ລັດຖະບານ ເກັບອາກອນມູນຄ່າເພີ່ມ ຈາກ 7% ເປັນ 10%
2024.04.25
ກະຊວງການເງິນ ໄດ້ອອກແຈ້ງການ ວັນທີ 23 ເມສາ 2024 ນີ້ ໃຫ້ບັນດາຫົວໜ່ວຍທຸລະກິດ ຄິດໄລ່ເກັບອາກອນມູນຄ່າເພີ່ມ ໃນອັດຕາ 10% ນັບແຕ່ ວັນທີ 1 ພຶດສະພາ 2024 ເປັນຕົ້ນໄປ ພາຍຫຼັງທີ່ປະທານປະເທດ ໄດ້ອອກ ລັດຖະບັນຍັດ ວ່າດ້ວຍການປັບປຸງອັດຕາ ອາກອນມູນຄ່າເພີ່ມ ຈາກ 7% ເປັນ 10% ເມື່ອເດືອນມີນາທີ່ຜ່ານມາ.
ການຄິດໄລ່ອາກອນມູນຄ່າເພີ່ມ ທີ່ວ່ານີ້ ແມ່ນໃຫ້ເກັບ ຈາກຫົວໜ່ວຍທຸລະກິດ ທີ່ນຳສິນຄ້າເຂົ້າມາຈາກຕ່າງປະເທດ ແລະເຂດເສດຖະກິດພິເສດ, ຫົວໜ່ວຍທຸລະກິດ ທີ່ສະໜອງສິນຄ້າ ແລະການບໍລິການ ຢູ່ພາຍໃນປະເທດ ທັງບຸກຄົນ, ນິຕິບຸກຄົນ ແລະການຈັດຕັ້ງ ທີ່ຢູ່ໃນລະບົບອາກອນມູນຄ່າເພີ່ມ ແລະຫົວໜ່ວຍທຸລະກິດ ທີ່ຮັບການສະໜອງສິນຄ້າ ແລະການບໍລິການ ຂອງນິຕິບຸກຄົນ ທີ່ບໍ່ໄດ້ສ້າງຕັ້ງວິສາຫະກິດ ຢູ່ລາວ. ປົກກະຕິແລ້ວ ຫົວໜ່ວຍທຸລະກິດ ຈະຄິດໄລ່ ລວມເອົາອາກອນມູນຄ່າເພີ່ມ ເຂົ້າໄວ້ໃນລາຄາສິນຄ້າ ແລະການບໍລິການແລ້ວ.
ກ່ຽວກັບເລື່ອງທີ່ວ່ານີ້, ເຈົ້າໜ້າທີ່ກ່ຽວຂ້ອງ ນາງນຶ່ງ ຊຶ່ງບໍ່ປະສົງອອກຊື່ ແລະ ຕຳແໜ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 25 ເມສານີ້ວ່າ ຂໍໃຫ້ບັນດາຜູ້ປະກອບການທຸລະກິດ ສຶກສາລາຍລະອຽດ ຕາມແຈ້ງການ ທີ່ກະຊວງການເງິນວາງອອກນັ້ນ.
“ໂຕອັ່ນ ໂຕໃໝ່ນີ້ຫວາ ຈາກ 7 ເປັນ 10 ນີ້ຫວາ. ເຈົ້າ, ແຈ້ງການເຮົາອັ່ນນັ້ນ ເຊັນຫວ່າງອັ່ນນັ້ນ ວັນທີ 23. ອັ່ນແຈ້ງການເຮົາເລີ່ມໃຫ້ປະຕິບັດຕາມແຈ້ງການ ເພາະ ວ່າແຈ້ງການເຮົາ ເຮົາກໍອອກມາວັນທີ 23 ເນາະ.”
ອີງຕາມການຊີ້ແຈງ ຂອງກົມສ່ວຍສາອາກອນ, ກະຊວງການເງິນ, ລາຍຮັບທີ່ໄດ້ຈາກການເກັບອາກອນມູນຄ່າເພີ່ມ ຈະຖືກຈັດສັນ ໄປໃຊ້ໃນວຽກງານສະຫວັດດິການ ດ້ານສາທາລະນຸປະໂພກ, ການສຶກສາ, ສາທາລະນະສຸກ, ຄົມ ມະນາຄົມ ແລະອື່ນໆ.
ຜູ້ປະກອບການທຸລະກິດ ນາງນຶ່ງ ເວົ້າວ່າ ຕອນນີ້ ຮ້ານຄ້າຂອງນາງ ຍັງບໍ່ທັນໄດ້ປັບລາຄາສິນຄ້າ ຂື້ນຕາມອັດຕາອາກອນມູນຄ່າເພີ່ມ. ແຕ່ກໍຕ້ອງເບິ່ງຕໍ່ໄປວ່າ ຈະຕ້ອງມີການປັບລາຄາສິນຄ້າ ໃນເດືອນໜ້າຢ່າງໃດ ເພາະວ່າ ຫາກໍຮູ້ ເລື່ອງການປັບຂື້ນອັດຕາອາກອນມູນຄ່າເພີ່ມ ເມື່ອບໍ່ດົນມານີ້d
“ຕອນນີ້ຫັ້ນຍັງນ່າ ຍັງບໍ່ທັນ ເພິ່ນຍັງບໍ່ທັນໄດ້ປັບເດືອນນີ້ ແລະ ຍັງບໍ່ຮູ້ວ່າເດືອນຕໍ່ໄປຫັ້ນ ຊິທໍ່ໃດນ່າ ເພາະວ່າເພິ່ນຫາກໍປະກາດເນາະ ແລ້ວເພິ່ນຍັງບໍ່ທັນໄດ້ປັບ.”
ຂະນະທີ່ ຊາວບ້ານ ຜູ້ຮູ້ເລື່ອງນີ້ ນາງນຶ່ງ ເວົ້າວ່າ ການທີ່ລັດຖະບານ ຕ້ອງໄດ້ຂື້ນອັດຕາອາກອນມູນຄ່າເພີ່ມນັ້ນ ກໍອາດຈະເປັນຍ້ອນລັດຖະບານ ບໍ່ມີເງິນໃນຄັງແຮສຳຮອງ ອັນຈະເຮັດເກີດຄວາມຫຍຸ້ງຍາກ ເປັນຕົ້ນປະຊາຊົນ ຜູ້ທີ່ຫາເຊົ້າກິນຄ່ຳ.
“ເພາະລັດຖະບານບໍ່ມີເງິນທີ່ຈະໄປຄືນເຂົາ ເງິນຢູ່ໃນຄັງຫັ້ນກະມີແຕ່ໂຕເລກ ເງິນແທ້ໆ ຫັ້ນບໍ່ໄດ້ມີເນາະ ຄືປະເທດລາວເອງທີ່ຈະເດືອດຮ້ອນ ບໍ່ວ່າຈະເປັນພວກ ຄົນທີ່ຫາເຊົ້າກິນຄ່ຳ.”
ພະນັກງານ ບໍລິສັດຮັບແລ່ນເອກະສານ ທາງດ້ານບັນຊີ ແລະສ່ວຍສາອາກອນ ນາງນຶ່ງ ເວົ້າວ່າ ການເສຍອາກອນມູນຄ່າເພີ່ມ ເປັນພັນທະນຶ່ງ ຂອງຜູ້ປະກອບການທຸລະກິດ ທີ່ຈະຕ້ອງໄດ້ເສຍໃຫ້ລັດ ເປັນປະຈຳທຸກເດືອນຢູ່ແລ້ວ ຊຶ່ງທາງບໍລິສັດຂອງນາງ ກໍໃຫ້ບໍລິການໃນເລື່ອງນີ້.
“ໂຕນັ້ນຫັ້ນ ຈະຢູ່ໃນຂໍ້ທີ່ແຈ້ງມາ ເສຍອາກອນປະຈຳເດືອນເນາະ. ໂຕສ່ວນທີ່ຕ້ອງເສຍອາກອນປະຈຳເດືອນ ມັນຈະມີ 1. ອາ ກອນເງິນເດືອນ 2. ອາກອນມູນຄ່າເພີ່ມ 3. ອາກອນກຳໄລເຈົ້າ. ແມ່ນໆ, ສົ່ງເປັນລາຍເດືອນ ສົ່ງທຸກໆ ເດືອນ ບໍ່ໃຫ້ກາຍວັນທີ 20 ເນາະ. ແມ່ນແລ້ວ, 10% ເຈົ້າ. ສະເພາະແຈ້ງມອບອາກອນເນາະ ໂຕນີ້ແມ່ນເຮົາຮັບ 500,000 ກີບຕໍ່ເດືອນເຈົ້າ.”
ນາງກ່າວຕຶ່ມວ່າ, ການເພີ່ມອັດຕາອາກອນມູນຄ່າເພີ່ມນີ້ ອາດຈະເປັນການເພີ່ມຕົ້ນທືນ ໃຫ້ຜູ້ປະກອບການ ຫຼືອາດຈະມີການປັບຂື້ນລາຄາສິນຄ້າ ເພື່ອໃຫ້ສອດ ຄ່ອງ ກັບອັດຕາອາກອນ ທີ່ເພີ່ມຂື້ນນັ້ນ ກໍເປັນໄດ້.
ການປັບຂື້ນ ອັດຕາອາກອນມູນຄ່າເພີ່ມ ຈາກ 7% ເປັນ 10% ແມ່ນເປັນຂໍ້ສະເໜີນຶ່ງ ຂອງທະນາຄານໂລກ ເພື່ອເຮັດໃຫ້ລັດຖະບານລາວ ມີລາຍໄດ້ຈາກອາກອນຫຼາຍຂື້ນ. ທີ່ຜ່ານມາ ການຈັດເກັບລາຍຮັບ ຂອງຂະແໜງການສ່ວຍສາອາກອນ ຍັງມີຂໍ້ຫຍຸ້ງຍາກຫຼາຍ ຍ້ອນມີການຫຼີກລ່ຽງການເສຍອາກອນ ແລະ ອາດຈະມີການສໍ້ລາດບັງຫຼວງ ເຮັດໃຫ້ລັດຖະບານ ບໍ່ສາມາດເກັບອາກອນມູນຄ່າເພີ່ມ ໄດ້ຢ່າງເຕັມສ່ວນ.
ກົມການເມືອງສູນກາງພັກປະຊາຊົນປະຕິວັດລາວໄດ້ອອກມະຕິເລກທີ 4/ກມສພ ໃນວັນທີ 11 ເມສານີ້ ວ່າດ້ວຍການສ້າງເສດຖະກິດ ເອກະລາດ ເປັນເຈົ້າຕົນເອງ ໃນໄລຍະໃໝ່ ຊຶ່ງໃນນັ້ນໄດ້ລະບຸວ່າ ຕ້ອງດຳເນີນທຸກມາດຕະການ ເພື່ອໃຫ້ມີລະບົບ ການເກັບລາຍຮັບເຂົ້າງົບປະມານ ໃຫ້ໄດ້ຫຼາຍເທົ່າທີ່ຈະຫຼາຍໄດ້, ສ້າງແຫຼ່ງລາຍຮັບໃໝ່ ໃຫ້ຫຼາຍ ແລ ໜັກແໜ້ນ, ຂຸດຄົ້ນແຫຼ່ງລາຍຮັບ ຈາກບ່ອນທີ່ມີຄວາມສາມາດຂຸດຄົ້ນໄດ້ ແລະເກັບໄດ້ຕາມກົດໝາຍ ແລະ ລະບຽບການ.