ຈີນປິດດ່ານ ຂົນສົ່ງສິນຄ້າລາວ ໄດ້ຮັບຜົລກະທົບ

ໄຊຍາ
2021.12.20
ຈີນປິດດ່ານ ຂົນສົ່ງສິນຄ້າລາວ ໄດ້ຮັບຜົລກະທົບ ຣົຖບັນທຸກສິນຄ້າ ທັງຈາກລາວ ແລະ ຈີນ ອັ່ງອໍກັນຢູ່ດ່ານສາກົລບໍ່ເຕັນ ຊາຍແດນລາວ-ຈີນ ທີ່ເມືອງຫຼວງນ້ຳທາ ແຂວງຫຼວງນ້ຳທາ ເນື່ອງຈາກທາງການຈີນ ປິດດ່ານສາກົລດັ່ງກ່າວ ເພື່ອປ້ອງກັນໂຄວິດ-19 (TS), ວັນທີ 4 ທັນວາ 2021.
RFA

ນັບແຕ່ຕົ້ນເດືອນທັນວາ 2021 ເປັນຕົ້ນມາຜູ້ປະກອບການທັງລາວ ແລະໄທຍທີ່ຂົນສົ່ງສິນຄ້າ ດ້ານການກະເສຕໄປຍັງປະເທດຈີນ ໄດ້ຮັບຜົລກະທົບ ຈາກມາຕການປ້ອງກັນໂຄວິດ-19 ແລະ ການຈຳກັດຈຳນວນຣົຖບັນທຸກສິນຄ້າຈາກ 350 ຄັນຕໍ່ມື້ຫຼຸດລົງເຫຼືອ 100-150 ຄັນຕໍ່ມື້ ເຮັດໃຫ້ຣົຖບັນທຸກຂົນສົ່ງສິນຄ້າຄ້າງຢູ່ດ່ານບໍ່ເຕັນ ແລະເສັ້ນທາງເຂດນາເຕີຍ ມີຄວາມແອອັດ, ດັ່ງພະນັກງານບໍຣິສັດ ຂົນສົ່ງຢູ່ດ່ານບໍ່ເຕັນນາງນຶ່ງກ່າວຕໍ່ ວິທຍຸເອເຊັຽເສຣີ ເມື່ອວັນທີ 20 ທັນວາ 2021 ນີ້ວ່າ:

ຈີນເປີດດ່ານໃຫ້ຣົຖຂົນສົ່ງ ຈາກຈີນເຂົ້າມາລາວຫັ້ນມື້ນຶ່ງ 300 ຄັນ ເນາະແຕ່ວ່າມັນຮັບຣົຖຂົນສົ່ງຈາກປະເທດລາວຫັ້ນເຂົ້າໄປຈີນຫັ້ນ ພຽງແຕ່ມື້ລະຮ້ອຍຄັນຫຼື 150 ຄັນຈະຕິດຕັ້ງແຕ່ຊາຍແດນຈີນປະມານ 20 ປາຍກິໂລແມັດເນາະຈົນມາຮອດຢູ່ທາງ ແຍກທີ່ເຮົາຈະໄປວຽງຈັນຫັ້ນນ່າ.

ຍານາງໄດ້ກ່າວຕື່ມວ່າ ເຖິງແມ່ນວ່າຣົຖໄຟລາວ-ຈີນຈະເປີດໃຫ້ບໍຣິການ ຢ່າງເປັນທາງການໃນບາງສະຖານີແລ້ວ. ແຕ່ຢ່າງໃດກໍຕາມ ພັດເປີດໃຫ້ບໍຣິການສະເພາະ ການຂົນສົ່ງຜູ້ໂດຍສານເທົ່ານັ້ນສ່ວນເຣື່ອງການຂົນສົ່ງສິນຄ້າ ຍັງບໍ່ທັນມີຄວາມພ້ອມເທື່ອເຮັດໃຫ້ການ ຂົນສົ່ງສິນຄ້າຈາກປະເທດລາວແລະປະເທດໄທຍເພື່ອໄປຮອດປະເທດຈີນ ມີຄວາມຫຍຸ້ງຍາກ. ຫຼັງຈາກທາງການລາວໄດ້ອອກແຈ້ງການ ເລກທີ 799 ຂອງຫ້ອງວ່າການແຂວງຫຼວງນໍ້າທາ ລົງວັນທີ 17 ທັນວາ 2021 ຣະບຸວ່າທາງໜ່ວຍງານທີ່ກ່ຽວຂ້ອງບໍ່ອະນຸຍາດໃຫ້ຣົຖຂົນ ສົ່ງສິນຄ້າທົ່ວໄປຂົນຍ້າຍສິນຄ້າເຂົ້າໄປບໍຣິເວນດ່ານຕັ້ງແຕ່ວັນທີ 17 ທັນວາ ເປັນຕົ້ນໄປ. ສ່ວນສິນຄ້າປະເພດກະສິກັມ ຈະສາມາດຂົນຍ້າຍໄດ້ເຖິງວັນທີ 26 ທັນວາ 2021 ນີ້. ທັງນີ້ກໍເພື່ອແກ້ໄຂບັນຫາ ສະພາບຣົຖຕິດຢູ່ດ່ານບໍ່ເຕັນເຮັດໃຫ້ຜູ້ປະກອບການ ຂົນສົ່ງສິນຄ້າກະເສຕໄປຍັງບໍຣິເວນດ່ານບໍ່ເຕັນຫຼາຍຂື້ນເພື່ອໃຫ້ທັນໄລຍະເວລາກຳນົດ. ດັ່ງເຈົ້າຂອງບໍຣິສັດ ຮັບຊື້ຢາງພາຣາຢູ່ແຂວງຜົ້ງສາລີທ່ານນຶ່ງກ່າວວ່າ:

ຊ່ວງນີ້ຫຍຸ້ງຍາກເດີ້ ລາວນ່າຂົນສົ່ງປະເທດລາວເປີດປະຕູດຽວ ຍ້ອນວ່າຣົຖມັນບໍ່ໄດ້ອອກມັນອັ່ງຢູ່ຊາຍແດນຈີນຫັ້ນ. ເຂົາບໍ່ປ່ອຍຣົຖເຂົ້າໄປຫຼາຍ ມັນອັ່ງຊ່ວງໂຄວິດ-19 ຫຼາຍກ່ວາເຂົາກັກຣົຖ ເອົາໄວ້ບາດນີ້ເຣື່ອງໂຄຕ້ານີ້ໃຜກໍຢ້ານມັນໝົດກຳນົດ ເດືອນຫັ້ນແຫຼະໃຜກໍເລັ່ງເອົາໄປເລັ່ງເອົາໄປແລ້ວ.

ປັດຈຸບັນບັນຫາຣົຖຂົນສົ່ງສິນຄ້າທີ່ອັ່ງຢູ່ບໍຣິເວນດ່ານສາກົລບໍ່ເຕັນຍັງບໍ່ໄດ້ຮັບການແກ້ໄຂເທື່ອຍ້ອນທາງການຈີນຂ້ອນຂ້າງໃຫ້ຄວາມສຳຄັນກັບມາຕການໂຄວິດ-19 ຫຼາຍກວ່າ. ດັ່ງເຈົ້າໜ້າທີ່ດ່ານບໍ່ຫານ-ບໍ່ເຕັນນາງນຶ່ງກ່າວວ່າ:

ດຽວນີ້ທາງຈີນເຂົາ ກໍແຈ້ງມາກໍຄືມີແຕ່ວ່າສາງເຂົາຫັ້ນເຕັມເນາະ ແລ້ວບັນຫາໂຄວິດ-19 ນີ້ແຫຼະເປັນຕົ້ນຕໍຫັ້ນນ່າກໍເລີຍຕ້ອງຖ້າທາງຈີນແມ່ນແລ້ວ ທາງຈີນສິນຄ້າເຂົາກໍອັ່ງຄືກັນຣົຖເຂົ້າມາເຮົາ ກໍອັ່ງຈັ່ງໃດມັນກໍອັ່ງເຕັມເບິດເລີຍພະຍາຍາມເຄລັຍຣ໌ ອອກແຕ່ກໍ ແບບມັນບໍ່ມີບ່ອນໄປຈອດຣົຖແລ້ວຫັ້ນນ່າສິນຄ້າມັນມາທຸກມື້ ໆ ເນາະ.

ທາງການຈີນຄວນພິຈາຣະນາເພີ່ມໂຄຕ້າ ໃຫ້ຣົຖບັນທຸກສິນຄ້າສາມາດ ຜ່ານດ່ານສາກົລບໍ່ເຕັນ-ບໍ່ຫານ ເຂົ້າໄປຍັງປະເທດຈີນ ໄດ້ຕື່ມເພື່ອຊ່ອຍຫຼຸດຜ່ອນ ບັນຫາຣົຖຂົນສົ່ງສິນຄ້າຕິດຢູ່ ບໍຣິເວນດ່ານຍ້ອນສິນຄ້າດ້ານການກະເສຕ ສ່ວນຫຼາຍກໍແມ່ນຊາວຈີນ ເຂົ້າມາລົງທືນ, ດັ່ງທ່ານ ພັນໂທ ລາດສວ່າງ ປຣະຈິດທຳ ຫົວໜ້າຜແນກຕຳຣວດ ຈໍລະຈອນກອງບັນຊາການ ປ້ອງກັນຄວາມສງົບ ແຂວງຫຼວງນໍ້າທາກ່າວຕໍ່ໂທລະພາບແຂວງຫຼວງນໍ້າທາ ເມື່ອວັນທີ 17 ທັນວາ 2021 ນີ້ວ່າ:

ສະເພາະຈີນ ນີ້ກໍຢາກໃຫ້ມີການຮັບສິນຄ້າ ຂອງໂຕເອັງເນາະອອກເພີ່ມ ຈຳນວນຫຼາຍເນາະເພາະໃຫ້ຫຼຸດຜ່ອນ ໃນການແອອັດໃນໄລຍະເສັ້ນທາງເບື້ອງລາວ.

ໃນຂນະດຽວກັນ ສິນຄ້າການກະເສຕພັດເສັຽຫາຍ ນໍາດ້ວຍຍ້ອນບັນຫາການຂົນຍ້າຍ ສິນຄ້າໄປຍັງປະເທດຈີນບໍ່ໄດ້ນັ້ນ ຊຶ່ງໜ່ວຍງານທີ່ກ່ຽວຂ້ອງຄວນ ເລັ່ງດຳເນີນການແກ້ໄຂ. ເນື່ອງຈາກຜູ້ຖືກຜົລກະທົບຫຼາຍທີ່ສຸດ ແມ່ນຄືຊາວກະສິກອນ, ດັ່ງທ່ານ ສັນໄຊ ປຸຣນະໄຊສີຣິ ນາຍົກສະມາຄົມຜູ້ຄ້າ ແລະສົ່ງອອກໝາກໄມ້ໄທຍກ່າວຕໍ່ ວິທຍຸເອເຊັຽເສຣີ ເມື່ອວັນທີ 20 ທັນວາ 2021.

ທ່ານກ່າວວ່າ ບໍ່ວ່າເປັນຜູ້ຂົນສົ່ງຫຼືວ່າເປັນພໍ່ຄ້າ ຄົນກາງເຂົາເດືອດຮ້ອນບໍ່ເກີນ 10 ວັນ ພາຍຫຼັງສິນຄ້າທີ່ຢູ່ເທີງຣົຖອອກໝົດແລ້ວ ເຂົາກໍຢຸດຊື້ແຕ່ຊາວກະສິກອນທີ່ເປັນແສນຄອບຄົວ ຈະເດືອດຮ້ອນທັງໝົດເລີຍຖ້າພວກເຮົາຍັງບໍ່ມີມາຕການ ທີ່ຈະຫຼຸດຜ່ອນບັນຫາດັ່ງກ່າວນີ້ໄດ້.

ປັດຈຸບັນປະເທດຈີນ ໄດ້ໃຫ້ຄວາມສຳຄັນກັບການປ້ອງກັນ ການແຜ່ຣະບາດຂອງໂຄວິດ-19 ຢ່າງຈິງຈັງແລະ ຕ້ອງການບໍ່ໃຫ້ມີຜູ້ຕິດເຊື້ອພະຍາດ ດັ່ງກ່າວນີ້ພາຍໃນປະເທດເຮັດໃຫ້ ທາງການຈີນອອກມາຕການກວດກາຄົນ ແລະສິນຄ້າທີ່ຈະຜ່ານແດນເຂົ້າໄປຍັງປະເທດຈີນ ຢ່າງເຂັ້ມງວດ ແລະ ຍັງບໍ່ມີກຳນົດຢ່າງຈະແຈ້ງເທື່ອວ່າມາຕການດັ່ງກ່າວນີ້ ຈະສຳເຣັດເມື່ອໃດຍ້ອນຂື້ນຢູ່ກັບສະພາບ ການແຜ່ຣະບາດຂອງໂຄວິດ-19 ໃນຣະດັບສາກົລ. ດັ່ງ ຍານາງອາທິນັນ ອິນທະຣະພີມ ເຈົ້າໜ້າທີ່ກົງສູນ(ຝ່າຍກະເສຕ) ປະຈຳສະຖານກົງສູນໃຫຍ່ ຢູ່ນະຄອນຫຼວງຊຽງໄຮ້ ກ່າວໃນມື້ດຽວກັນວ່າ:

ຍານາງກ່າວວ່າ ບາດນີ້ຈີນກໍປະກາດປະຊາສັມພັນໃຫ້ຫຼີກລ້ຽງ ການໃຊ້ເສັ້ນທາງບົກຍ້ອນມັນມີຜູ້ຕິດເຊື້ອພາຍໃນ ພື້ນທີ່ຊາຍແດນມີຜູ້ຕິດເຊື້ອໃນລາວ ໃນວຽດນາມ ຈີນບໍ່ຕ້ອງການໃຫ້ມີການຕິດເຊື້ອ ໂຄວິດ-19 ເຂົ້າມາໃນປະເທດບໍ່ວ່າຈະຕິດ ມາຈາກຄົນຫຼືວ່າຕິດມາຈາກເຄື່ອງຂອງ. ຍ້ອນເຫດນີ້ຈີນຈຶ່ງໃຊ້ມາຕການສູງສຸດຕາມແນວຊາຍແດນ ທຸກຊ່ອງທາງບໍ່ແມ່ນສະເພາະຊ່ອງທາງທາງບົກ ທາງດຽວ, ສນາມບີນ, ທ່າເຮືອ ທຸກຢ່າງກວດເຂັ້ມໝົດ.

ຫຼ້າສຸດນີ້ ໃນລະຫວ່າງວັນທີ 15-17 ພືສຈິກາ 2021 ທາງການຈີນ ໄດ້ອະນຸຍາດໃຫ້ມີການນຳເຂົ້າ ສິນຄ້າຫຼາຍປະເພດ ບໍຣິເວນດ່ານສາກົລບໍ່ຫານ-ບໍ່ເຕັນ ເປັນຕົ້ນແຮ່ທາດຕ່າງໆ , ຜລິດຕະພັນຈາກແຮ່ທາດ, ຢາງພາຣາ ແລະ ຜລິດກະສິກັມ ຈາກປະເທດລາວ  ຈາກນັ້ນກໍປິດຄືນ ພ້ອມມີການຄາດຄະເນຫາກຍັງມີການປິດດ່ານດັ່ງກ່າວນີ້ ຕໍ່ໄປອີກປະມານ 3 ເດືອນຈະເຮັດໃຫ້ມູນຄ່າການສົ່ງອອກ ລະຫວ່າງປະເທດລາວ ແລະ ປະເທດຈີນຫຼຸດລົງ ເປັນຈຳນວນຫຼວງຫຼາຍ, ອີງຕາມການຣາຍງານ ຂອງໜັງສືພີມວຽງຈັນທາມສ ເມື່ອວັນທີ 16 ພືສຈິກາ 2021.

ອີງຕາມການຣາຍງານ ຂອງກະຊວງກະສິກັມ ແລະ ປ່າໄມ້ ເມື່ອວັນທີ 5 ພຶສຈິການີ້ ຣະບຸວ່າ ໃນໄລຍະ 10 ເດືອນຕົ້ນປີ 2021 ນີ້ປະເທດລາວ ສົ່ງສິນຄ້າກະສິກັມອອກໄປຕ່າງປະເທດ ມູນຄ່າ 890 ໂດລາຣ໌ສະຫະຣັຖ ໃນນັ້ນ 80% ແມ່ນສົ່ງອອກໄປປະເທດຈີນ ແລະ ທາງການລາວ ພະຍາຍາມເຈຣະຈາ ກັບທາງການຈີນ ເພື່ອຂໍເປີດດ່ານສາກົນບໍ່ຫານ-ບໍ່ເຕັນ ໃຫ້ໄວທີ່ສຸດ ເພື່ອໃຫ້ສາມາດຂົນສົ່ງສິນຄ້າ ແລະເປີດການຄ້າຂາຍຊາຍແດນໄດ້ຕາມປົກກະຕິ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.