແຮ່ ແຂວງຫຼວງ​ນ້ຳ​ທາ ເພື່ອ​ສອບ​ຖາມ​ຣາຍ​ລະ​ອຽດ ແລະ​ຄວາມ​ຄືບ​ໜ້າຂອງ​ບັນ​ຫາ​ຕ່າງໆ ແຕ່​ບໍ່​ສາ​ມາດ​ຕິດ​ຕໍ່​ໄດ້.

ສໍ​າ​ລັບ​ໂຄງ​ການ​ເຂື່ອນ​ໄຟ​ຟ້າ​ນ້ຳ​ທາ 1 ແມ່ນ​ສົ່ງ​ຜົ​ລກ​ະທົບຕໍ່ຊາວບ້ານ ທັງໝົດ 28 ບ້ານ ໃນເມືອງນາແລ ແຂວງຫຼວງນໍ້າທາ ແລະເມືອງຜາອຸດົມ ແຂວງບໍ່ແກ້ວ ໂດຍຊາວບ້ານທັງໝົດ ໄດ້ໂຍກຍ້າຍໄປຢູ່ບ້ານຈັດສັນໃໝ່ ຮວມ 11 ຈຸດ ເຊິ່ງແຕ່ຈຸດ ແມ່ນສ້າງຢູ່ເທິງພູສູງ ກະຈາຍຢູ່ຕາມແຄມນໍ້າທາ ໃກ້ກັບອ່າງໂຕ່ງນໍ້າ ຂອງ ເຂື່ອນໄຟຟ້ານໍ້າທາ 1.

ໂຄງການເຂື່ອນໄຟຟ້ານໍ້າທາ 1 ມີກໍາລັງການຜລິດຂນາດ 186 ເມກາວັດ ຕັ້ງຢູ່ລະຫວ່າງ ແຂວງບໍ່ແກ້ວ ແລະແຂວງຫຼວງນໍ້າທາ ເຣີ່ມກໍ່ສ້າງມາແຕ່ປີ 2014 ແລະກໍ່ສ້າງສໍາເຣັດ ໃນປີ 2018 ໂດຍ ບໍຣິສັດ China Southern Power Grid ເປັນຜູ້ລົງທຶນ ແລະຮັບເໝົາກໍ່ສ້າງ ມູນຄ່າ 450 ລ້ານໂດລາສະຫະຣັຖ.

ເຂື່ອນໄຟຟ້ານໍ້າທາ 1 ຖືກດໍາເນີນການຂຶ້ນມາ ພາຍໃຕ້ກອບຄວາມຮ່ວມມື Belt & Road Initiative (BRI) ໂດຍໄຟຟ້າທີ່ຜລິດໄດ້ຈາກເຂື່ອນນໍ້າທາ 1 ຈະສົ່ງຂາຍໄປ ເຂດເສຖກິຈພິເສດສາມຫຼ່ຽມຄໍາ ແຂວງບໍ່ແກ້ວ, ເຂດເສຖກິຈພິເສດບໍ່ເຕັນ ແຂວງ ຫຼວງນໍ້າທາ, ແຂວງທ່າຂີ້ເຫຼັກ ປະເທດພະມ້າ ແລະພາກໃຕ້ ຂອງມົນທົນຢູນນານ ປະເທດຈີນ ຊຶ່ງໄດ້ຮັບສັມປະທານເປັນເວລາ 28 ປີ.