ອຸດສາຫະກັມ ຕັດຫຍິບ ຮຽກຮ້ອງໃຫ້ຣັຖຊ່ວຍຫຼຸດ ພາສີນຳເຂົ້າວັດຖຸດິບ
2023.03.14
ສະມາຄົມອຸດສາຫະກັມ ຕັດຫຍິບລາວ ໄດ້ຮ້ອງຂໍໃຫ້ຣັຖບານ ຫຼຸດພາສີນຳເຂົ້າວັດຖຸດິບ ທີ່ຈະນຳໃຊ້ໃນອຸດສາຫະກັມຕັດຫຍິບລົງ ຍ້ອນຕົ້ນທຶນການຜລິຕສູງຂຶ້ນ ຈາກວັດຖຸດິບຂຶ້ນລາຄາ ເຊິ່ງເປັນຜົລຈາກບັນຫາເງິນກີບອ່ອນຄ່າ ແລະອັດຕຣາເງິນເຟີ້. ອີກທັງຜົລກະທົບຈາກ ການແຜ່ຣະບາດຂອງໂຄວິດ-19 ເຮັດໃຫ້ຄຳສັ່ງການຜລິຕ ຍັງບໍ່ທັນກັບຄືນມາເປັນປົກກະຕິ. ນອກຈາກນີ້ແລ້ວ, ຂແນງການອຸດສາຫະກັມຕັດຫຍິບລາວ ຍັງປະສົບບັນຫາການຂາດແຄນແຮງງານ ຍ້ອນຄ່າຈ້າງແຮງງານຢູ່ລາວຕ່ຳຫຼາຍ ເຮັດໃຫ້ຄົນງານລາວ ໄປເຮັດວຽກຢູ່ຕ່າງປະເທດຫຼາຍຂຶ້ນ.
ຂໍ້ສເນີການຫຼຸດພາສີນຳເຂົ້າວັດຖຸດິບ ຂອງສະມາຄົມອຸດສາຫະກັມຕັດຫຍິບລາວເທື່ອນີ້ ແມ່ນສອດຄ່ອງກັບຄາດໝາຍຂອງສະມາຄົມ ທີ່ຕ້ອງການສົ່ງເສີມ ການມີວຽກເຮັດງານທຳພາຍໃນປະເທດ ແລະການຜລິຕເສື້ອຜ້າພາຍໃນປະເທດລາວ ໃຫ້ຫຼາຍຂຶ້ນ. ດັງທີ່ທ່ານ ດຣ.ໄຊບັນດິດ ຣາຊພົນ ປະທານສະມາຄົມອຸດສາຫະກັມຕັດຫຍິບລາວ ທັງເປັນຮອງປະທານສະພາການຄ້າ ແລະອຸຕສາຫະກັມແຫ່ງຊາຕລາວ ໄດ້ໃຫ້ສຳພາດ ຕໍ່ໂທຣະທັສແຫ່ງຊາຕລາວ ໃນເດືອນຕຸລາ 2022 ທີ່ຜ່ານມາວ່າ:
“ພາກຣັຖບານ ກໍໄດ້ສົ່ງເສີມ ການເຮັດວຽກງານທຳຢູ່ບ້ານເຮົາ ແລ້ວນອກຈາກນັ້ນ ຍັງໃຊ້ຜລິຕພັນລາວຂອງເຮົາ ທົດແທນການນຳເຂົ້າ ອັນນັ້ນພວກເຮົາຈຳເປັນນໍ ເພື່ອເຮັດຈັງໃດ ທາງບັນດາໂຮງງານຕ່າງໆ ຫຼືຜລິຕພັນຕ່າງໆ ສາມາດສ້າງກົນໄກໃດຂຶ້ນໃດ ພວກເຮົາຈຶ່ງຢາກຈະສົ່ງເສີມ ໃຫ້ມີ ການຜລິຕພາຍໃນນີ້ເພີ່ມຂຶ້ນ.”
ຕໍ່ກັບເຣື່ອງນີ້, ວິທຍຸເອເຊັຽເສຣີ ໄດ້ສອບຖາມໄປຍັງຜູ້ປະກອບການ ໂຮງງານຕັດຫຍິບເສື້ອຜ້າ ຊາວໄທຍ ນາງນຶ່ງ ທີ່ລົງທຶນຢູ່ປະເທດລາວຫຼາຍກວ່າ 20 ປີ ໄດ້ໃຫ້ຮູ້ວ່າ ໂຮງງານຂອງຍານາງ ແມ່ນໄດ້ຮັບນະໂຍບາຍສົ່ງເສີມການລົງທຶນ ຫຼື BOI ຈາກຣັຖບານລາວ ຈຶ່ງບໍ່ໄດ້ມີການເສັຽພາສີນຳເຂົ້າ-ສົ່ງອອກວັດຖຸດິບ ແລະອຸປະກອນການຜລິຕ ເຊິ່ງຈະຕ້ອງຣາຍງານແຜນການນຳເຂົ້າ-ສົ່ງອອກສິນຄ້າ ໄປຍັງກົມສົ່ງເສີມການລົງທຶນ ກະຊວງແຜນການ ແລະການລົງທຶນລາວເພື່ອຊາບ. ຖ້າຫາກໂຮງງານໃດ ທີ່ບໍ່ໄດ້ຮັບນະໂຍບາຍ BOI ດັ່ງກ່າວ ແມ່ນຈະຕ້ອງເສັຽພາສີນຳເຂົ້າ ຕາມປະເພດວັດຖຸດິບ ໃນອັດຕຣາປະມານ 5-10% ພ້ອມທັງອາກອນມູນຄ່າເພີ່ມ 7%, ອີງຕາມປື້ມພາສີ. ແຕ່ສຳລັບເຄື່ອງຂອງຢ່າງອື່ນ ທີ່ບໍ່ກ່ຽວຂ້ອງກັບການຜລິຕໂດຍຕຣົງ ແມ່ນຍັງເສັຽພາສີນຳເຂົ້າຕາມເດີມ. ດັ່ງທີ່ຍານາງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 10 ມິນາ 2023 ນີ້ວ່າ:
“ຢ່າງໂຮງງານຕັດຫຍິບຂອງເຮົາໄດ້ຮັບ BOI ເຮົານຳເຂົ້າວັດຖຸດິບມາ ມັນຈະຕ້ອງຂຶ້ນແຜນ ກັບກົມສົ່ງເສີມການລົງທຶນ ເພາະວັດຖຸດິບ ພວກຜ້າ ພວກເຄື່ອງທີ່ໃຊ້ໃນການຜລິຕ ຕາມຂໍ້ຕົກລົງ ATC ພວກກະດຸມຕ່າງໆ ທີ່ໃຊ້ກ່ຽວກັບ ເຣື່ອງການຜລິຕໂດຍຕຣົງ ອັນນີ້ພາສີເປັນສູນ ແລ້ວກໍຕອນທີ່ເຮົາສົ່ງອອກໄປຕ່າງປະເທດນີ້ ພາສີກໍເປັນສູນ ຖ້າກໍຣະນີ ທີ່ບໍ່ຢູ່ໃນແຜນ ທີ່ບໍ່ໄດ້ກ່ຽວຂ້ອງກັບຝ່າຍການຜລິຕໂດຍຕຣົງຈັ່ງຊີ້ ກໍຕ້ອງເສັຽພາສີ ມັນກໍຈະມີອັດຕຣາພາສີ ໃນປື້ມພາສີ.”
ຍານາງກ່າວຕື່ມວ່າ ເຖິງແມ່ນວ່າໂຮງງານຂອງຍານາງ ຈະບໍ່ໄດ້ຮັບຜົລກະທົບ ກ່ຽວກັບພາສີນຳເຂົ້າ-ສົ່ງອອກສິນຄ້າ ແຕ່ບັນຫາສຳຄັນ ທີ່ຍານາງກຳລັງພົບພໍ້ ແມ່ນບັນຫາເຣື່ອງການຂາດແຄນ ຄົນງານ ແລະບັນຫາການຂາດເຂີນ ຄວາມຮູ້ຂອງຄົນງານ.
ດັ່ງທີ່ຍານາງກ່າວຕື່ມວ່າ:
“ບັນຫາຕອນນີ້ທີ່ພົບເຈີ ແມ່ນການຂາດແຄນແຮງງານ ບໍ່ແມ່ນແຕ່ແຮງງານມີສີມືຢ່າງດຽວແລ້ວ ແຕ່ລວມເຖິງ ແຮງງານທີ່ບໍ່ມີສີມືດ້ວຍ ເພາະວ່າແຮງງານຕອນນີ້ ເຂົາເຈົ້າເຄື່ອນຍ້າຍໄປຢູ່ໄທຍ ແລ້ວກໍເກົາຫຼີຈຳນວນຫຼາຍ ເພາະວ່າ ທີ່ປະເທດໄທຍ ມີຄ່າແຮງທີ່ສູງກວ່າ ກໍຢູ່ທີ່ປະມານ 14,000 ບາທ ຢູ່ໃນ ສປປລາວ ນີ້ ກໍຢູ່ປະມານ 5,000-6,000 ບາທ ແລ້ວມາເຈີ ເຣື່ອງອັດຕຣາເງິນເຟີ້ ເຂົ້າຂອງແພງ ແລ້ວກໍອັດຕຣາແລກປ່ຽນ ບາທແລກກີບ ຢ່າງມື້ນີ້ ຢູ່ທີ່ 500.”
ຍານາງກ່າວຕໍ່ວ່າ ຕາມທີ່ຣັຖບານລາວ ໄດ້ປະກາດວ່າ ຈະໃຫ້ປະເທດລາວຫຼຸດພົ້ນຈາກ ປະເທດດ້ອຍພັທນາ ໃນປີ 2026 ນັ້ນ. ໃນຖານະທີ່ບໍຣິສັດຂອງຍານາງ ເຂົ້າມາລົງທຶນຢູ່ລາວ ກໍມີຄວາມກັງວົນວ່າ ຫາກໄປຮອດຈຸດນັ້ນແລ້ວ ລາວອາຈສູນເສັຍສິດທິພິເສດ ດ້ານພາສີໃນການສົ່ງອອກສິນຄ້າ ໄປຍັງຕະຫຼາດຢູໂຣປ ເຊິ່ງຈະສົ່ງຜົລກະທົບ ຕໍ່ທຸຣະກິຈຂອງຍານາງຢ່າງແນ່ນອນ. ອີກທັງປະເທດລາວ ກໍຍັງບໍ່ທັນມີກຳລັງແຮງ ໃນການສ້າງສາປະເທດ ໃຫ້ເປັນປະເທດກຳລັງພັທນາ ໄດ້ຢ່າງແຂງແກ່ນພຽງພໍ.
ກ່ຽວກັບຂໍ້ສເນີ ການຫຼຸດພາສີນຳເຂົ້າວັດຖຸດິບ ແລະບັນຫາຕ່າງໆ ຂອງຂແນງການອຸດສາຫະກັມ ຕັດຫຍິບເສື້ອຜ້າຢູ່ລາວນີ້, ຜູ້ກ່ຽວຂ້ອງກັບສະມາຄົມອຸດສາຫະກັມ ຕັດຫຍິບລາວ ເຊິ່ງບໍ່ປະສົງອອກຊື່ ແລະສຽງ ກ່າວວ່າ ທາງສະມາຄົມ ໄດ້ຮິບໂຮມບັນຫາຕ່າງໆ ສເນີໄປຍັງພາກສ່ວນກ່ຽວຂ້ອງແລ້ວ ແຕ່ຍັງບໍ່ທັນມີການແກ້ໄຂບັນຫາ ຢ່າງຈິງຈັງປານໃດ.
ດັ່ງທີ່ຍານາງກ່າວວ່າ:
“ສະມາຄົມໄດ້ຮິບໂຮມບັນຫາ ຂອງທຸກໂຮງງານຕັດຫຍິບທັງໝົດ ສົ່ງໄປຍັງສະພາການຄ້າ ແລະອຸດສາຫະກັມແຫ່ງຊາຕລາວ ເຊິ່ງເປັນໂຕແທນນັກທຸຣະກິຈ ແລ້ວກໍສົ່ງຕໍ່ໄປຍັງຣັຖບານ ແຕ່ວ່າ ມັນກໍຍັງບໍ່ທັນເຫັນ ການແກ້ໄຂບັນຫາຢ່າງເປັນຮູບປະທັມເທື່ອ.”
ໃນປັດຈຸບັນ, ປະເທດລາວ ມີໂຮງງານອຸດສາຫະກັມຕັດຫຍິບ ທັງໝົດ 77 ແຫ່ງ ປະກອບມີ ໂຮງງານຂນາດໃຫຍ່ ເຮັດການຜລິຕເພື່ອສົ່ງອອກ 51 ແຫ່ງ ແລະໂຮງງານຂນາດນ້ອຍ ເຮັດການຜລິຕເພື່ອຕະຫຼາດພາຍໃນ 26 ແຫ່ງ. ສຳລັບໂຮງງານທີ່ເປັນສະມາຊິກ ສະມາຄົມອຸດສາຫະກັມຕັດຫຍິບລາວ ມີ 53 ແຫ່ງ ປະກອບມີ ໂຮງງານຂອງລາວ 7 ແຫ່ງ, ໂຮງງານຮ່ວມທຶນລາວ-ຕ່າງປະເທດ 6 ແຫ່ງ, ໂຮງງານຂອງຕ່າງປະເທດ 38 ແຫ່ງ.
ສຳລັບຜລິຕພັນ ຈາກຂແນງການອຸດສາຫະກັມຕັດຫຍິບ ຂອງລາວນີ້ ສ່ວນຫຼາຍ ແມ່ນສົ່ງອອກໄປຍັງຢູໂຣປ, ສະຫະຣັຖອາເມຣິກາ, ຍີ່ປຸ່ນ, ຈີນ, ແລະບັນດາປະເທດອາຊ້ຽນ ອີກສ່ວນນຶ່ງ ກໍຊົມໃຊ້ພາຍໃນປະເທດລາວ. ໂດຍມູນຄ່າການສົ່ງອອກ ສິນຄ້າອຸດສາຫະກັມຕັດຫຍິບ ໃນປີ 2021 ແມ່ນ 190 ລ້ານໂດລ້າຣ໌ສະຫະຣັຖ ຫຼຸດລົງ 1.4% ຈາກມູນຄ່າການສົ່ງອອກ ຂອງປີ 2020.