ເງິນເດືອນພະນັກງານຣັດໄດ້ ຮັບຊ້າ
2014.04.27

ພະນັກງານ ຣັຖກອນ ທີ່ ຢູ່ຕາມ ເມືອງນ້ອຍ ແລະ ຕ່າງແຂວງ ຍັງໄດ້ ຮັບເງິນ ເດືອນ ຊ້າ ໃນ ຣະຍະ ສີ່ ເດືອນ ທີ່ ຜ່ານມາ ຣັຖບານ ລາວ ບໍ່ສາມາດ ຈ່າຍເງິນ ເດືອນ ໃຫ້ ພະນັກງານ ຂອງຣັດ ເພາະ ຣັຖບານ ຂາດ ງົບປະມານ ຢ່າງໜັກ.
ແຕ່ໃນ ອາທິດ ກ່ອນ ທາງການ ລາວ ເລີ້ມຈ່າຍ ເງິນເດືອນ ໃຫ້ ພະນັກງານ ແລະ ຣັຖກອນ ແລ້ວ ແຕ່ ປະກົດວ່າ ຈ່າຍແຕ່ ເງິນເດືອນ ສຳຣັບ ເດືອນ 1, 2 ແລະ 3 ເທົ່ານັ້ນ ຍັງບໍ່ຈ່າຍ ສຳຣັບ ເດືອນ ສີ່ ຫລື ເດືອນ ເມສາ ນີ້ຢູ່. ດັ່ງ ພະນັກງານ ຂອງຣັດ ໃນແຂວງ ພາກເໜືອ ຊື່ວ່າ ທ່ານ ພົມມາ ເວົ້າວ່າ:
“ຈ່າຍໄດ້ ຮອດ ເດືອນສາມ ຫາກໍ ໄດ້ ໃນຕົ້ນເດືອນ ສີ່ ນີ້ 1-2-3 ກໍຢູ່ໃນ ວັນທີ່ 10 ປາຍ ຂອງເດືອນ ສີ່ນີ້ ເງິນນ່ະ ມາຮອດ ເດືອນສາມ ມາຮອດ ເດືອນສາມ ໝົດແລ້ວ 4-5-6 ກຳລັງ ຂຶ້ນແຜນ ງົບປະມານ ໄປໃຫ້ ການເງິນ ຂະເຈົ້າ ອະນຸມັດ ເດີ້.”
ການທີ່ ບໍ່ໄດ້ຮັບ ເງິນເດືອນ ຫລື ໄດ້ຮັບ ຊ້ານີ້ ໄດ້ສົ່ງ ຜົນກະທົບ ຕໍ່ຊີວິດ ການເປັນຢູ່ ຂອງ ພະນັກງານ ຣັຖ ຢ່າງແຮງ. ຢູ່ບ້ານນອກ ຖ້າຜູ້ໃດມີໄຮ່ ມີນາ ກໍພໍໄຄ ແດ່ ແຕ່ຜູ້ ບໍ່ມີຫຍັງ ກໍຈະລໍາບາກ. ປັດຈຸບັນ ຖ້າ ຈະອາໄສ ຫາຢູ່ຫາກິນ ຕາມປ່າດົງ ກໍຍາກ ເພາະ ປູປາ ນານ້ຳ ແລະ ປ່າໄມ້ ກໍຖືກ ທຳຣາຍ ໝົດແລ້ວ.
ພະນັກງານ ອີກຄົນນຶ່ງ ຊື່ວ່າ ທ່ານ ບຸນເລື່ອນ ຢູ່ພາກໃຕ້ ເວົ້າກ່ຽວກັບ ເຣື່ອງນີ້ ຕື່ມວ່າ:
“ເງິນມັນ ບໍ່ມາ ເປັນເດືອນ ຄືຢູ່ໃນ ເມືອງ ມັນອາໄສ ແຕ່ຊື້ກິນ ເນາະ ເປັນ ບ້ານນອກ ບ້ານນາ ເປັນອັນ ຫຍັງກໍ ເຮົາກໍຊອກ ຢູ່ຫາກິນ ກໍພໍໄດ້ ແກ້ໄຂຢູ່ ແຕ່ວ່າ ຄຣູອາຈານ ຈຳນວນ ນຶ່ງນັ່ນ ຂະເຈົ້າ ບໍ່ມີໄຮ່ ບໍ່ມີນາ ບໍ່ມີຮົ້ວ ບໍ່ມີສວນ ນັ່ນ ກໍຖ້າແຕ່ ເງິນ ອັນນີ້ມັນ ກໍມີ ບັນຫາ.”
ພະນັກງານ ທັງສອງ ຄົນນີ້ ເວົ້າອີກວ່າ ສ່ວນ ສາເຫດ ຂອງການໄດ້ ຮັບເງິນເດືອນ ຊ້ານັ້ນ ເຂົາເຈົ້າ ກໍໄດ້ຖາມ ຂັ້ນເທິງຢູ່ ແຕ່ບໍ່ ໄດ້ຮັບ ຄຳຊີ້ແຈງ ຢ່າງ ຄັກແນ່.