ເຕືອນເຈົ້າຂອງຣົດຜິດກົດໝາຍ ຂຶ້ນທະບຽນດ່ວນ
2021.10.19

ທາງການລາວ ເຕືອນເຈົ້າຂອງຣົດ ທີ່ນໍາເຂົ້າແບບບໍ່ຖືກກົດໝາຍ ໃຫ້ໄປຂຶ້ນທະບຽນທີ່ກົມພະສີ ກະຊວງການເງິນ ແຕ່ມື້ວັນທີ 12 ຕຸລາ ຫາ ວັນທີ 5 ພຶສຈິກາ 2021 ນີ້, ຈະໄດ້ມີການກວດກາຫາແຫຼ່ງທີ່ມາ ແລະສະພາບເຕັກນິກຣົດ (Technic) ກ່ອນຈະໃຫ້ເສັຽພາສີ, ຫາກກາຍກໍານົດ ດັ່ງກ່າວນີ້ແລ້ວຈະຖືກຍຶດຕາມຣະບຽບກົດໝາຍ ດັ່ງເຈົ້າໜ້າທີ່ ກະຊວງການເງິນທ່ານນຶ່ງກ່າວຕໍ່ ວິທຍຸເອເຊັຽເສຣີໃນມື້ວັນທີ 18 ຕຸລາ ນີ້ວ່າ:
“ນໍາເຂົ້າບໍ່ຖືກຕ້ອງ ທີ່ບໍ່ມີເອກສານເລີຍ ຂຶ້ນບັນຊີ ກໍມີແຕ່ເອກສານຫັ້ນ ມາແຈ້ງຂຶ້ນບັນຊີນໍາເຮົາ ແລ້ວເຮົາຈະເກັບກໍາບັນຊີໄວ້ຊື່ໆ ຍັງບໍ່ມີການຄິດໄລ່ ຍັງບໍ່ມີການເສັຍພາສີເທື່ອ ກໍລໍຖ້າເສັຽພາສີຄືເກົ່າ ກໍເຣີ່ມທະຍອຍຂຶ້ນບັນຊີໄວ້ຫຼາຍຢູ່.”
ທ່ານກ່າວຕື່ມອີກວ່າ ໄລຍະນີ້ ກໍມີບຸກຄົນ ແລະບໍຣິສັດເອກຊົນຈໍານວນນຶ່ງ ເຣີ່ມນໍາຣົດຜິດກົດໝາຍມາຂຶ້ນບັນຊີໄວ້ແລ້ວ ແລະຈະບໍ່ມີຄວາມຜິດໃດໆ. ເມື່ອໝົດກໍານົດຂຶ້ນບັນຊີນີ້ແລ້ວ ທາງກົມພາສີຈະນັດໃຫ້ເຈົ້າຂອງຣົດທຸກຄັນມາເສັຽພາສີ ຊຶ່ງເປັນທີ່ຄາດກັນວ່າ ການຂຶ້ນບັນຊີຣົດນໍາເຂົ້າ ບໍ່ຖືກຕ້ອງເທື່ອນີ້ ໃນທົ່ວປະເທດຈະມີບໍ່ຕໍ່າກວ່າ 1,000 ຄັນ.
ກ່ຽວກັບເຣື່ອງນີ້ ເຈົ້າໜ້າທີ່ ກະຊວງການເງິນ ອີກທ່ານນຶ່ງເວົ້າວ່າ ໄລຍະຜ່ານມາ ມີຣົດຈໍານວນຫຼວງຫຼາຍ ຖືກນໍາເຂົ້າລາວແບບຜິດກົດໝາຍ ຊຶ່ງສ່ວນໃຫຍ່ຈະເປັນຣົດຢູໂຣບ ທີ່ນໍາເຂົ້າມາຈາກຈີນ, ວຽດນາມ ແລະໄທຍ. ພາຍຫຼັງທີ່ໄດ້ນໍາເຂົ້າມາລາວແລ້ວ ກໍມາຂີ່ຕາມປົກຕິ ໂດຍບໍ່ເສັຽພາສີ, ໃນນັ້ນສ່ວນໃຫຍ່ເປັນຣົດຫລູຫຼາຣາຄາແພງ ແລະຈໍານວນນຶ່ງ ໃຊ້ປ້າຍທະບຽນປອມ ເພື່ອຫຼີກລ່ຽງພາສີ ຊຶ່ງທາງພາກສ່ວນທີ່ກ່ຽວຂ້ອງ ພະຍາຍາມກວດກາຢ່າງເຂັ້ມງວດ, ແຕ່ມາຮອດມື້ນີ້ ການລັກລອບນໍາຣົດ ເຂົ້າມາລາວໃໝ່ບໍ່ມີແລ້ວ ດັ່ງທີ່ທ່ານກ່າວວ່າ:
“ກະແກ້ໄຂຣົດທີ່ວ່າ ນໍາເຂົ້າມາແລ້ວໃຫ້ເສັຽພາສີຫັ້ນນ່າ. ທີ່ນໍາເຂົ້າມາໂຕນີ້ຍັງດໍາເນີນການຢູ່ ແຕ່ວ່າເອົາເຂົ້າມາເທື່ອໃໝ່ບໍ່ມີແລ້ວ ມິດງຽບແລ້ວ ເພິ່ນກະຄຸ້ມຄອງຢ່າງເດັດຂາດ.”
ສໍາລັບເຈົ້າຂອງຣົດມືສອງ ແລະຣົດຫລຸດຈໍານໍາທີ່ຊື້ມາແລ້ວ ແຕ່ບໍ່ມາຂຶ້ນທະບຽນ ແລະບໍ່ເສັຽພາສີ ກໍຈະຕ້ອງໄດ້ນໍາມາຂຶ້ນບັນຊີ, ຖ້າບໍ່ປະຕິບັດຕາມກໍຈະມີຄວາມຜິດຕາມກົດໝາຍ.
ເວົ້າເຖິງການ ລັກນໍາຣົດຈາກຕ່າງປະເທດເຂົ້າມາລາວ ປະຊາຊົນລາວຈໍານວນນຶ່ງເວົ້າວ່າ ຄົນທີ່ຈະນໍາຣົດເຂົ້າມາລາວໄດ້ ຕ້ອງເປັນຄົນມີເງິນ, ມີທຸຣະກິດຣະດັບໃດນຶ່ງຈຶ່ງເຮັດໄດ້; ຫາກເປັນຊາວບ້ານທໍາມະດາ ກໍຍາກຫຼາຍທີ່ຈະຊື້ຣົດ ລັກຈາກຕ່າງປະເທດມາຂັບໄດ້. ດັ່ງນັ້ນ ທາງການລາວຄວນເອົາໃຈໃສ່ ໃນການກວດກາ, ຫາກພົບເຫັນຜູ້ຣະເມີດ ກໍຄວນບັງຄັບໃຊ້ກົດໝາຍທັນທີ ບໍ່ວ່າຜູ້ນັ້ນຈະເປັນໃຜ ເປັນຜູ້ມີເງິນຫຼາຍ ຫຼືເປັນຜູ້ມີອໍານາດໃນສັງຄົມກໍຕາມ ດັ່ງຊາວລາວຢູ່ນະຄອນຫຼວງວຽງຈັນ ຜູ້ນຶ່ງເວົ້າຕໍ່ ວິທຍຸເອເຊັຽເສຣີໃນມື້ ວັນທີ 18 ຕຸລານີ້ວ່າ:
“ອອກຄໍາສັ່ງໄປແລ້ວ ຄັນຖ້າບໍ່ປະຕິບັດ ເຈົ້າກະຕ້ອງສົ່ງພະນັກງານໄປຕິດຕາມເບິ່ງ ເຂົາບໍ່ມາເສັຽແລ້ວກໍເສັຽໄປ ເຂົາກໍເສັຽຄືກັນຫັ້ນແລ້ວ ເຂົາມີເງິນເດ໋ ເຄັ່ງຄັດທາງດ້ານກົດໝາຍ ແລ້ວຈັ່ງຄ່ອຍໄດ້ ເຣື່ອງນີ້ ປະປ່ອຍໄປນີ້ມັນເປັນການຊໍາເຮື້ອ.”
ຊາວລາວອີກຜູ້ນຶ່ງກໍເວົ້າວ່າ ຊາວບ້ານທໍາມະດາ ເປັນໄປບໍ່ໄດ້ທີ່ຈະຊື້ຣົດລັກເຂົ້າມານັ້ນໄດ້ ເຖິງລາຄາມັນຈະຖືກກໍບໍ່ກ້າຊື້, ມີແຕ່ຄົນມີເງິນ, ມີອໍານາດ, ລູກເຈົ້າຫຼານນາຍ ຫຼືມີເສັ້ນ ມີສາຍເທົ່ານັ້ນທີ່ຈະສາມາດຊື້ຣົດຫລູຫຼາ ຜິດກົດໝາຍຈາກຕ່າງປະເທດມາຂີ່ໄດ້:
“ມັນມີແຕ່ເຈົ້າແຕ່ນາຍຂີ່ໄດ໋ ມັນຊື້ຖືກເດ໋ ປະຊາຊົນເຮົາໃຜຊິໄປກ້າ ບໍ່ມີເສັ້ນມີສາຍ ບໍ່ແມ່ນລູກເຈົ້າຫຼານນາຍ ໄຜສິໄປກ້າເຮັດ. ພວກມີຣົດເຖື່ອນ ມີແຕ່ພວກມີເສັ້ນມີສາຍໝົດແຫຼະ ຄົນທັມດາເຮົາບໍ່ກ້າຂີ່ດອກ.”
ຕາມປົກກະຕິແລ້ວ ກ່ອນຈະນໍາຣົດຈາກຕ່າງປະເທດ ເຂົ້າມາລາວຕ້ອງໄດ້ຜ່ານ ກະຊວງການເງິນ ດັ່ງຜູ້ນໍາຣົດໃຫຍ່ເຂົ້າມາຢູ່ນະຄອນຫຼວງວຽງຈັນ ເວົ້າວ່າ ຫາກຈະນໍາຣົດຫລູຫຼາ ຫຼືຣົດໃຫຍ່ທົ່ວໄປເຂົ້າມາຈະຕ້ອງໄດ້ໄປແຈ້ງ ຕໍ່ກະຊວງການເງິນທຸກຄັ້ງ ຫຼັງຈາກນັ້ນຈະຕ້ອງໄດ້ເສັຽພາສີຕາມກົດໝາຍ ຊຶ່ງທາງການຈະເບິ່ງເອກສານນໍາເຂົ້າ, ທະບຽນຣົດ ແລະເອກສານການຊື້-ຂາຍຣົດນໍາດ້ວຍ. ເຣື່ອງການເສັຍພາສີ ເຈົ້າໜ້າທີ່ຈະປະເມີນໄປຕາມປີຜລິດ ແລະລາຄາຊື້-ຂາຍຣົດ ຊຶ່ງສ່ວນໃຫຍ່ຈະຢູ່ທີ່ 30-40% ຂອງຣາຄາຊື້-ຂາຍຣົດ ທີ່ຖືວ່າຂ້ອນຂ້າງແພງ.
ເຣື່ອງການນໍາຣົດຫລູຫຼາ ຫຼືຣົດໃຫຍ່ທົ່ວໄປເຂົ້າມາລາວ ແຕ່ບໍ່ຢາກເສັຽພາສີ ຫຼືຣົດທີ່ບໍ່ໄດ້ຂຶ້ນທະບຽນ ກໍຕ້ອງໄດ້ຕົກລົງກັບເຈົ້າໜ້າທີ່ດ່ານ ຫຼືເຈົ້າໜ້າທີ່ຕໍາຣວດໃຫ້ຊ່ອຍ, ແຕ່ໃນກໍຣະນີນີ້ ຕ້ອງເປັນເຈົ້າໜ້າທີ່ ທີ່ຮູ້ຈັກກັນເທົ່ານັ້ນ ແລະຕ້ອງຍອມຈ່າຍເງິນໃຫ້, ອີງຕາມຄໍາເວົ້າ ຂອງຄົນທີ່ນໍາເຂົ້າຣົດຜູ້ນຶ່ງ ຢູ່ນະຄອນຫຼວງວຽງຈັນ ຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 18 ຕຸລານີ້:
“ບໍ່ຍາກດອກ ຖ້າວ່ານໍາເຂົ້າມາໄດ້ຫັ້ນ ຕ້ອງໄດ້ປຶກສາທາງຕໍາຣວດຫັ້ນແຫຼະ ທາງດ່ານຫັ້ນນ່າ. ຊື້ຕາມຮ້ານຕາມຫຍັງນີ້ ເຂົາເຈົ້າມີຣາຄາພໍ່ຄ້າແລ້ວ ຣາຄາພໍ່ຄ້າມັນຊິສູງ. ຖ້າວ່າເຮົານໍາເຂົ້າມາໄດ້ນີ້ ໂອ໋ຍ ກໍາໄຣ ພາສີກໍຣະດັບ 30-40% ພຸ້ນແຫຼະ.”
ເຖິງຂະນະນີ້ ທາງການລາວກໍຍັງບໍ່ໄດ້ເປີດເຜີຍ ຈໍານວນຣົດທີ່ຖືກລັກນໍາເຂົ້າມາ ແລະບໍ່ໄດ້ເສັຽພາສີ ວ່າມີຈໍານວນເທົ່າໃດໃນທົ່ວປະເທດ.
ແຕ່ເມື່ອປີ 2017 ທາງການລາວໄດ້ຣາຍງານວ່າ ໃນທົ່ວປະເທດ ມີຣົດນໍາເຂົ້າທີ່ບໍ່ຖືກຕ້ອງຕາມກົດໝາຍ ແລະບໍ່ໄດ້ເສັຽພາສີ ຫຼາຍກວ່າ 5,000 ຄັນ, ສ່ວນໃຫຍ່ເປັນຣົດຫລູຫຼາ, ຣົດໃຫຍ່ທົ່ວໄປ ແລະຈໍານວນນຶ່ງເປັນຣົດຈັກ, ເຮັດໃຫ້ຣັຖຕ້ອງເສັຽຣາຍຮັບ ຈາກການເກັບພາສີນັ້ນປະມານ 66 ພັນລ້ານກີບ.