ຂ.ຫົວພັນຍັງຕ້ອງຍ້າຍຊົນເຜົ່າ ຈາກ ພູດອຍ
2014.04.21

ເຈົ້າຫນ້າທີ່ ກ່ຽວຂ້ອງ ທ່ານນຶ່ງ ເວົ້າວ່າ ປັດຈຸບັນ ແຂວງຫົວພັນ ຍັງບໍ່ໄດ້ ເລີ້ມໂຍກຍ້າຍ ຊົນເຜົ່າ ທີ່ອາສັຍ ຢູ່ພູດອຍ ຕາມເມືອງ ຕ່າງໆລົງມາ ຢູ່ເຂດ ທົ່ງພຽງ ເທື່ອ ເຖິງແມ່ນວ່າ ທາງແຂວງ ຈະ ມີແຜນ ການໄວ້ດົນ ແລ້ວ ກໍຕາມ. ສາເຫດ ເປັນຍ້ອນວ່າ ຍັງບໍ່ມີ ທົ່ງພຽງ ທີ່ຈະໃຫ້ ພວກຂະເຈົ້າ ຢູ່. ທາງການ ຍັງຊອກຫາ ຢູ່. ດັ່ງ ທ່ານ ກ່າວວ່າ:
"ບໍ່ບໍ່ມີ ເພາະວ່າ ມັນກໍຕ້ອງ ໄດ້ຊອກ ບ່ອນທົ່ງພຽງ ບຸກເບີກ ແລ້ວ ຄ່ອຍ ເອົາມາໄດ້ ໃສ່ແຜນ ຫັ້ນມີ ກໍຍັງບໍ່ ກຳນົດ ວ່າແນວໃດ".
ທ່ານກ່າວ ຕື່ມວ່າ ຕາມແຜນການ ທາງການ ແຂວງ ຈະຍ້າຍ ບັນ ດາເຜົ່າ ລົງມາ ຢູ່ທົ່ງພຽງ ໃຫ້ຫມົດ ພາຍໃນ ປີ 2020 ເພື່ອຄວາມ ສະດວກ ໃນການພັທນາ ໃຫ້ຂະເຈົ້າ ມາຢູ່ຮ່ວມກັນ ແຕ່ບັນຫາ ກໍ ແມ່ນວ່າ ຕ້ອງໄດ້ ຊອກຫາ ທົ່ງພຽງ ເພື່ອໃຫ້ ຂະເຈົ້າ ປູກຝັງ.
ທ່ານວ່າ ແຂວງຫົວພັນ ມີ ປະຊາກອນ ທີ່ ເປັນຊົນເຜົ່າ ປະມານ 191 ພັນ ຄົນ ໃນຈຳນວນ 9 ເຜົ່າ ສ່ວນໃຫຍ່ ປະກອບ ອາຊີບ ປູກຝັງ ລ້ຽງສັດ ຢູ່ຕາມ ພູດອຍ ຊື່ງຍັງມີ ການຖາງປ່າ ຈູດໄຮ່ຢູ່ ໃນພື້ນທີ່ ທີ່ທາງການ ຫວງຫ້າມ ກຸ່ມດັ່ງກ່າວ ບໍ່ຢາກ ຍ້າຍລົງມາ ຢູ່ທົ່ງພຽງ.
ປັດຈຸບັນ ແຂວງຕ່າງໆ ໃນລາວ ຫລາຍແຂວງ ກໍມີການ ໂຍກຍ້າຍ ຊົນເຜົ່າມາຢູ່ທົ່ງພຽງ ແດ່ແລ້ວ ດັ່ງແຂວງ ຫລວງພຣະບາງ ແລະ ແຂວງອື່ນໆ. ຫລາຍປີ ທີ່ຜ່ານມາ ຣັຖບານ ລາວ ໄດ້ໃຊ້ ງົປມານ ກວ່າ 116 ຕື້ ກີບ ໃນການ ໂຍກຍ້າຍ ຊົນເຜົ່າ ຕາມແຂວງ ຕ່າງໆ ໃນຈຳນວນ 167 ແຫ່ງ ໃນນັ້ນ ສຳເຣັດແລ້ວ 70 ແຫ່ງ ເພື່ອຄວາມ ສະດວກ ໃນການພັທນາ ສ້າງສາ ປະເທດຊາດ ແລະ ການຮັກສາ ຄວາມ ປອດພັຍ.