ສເນີ ທາງການ ເປີດໂຮງງານ ອຸດສາຫະກັມ

ສິດນີ້
2021.10.11
ສເນີ ທາງການ ເປີດໂຮງງານ ອຸດສາຫະກັມ ໂຮງງານຕັດຫຍິບແຫ່ງນຶ່ງ ຢູ່ລາວ ທີ່ມີຂນາດໃຫຍ່ ແລະ ຖືວ່າໄດ້ມາຕຖານ
ນັກຂ່າວ ພົລເມືອງ

ສພາ ການຄ້າ ແລະ ອຸດສາຫະກັມ ໄດ້ສເນີ ໃຫ້ ຄນະສເພາະກິດ ປ້ອງກັນ ໂຄວິດ-19 ນະຄອນຫຼວງວຽງຈັນ ເປີດໂຮງງານ ອຸດສາຫະກັມ ທີ່ມີຫຼາຍກວ່າ 300 ແຫ່ງ ໃນ ນະຄອນຫຼວງວຽງຈັນ ເນື່ອງຈາກວ່າ ການສັ່ງປິດໂຮງງານ ດົນເກີນໄປ ຈະເຮັດໃຫ້ ການຜລິດ ສິນຄ້າ ແລະ ສົ່ງອອກ ເກີດຄວາມລ້າຊ້າ ແລະ ກະທົບຕໍ່ຣາຍໄດ້ຂອງ ໂຮງງານ. ດັ່ງຜູ້ຕ່່າງໜ້າ ໂຮງງານ ອຸດສາຫະກັມ ຕັດຫຍິບ ຂນາດໃຫຍ່ແຫ່ງນຶ່ງ ໃນ ນະຄອນຫຼວງວຽງຈັນ ກ່າວຕໍ່ເອເຊັຽເສຣ ໃນວັນທີ 5 ຕຸລານີ້ວ່າ:

ເພີ່ນກໍ ສເນີໃຫ້ເປີດ ເປີດແຕ່ແບບນີ້ແຫຼະ ແບບມີຫໍພັກຢູ່ໃນສຖານທີ່ເຮັດວຽກ ບ່ອນໃດບໍ່ມີບອ່ນແຜ່ເຊື້ອແມ່ນສາມາດເປີດໄດ້ ເປັນແບບບໍ່ເຕັມ 100 ເປີເຊັນດອກ ເປີດຢ້ານໆກົວໆ ຄືອາຍເວົ້າຫວ່າງຢ່ານີ້ແຫຼະ ຕົກລົງຫຼາຍນ້ອງ ຣາຍໄດ້ ປະມານເກືອບ 60% ແລ້ວ.

ທ່ານກ່າວ ຕື່ມວ່າ ຖ້າຫາກ ໂຮງຈັກ ໂຮງງານໃດ ທີ່ຢູ່ໃນ ເງື່ອນໄຂ ແລະ ມີມາຕການ ປ້ອງກັນ ໂຄວິດ-19 ຢ່າງ ເຂັ້ມງວດ ຕາມແນວ ທາງຂອງ ທາງການ ກໍຄວນຈະ ພິຈາຣະນາ ໃຫເເປີດ ໂຮງງານ ດັ່ງກ່າວ ບໍ່ແມ່ນຈະສັ່ງປິດໄປຕລອດ ໂດຍບໍ່ມີເຫດຜົລ ອັນຄວນ ຊຶ່ງເຮັດໃຫ້ ໂຮງງານ ໄດ້ຮັບຜົລ ກະທົບຢ່າງໜັກ. ໂຮງງານອຸດສາຫະກັມ ຂນາດໃຫຍ່ ແຫ່ງນຶ່ງ ຂອງນັກລົງທຶນໄທຍ ຊຶ່ງມີ ຄົນງານລາວ ປະມານ 1,000 ຄົນ  ຖືກສັ່ງໃຫ້ປິດມາ ເປັນເວລາ 20 ມື້ ແລ້ວ ທັ້ງໆ ທີ່ພາຍໃນ ໂຮງງານ ບໍ່ມີຄົນງານຕິດ ເຊື້ອໂຄວິດ-19 ຫຼືສຳພັດ ໃກ້ຊິດກັບ ຜູ້ຕິດເຊື້ອ ມາກ່ອນ ເຮັດໃຫ້ ໂຮງງານ ໄດ້ຮັບຜົລ ກະທົບ ໃນການຜລິດ ສິນຄ້າ ບໍ່ໄດ້ຕາມໂຄຕ້າ. ນອກຈາກນີ້ ການສັ່ງປິດ ໂຮງງານ ເປັນໄລຍະ ຫຼາຍສັປດາ  ທາງການ ລາວກໍບໍ່ມີ ນະໂຍບາຍ ຫຍັງມາຊ່ອຍເຫຼືອ ໂຮງງານ ແລະ ຄົນງານລາວ ທີ່ບໍ່ມີວຽກເຮັດ. ດັ່ງຜູ້ຕ່າງໜ້າ ໂຮງງານ ຕັດຫຍິບແຫ່ງນີ້ ກ່າວຕໍ່ ວິທະຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:

ນະ ຕອນນີ້ ກໍຕ້ອງ ທຸກບໍຣິສັດ ຖາມວ່າ ທີ່ສັ່ງໃຫ້ຢຸດ ໄປນີ້ ທີ່ ພນັກງານ ບໍ່ສາມາດ ມາເຮັດວຽກໄດ້ ທາງພາກຣັຖ ເຮັດຈະຊ່ອຍເຫຼືອ ແນວໃດ ໃນເຮື່ອງຂອງ ອາກອນ ຣາຍໄດ້ ບຸກຄົນທັມມະດາ ຊ່ອຍນີ້ ກະບໍ່ມີຫຼຸດຜ່ອນຫຍັງ ກະຍັງເປັນ ອັດຕຣາປົກກະຕິ ຄືເກົ່າ.

ໂຮງງານ ຜລິິດຜ້າ ສົ່ງອອກຂອງ ນັກລົງທຶນໄທຍ ອີກແຫ່ງນຶງ ທີ່ຖືກສັ່ງໃຫ້ປິດໂຮງງານແລ້ວ ເກືອບຮອດ 1 ເດືອນ ກໍໄດ້ຮັບຜົລ ກະທົບໜັກ ເພາະບໍ່ສາມາດ ຜລິດຜ້າໄດ້ ຕາມໂຄຕ້າ ແລະ ກະທົບຕໍ່ ການສົ່ງອອກ ເຮັດໃຫ້ ໂຮງງານ ເສັຽລາຽໄດ້ ເປັນຈຳນວນ ຫຼາຍ, ແຕ່ຫຼ້າສຸດນີ້ ທາງການ ໂຮງງາໄດ້ຂຽນໃບ ສເນີ ຂໍເປີດໂຮງງານໄປ ຫາຄນະ ສເພາະກິດ ປ້ອງກັນໂຄວິດ-19 ໄປແລ້ວ ແຕ່ກໍບໍ່ໄດ້ ຮັບອະນຸຍາດ ໃຫ້ເປີດເທຶ່ອ. ຜູ້ຕ່າງໜ້າ ໂຮງງານນີ້ກ່າວວ່າ:

ໂດຍໃຫ້ ທາງໜ່ວຍ ສເພາະກິດ ພາກສ່ວນກາງ ເຂົ້າມາ ກວດບໍຣິສັດ ແຕ່ລະ ໂຮງງານ ກັບມາຕການ ຄວາມພ້ອມ ທີ່ເຂົາສົ່ງ ແບບສອບຖາມມາ ແລ້ວກໍ ໃຫ້ທາງ ເຈົ້າເມືອງ ນະຄອນຫຼວງວຽງຈັນ ເຂົາເຊັນອະນຸມັດເປີດ ແຕ່ວ່າເຂົາ ໃຫ້ໃຊ້ ສເພາະ ພນັກງານ ພາຍໃນ ຫໍພັກເທົ່ານັ້ນ ເບຶ້ອງຕົ້ນຫັ້ນນ່າ.

ໃນຂນະ ທີ່ຄົນງານລາວ ສ່ວນຫຼາຍ ທີ່ເຮັດວຽກນຳ ໂຮງງານ ຕັດຫຍິບ ກໍຕ້ອງການ ໃຫ້ທາງ ການລາວ ພິຈາຣະນາ ເປີດໂຮງງານ ເໝືອນກັນ  ເພາະຕ້ອງການ ອອກໄປເຮັດວຽກ ຫາເງິນ ມາໃຊ້ຈ່າຍ ໃນຄອບຄົວ ເນື່ອງຈາກ ວ່າ ຖ້າຖືກໂຈະວຽກ ເປັນເວລາ ດົນນານ ກໍຈະເຮັດໃຫ້ ລາຽໄດ້ໝົດໄປ ແລະ ການຢຸດວຽກ ກໍຍັງບໍ່ໄດ້ ຮັບການຊ່ອຍເຫຼືອ ໃດໆ. ດັ່ງຄົນງານລາວ ຄົນນຶ່ງເວົ້າວ່າ:

ປິດເກືອບ 2 ເດືອນແລ້ວເບາະ ນະຄອນຫຼວງວຽງຈັນ ເມືອງໃຫຍ່ເນາະ ຈຸດສຸມ ຊ່ວງນີ້ ໂຄວິດ ບໍ່ມີວຽກເຮັດ ງານທຳເລີຍ ປິດແບບ ບໍ່ໄດ້ໄປໃສເລີຍ.”

ຄົນງານ ລາວອີກຄົນນຶ່ງ ທີ່ເຮັດວຽກ ນຳບໍຣິສັດຕັດຫຍິບ ເໝືອນກັນ ຢູ່ ນະຄອນຫຼວງວຽງຈັນ ກ່າວວ່າ ເຣິ່ມຕັ້ງແຕ່ ໂຮງງານປິດມາ ກໍໄດ້ຮັບຄວາມ ລຳບາກຫຼາຍ ຄ່າໃຊ້ຈ່າຍ ໃນແຕ່ລະມື້ ກໍຂ້ອນຂ້າງສູງ ຖ້າບໍ່ໄດ້ເຮັດວຽກ ໃນໄວໆ ນີ້ ເງິນເກັບກໍ ຈະບໍ່ເຫຼືອ.

ຊວງນີ້ ກໍຢາກຍາກ ເພາະວ່າ ເຂົາເຈົ້າປິດ ໝົດເລີຍ ເພາະວ່າເປັນ ໂຄວິດແລ້ວ ເຂົາເຈົ້າຢ້ານ ເອົາບໍ່ຢູ່ ຈັ່ງຊິ່ນ່າ ພວກນ້ອງ ກະເລີຍໄດ້ໂຈະນຳ ຄ່າໃຊ້ຈ່າຍ ຖາມວ່າ ສູງບໍ ມັນກໍສູງຢູ່.

ກ່ຽວກັບ ບັນຫາດັ່ງກ່າວ ເຈົ້າໜ້າທີ່ ປົກຄອງ ນະຄອນຫຼວງວຽງຈັນ ທ່ານນຶ່ງເວົ້າວ່າ ຖ້າໂຮງຈັກ ໂຮງງານ ໃດ ຢູ່ ນະຄອນຫຼວງວຽຈັນ ຕ້ອງການ ຂໍອະນຸຍາດ ເປີດໂຮງງານ ຕ້ອງຂຽນໃບສເນີ ໄປຫາ ຜແນກອຸດສາຫະກັມແລະ ການຄ້າ ນະຄອນຫຼວງວຽງຈັນ ຫຼັງຈາກນັ້ນ ຈະມີເຈົ້າໜ້າທີ່ ກ່ຽວຂ້ອງລົງ ໄປກວດ ໂຮງງານ ດັ່ງກ່າວ ເພຶ່ອ ປະເມີນ ຄວາມສ່ຽງ ແລະ ມາຕການປ້ອງກັນ ໂຄວິດ-19 ພາຍໃນ ໂຮງງານ ຖ້າເຫັນວ່າ ປອດພັຍ ບໍ່ມີຄວາມສ່ຽງ ເກີດຂຶ້ນ ເຈົ້າຄອງ ກຳແພງນະຄອນຫຼວງ ຈະເປັນຜູ້ເຊັນ ອະນຸຍາດ ໃຫ້ເປີດ ໂຮງງານໄດ້.

ເຈົ້າແມ່ນແລ້ວ ຖ້າຕ້ອງການ ອະນຸຍາດ ຢາກເປີດ ໃຫ້ພົວພັນ ກັບຜແນກອຸດສາຫະກັມ ແລະ ການຄ້າ ຊິມີຄນະກັມມະການ ລົງໄປກວດ ດອກ ປະເມີນຜົລເດີ ໃນການເປີດ ໂຮງງານຫັ້ນນ່າ.

ອີງຕາມ ແຈ້ງການ ຂອງສພາການຄ້າ ແລະ ອຸດສາຫະກັມ ລາວ ໃນວັນທີ 1 ຕຸລາປີ 2021 ລະບຸວ່າ ນັບຕັ້ງແຕ່ ນະຄອນຫຼວງວຽງຈັນ ໄດ້ອອກແຈ້ງການ ຄວບຄຸມ ແລະ ປ້ອງກັນ ການແຜ່ ຣະບາດ ຂອງໂຄວິດ-19 ລະຫວ່າງ ວັນທີ 19-30 ກັນຍາ ເປັນຕົ້ນມາ ກໍບໍ່ມີ ໂຮງຈັກ ໂຮງງານ ໃດສາມາມາດ ເປີດໂຮງງານ ໄດ້ເທື່ອ.ດັ່ງນັ້ນ ເພຶ່ອລຸດຜ່ອນ ຜົລກະທົບ ຕໍ່ພາກອຸດສາຫະກັມ ທາງສພາ ການຄ້າ ແລະ ອຸດສາຫະກັມ ແຫ່ງຊາດລາວ ຈຶ່ງເຫັນວ່າ ທາງການ ນະຄອນຫຼວງວຽງັຈນ ຄວນ ຈະພິຈາຣະນາ ໃຫ້ໂຮງຈັກ ໂຮງງານ ທີ່ສາມາດ ຄວບຄຸມ ໂຄວິດ-19 ໄດ້ ໃຫ້ກັບມາເປີດ ກິຈການໄດ້ ແຕ່ຕ້ອງປະຕິບັດ ຕາມມາຕການ ພາຍໃຕ້ເງຶ່ອນໄຂ ດັ່ງກ່າວ ຄື:

  1. ອະນຸຍາດໃຫ້ ໂຮງຈັກ ໂຮງງານ ທີ່ບໍ່ຢູ່ໃນພື້ນທີ່ ສີແດງ ຫຼື ບໍ່ມີການຣະບາດ ຂອງໂຄວິດ-19 ໃນເຂດຊຸມຊົນ ຫຼື ບໍ່ມີຫໍພັກ ໃນໂຮງງານ ໃຫ້ເປີດກິຈການໄດ້.
  2. ຖ້າຫາກ ຄົນງານຈະກັບມາ ເຮັດວຽກໃນໂຮງງານ ຫາກກວດຫາເຊຶ້ອ ໂຄວິດ-19 ບໍ່ພົບ ກໍໃຫ້ເຮັດວຽກໄດ້ ບໍ່ຕ້ອງກັກໂຕ 14 ມື້ ຕາມຂໍ້ແນະນຳ ຂອງທາງການ.
  3. ສເນີໃຫ້ ທາງການ ລາວ ອະນຸມັດ ການກວດເຊຶ້ອ ແບບເຫັນຜົລໄວ ຫຼື Rapid Test ໂດຍຄ່າ ໃຊ້ຈ່າຍທັງໝົດ ຜູ້ປະກອບການ ເປັນຜູ້ຮັບຜິດຊອບ ແລະ ໃຫ້ທາງການເລືອກ ຍີ່ຫໍ້ ທີ່ເຫັນວ່າ ມີມາຕຖານສູງເອງ ແລະ ອະນຸຍາດໃຫ້ແພດ ປະຈຳໂຮງງານ ເປັນຜູ້ກວດກໍໄດ້ ແລະ
  4. ສເນີໃຫ້ ທາງການລາວ ເຮັດສູນກັກໂຕ ພາກສນາມ ໃຫ້ກັບ ໂຮງງານ ເມື່ອເຫັນວ່າ ຄົນງານ ມີຄວາມສ່ຽງ ເພຶ່ອລຸດຜ່ອນ ງົບ​ປະມານ ແລະ ການຈັດການ ຂອງທາງການລາວ.
ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.