ທະຫານຊາຍແດນລາວ ຈັບຄົນງານລາວ ລັກເຂົ້າ ປະເທດ
2021.01.04

ທະຫານຊາຍແດນລາວ ຈັບຄົນງານລາວ 11 ຄົນທີ່ລັກລອບ ມາຈາກປະເທດໄທຍ ຢູ່ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ໃນມື້ປີໃໝ່ສາກົລ. ເຊິ່ງທັງໝົດຖືກກັກ ບໍຣິເວນ ເພື່ອ ກວດຫາເຊື້ອພຍາດໂຄວິດ-19 ແລະ ຫຼັງຈາກນັ້ນ ຈະຖືກພິຈາຣະນາວ່າຈະ ຖືກປັບໃໝໃສ່ໂທດ ຫຼື ແນວໃດ. ດັ່ງເຈົ້າໜ້າທີ່ຕຳຣວດ ປ້ອງກັນຄວາມສງົບ ນະຄອນຫຼວງວຽງຈັນ ໄດ້ກ່າວ ຕໍ່ເອເຊັຽເສຣີ ເມື່ອ ວັນທີ 04 ມົກກະຣາ 2021 ນີ້ວ່າ:
"ທຸກໆ ຄົນທີ່ລັກເຂົ້າມາ, ຕາມເບິ່ງທາງການລາວ ກໍຕ້ອງໄດ້ກັກໂຕເພື່ອ ສົ່ງຕໍ່ເຂົ້າສູນກັກກັນ ຫຼັງຈາກພົ້ນກຳນົດອອກມາແລ້ວຈຶ່ງ ຄ່ອຍເວົ້າເຣື່ອງກົດໝາຍ ວ່າເຈົ້າຜິດຂໍ້ໃດ ເຈົ້າຜິດ ມາດຕຣາໃດ, ການຣະເມີດເຂົ້າເມືອງຜິດກົດໝາຍບໍ່, ຫຼືວ່າເຈົ້າຜິດແຈ້ງການທີ່ ເພິ່ນກຳນົດບໍ່."
ທ່ານໄດ້ກ່າວຕື່ມວ່າ ສຳລັບຂໍ້ມູນອື່ນໆນັ້ນ, ຢູ່ໃນຣະຫວ່າງການສອບສວນບໍ່ສາມາດເວົ້າໄດ້ ແຕ່ປັຈຈຸບັນທັງໝົດຍັງຖືກັກໂຕເພື່ອກວດ ຫາເຊື້ອພຍາດໂຄວິດ-19 ຢູ່. ເຈົ້າໜ້າທີ່ ກົມກົງສູນກະຊວງການ ຕ່າງປະເທດ ຢູ່ນະຄອນຫຼວງວຽງຈັນ ໄດ້ກ່າວວ່າສຳລັບຄົນລາວ ທີ່ຢູ່ຕ່າງປະເທດກໍສາມາດກັບໄດ້ ແຕ່ຕ້ອງເຮັດເອກະສານ ຜ່ານສະຖານທູດລາວ ປະຈຳ ປະເທດຕົ້ນທາງ ແລະເມື່ອເດີນທາງກັບມາ ລາວ ກໍຈະມີເຈົ້າໜ້າທີ່ ຮັບຜິດຊອບເພື່ອກັກໂຕ ແລະ ກວດຫາເຊື້ອໂຄວິດ ແຕ່ໃນກໍຣະນີ ທີ່ລັກລອບເຂົ້າຜິດກົດໝາຍ ນັ້ນຕ້ອງເບິ່ງ ກັນອີກເທື່ອນຶ່ງ, ວ່າຈະຖືກດຳເນີນຄະດີຫຼືວ່າແນວໃດ. ໂດຍຫຼັກການແລ້ວການລັກລອບເຂົ້າປະເທດ ເປັນເຣື່ອງຜິດກົດໝາຽ.
"ກັບໄດ້ແຕ່ຕ້ອງປະສານ ສະຖານທູດລາວ ຢູ່ນຸູ້ນເນາະ, ແລ້ວສະຖານທູດລາວຈະສເນີມາເຮົາແຈ້ງເພິ່ນ, ແລ້ວເພິ່ນຈະໄປກວດເຊື້ອ ແລ້ວເອົາໄປກັກໂຕກ່ອນກັກໂຕເພື່ອ ຕິດຕາມວ່າ ມີໂຄວິດຫຍັງບໍ່,ຶ ແຕ່ເຮົາບໍ່ໝັ້ນໃຈວ່າມີຄະດີ ຫຼື ອາດຈະມີຄະດີ ເພາະວ່າເພິ່ນລັກ ລອບເຂົ້າມາມັນຜິດກົດໝາຽ."
ປະຊາຊົນທ່ານນຶ່ງ ຢູ່ນະຄອນຫຼວງວຽງຈັນ ກ່າວວ່າ ກໍເຄີຍໄດ້ຍິນກໍຣະນີຄົນ ລາວລັກຂ້າມໄປ-ມາ ຣະຫວ່າງລາວ-ໄທຍ ຢູ່ຕລອດ ຍ້ອນດ່ານຍັງບໍ່ທັນໄດ້ປິດ ເຊິ່ງຕົນບໍ່ເຫັນສົມຄວນທີ່ ເຮັດແນວນັ້ນ.
"ມັນກໍມີຢູ່ສ່ວນຫຼາ ເຂົາຈະລັກຂີ່ເຮືອຂ້າມໄປຂ້າມມາ, ຊ່ວງນີ້ດ່ານປິດເຂົາກໍລັກຂ້າມໄປຂ້າມມາເອົາຫັ້ນນ່າ, ມັນກໍບໍ່ຖືກຕາມກົດ ຣະບຽບແຫຼະ ເຂົາລັກຂ້າມໄປຂ້າມມາ ຖ້າຕຳຣວດ ບໍ່ເຫັນ ກໍແລ້ວແຕ່ຖ້າຕຳຣວດເຫັນກໍຖືກຈັບ."
ປະຊາຊົນອີກທ່ານນຶ່ງໄດ້ກ່າວວ່າບໍ່ເຂົ້າໃຈຍ້ອນຫຍັງ, ຄົນລາວຈຶ່ງຕ້ອງລັກກັບປະເທດຕົນເອງພຽງແຕ່ເຮັດເອກກະສານໃຫ້ຖືກກໍພໍ, ເມື່ອຂ້າມມາໄດ້ ແລ້ວກໍພຽງແຕ່ຖືກກັກໂຕ ກວດເຊື້ອພຍາດ.
"ຖ້າເປັນຄົນລາວເພິ່ນຈະເຮັດເອກກະສານມາກັກໂຕຊື່ໆ 14 ວັນ, ເຂົາເອົາຄົນກັບໝົດນ່າ ເພິ່ນເກັບຄົນເຂົ້າປະເທດໝົດ, ຄວາມຢ້ານມັນກໍຢ້ານ ມັນກໍຢ້ານໝົດ ແລ້ວນໍ."
ອີງຕາມການຣາຍງານຂອງສື່ທ້ອງຖີ່ນ ເມື່ອວັນທີ 03 ມົກກະຣາ ຜ່ານມາ, ກອງຮ້ອຍທະຫານຊາຍແດນ 243 ໄດ້ອອກລາດຕະເວນ ເຂດເມືອງຫາດຊາຍຟອງນະຄອນຫຼວງວຽງຈັນ ໄດ້ພົບເຫັນຜູ້ລັກລອບເຂົ້າເມືອງຈຳນວນ 11 ຄົນ ທີ່ມາຈາກປະເທດໄທຍ ແລະ ໄດ້ ປະສານກັບ ພາກສ່ວນທີ່ກ່ຽວຂ້ອງ, ນຳເອົາພວກດັ່ງກ່າວໄປກັກໂຕ ຕາມມາຕການປ້ອງກັນ ເຊື້ອພຍາດໂຄວິດ-19 ພ້ອມທັງແຈ້ງ ເຕືອນໃຫ້ທຸກຄົນ ໂດຍສະເພາະຄົນງານລາວ ທີ່ຕ້ອງການກັບມາປະເທດ, ຂໍໃຫ້ປະຕິບັດຕາມມາຕການ ທີ່ທາງການແຈ້ງອອກມາ ເພື່ອປ້ອງກັນ ການຣະບາດຂອງພຍາດໂຄວິດ-19 ພາຍໃນປະເທດ.
ອີງຕາມຂ່າວວຽງຈັນທາມ ວັນທີ 02 ມົກກະຣາ 2021 ໂດຍອ້າງອີງໃສ່ຄຳເວົ້າຂອງ ພັນເອກ ລຳຄູນ ວໍລະວົງ ເຈົ້າເມືອງສອງຄອນ ເມື່ອບໍ່ດົນມານີ້. ເມືອງສອງຄອນ ແຂວງ ສວັນນະເຂດ ທີ່ມີຊາຍແດນຕິດກັບໄທຍ ມີແມ່ນໍ້າຂອງ ເປັນຊາຍແດນຍາວ ປະມານ 50 ກິໂລແມັດ ແລະ ມີ 15 ບ້ານຕັ້ງຢູ່ແຄມນໍ້າຂອງ ກໍມີຄົນງານລາວ ຈຳນວນນຶ່ງ ໂດຍສະເພາະ ຄົນງານຢູ່ແຂວງສວັນນະເຂດ ທີ່ໄດ້ ໄປເຮັດວຽກຢູ່ໄທຍ ໄດ້ຂ້າມນໍ້າຂອງ ຜ່ານດ່ານທ້ອງຖິ່ນ ແລະ ມີຄົນງານຈຳນວນນຶ່ງ ຖືກປະໄວ້ຢູ່ດອນນັ້ນ.
ທຸກຄົນທີ່ເຂົ້າມາແມ່ນໄດ້ຖືກນໍາສົ່ງໄປສູນກັກບໍຣິເວນ 14 ວັນ, ແຕ່ບໍ່ພົບຜູ້ຕິດເຊື້ອພຍາດໂຄວິດ-19. ທ່ານກ່າວຕື່ມວ່າ ພາຍຫຼັງທີ່ຢູ່ ປະເທດໄທຍ ເກີດການຣະບາດຂອງເຊື້ອພຍາດ ໂຄວິດ-19 ຮອບສອງ, ເມືອງສອງຄອນ ກໍໄດ້ມີ ການປ້ອງກັນຢ່າງເຂັ້ມງວດ, ໂດຍໄດ້ຈັດວາງກຳລັງໄວ້ເປັນຈຸດ, ຈຸດລະ 100 ແມັດ ໃຫ້ມີເຈົ້າໜ້າທີ່ ປະຈຳການຢູ່ 2-3 ຄົນ ຍ້ອນວ່າ ອາຈມີຄົນງານລາວ ລັກລອບ ຂ້າມມາຈາກໄທຍ.