ກຸ່ມຄ້າຂາຍຈາກທົ່ງຂັນຄໍາ ຍ້າຍໄປ ພົນຕ້ອງ
2014.04.21
ເວລາ ຜ່ານມາ ເກືອບ ໜຶ່ງເດືອນ ແລ້ວ ພາຍຫລັງ ເກີດເຫດ ໄຟໄໝ້ ຄັ້ງໃຫຍ່ ທີ່ຕລາດ ທົ່ງຂັນຄໍາ ໃນ ນະຄອນ ຫລວງ ວຽງຈັນ ພວກ ພໍ່ຄ້າ ແມ່ຄ້າ ຈໍານວນ ຫລາຍ ໄດ້ພາກັນ ຍ້າຍໄປ ຕັ້ງຮ້ານ ຂາຍເຄື່ອງ ຂອງຕົນ ໃໝ່ ຢູ່ຕລາດ ໂພນຕ້ອງ ເຂດ ໂພນຕ້ອງ ຈອມມະນີ. ແຕ່ ປາກົດວ່າ ມີຈໍານວນ ນຶ່ງ ຍັງບໍ່ ສາມາດ ຫາຮ້ານໄດ້ ຍ້ອນ ຄ່າເຊົ່າ ແພງ ເກີນກວ່າ ທີ່ຈະ ຈ່າຍໄດ້ ເພາະມີ ນາຍໜ້າ ຈໍານວນ ໜຶ່ງ ໄດ້ມາ ກວ້ານ ເສັ້ງຮ້ານ ໄວ້ໝົດ ກ່ອນແລ້ວ. ພາຍຫລັງ ຕລາດ ທົ່ງຂັນຄໍາ ເກີດໄຟໄໝ້ ຕລາດ ໂພນຕ້ອງ ກໍຂຶ້ນ ຄ່າເຊົ່າ ຕາມໃຈ ໂດຍ ທີ່ ບາງຫ້ອງ ສູງເຖິງ 4 ແສນ 5 ແສນ ບາດ ກໍມີ. ຕາມຂ່າວ ຈາກ ນະຄອນ ຫລວງ ວຽງຈັນ ວັນທີ 20 ເມສາ 2014.
ຍ້ອນແນວ ນັ້ນ ຊາວ ຄ້າຂາຍ ຈຶ່ງ ຢາກໃຫ້ ພາກສ່ວນ ທີ່ ກ່ຽວຂ້ອງ ເຂົ້າມາ ເບິ່ງແຍງ ເພື່ອຄວາມ ເປັນທັມ ເພາະໄດ້ຮັບ ຄວາມເດືອດ ຮ້ອນ ມາແລ້ວ; ຫລາຍຄົນ ກໍໝົດໂຕ ຕ້ອງໄດ້ ກູ້ໜີ້ ຢືມສິນ, ບໍ່ຢາກໃຫ້ ຄ່າເຊົາ ແພງ ເກີນຄວນ. ຖ້າແພງ ຫລາຍ ກໍຢາກຂໍ ຜ່ອນຈ່າຍ ແບບ ຣະບົບປີຕໍ່ ປີໄປ ດັ່ງແມ່ຄ້າ ຄົນໜຶ່ງ ເວົ້າວ່າ:
"ມີຕລາດ ຮອງຮັບ ກະຢ່າ ສຸໃຫ້ເຂົາ ເສັ້ງແພງ ຫລາຍ ເຂົາກະ ໄຟໄໝ້ມາ ທຶນຮອນ ກະໝົດແລ້ວ ທໍ່ນັ້່ນ ແຫລະ ເສັ້ງເຂົ້າຫ້ອງ ຕລາດ ອີ່ຕ່າອ່າງ ກະແສນ ສາມ ແສນຫ້າ ແສນແປດ ສອງແສນ ຢາກໃຫ້ ຂະເຈົ້າ ເກັບເປັນປີ ຫັ້ນ ບໍ່ຢາກໃຫ້ ເສັ້ງຫັ້ນ ຫລາຍກວ່າ. ຣາຄາ ຫ້ອງ ແສນບາດ ຫລືວ່າ ສາມສິບລ້ານ ກະໃຫ້ຈ່າຍ ປີໜຶ່ງ 5 ລ້ານ ຫລື 6 ລ້ານ. 5 ປີ ມັນກະໝົດ".
ປົກກະຕິ ຣາຄາ ຄ່າເຊົ່າ ຫ້ອງ ໜຶ່ງ ຂນາດ 3 ແມັຕ ຄູນ 3 ແມັຕ ຕົກຢູ່ ປະມານ 1 ແສນ ບາດ ຫາ 1 ແສນ ສາມ ໝື່ນ ບາດ ເສັ້ງ 5 ປີ ຊຶ່ງ ສເລັ່ຽແລ້ວ ປະມານ 2 ໝື່ນບາດ ຕໍ່ປີ.