ພາສີທີ່ດິນເກັບບໍ່ໄດ້ ຕາມຄາດ
2020.07.26

ປີ 2020 ນີ້ ການເກັບພາສີທີ່ດິນ ໃນທົ່ວປະເທດລາວ ບໍ່ໄດ້ຕາມແຜນຂອງຣັຖບານ ຍ້ອນຜົລກະທົບ ຈາກ ການຣະບາດຂອງເຊື້ອພຍາດ ໂຄວິດ-19 ເຮັດໃຫ້ປະຊາຊົນ ຂາດຣາຍໄດ້ ບໍ່ມີເງິນທີ່ຈະໃຫ້ຣັຖ ຄືປີທີ່ຜ່ານໆມາ, ກິຈການຫລາຍຢ່າງຢຸດຊະງັກ ເພື່ອປ້ອງກັນໂຄວິດ-19, ດັ່ງເຈົ້າຂອງທຸຣະກິດໂຮງແຮມນາງນຶ່ງ ທີ່ ນະຄອນຫຼວງພຣະບາງ ເວົ້າຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 24 ກໍຣະກະດາ ນີ້ວ່າ:
”ໂອ! ປີນີ້ຫວະ ບໍ່ໄດ້ຈ່າຍເພາະພວກເອື້ອຍບໍ່ມີເງິນຈ່າຍ ບໍ່ມີຣາຍໄດ້ພວກເອື້ອນບໍ່ໄດ້ຈ່າຍ ບໍ່ຮູ້ວ່າຫຼຸດຜ່ອນບໍ່ ເພາະວ່າພາກັນງຽບໄປເລີຍ ໂຈະໄປເລີຍ ເພາະບໍ່ມີຄໍາຕອບຫຍັງເທື່ອ ພວກເອື້ອຍກະມິດໄປເລີຍ ງຽບໄປເລີຍ ບໍ່ຮູ້ວ່າເພິ່ນເກັບຈັ່ງໃດເທື່ອ ພວກເອື້ອຍບໍ່ມີແຂກໃດ໋ ບາງມື້ກະມີຫ້ອງນຶ່ງສອງຫ້ອງ ປະມານນັ້ນແຫຼະ ບາງມື້ບໍ່ມີເລີຍ.”
ຍານາງເວົ້າຕື່ມວ່າ ຕາມປົກກະຕິ ຕົນຕ້ອງໄດ້ເສັຍຄ່າພາສີ ທີ່ດິນປະມານ 20 ລ້ານກີບຕໍ່ປີ ເນຶ່ອງຈາກມີດິນທຸຣະກິດຫຼາຍ ຊຶ່ງຕ້ອງໄດ້ເສັຍ ຄ່າພາສີແພງກວ່າດິນປະເພດອື່ນໆ. ແຕ່ມາຮອດດຽວນີ້ ກໍຍັງບໍ່ຮູ້ວ່າຈະຫາເງິນ ມາຈາກໃສ ຈ່າຍໃຫ້ເພິ່ນ ເພາະທຸຣິກິດຂອງຕົນ ກໍໄດ້ຮັບ ຜົລກະທົບ ຈາກໂຄວິດ-19 ໜັກໜ່ວງ, ຖ້າເປັນໄປໄດ້ກໍຢາກໃຫ້ ພາກສ່ວນກ່ຽວຂ້ອງ ຂອງທາງການເພິ່ນ ຫຼຸດຄ່າພາສີທີ່ດິນ ຫລືຍົກເວັ້ນບໍ່ ເກັບໃນປີນີ້ໄປເລີຍ ກໍຍິ່ງຈະເປັນການດີ.
ກ່ຽວກັບການເກັບຄ່າພາສີທີ່ດີນ ເຈົ້າໜ້າທີ່ກ່ຽວຂ້ອງກັບ ເຣຶ່ອງພາສີທີ່ດິນ ໃນລາວທ່ານນຶ່ງກ່າວວ່າ ການເກັບພາສີທີ່ດິນປີນີ້ ຫຼາຍທ້ອງຖິ່ນ ບໍ່ສາມາດເກັບໄດ້ຕາມແຜນແທ້ ຍ້ອນ ປະຊາຊົນ ບໍ່ມີຣາຍໄດ້ ຫຼາຍຄືແຕ່ກ່ອນ ຍ້ອນຜົລກະທົບຈາກຫຼາຍປັດໃຈ, ແຕ່ປີນີ້ ທາງການຍັງບໍ່ມີ ນະໂຍບາຍ ຫລຸດຜ່ອນພາສີ ທີ່ດິນ ໃຫ້ແຕ່ຢ່າງໃດ:
“ພວກທີ່ບໍ່ມີເງິນຈ່າຍພາສີຫັ້ນ ອັນນີ້ກະສິເນຶ່ອງມາຈາກຫຼາຍປັດໃຈ ຫັ້ນແຫຼະຄັນວ່າຢູ່ໃນໂຕເມືອງກະສິ ບໍ່ຮູ້ວ່ານໍາເຂົາເຈົ້າ ເຮືອນເຊົ່າເຂົ້າຊື້ ຖ້າວ່າຮອດເວລາ ແລ້ວຂະເຈົ້າກະຫາກ ມາເສັຍຕາມອັນນັ້ນ ແລ້ວມັນກໍບໍຫຼາຍເດນໍ ຢູ່ພີ້ນໍ.”
ເມື່ອເດືອນມິຖຸນາຜ່ານມາ ທ່ານ ບຸນຕົ້ນ ຈັນທະພອນ ເຈົ້າແຂວງແຂວງຊຽງຂວາງ ໄດ້ກ່າວຕໍ່ສື່ມວນຊົນ ທາງການລາວວ່າການເກັບພາສີ ທີ່ດິນ ຢູ່ແຂວງຊຽງຂວາງ ແລະອີກຫຼາຍແຂວງ ບໍ່ໄດ້ຕາມເປົ້າໝາຍແທ້ ຍ້ອນເຈົ້າຂອງດິນຫຼາຍບ່ອນ ບໍ່ໄດ້ຈ່າຍຄ່າພາສີດິນ ຕາມປົກກະຕິ ດັ່ງທີ່ທ່ານກ່າວວ່າ:
”ມີແຕ່ວ່າຢາກໃຫ້ເພິ່ນເນັ້ນໜັກ ເຣຶ່ອງການປະຕິບັດ ກົດໝາຍທີ່ດິນນີ້ແຫຼະ ເພາະວ່າຢູ່ແຂວງຊຽງຂວາງ ແລະ ກໍແຂວງອື່ນໆ ຍັງຂ້ອນຂ້າງ ວ່າເຮັດໄດ້ບໍ່ເຄັ່ງຄັກປານໃດ ການຈັບຈອງ ດິນ ຍັງກວ້າງຂວາງຢູ່ ແຕ່ວ່າການເກັບພາສີອາກອນ ຈັ່ງຊີ້ນີ້ນະ ມັນຍັງບໍ່ທັນໄດ້ ບໍ່ທັນໄດ້ໝົດ ຫັ້ນແຫຼະ ເຣຶ່ອງທີ່ດິນ.”
ແຕ່ກໍມີປະຊາຊົນຫຼາຍຄົນ ທີ່ໄດ້ເສັຍຄ່າພາສີທີ່ດິນ ໃຫ້ ຣັຖບານໄປແລ້ວ ໃນປີນີ້ ເຖິງແມ່ນວ່າຈະໄດ້ຮັບ ຜົລກະທົບ ກ່ຽວກັບເຣຶ່ອງຣາຍໄດ້ ໃນຄອບຄົວກໍຕາມ ແຕ່ກໍຈໍາເປັນຕ້ອງໄດ້ເສັຽ ປົກກະຕິ ຕາມໜ້າທີ່ຂອງ ພົລເມືອງລາວ, ດັ່ງ ຊາວນະຄອນຫຼວງວຽງຈັນ ນາງນຶ່ງເວົ້າວ່າ:
"ເສັຽໝົດແລ້ວ ບໍ່! ບໍ່ໄດ້ຫຼາຍ ອີງຕາມເກດຂອງມັນ ດິນນາກະເສັຽຖືກ ດິນປຸກສ້າງກໍເສັຽແພງ ດິນທຸຣະກິດກະເສັຽ 300 ກີບຕໍ່ແມັດກາເຣ ເປັນດິນປຸກສ້າງນີ້ລະ ບໍ່ເປົ່າວ່າງລະ 80 ກີບ ຄັນດິນເປົ່າວ່າງລະ 300 ກີບ.”
ກ່ຽວກັບເຣຶ່ອງນີ້ ວິທຍຸເອຊັຍເສຣີ ໄດ້ຕິດຕໍ່ໄປຫາກົມສ່ວຍສາອາກອນ ແລະກົມທີ່ດິນ ເພື່ອຂໍຮູ້ຣາຍລະອຽດ ວ່າເປັນຫຍັງຈຶ່ງເກັບພາສີທີ່ດິນ ໃນປີນີ້ ບໍ່ໄດ້ຕາມເປົ້າໝາຍ, ແຕ່ເຈົ້າໜ້າທີ່ ກ່ຽວຂ້ອງ ບໍ່ສະດວກທີ່ຈະໃຫ້ຄໍາເຫັນ.
ແຕ່ເຖິງຢ່າງໃດກໍຕາມ ທ່ານ ກົງຄໍາ ສິດທິວໍລະດາ ຮອງຫົວໜ້າກົມສ່ວຍສາອາກອນ ກະຊວງການເງິນ ກໍໄດ້ກ່າວຕໍ່ສື່ມວນຊົນ ທາງການ ລາວໃນມື້ວັນທີ 17 ກໍຣະກະດາ ນີ້ວ່າການເກັບ ຄ່າພາສີທີ່ດິນ ຕັ້ງແຕ່ເດືອນ ມົກກະຣາ ມາຮອດວັນທີ 17 ກໍຣະກະດາ ນີ້ສາມາດເກັບ ໄດ້ທັງໝົດ 97,45 ຕື້ກີບ ຄືຫຼຸດຈາກປີກາຍປະມານ 26,96 ຕື້ກີບຍ້ອນວ່າການໂຄສະນາ ແລະຊຸກຍູ້ຣາຍຮັບ ໄດ້ຢຸດຊົ່ວຄາວ ໃນໄລຍະ ທີ່ມີການຣະບາດ ຂອງພຍາດໂຄວິດ-19 ນີ້. ແຕ່ທ່ານບໍ່ໄດ້ເວົ້າເຖິງວ່າ ຈະມີການຫລຸດ ຫລືຍົກເວັ້ນການເກັບພາສີ ທີ່ດິນແຕ່ຢ່າງໃດ.
ຕໍ່ກອງປະຊຸມສະພາແຫ່ງຊາດ ທີ່ໄດ້ປິດລົງໃນຕົ້ນ ເດືອນກໍຣະກະດາ ນີ້ ທ່ານ ທອງລຸນ ສີສຸລິດ ນາຍົກຣັຖມົນຕຣີ ກໍໄດ້ກ່າວໃນຕອນ ນຶ່ງວ່າ:
"ຣັຖບານຈະຍົກເວັ້ນການເກັບພາສີ ຈາກທຸຣະກິດ ກ່ຽວຂ້ອງກັບການທ່ອງທ່ຽວ ເປັນເວລາ 3 ເດືອນ ຕັ້ງແຕ່ເດືອນເມສາ ປີນີ້ໄປ, ແຕ່ ທ່ານບໍໄດ້ລະບຸ ເຖິງພາສີ ທີ່ດິນນັ້ນ."
ອີງຕາມກົດໝາຍ ໃຫ້ມີ ນະໂຍບາຍຍົກເວັ້ນ ແລະຫລຸດຜ່ອນ ພັນທະສ່ວຍສາອາກອນ ໃນກໍຣະນີເກີດເຫດສຸດວິສັຍ ຫລື ພັຍທັມມະຊາດ ເຊັ່ນພະຍຸ, ໂຣຄຣະບາດ, ນໍ້າຖ້ວມ, ພັຍແຫ້ງແລ້ງ, ແຜ່ນດິນໄຫວ, ອັກຄີໄພ ແລະອື່ນໆ ທີ່ກໍ່ໃຫ້ເກີດຄວາມເສັຍຫາຍ ຢ່າງຫຼວງຫຼາຍ ຕາມການຕົກລົງ ຂອງຄະນະ ປະຈໍາສະພາແຫ່ງຊາດ.