ນ້ຳມັນຂຶ້ນລາຄາ ປວງປະຊາຂັດສົນ

ພູວົງສ໌
2021.10.21
ນ້ຳມັນຂຶ້ນລາຄາ ປວງປະຊາຂັດສົນ ໂຕຢ່າງ ການຈຳໜ່າຍນ້ຳມັນເຊື້ອເພີງ ທີ່ປ້ຳນ້ຳມັນແຫ່ງນຶ່ງ ໃນນະຄອນຫຼວງວຽງຈັນ ຖ່າຍຮູບເມື່ອ: ເດືອນຕຸລາ 2021. ໂດຍ: TS
RFA

ກະຊວງອຸດສາຫະກັມ ແລະ ການຄ້າ ໄດ້ປະກາດປັບລາຄານ້ຳມັນເຊື້ອເພີງຂຶ້ນ ເປັນເທື່ອທີ 2 ແລ້ວ ໃນເດືອນຕຸລາ ນີ້ ໃນທົ່ວປະເທດ ຈົນສ້າງຄວາມເດືອດຮ້ອນ ໃຫ້ແກ່ປະຊາຊົນ ຜູ້ໃຊ້ຣົດໃຊ້ຖນົນ ເປັນຕົ້ນ ຢູ່ນະຄອນຫຼວງວຽງຈັນ ນ້ຳມັນແອັດຊັງພິເສດ ເພີ່ມຂຶ້ນ 450 ກີບຕໍ່ລິຕ ມາເປັນ 13,620 ກີບຕໍ່ລິຕ ຈາກທີ່ກ່ອນໜ້ານີ້ 13,170 ກີບຕໍ່ລິຕ, ແອັດຊັງທັມມະດາ ເພີ່ມ 420 ກີບຕໍ່ລິຕ ມາເປັນ 11,790 ກີບຕໍ່ລິຕ ຈາກທີ່ກ່ອນໜ້ານີ້ 11,370 ກີບຕໍ່ລິຕ ແລະ ກ່າຊ້ວນ ເພີ່ມຂຶ້ນ 380 ກີບຕໍ່ລິຕ ມາເປັນ 10,300 ກີບຕໍ່ລິຕ ຈາກທີ່ກ່ອນໜ້ານີ້ 9,920 ກີບຕໍ່ລິຕ. ທັງນີ້ ລາຄາໃໝ່ນີ້ ໃຫ້ເຣີ່ມປະຕິບັດ ວັນທີ 20 ຕຸລາ ເວລາ 6:00 ໂມງເຊົ້າ ໃນຂອບເຂດທົ່ວປະເທດ.

ກ່ຽວກັບເຣື່ອງນີ້, ຊາວບ້ານ ຢູ່ນະຄອນຫຼວງວຽງຈັນ ກໍຈົ່ມວ່າ ລາຄານ້ຳມັນແພງຂຶ້ນ ຍິ່ງຈະສ້າງຜົລກະທົບ ຕໍ່ລາຍຮັບ ຂອງຊາວບ້ານ ທີ່ຈະບໍ່ມີເງິນສະສົມເລີຍ ເນື່ອງຈາກວ່າ ບໍ່ແມ່ນແຕ່ລາຄານ້ຳມັນແພງ, ຄ່າຄອງຊີບຢ່າງອື່ນ ເປັນຕົ້ນ ແກ໊ສດັງໄຟ ກໍຂຶ້ນລາຄານຳ ອີກທັງໃນໄລຍະການແຜ່ຣະບາດ ຂອງໂຄວິດ-19 ການຊອກຫາວຽກເຮັດ ເພື່ອສ້າງລາຍໄດ້ ກໍຍາກຫຼາຍ. ດັ່ງຊາວບ້ານ ຢູ່ນະຄອນຫຼວງວຽງຈັນ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 20 ຕຸລາ ນີ້ວ່າ:

“ມັນກໍໄດ້ໃຊ້ເງິນຊື້ຫຼາຍຫັ້ນແຫຼະ ລາຍຮັບກໍຫຼຸດລົງ ປັດຈຸບັນ ກໍເຮັດວຽກຜ່ານທາງອອນລາຍ ກໍຕ້ອງໄດ້ມີຄ່າໃຊ້ຈ່າຍ ໃນການຫຼິ້ນອິນເຕີເນັທຫຼາຍຂຶ້ນ ຄ່າຄອງຊີບອື່ນໆ, ຫັ້ນນ່າ. ຄືບາງປະເພດສິນຄ້າ ມັນກໍຂຶ້ນ ແກ໊ສມັນກໍຂຶ້ນນ່າ ເງິນເດືອນມັນເທົ່າເກົ່າ, ແຕ່ວ່າ ລາຍຮັບອື່ນມັນຫຼຸດລົງ ເພາະວ່າ ມັນບໍ່ໄດ້ມີວຽກໄລຍະນີ້ເຂົ້າມານ່າ.”

ຂະນະທີ່ຊາວບ້ານ ຢູ່ແຂວງບໍຣິຄຳໄຊ ກໍຈົ່ມວ່າ ແຕ່ລະມື້ ກໍຕ້ອງຂີ່ຣົດຈັກ ຕື່ມນ້ຳມັນໄປເຮັດວຽກ ແລ້ວໄລຍະທາງຈາກບ້ານ ມາຫາບ່ອນເຮັດວຽກ ໄປ-ກັບ 12-60 ກິໂລແມັຕແລ້ວ, ຂະນະທີ່ເງິນເດືອນໄດ້ຄືເກົ່າ ເກືອບບໍ່ກຸ້ມຢູ່ກຸ້ມກິນແລ້ວ ຈຶ່ງຢາກໃຫ້ພາກສ່ວນທີ່ກ່ຽວຂ້ອງ ຄຸ້ມຄອງລາຄານ້ຳມັນ ຊ່ອຍເຫຼືອປະຊາຊົນທີ່ລຳບາກ ໃນໄລຍະການແຜ່ຣະບາດ ຂອງໂຄວິດ-19. ດັ່ງຍານາງ ກ່າວໃນມື້ດຽວກັນນີ້ວ່າ:

“ໄລຍະນີ້ໂຄວິດ-19 ເນາະ, ມັນຫາລາຍໄດ້ ເຮົາໄປໃສມັນກໍຍາກ, ຫັ້ນນ່າ. ລາຍໄດ້ກໍບໍ່ມີ ມີແຕ່ມາວຽກທຸກມື້ ບາດນີ້ ໃຊ້ນ້ຳມັນ ມັນຄືເພີ່ມຂຶ້ນ ເຮົາທຽວໃກ້ ກໍໃຄໜ້ອຍນຶ່ງ ເຮົາທຽວໄກຫັ້ນນ່າ ກໍໃຫ້ຫຼຸດລົງໄດ້ ກໍດີຫັ້ນແຫຼະ ຄັນບໍ່ຕື່ມນ້ຳມັນ ກໍບໍ່ໄດ້ໄປວຽກເນາະ ເງິນເດືອນ 1 ລ້ານ 1 ແສນກີບ ເຮົາມີຄອບຄົວ ກໍບໍ່ພໍຫຍັງ ຄັນຊິເວົ້າມາ, ຫັ້ນນ່າ.”

ແມ່ຄ້າຂາຍເຄື່ອງຍ່ອຍ ຢູ່ແຂວງອຸດົມໄຊ ກໍກ່າວວ່າ ປັດຈຸບັນ, ສິນຄ້າໃນຄົວເຮືອນ ກໍມີລາຄາສູງຂຶ້ນ ເປັນຕົ້ນ ນ້ຳມັນພືດ ປັບຂຶ້ນ 15 ພັນກີບຕໍ່ແກັດ ເປັນ 2 ແສນ 5 ສິບພັນກີບຕໍ່ແກັດ ຈາກທີ່ເຄີຍຂາຍ 2 ແສນ 35 ພັນກີບຕໍ່ແກັດ ແລະ ແປ້ງນົວ ຖົງລະເຄິ່ງກິໂລ ປັບຂຶ້ນ 4 ພັນກີບຕໍ່ຖົງ ເປັນ 18 ພັນກີບຕໍ່ຖົງ ຈາກທີ່ເຄີຍຂາຍ 14 ພັນກີບຕໍ່ຖົງ ເນື່ອງຈາກສິນຄ້າດັ່ງກ່າວ ຮ້ານຂາຍເຄື່ອງຍ່ອຍພາຍໃນລາວ ຈະນຳເຄື່ອງເຂົ້າມາ ຈາກຮ້ານຂາຍເຄື່ອງສົ່ງຈາກປະເທດໄທຍ ແລ້ວມັນມີຄ່າຂົນສົ່ງ ແລ້ວການຂົນສົ່ງ ສ່ວນໃຫຍ່ແລ້ວ ບໍ່ວ່າຈະເປັນທາງບົກ ຫຼືທາງນ້ຳ ກໍຕ້ອງໄດ້ໃຊ້ນ້ຳມັນ. ດັ່ງນັ້ນ, ຮ້ານຂາຍເຄື່ອງສົ່ງ ກໍຈະປັບຂຶ້ນລາຄາສິນຄ້າ ມາກ່ອນແລ້ວ ທາງຮ້ານຂາຍເຄື່ອງຍ່ອຍ ກໍຕ້ອງປັບຂຶ້ນລາຄາສິນຄ້ານຳ ກໍເຮັດໃຫ້ຜູ້ບໍຣິໂພຄ ຊື້ເຄື່ອງແພງຂຶ້ນ, ແຕ່ໄດ້ເຄື່ອງເທົ່າເກົ່າ. ດັ່ງຍານາງ ກ່າວໃນມື້ດຽວກັນນີ້ວ່າ:

“ສ່ວນຫຼາຍກໍຂຶ້ນໝົດໂອ່, ເຄື່ອງໃຊ້ມີຫຍັງກໍຂຶ້ນໝົດ ເຮົານຳເຂົ້າ ນຳເຂົາເຈົ້າ ເຂົາເຈົ້າຂຶ້ນ ເຮົາກໍຂຶ້ນ. ຮ້ານຂາຍສົ່ງ ເຂົາເຈົ້າຂຶ້ນ ເຮົາກໍຂຶ້ນ.”

ກ່ຽວກັບເຣື່ອງນີ້, ເຈົ້າໜ້າທີ່ ກະຊວງອຸດສາຫະກັມ ແລະ ການຄ້າ ກ່າວວ່າ ສາເຫດທີ່ສຳຄັນ ທີ່ເຮັດໃຫ້ລາຄານ້ຳມັນເຊື້ອເພີງ ທັງ 3 ປະເພດ ຢູ່ພາຍໃນປະເທດລາວ ປັບສູງຂຶ້ນນັ້ນ ກໍຍ້ອນວ່າ ເປັນລາຄາທີ່ອີງຕາມຕລາດໂລກ ແລະ ຕລາດສິງກະໂປ ອີກທັງສ່ວນໃຫຍ່ແລ້ວ ນ້ຳມັນເຊື້ອເພີງທີ່ນ້ຳເຂົ້າມາ ເປັນນ້ຳມັນເຊື້ອເພີງຈາກຕ່າງປະເທດທັງໝົດ ເນື່ອງຈາກປະເທດລາວ ບໍ່ສາມາດຜລິຕນ້ຳມັນເຊື້ອງເພີງດັ່ງກ່າວໄດ້ ແລະ ການປັບລາຄານ້ຳມັນ ກໍອີງຕາມຄ່າເງິນນຳອີກ, ເຊິ່ງປັດຈຸບັນ ຄ່າເງິນກີບລາວ ອ່ອນຄ່າຫຼາຍ, ແຕ່ຄ່າເງິນບາທ ແຂງຄ່າຂຶ້ນ ຈຶ່ງເຮັດໃຫ້ລາຄານ້ຳມັນ ຂຶ້ນສູງໄປນຳ.

“ສ່ວນຫຼາຍລາຄາໃນປັດຈຸບັນນີ້ ຍັງມີການເໜັງຕີງເນາະ ເຮັດໃຫ້ລາຄາປັບຂຶ້ນ ຕາມລາຄາຕລາດໂລກ ແລະ ຕລາດສິງກະໂປເນາະ ຫຼືຕລາດພາກພື້ນ ສະພາບເສຖກິຈບ້ານເຮົາ ມັນກໍອີງໃສ່ການນ້ຳເຂົ້າ ຈາກຕ່າງປະເທດ, ໂດຍສະເພາະແມ່ນ ໄທຍ, ຫວຽດນາມ, ຈີນ. ຄືເງິນບາທ ມັນກໍແຂງຄ່າໃສ່ເງິນກີບ ສິນຄ້າມັນກໍຕ້ອງປັບໄປຕາມສະພາບໂຕຈິງ ມາບວກກັບການຜລິຕພາຍໃນເຮົາ ກໍບໍ່ທັນໄດ້ຫຼາຍເນາະ ໄລ່ຕົ້ນທຶນການຜລິຕ ຂ້ອນຂ້າງຊິສູງກວ່າການນຳເຂົ້າ.”

ໃນຂະນະດຽວກັນ, ນັກວິຊາການ ທີ່ເຮັດວິຈັຍ ການວິເຄາະກ່ຽວກັບລາຄານ້ຳມັນ ຢູ່ມະຫາວິທຍາລັຍແຫ່ງຊາຕລາວ ມີທັສນະກ່ຽວກັບສະຖານະການ ນ້ຳມັນເຊື້ອເພີງຢູ່ລາວ ປັບໂຕສູງຂຶ້ນວ່າ ໜ້າເປັນຫ່ວງ ທີ່ປະຊາຊົນລາວ ແລະ ນັກລົງທຶນ ພາກທຸຣະກິຈ ຈະຕ້ອງໄດ້ແບກຮັບພາຣະ ຄ່າໃຊ້ຈ່າຍ ແລະ ຕົ້ນທຶນທີ່ສູງຂຶ້ນ ເນື່ອງຈາກຣັຖບານລາວ ບໍ່ມີງົບປະມານ ໃນການຄຸ້ມຄອງລາຄານ້ຳມັນ ຄືກັບປະເທດອື່ນ. ທ່ານສັງເກດວ່າ ລາຄານ້ຳມັນເຊື້ອເພີງໃນລາວສູງຂຶ້ນ ອາຈມາຈາກສາເຫດ ທີ່ນັກທຸຣະກິຈຄ້ານ້ຳມັນເຊື້ອເພີງ ຕ້ອງການເກງກຳໄລ ໃນໄລຍະນີ້, ແຕ່ວ່າ ການປັບຂຶ້ນ ຂອງລາຄານ້ຳມັນເທື່ອນີ້, ເຊິ່ງເປັນໄລຍະໂຄວິດ-19 ຣະບາດ ມັນສູງເກີນໄປ ແລະ ຄາດວ່າ ຫາກມີການເປີດປະເທດ ເພື່ອການທ່ອງທ່ຽວ ສະຖານະການນ້ຳມັນ ກໍຈະດີຂຶ້ນ. ດັ່ງທ່ານກ່າວໃນມື້ດຽວກັນນີ້ວ່າ:

“ກໍຄືເວົ້າເຣື່ອງການເກງກຳໄລ ຂອງນັກລົງທຶນ ທີ່ໃນໄລຍະໂຄວິດ-19 ມັນບໍ່ມີແຫຼ່ງບ່ອນໃຫ້ເຂົາເກງກຳໄລຫຼາຍເນາະ ລອງສັງເກດເບິ່ງ ລາຄານ້ຳມັນ ຫຼືວ່າບິທຄອຍ ມີຫຍັງຕ່າງໆ ລາຄາຄຳ ມັນມີແນວໂນ້ມເພີ່ມຂຶ້ນ ເມື່ອເວລາ ສະຖານະການເສຖກິຈ ຂ້ອນຂ້າງດີຂຶ້ນ ຫຼາຍປະເທດມີການຜ່ອນຄາຍເຣື່ອງການທ່ອງທ່ຽວ ມີຫຍັງຕ່າງໆ ຂຶ້ນຫັ້ນນ່າ ອາຈານຄຶດວ່າ ມັນຈະຂ້ອນຂ້າງດີໄປ ແລະ ອີກປະການນຶ່ງ ໃນໄລຍະໂຄວິດ-19 ນີ້, ລະທາງດ້ານເສຖກິຈ ຫຼາຍພາກສ່ວນ ໄດ້ມີການຊະລໍໂຕທັງໝົດແລ້ວ, ຫັ້ນນ່າ ຜົລກະທົບກໍຄົງບໍ່ຮ້າຍແຮງໄປຫຼາຍກວ່ານີ້.”

ທາງດ້ານຜູ້ບໍຣິຫານ ປ້ຳນ້ຳມັນ ຢູ່ແຂວງສວັນນະເຂດ ກ່າວວ່າ ລາຄານ້ຳມັນເຊື້ອເພີງ ທີ່ປັບສູງຂຶ້ນ ແມ່ນອີງຕາມການແຈ້ງການ ຂອງກະຊວງອຸດສາຫະກັມ ແລະ ການຄ້າ ເທົ່ານັ້ນ ແລະ ບໍ່ສາມາດຣະບຸໄດ້ວ່າ ປະຣິມານການນຳນ້ຳມັນເຂົ້າມາຕໍ່ມື້ ຂອງປ້ຳ ມີຈຳນວນເທົ່າໃດ ໃນໄລຍະນີ້. ດັ່ງຍານາງ ກ່າວໃນມື້ດຽວກັນນີ້ວ່າ:

“ມັນກໍອີງຕາມການແຈ້ງການ ຂອງຣັຖບານ ເພາະວ່າ ເຂົາເຈົ້າແຈ້ງມາ ໃຫ້ຂຶ້ນທຸກໆປ້ຳ ທົ່ວປະເທດ ກໍຕ້ອງປັບຂຶ້ນຕາມນັ້ນ. ຖາມວ່າຜົລກະທົບ ມັນກໍບໍ່ໄດ້ຜົລອີ່ຫຍັງຫຼາຍ ຄື ຄັນວ່າ ປັບຂຶ້ນເນາະ ປ້ຳມັນກໍອີງຕາມລາຄາກ່າງຢູ່ແລ້ວ. ຄັນປັບຂຶ້ນ ເຮົາກໍປັບຂຶ້ນນຳ ຄັນຜູ້ບໍຣິໂພຄ ເຂົາເຈົ້າກໍຕ້ອງໄດ້ຍອມຮັບ ແລະ ນຳໃຊ້ຕາມປົກກະຕິ.”

ປັດຈຸບັນ, ນັກລົງທຶນຈີນ ກໍໄດ້ມາລົງທຶນ ສ້າງໂຮງກັ່ນນ້ຳມັນ ຢູ່ຫຼັກ 21 ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ແລະ ທາງກົມການຄ້າພາຍໃນ, ກະຊວງອຸດສາຫະກັມ ແລະ ການຄ້າ ກໍຫວັງວ່າ ຈະເຮັດໃຫ້ລາຄານ້ຳມັນ ພາຍໃນລາວ ຫຼຸດລົງ. ທັງນີ້, ກໍອີງຕາມຕົ້ນທຶນການຜລິຕ ຂອງນັກລົງທຶນວ່າ ແມ່ນຫຼາຍໜ້ອຍສ່ຳໃດ ແລະ ບໍ່ສາມາດຄາດຄະເນໄດ້ຢ່າງຈະແຈ້ງວ່າ ໂຮງກັ່ນນ້ຳມັນ ຂອງຈີນ ຈະຊ່ອຍຫຼຸດລາຄານ້ຳມັນເຊື້ອເພີງ ໃນປະເທດລາວ ໄດ້ ຫຼືບໍ່, ອີງຕາມຄວາມເວົ້າ ຂອງເຈົ້າໜ້າທີ່ ກະຊວງອຸດສາຫະກັມ ແລະ ການຄ້າ ຜູ້ດຽວກັນນີ້ ກ່າວມ້ວນທ້າຍ.

14.10 (15).jpg

ນ້ຳມັນກ່າຊ້ວນ 9,920 ກີບ/ລິຕ ແລະ ແອັດຊັງທັມມະດາ 11,370 ກີບ/ລິຕ ກ່ອນທີ່ຈະຖືກປັບຂຶ້ນ (TS) RFA

ກ່ອນໜ້ານີ້, ວັນທີ 8 ຕຸລາ ທີ່ຜ່ານມາ, ກະຊວງອຸດສາຫະກັມ ແລະ ການຄ້າ ໄດ້ປັບລາຄານ້ຳມັນຂຶ້ນຄັ້ງທີ 1 ເປັນຕົ້ນ ຢູ່ນະຄອນຫຼວງວຽງຈັນ ນ້ຳມັນແອັດຊັງພິເສດ ເພີ່ມຂຶ້ນ 560 ກີບຕໍ່ລິຕ ມາເປັນ 13,170 ກີບຕໍ່ລິຕ, ແອັດຊັງທັມມະດາ ເພີ່ມ 530 ກີບຕໍ່ລິຕ ມາເປັນ 11,370 ກີບຕໍ່ລິຕ ແລະ ກ່າຊ້ວນ ເພີ່ມຂຶ້ນ 570 ກີບຕໍ່ລິຕ ມາເປັນ 9,920 ກີບຕໍ່ລິຕ. ທັງນີ້ ລາຄາໃໝ່ນີ້ ໃຫ້ເຣີ່ມປະຕິບັດ ວັນທີ 8 ຕຸລາ ເວລາ 6:00 ໂມງເຊົ້າ ໃນຂອບເຂດທົ່ວປະເທດ, ແຕ່ມາຮອດປັດຈຸບັນ, ຄືວັນທີ 20 ຕຸລາ ກໍໄດ້ປັບລາຄານ້ຳມັນເຊື້ອເພີງ ເປັນຄັ້ງທີ 2 ຕາມທີ່ລາຍງານໄປຂ້າງຕົ້ນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.