ພົບໂຄງການລົງທຶນຂອງລັດ ດຳເນີນການບໍ່ຖືກຕ້ອງ ຫຼາຍໂຄງການ ຢູ່ແຂວງອັດຕະປື

ພອນ ພູມມີທອນ
2024.06.13
ພົບໂຄງການລົງທຶນຂອງລັດ ດຳເນີນການບໍ່ຖືກຕ້ອງ ຫຼາຍໂຄງການ ຢູ່ແຂວງອັດຕະປື ນີ້ເປັນໂຕຢ່າງໂຄງການທີ່ລັດຖະບານໃຫ້ຈີນເຊົ່າທີ່ດິນ ເຊິ່ງເປັນພື້ນທີ່ການກະເສດຂອງຊາວບ້ານ ບ້ານໜອງຫີນ ເກີດເຫດການພະນັກງານຂອງບໍລິສັດຈີນ ດຸດດິນຂອງຊາວບ້ານ. ໃນວັນທີ 19 ເມສາ 2024 ຢູ່ບ້ານ ໜອງຫີນ ເມືອງສະໜາມໄຊ ແຂວງ ອັດຕະປື.
ຮູບພາບຈາກພົນລະເມືອງ

ຍານາງ ມີນາພອນ ໄຊຊົມພູ ສະມາຊິກສະພາແຫ່ງຊາດ ເຂດເລືອກຕັ້ງທີ 17 ແຂວງອັດຕະປື ໄດ້ລາຍງານຕໍ່ກອງປະຊຸມ ສະໄໝສາມັນເທື່ອທີ່ 7 ຂອງສະພາແຫ່ງຊາດຊຸດທີ່ 9 ໃນວັນທີ 11 ມີຖຸນາ 2024 ທີ່ຜ່ານມາວ່າ ແຂວງອັດຕະປື ເປັນແຂວງທີ່ມີ ໂຄງການລົງທຶນຂອງລັດຫລາຍ ໃນໄລຍະທີ່ຜ່ານມາໄດ້ມີການປະເມີນ ບັນດາໂຄງການລົງທຶນ ແລະ ຍັງພົບເຫັນ ໂຄງການດໍາເນີນການເຄື່ອນໄຫວ ບໍ່ຖືກລະບຽບ ຈໍານວນໜຶ່ງ, ເຈົ້າແຂວງອັດຕະປື ຈຶ່ງໄດ້ອອກຂໍ້ຕົກລົງ ໂຈະ 33 ໂຄງການ

ກ່ຽວກັບເລື້ອງນີ້ ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ຢູ່ຫ້ອງວ່າການປົກຄອງ ແຂວງອັດຕະປື ທ່ານໜຶ່ງ ກ່າວວ່າ ໂຄງການລົງທຶນທີ່ສັ່ງໂຈະ ສ່ວນຫລາຍແມ່ນເປັນໂຄງການ ທີ່ກ່ຽວຂ້ອງກັບທີ່ດິນ ທີ່ມີການມາຈອງທີ່ດິນໄວ້ ແຕ່ເມື່ອມາຮອດໄລຍະ ຕາມສັນຍາ ກໍບໍ່ມານໍາໃຊ້ດິນດັ່ງກ່າວ ຫລື ມີການຈອງດິນໄວ້ເພື່ອ ຕ້ອງການໄປຂາຍຕໍ່.

ການສັ່ງໂຈະນີ້ມີຂັ້ນທໍາອິດ ຄືການຕັກເຕືອນ ແຕ່ຫາກເຈົ້າຂອງໂຄງການ ບໍ່ມາແລ່ນເອກກະສານ ກໍຈະສັ່ງລົບລ້າງ ໂຄງການລົງທຶນຕາມລະບຽບ.

ດັ່ງ ທ່ານກ່າວຕໍ່ ວິທຍຸເອເຊັຽເສຣີ ໃນມື້ວັນທີ 13 ມີຖຸນາ 2024 ນີ້ວ່າ

ສ່ວນຫລາຍເຂົາເຈົ້າ ບໍ່ ປະຕິບັດຕາມສັນຍາອີ່ຫຍັງຫັ້ນແຫລະ ໝາຍຄວາມວ່າ ລົງທຶນແລ້ວມາເຊັນ MOU ແລ້ວ ບໍ່ມາເຮັດອີ່ຫຍັງຫັ້ນນ່າ ບໍ່ມາຖອກເງິນ ຖອກຫຍັງ ມັນກໍມີໄລຍະຂອງມັນເນາະ ສັ່ງໂຈະຮອດໃສ ເຈົ້າບໍ່ມາຖໍ່ ບໍ່ມາແລ່ນ ບໍ່ມາຫຍັງແລ້ວ ກໍຂັ້ນຕອນທີ່ 2 ກໍລົບລ້າງ ເປັນໂຄງການສໍາປະທານ ສ່ວນຫລາຍເປັນດິນມາເຮັດ ແລ້ວບໍ່ເຮັດຫັ້ນນ່າ ສ່ວນຫລາຍມາປູກ ບໍ່ມາປູກ ມາຈອງອິຫຍັງໄວ້ຊື່ໆຫັ້ນນ່າ ລັກສະນະແບບນັ້ນ ເອອ ແບບວ່າຂາຍບໍ່ໄດ້ ບໍ່ເອົາເງິນມາຖອມາຫຍັງ ເຂົາກໍໂຈະ. 

ຂະນະທີ່ ຊາວບ້ານຢູ່ເມືອງ ສາມັກຄີໄຊ ແຂວງອັດຕະປື ນາງໜຶ່ງກ່າວວ່າ ກໍບໍ່ຮູ້ຄັກແນ່ວ່າ ໂຄງການທາງການສັ່ງໂຈະ ນັ້ນເປັນໂຄງການລົງທຶນແບບໃດ ແຕ່ກໍຮູ້ວ່າມີຫລາຍໂຄງການ ທີ່ຖືກສັ່ງໂຈະ ໂດຍໂຄງການສ່ວນຫລາຍຢູ່ເມືອງ ຊານໄຊ ແລະ ເມືອງສະໜາມໄຊ.

ດັ່ງ ຍານາງກ່າວວ່າ: 

ກໍມີຫລາຍຢູ່ດອກ ທີ່ວ່າເຂົາສັ່ງໂຈະຫັ້ນ ແຕ່ວ່າເຮົາ ກໍບໍ່ຮູ້ລາຍລະອຽດ ນໍາເພິ່ນເນາະ ບໍ່ໆ ເປັນເຂດເມືອງຊານໄຊແດ່ ສະໜາມໄຊອີ່ຫຍັງ. 

ຢູ່ເມືອງສະໜາມໄຊ ແຂວງອັດຕະປື ກໍເປັນອີກເມືອງໜຶ່ງ ທີ່ມີນັກລົງທຶນ ເຂົ້າມາເຮັດໂຄງການຫລາຍ ໂດຍນັກລົງທຶນຈີນ ແລະ ວຽດນາມ ຈະເຂົ້າມາສໍາປະທານ ທີ່ດິນເພື່ອເຮັດສວນກ້ວຍ, ສວນອ້ອຍ, ສວນໝາກມີ້ ແລະ ສວນໝາກຖົ່ວລຽນ ແລະ ຍັງມີການຂຸດແຮ່ ຂຸດຊາຍຂະໜາດນ້ອຍ ຂອງນັກລົງທຶນລາວນໍາ.

ດັ່ງ ຊາວບ້ານຢູ່ເມືອງ ສະໜາມໄຊ ກ່າວວ່າ: 

ຫລາຍໆ ມີຫລາຍເດ້ ມີທັ້ງຂອງຄົນຈີນ ຄົນວຽດ ຄົນລາວກໍມີສ່ວນໜຶ່ງ ເຂົາເວົ້າເລື້ອງສວນ ສວນກ້ວຍ ສວນອ້ອຍ ສວນຫຍັງຕ່າງໆ. ສ່ວນຫລາຍເປັນຂອງຄົນຈີນໝົດ ກັບຄົນວຽດ. ແມ່ນ ຄັນວ່າ ຕ່າງປະເທດເປັນແນວນັ້ນແຫລະ. ສວນກ້ວຍ, ສວນອອ້ຍເພິ່ນ, ສວນໝາກມີ່ ອິຫຍັງເພິ່ນ ເຂົາເຮັດຂາຍທໍາມະດາເດ້ ພວກຊາຍ ພວກແຮ່ ເຮັດເຮືອນ ບໍ່ແຮ່ແບບຂຸດຄົ້ນ ໃຫຍ່ໆ ບໍມີ 3-4 ໂຄງການບໍ່ ເຈົ້າຂອງເປັນຄົນລາວເບີດ. 

ຂະນະທີ່ ຊາວບ້ານຢູ່ເມືອງ ສາມັກຄີໄຊ ແຂວງອັດຕະປື ອີກທ່ານໜຶ່ງ ກ່າວວ່າ ພື້ນທີ່ສໍາປະທານທີ່ດິນ ເພື່ອປູກພືດຕ່າງໆ ນັ້ນກວມທາງເຂດ ເມືອງສະໜາມໄຊ ໄຊເສດຖາ ແລະ ເມືອງພູວງ ໂດຍນັກລົງທຶນ ຈະຊອກບ່ອນທີ່ດິນ ທີ່ເໝາະກັບການປູກພືດ ເພື່ອສົ່ງອອກຕ່າງໆ, ນອກຈາກນີ້ ຍັງມີໂຄງການລົງທຶນ ເພື່ອເຂົ້າມາຕັ້ງໂຮງຈັກໂຮງງານນໍາ.

ດັ່ງ ຊາວບ້ານທ່ານນີ້ ກ່າວວ່າ: 

ມາເຮັດກະສິກັມ ແລ້ວກໍມາເຮັດໂຮງຈັກໂຮງງານ ແປງເປັນຕົ້ງມັນຕົ້ນອີ່ຫຍັງ ແລ້ວກໍໂຮງງານອັດໄມ້ ກິນໝາກ ສວນຖົ່ວລຽນແນ່ ໝາກກ້ວຍແນ່ ອິຫຍັງແນ່ ເຂດເມືອງສະໜາມໄຊ. ດຽວນີ້ຈະລົງທຶນຫລາຍ ມັນກໍຍ້າຍແຕ່ລະເມືອງຄັນເຮົາເວົ້າ ສະໜາມໄຊ, ໄຊເສດຖາ, ພວງແນ້ ມັນກໍຍ້າຍໄປໃນເມືອງຕິດຈອດກັນ ເຂົາກໍສໍາປະທານ ເຂດໃດດິນມັນງາມ ເຂົາກໍສໍາປະທານຢູ່ເມືອງນັ້ນ ສ່ວນໃຫຍ່ ໂຄງການໃຫຍ່ໆ ກໍແມ່ນ ລັດບານອະນຸມັດ. 

ໃນໂອກາດດຽວກັນນີ້ ຍານາງ ມີນາພອນ ໄຊຊົມພູ  ກໍໄດ້ສເໜີບັນຫາ ແລະ ຂໍ້ທ້າທາຍ ໃນການຕຕິດຕາມໂຄງການລົງທຶນຕ່າງໆ ປັນຕົ້ນ ຂອດການອະນຸມັດ ການລົງທຶນ ນັບແຕ່ສູນກາງຮອດທ້ອງຖິ່ນ ມີຈຳນວນຫຼາຍ ແຕ່ການຕິດຕາມກວດກາ ຍັງບໍ່ທັນເຂັ້ມແຂງ ຍ້ອນແນວນັ້ນ ຈຶ່ງເກີດມີບັນຫາຕາມມາຫຼາຍ, ການປະສານງານ ຂອງຂະແໜງການລະຫວ່າງ ສູນກາງ ແລະ ທ້ອງຖິ່ນ ຂາດການຕິດຕາມ ກວດກາ ເຮັດໃຫ້ເກີດມີໂຄງການທີ່ບໍ່ໄປຕາມຂັ້ນຕອນ ລະບຽບການ, ການແກ້ໄຂຂໍ້ມູນຊັກຊ້າ, ການນຳໃຊ້ຊັບພະຍາກອນທຳມະຊາດ ກັບລາຍຮັບຂອງລັດ ຍັງບໍ່ສົມເຫດສົມຜົນ, ການຂຸດຄົ້ນແຮ່ທາດບາງກິດຈະການ ລາຍງານ ບໍ່ສອດຄ່ອງ ກັບ ຕົວຈິງຂຸດຄົ້ນ, ໄດ້ຫຼາຍແຕ່ລາຍງານໜ້ອຍ. ສະນັ້ນ, ຕ້ອງການຕິດຕາມກວດກາ ທີ່ດີ ແລະ ເຂັ້ມງວດຂຶ້ນຕື່ມ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.