ຣັຖບານລາວ ຈະຂຶ້ນອາກອນ ມູນຄ່າເພີ່ມ ຈາກ 7% ເປັນ 10%

ຈຳປາທອງ
2024.03.21
ຣັຖບານລາວ ຈະຂຶ້ນອາກອນ ມູນຄ່າເພີ່ມ ຈາກ 7% ເປັນ 10% ການຊື້-ຂາຍ ທີ່ຕລາດສົດແຫ່ງນຶ່ງ ໃນນະຄອນຫຼວງວຽງຈັນ (TS), ວັນທີ 18 ເດືອນສິງຫາ ປີ 2023.
RFA

ຣັຖບານ ກຽມຂຶ້ນອາກອນມູນຄ່າເພີ່ມ ຈາກ 7% ເປັນ 10% ໃນອີກບໍ່ດົນນີ້ ເພື່ອສ້າງລາຍຮັບ ເຂົ້າງົບປະມານແຫ່ງຣັຖ ໄປພັທນາເສຖກິຈ-ສັງຄົມຂອງປະເທດ ຕາມຣັຖບັນຍັດ ວ່າດ້ວຍການປັບປຸງ ອັດຕຣາອາກອນມູນຄ່າເພີ່ມ, ອີງຕາມຄໍາເວົ້າຂອງເຈົ້າໜ້າທີ່ ກະຊວງການເງິນ ນາງນຶ່ງຕໍ່ວິທຍຸເອເຊັຽເສຣີໃນມື້ວັນທີ 21 ມິນານີ້.

ແມ່ນ... ເພາະວ່າເພິ່ນຫາກະເຊັນ ແຕ່ວ່າບໍ່ທັນໄດ້ຈັດຕັ້ງປະຕິບັດ ຕ້ອງມີແຈ້ງການນໍາໃຊ້ກ່ອນເດ້ ແບບທຸກເທື່ອຫັ້ນເດ້. ແລ້ວຈັ່ງເລີ້ມຈັດຕັ້ງປະຕິບັດ ແມ່ນປະຕິບັດຕາມໂຕນັ້ນແຫລະ ມັນກະບໍ່ແຕກຕ່າງຫຍັງກັບຊຸດກ່ອນຫັ້ນເນາະ ຈາກ 10 ມາເປັນ 7 ກະ ຈາກ 7 ກັບໄປຫາອັນເກົ່າຫັ້ນນ່າ ກົນໄກມັນກະບໍ່ໄດ້ແຕກຕ່າງກັນຫລາຍ.

ອັດຕຣາອາກອນມູນຄ່າເພີ່ມ ທີ່ຈະປັບຂຶ້ນໃນຄັ້ງນີ້ ປະກອບມີ ສິນຄ້າທີ່ຖືກນໍາເຂົ້າມາ, ການສະໜອງສິນຄ້າ ແລະການບໍລິການທົ່ວໄປ, ການນໍາແຮ່ທາດເຂົ້າມາ ແລະການສໜອງແຮ່ທາດ ຢູ່ພາຍໃນປະເທດ ແລະການນໍາໃຊ້ພະລັງງານໄຟຟ້າ ສໍາລັບຜູ້ຊົມໃຊ້ທົ່ວໄປ, ຜູ້ຜະລິດ ແລະຜູ້ຈໍາໜ່າຍພະລັງງານໄຟຟ້າ.

ກ່ຽວກັບເຣື່ອງນີ້ ປະຊາຊົນລາວນາງນຶ່ງ ຢູ່ແຂວງຫລວງພະບາງ ເວົ້າວ່າ ດຽວ ນີ້ ສະພາບເສຖກິຈຢູ່ລາວ ຕົກຕໍ່າຫລາຍ ຍ້ອນບັນຫາເງິນເຟີ້, ເງິນກີບອ່ອນຄ່າ ເຮັດໃຫ້ພະນັກງານ-ຣັຖກອນ ແລະປະຊາຊົນ ຜູ້ຫາເຊົ້າກິນຄໍ່າ ຕ້ອງແບກຮັບພາລະຄ່າໃຊ້ຈ່າຍ ທີ່ສູງເກີນໄປ ເມື່ອທຽບໃສ່ລາຍຮັບ ທີ່ໄດ້ໃນແຕ່ລະເດືອນປະມານ 2-3 ລ້ານກີບ. ຫາກຣັຖບານ ປັບຂຶ້ນອາກອນມູນຄ່າເພີ້ມຈາກ 7% ມາເປັນ 10% ກໍຈະເຮັດໃຫ້ລາຄາສິນຄ້າໃນຕລາດ ເພີ້ມສູງຂື້ນອີກ ໂດຍສະ ເພາະສິນຄ້ານໍາເຂົ້າ, ເຄື່ອງອຸປະໂພກບໍລິໂພກ ແລະຄ່າໄຟຟ້າ ຊຶ່ງຈະເຮັດໃຫ້ປະຊາຊົນ ຫຍູ້ງຍາກ ແລະທຸກລົງໄປອີກ.

ດັ່ງທີ່ນາງເວົ້າວ່າ:

ຈ່າຍເພີ້ມຕະຫລອດ ເຫັນຂຶ້ນຫລາຍຢ່າງແລ້ວ ມາອາທິດແລ້ວນີ້ ບາງຢ່າງກະຍັງຄືເກົ່າ ຄ່າໄຟເຮືອນຄົວນີ້ຍັງປົກກະຕິຢູ່ ໄຟທຸຣະກິຈ ນີ້ຂຶ້ນຫລາຍແລ້ວເດ້ ຈຸເຂົາຕັ້ງໂຮງສີເຂົ້າຫັ້ນ ເຂົາວ່າຂຶ້ນຫລາຍແລ້ວ ເຮັດໃດຊິຢູ່ລອດ ປະກາດວ່າຂຶ້ນຕະຫລອດ ລາຍໄດ້ເຮົາຄືບໍ່ມີເລີຍຊິຂຶ້ນອີກ.

ຊາວລາວອີກນາງນຶ່ງ ທີ່ເປີດຮ້ານຂາຍອາຫານ ໃນນະຄອນຫລວງວຽງຈັນ ກໍເວົ້າຕໍ່ວິທຍຸເອເຊັຽເສຣີ ເຖິງລາຄາສິນຄ້າໃນຕລາດວ່າ ດຽວນີ້ ສິນຄ້າທຸກຢ່າງ ມີລາຄາແພງຢູ່ແລ້ວ. ຫາກຣັຖບານ ປັບຂຶ້ນອາກອນມູນຄ່າເພີ້ມ ເປັນ 10% ກໍຍິ່ງຈະເຮັດໃຫ້ ລາຄາສິນຄ້າເພິ້ມສູງຂຶ້ນອີກ ໂດຍສະເພາະສິນຄ້າທີ່ນໍາເຂົ້າມາຈາກຕ່າງປະເທດ.

ນາງເວົ້າຕໍ່ໄປວ່າ ຫາກຣັຖບານ ປັບຂຶ້ນອາກອນມູນຄ່າເພີ້ມເປັນ 10% ແລ້ວນາງ ກໍຈະປັບຂຶ້ນລາຄາສິນຄ້າ ແລະລາຄາອາຫານຂອງນາງເຊັ່ນກັນ ບໍ່ດັ່ງນັ້ນກໍຈະບໍ່ສາມາດແບກຮັບຕົ້ນທຶນ ທີ່ສູງຂຶ້ນໄດ້ ເຖິງແມ່ນວ່າລູກຄ້າຈະຫລຸດລົງ ແຕ່ກໍຕ້ອງໄດ້ປັບລາຄາຂື້ນ ຕາມກົນໄກຂອງຣັຖບານ.

ໜັກໆ ຫາເງິນຍາກ ເຄື່ອງກະແພງຂຶ້ນຫລາຍ ເຂົາໄຫລ່ເອົາໂລກແຫລະຊຶ້ງ່າຍຂາຍຍາກ ລູກຄ້າກະຫາຍໄປແນ່ ດຽວພຸ້ນລະດຽວມັນລຶ້ງລາຄາ ກະກັບມາໃໝ່ ຜູ້ໄດ້ກະໄດ້ເດ້ລັດຖະບານກະດາຍ. ຜູ້ບໍ່ມີກະບໍ່ມີ ຂຶ້ນໆ ເຄື່ອງເຮົາກະຕ້ອງໄດ້ຂາຍຂຶ້ນຄືກັນ ບໍ່ແມ່ນແຕ່ວ່າເຂົາຂຶ້ນ.

ແລະປະຊາຊົນລາວອີກນາງນຶ່ງ ຢູ່ນະຄອນຫລວງວຽງຈັນ ກໍເວົ້າວ່າ ດຽວນີ້ປະຊາຊົນລາວ ພາກັນດີ້ນຮົນ ຕໍ່ສູ້ກັບສະພາບເສຖກິຈ-ການເງິນ ທີ່ຫຍຸ້ງ ຍາກ, ແມ່ນແຕ່ພໍ່ຄ້າແມ່ຄ້າ ທີ່ຂາຍອາຫານ ຢູ່ຕາມແຄມທາງ ກໍຂາຍຍາກ ໃຜສູ້ໄດ້ກໍສູ້ ສູ້ບໍ່ໄດ້ກໍຖອຍ.

ຄົນລາວສິມີຮ້ານຂາຍເຂົ້າປຽກ ຮ້ານຂາຍອາຫານແບບປາປີ້ງປາຫຍັງນໍາແຄມທາງ ຂະເຈົ້າກະຂາຍຍາກ ມີແຕ່ວ່າໃຜສູ້ໄດ້ກະສູ້ ໃຜສູ້ບໍ່ໄດ້ກະຖອຍ.

ເຣື່ອງການປັບຂຶ້ນ ອັດຕຣາອາກອນມູນຄ່າເພີ້ມ ຈາກ 7% ເປັນ 10% ນີ້ ເຈົ້າໜ້າທີ່ ທະນາຄານພັທນາເອເຊັຽ ຫລື ADB ປະຈໍາລາວທ່ານນຶ່ງ ກ່າວຕໍ່ວິທຍຸ ເອເຊັຽເສຣີ ໃນມື້ວັນທີ 21 ມິນານີ້ວ່າ ມີທັງຂໍ້ດີ ແລະຂໍ້ເສັຽ ຂຶ້ນຢູ່ກັບວ່າຣັຖບານລາວ ໄດ້ຕຽມພ້ອມຮັບມື ກັບສະພາບການ ທີ່ຈະເກີດຂຶ້ນຫລັງຈາກນັ້ນ ໄດ້ຢ່າງມີປະສິດທິພາບ ຫລືບໍ່.

ທ່ານກ່າວວ່າ ຂໍ້ດີ ກໍແມ່ນເປັນໄປຕາມທີ່ຣັຖບານ ໄດ້ລາຍງານໄປວ່າ ເພື່ອຊ່ອຍໜູນລາຍຮັບ ງົບປະມານແຫ່ງລັດ, ປະກອບສ່ວນເຂົ້າໃນການພັທນາເສຖກິຈ-ສັງຄົມຂອງຊາດ, ຈະມີລາຍຮັບເພີ້ມ ຈາກການນໍາສິນຄ້າເຂົ້າມາ ເພາະປັດຈຸບັນ ລາວໄດ້ນໍາສິນຄ້າຈາກຕ່າງປະເທດ ເຂົ້າມາເປັນຈໍານວນຫລວງ ຫລາຍ.

ສ່ວນຂໍ້ເສັຽ ທີ່ຣັຖບານ ຈະຕ້ອງກຽມພ້ອມຮັບມືນັ້ນ ທ່ານເວົ້າວ່າ ເປັນເຣື່ອງຕົ້ນທຶນ ໃນການຜລິດຢູ່ລາວ ຈະເພີ່ມສູງຂຶ້ນ ໂດຍສະເພາະສິນຄ້າການກະເສດ ເປັນຕົ້ນ ການປູກພືດຜັກ,​ ການລ້ຽງສັດ, ລາຄານໍ້າມັນເຊື້ອເພີງ ແລະສິນຄ້ານໍາເຂົ້າຈາກຕ່າງປະເທດ ກໍຈະແພງສູງຂຶ້ນ, ອາດເຮັດໃຫ້ ການຊື້-ຂາຍສິນຄ້າ ຢູ່ລາວ ຟືດເຄືອງ ເພາະປະຊາຊົນ ຈະບໍ່ສາມາດຈັບຈ່າຍຊື້-ຂາຍສິນຄ້າ ໄດ້ຄ່ອງໂຕຄືເກົ່າ.

ເຣື່ອງການຈ່າຍອາກອນ ມັນກະເປັນນຶ່ງທີ່ວ່າຊ່ວຍຍູ້ໜູນເສຖກິຈ ກະທຸກຢ່າງສິນຄ້າທັງດ້ານອາຫານການກິນ ກະມາແຕ່ເມືອງໄທຍເກືອບໝົດ ຄັນເວົ້າເລື້ອງທຸຣະກິຈຄ້າຂາຍ ຊິເຮັດໃຫ້ຕົ້ນທຶນການຜລິດກະສິກັມ ການໄປການມາ ການຈັບຈ່າຍຫຍັງມັນກະຈະສູງຂຶ້ນ.

ເມື່ອຕົ້ນປີ 2024 ນີ້ ຣັຖບານລາວ ກໍໄດ້ກໍານົດ ອັດຕຣາອາກອນທີ່ດິນໃໝ່ ໄລຍະປີ 2024-2026 ໃຫ້ຜູ້ຄອບຄອງທີ່ດິນຢູ່ລາວ ເສັຽອາກອນເປັນເປີເຊັນ ຕາມແຕ່ລະປະເພດທີ່ດິນ, ຕາມລາຄາປະເມີນ ຂອງມູນຄ່າລວມຂອງທີ່ດິນ. ດິນທີ່ຢູ່ອາສັຍ ເສັຽອາກອນ 0.02%, ດິນອຸດສາຫະກັມ ເສັຽອາກອນ 0.03%, ດິນເປົ່າຫວ່າງ ເສັຽອາກອນ 0.04%.

ປັດຈຸບັນ ຣັຖບານລາວ ມີຄວາມຕ້ອງການ ເງິນຕຣາຕ່າງປະເທດຢ່າງໜ້ອຍ 10 ຕື້ໂດລ້າຣ໌ສະຫະຣັຖຕໍ່ປີ, ແຕ່ທະນາຄານແຫ່ງ ສປປ ລາວ ຂອງຣັຖບານ ສາມາດເກັບຊື້ໄດ້ ພຽງແຕ່ 3.2 ຕື້ໂດລ້າຣ໌ ແລະເຖິງແມ່ນວ່າ ຈະເກັບຊື້ເງິນ ຕຣາຕ່າງປະເທດ ໄດ້ເພີ້ມຂຶ້ນເລື້ອຍໆ ແຕ່ຍັງບໍ່ພຽງພໍ ກັບຄວາມຕ້ອງການທີ່ຈະນໍາໄປຊໍາໃຫ້ຕ່າງປະທດໄດ້ ໂດຍສະເພາະ ການຊໍາລະສິນຄ້ານໍາເຂົ້າ ແລະຊໍາລະໜີ້ສິນສາທາລະນະ ທີ່ຕິດຕ່າງປະເທດຢ່າງມະຫາສານ.

ເມື່ອກ່ອນໜ້ານີ້ ທ່ານ ສອນໄຊ ສີພັນດອນ ນາຍົກຣັຖຕຣີ ກໍໄດ້ແນະນໍາໃຫ້ທະນາຄານແຫ່ງ ສປປ ລາວ ສ້າງຄັງແຮສໍາລອງ ເງິນຕາຕ່າງປະເທດ ໃຫ້ມີຄວາມໝັ້ນຄົງ ໄດ້ຕາມມາຕຖານສາກົນ, ລະບົບການຄຸ້ມຄອງນະໂຍບາຍເງິນຕຣາ ທີ່ມີປະສິດທິຜົລ ໂດຍສະເພາະເຮັດໃຫ້ອັດຕຣາເງິນເຟີ້ ແລະອັດຕຣາແລກປ່ຽນ ໃຫ້ມີສະເຖັຽລະພາບ, ຄວາມໝັ້ນຄົງຂອງສະຖາບັນການເງິນ ທີ່ແມ່ນທະນາຄານ ແລະບໍ່ແມ່ນທະນາຄານ, ຮັບປະກັນຄວາມສ່ຽງຈາກວິກິດການ ການເງິນພາຍໃນ ແລະພາຍນອກ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.