ບໍຣິສັດວຽດນາມ ມ້າງຖຽງນາ ຊາວບ້ານ

ອຸ່ນແກ້ວ ສຸກ​ສະ​ຫວັນ
2021.10.12
ບໍຣິສັດວຽດນາມ ມ້າງຖຽງນາ ຊາວບ້ານ ປະຕູຮົ້ວໜາມທີ່ບໍຣິສັດ ສຸກຮຸ່ງເຮືອງ ສ້າງຂຶ້ນໃນ ທີ່ດິນ ທີ່ຢູ່ໃນຄວາມຂັດແຍງ ລະຫວ່າງຊ້າວບ້ານ ອາສິງສະລີ ແລະ ບໍຣິສັດ
ນັກຂ່າວ ພົລເມືອງ

ຂໍ້​ຂັດ​ແຍ່ງ​ທີ່​ດິນ ລະ​ຫວ່າງ ຊາວ​ບ້ານອາ​ສິງ​ສະ​ລີ ກັບ ບໍ​ຣິ​ສັດ ສຸກ​ຮຸ່ງ​ເຮືອງ​ຈຳ​ກັດ ທີ່​ເປັນ​ຂອງ ​ນັກ​ລົງ​ທຶນ​ວຽດ​ນາມ ຢູ່ ເມືອງນອງ ແຂວງ​ ສວັນ​ນະ​ເຂດ ຍັງ​ຫາ​ຂໍ້​ ສ​ລຸບ​ບໍ່​ທັນ​ໄດ້ ແລະ ປັດ​ຈຸ​ບັນ ເຈົ້າ​ໜ້າ​ທີ່​ເມືອງນອງ ​ກຳ​ລັງ​ລົງ ​ເກັບ​ກຳ​ຂໍ້​ມູນ ເພື່ອ​ແກ້​ໄຂບັນ​ຫາ.

​ວິ​ທ​ຍຸເອ​ເຊັຽ​ເສ​ຣີ ໄດ້​ມີ​ໂອ​ກາດ​ ສັມ​ພາດ ທ່ານ ນຳ​ແກ້​ວ ແສງ​ໜູ​ທອງ, ເຈົ້າ​ເມືອງ ເມືອງນອງ, ກ່ຽວ​ກັບ​ຄວາມ​ກະ​ຈ່າງ​ແຈ້ງ ຂັ້ນ​ຕອນ​ ການ​ແກ້​ໄຂ​ບັນ​ຫາ.

ນັກ​ຂ່າວ: ຢາກ​ຂໍ​ຮຽນ​ຖາມ ​ເຈົ້າ​ເມືອງ​ແດ່​ວ່າ ມີ​ຊາວ​ບ້ານ 10 ຄອບ​ຄົວ ຢູ່​ບ້ານ​ອາ​ສິງ​ສະ​ລີ​ ຫັ້ນ​ນ່າ ຢູ່​ເຂດ​ເມືອງນອງ ທີ່​ໄດ້​ຮັບ​ ຜົ​ລ​ກະ​ທົບ ​ຈາກ​ການ​ລົງ​ທຶນ ດ້ານ​ການ​ກະ​ເສ​ດ ຂອງ​ບໍ​ຣິ​ສັດ ​ສຸກ​ຮຸ່ງ​ເຮືອງ ປັດ​ຈຸ​ບັນ​ນີ້ ມີ​ການ​ຊົດ​ເຊີຽ​ ໃຫ້​ເຂົາ​ເຈົ້າ ​ແນວ​ໃດ​ແລ້ວ ເຣື່ອງ​ຜົ​ລ ​ເສັຽ​ຫາຍ ​ທີ່​ດິນ​ຫັ້ນ​ນ່າ ທ່ານ?

ເຈົ້າ​ເມືອງ: ກະ​ຍັງ​ຢູ່​ ໃນ​ຂັ້ນ​ຕອນ ການ​​ເອົາ​ ຂໍ້​ມູນ​ ຂອງ​ເຈົ້າ​ໜ້າ​ທີ່​ຢູ່. ເຈົ້າ​ໜ້າ​ທີ່ ​ເຮົາ​ລົງ​ໄປ ປະ​ຊາ​ຊົນ​ຈຳ​ນວນ​ນຶ່ງ ກະ​ມີ​ວຽກ​ຫຼາຍ ຊຶ່ງ​ໃນ​ຣະ​ດູ​ ການ​ຜ​ລິດ ເພິ່ນ​ກະ​ບໍ່​ໄດ້​ ເຂົ້າ​ຮ່ວມ​ ຄົບ​ຖ້ວນ ຈັ່ງ​ຊັ້ນ ມັນ​ກະ​ໄດ້ ​ມື້​ລະ 2-3 ຕອນ ຫັ້ນ​ແຫຼ. ເຮົາ​ກະ​ໄດ້​ປະ​ສານ ບໍ​ຣິ​ສັດ ສຸກ​ຮຸ່ງ​ເຮື່ອງ​ ແລ້ວ. ເຂົາ​ເຈົ້າ ​ກະ​ໄດ້​ໃຫ້ ​ການ​ຮ່ວມ​ມື ໃນ​ການ​ເຂົ້າ​ຮ່ວມ ​ຫັ້ນ​ນ່າ ລົງ​ເອົາ ​ຂໍ້​ມູນ​ ໂຕ​ຈິງ​ຫັ້ນ.

ນັກ​ຂ່າວ: ທັງ​ໝົດ​ນີ້ ດິນ​ເຂົາ​ເຈົ້າ ​ປະ​ມານ​ ເທົ່າ​ໃດ ທ່ານ​ເຈົ້າ​ເມືອງ?

ເຈົ້າ​ເມືອງ: ຕອນນີ້ ຫາກໍ່​ໄດ້ 4-5 ຄອບ​ຄົວ ກະ​ຍັງ​ບໍ່​ທັນ​ໄດ້​ຮູ້​ ໂຕ​ຈິງ ຂອງດິນ​ ທຳ​ການ​ຜ​ລິດ​ ຂອງ​ປະ​ຊາ​ຊົນ ສ່ວນ​ໃຫຍ່ ນີ້​ກະ​ແມ່ນ ເປັນ​ໄຮ່​ເກົ່າ​ ຂະ​ເຈົ້າ ກະ​ຮຽກ​ຮ້ອງວ່າ ແມ່ນ​ເນື້ອ​ທີ່​ ທຳ​ການ​ຜ​ລິດ ຫັ້ນ​ນ່າ ບາດ​ໄປ​ເບິ່ງ​ ໂຕ​ຈິງ ​ລະກໍບໍ່​ຢາກ​ ໃຫ້​ຂໍ້​ມູນ​ ພວກ​ເຮົາ​ ລະ​ອຽດ​ປານ​ໃດ ເບື້ອງ​ປະ​ຊາ​ຊົນ.

ກະ​ມີ​ຄວາມ​ ຫຍຸ້ງ​ຍາກ​ຢູ່ ສ່ວນ​ວ່າ ເນື້ອ​ທີ່​ໄຮ່ ທີ່​ມີ​ເຂົ້າ​ຫັ້ນ ກະ​ພວກ​ເຮົາ​ ກໍ​ໄດ້​ເກັບ​ກຳ​ ຈຳ​ນວນ​ນຶ່ງ​ແລ້ວ ມັນ​ກໍ​ບໍ່​ໄດ້ ​ຖ້ວມ​ໝົດ​ກໍ​ໂຕ​ໄຮ່​ ເຂົາ​ເຈົ້າ​ຫັ້ນ ມັນ​ກໍ​ຖ້ວມ ​ຕາມ​ແຄມ​ຫັ້ນ​.

ສ່ວນ​ການ​ແກ້​ໄຂ​ຫັ້ນ ເຮົາ​ຫັ້ນ​ ກໍ​ພ​ຍາ​ຍາມ ​ໃຫ້​ການປະ​ສານ ​ສົມ​ທົບ​ກັບ ​ບໍ​ຣິ​ສັດ​ຫັ້ນ ກໍ​ໄປເກັບ​ກຳ​ ຂໍ້​ມູນ​ຮ່ວມ​ກັນ ​ຫັ້ນ​ແຫຼະ ແຕ່​ວ່າ ປະ​ຊາ​ຊົນ​ເຮົາ ​ກໍ​ຈຳ​ນວນ​ນຶ່ງ ກໍ​ເຂົ້າ​ໄປ​ທຳ ​ການ​ຜ​ລິດ ​ເຂດ​ທີ່​ເຂົາ​ເຈົ້າ​ ສັມ​ປະ​ທານ ບໍ່​ແມ່ນ​ວ່າ ເຂົາ​ເຈົ້າ ​ຫາກ​ເຮັດ ​ແຕະ​ຕ້ອງ​ ສິດ​ຜົ​ລ​ປ​ໂຍດ ​ຂອງ​ປະ​ຊາ​ຊົນ​ໄດ໋.

ປະ​ຊາ​ຊົນ ​ກໍ​ຮູ້​ເອ​ງວ່າ ເນື້ອ​ທີ່​ດັ່ງ​ກ່າວ ອຳ​ນາດ​ ການ​ປົກ​ຄອງ ​ເປັນ​ຜູ້ມອບ​ໃຫ້ ທາງ​ບໍ​ຣິ​ສັດ ໄດ້​ສັມ​ປະ​ທານ​ແລ້ວ ເຂົາ​ເຈົ້າ ​ຍັງ​ບໍ່​ທັນ​ ໄດ້​ທຳ​ການ​ຜ​ລິດ ແຕ່​ປະ​ຊາ​ຊົນ ເຮົາ​ພັດ​ເຂົ້າ​ໄປ ທຳການ​ຜ​ລິດ​ໃສ່. ມີ​ຄວາມ ​ຊັບ​ຊ້ອນ​ຫຼາຍ ​ອັນ​ຢູ່ ບາດ​ເວ​ລາ​ ເຂົາ​ເຈົ້າ​ ຂ​ຍາຍ​ການ​ ຜ​ລິດ ​ເຂົາ​ເຈົ້າ​ອອກ ມັນ​ພັດ​ໄປ​ແຕະ​ຕ້ອງ ຈຳ​ນວນ​ປະ​ຊາ​ຊົນ ​ທີ່​ເຂົ້າ​ໄປ​ທຳການ​ຜ​ລິດ ​ຢູ່​ຂ້າງ​ ໃນ​ຫັ້ນ​ນ່າ. ມີ​ອັນ​ສລັບສັບ​ຊ້ອນ​ຫຼາຍ​ອັນ ພວກ​ເຮົາ ​ກໍ​ພ​ຍາ​ຍາມ ​ແກ້​ໄຂ​ ໃຫ້​ມີ​ຜົ​ລ​ປ​ໂຍ​ດ ​ຮ່ວມ​ກັນ ທັງ​ສອງ​ຝ່າຍ​ ຫັ້ນ​ແຫຼະ. ຈະ​ບໍ່​ ໄດ້​ເວົ້າ​ເຖິງ​ຝ່າຍ​ນັ້ນ​ ຝ່າຍນີ້ ເປັນ​ແນວ​ໃດ​ແນວ ​ນັ້ນ​ດອກ.

ເຖິງ​ແນວ​ໃດ​ກໍ​ຕາມ, ພວກ​ເຮົາ​ ກະ​ຖື​ ຜົ​ລ​ປ​ໂຍດ​ ຂອງ​ປ​ະ​ຊາ​ຊົນ ເຖິງແມ່ນວ່າ ເຂົາ​ເຈົ້າ ​ມີການ​ຜ​ລິດ​ ຢູ່​ພາຍ​ໃນຂອບ​ເຂດ ​ການ​ສັມ​ປະ​ທານ ພວກ​ເຮົາ​ ກໍ​ຕ້ອງ​ໄດ້​ເບິ່ງ​ການ ​ຊົດ​ເຊີຽ ເຣື່ອງ​ຜົ​ລ​ຜ​ລິດ​ໂຕ​ຈິງ ​ຂອ​ງ​ເຂົາ​ຫັ້ນ.

ຈະ​ໄດ້​ຕາມ​ໃຈ ​ທີ່​ປະ​ຊາ​ຊົນ ​ຮຽກ​ຮ້ອງນີ້ ອາດ​ຈະ​ເປັນ​ໄປ ​ບໍ່​ໄດ້ ຫຼື​ວ່າ ຈະ​ໄດ້​ຕາມ​ໃຈ​ ຂອງ​ບໍ​ຣິ​ສັດ ທີ່​ວ່າ ໂອ້​ອັນ​ນີ້ ແມ່ນ​ເຂດ ​ຂອງ​ຂ້ອຍ​ ສັມ​ປະ​ທານແລ້ວ ພວກ​ເຈົ້າ ​ມາ​ຜ​ລິດ​ໃສ່ ​ກະພວກ​ເຮົາ​ ກະ​ບໍ່​ຢາກ​ໃຫ້​ອອກ​ ແບບ​ຮູບ​ນັ້ນ ມັນ​ກໍ ​ບໍ່​ງາມ​ປານ​ໃດ. ຢາກ​ໃຫ້ ​ທຸກ​ຝ່າຍ ​ມີ​ຜົ​ລ​ປ​ໂຍດ ​ຮ່ວມ​ກັນ ​ຫັ້ນ​ແຫຼວ.

ນັກ​ຂ່າວ: ມີ​ປະ​ມານ​ ຈັກ​ຄອບ​ຄົວ​ນີ້ ທ່ານ​ເຈົ້າ​ເມືອງ?

ເຈົ້າ​ເມືອງ: ໂຕນີ້​ນິ ເບື້ອງ​ຕົ້ນ​ ປະ​ຊາ​ຊົນ ​ກໍວ່າ ມີ​ຫຼາຍ​ຄອບ​ຄົວ ບາດ​ໄປ​ເອົາ​ ໂຕ​ຈິງ​ແທ້ໆ ກໍ​ມັນ​ເວົ້າ​ແຕ່​ ສຽງ​ຊື່ໆ ບາດ​ໄປ​ຫາ​ຄອບ​ຄົວ ​ຕົວ​​ຈິງ​ແທ້ໆ ກໍ​ຜູ້​ນັ້ນ​ກໍ​ບໍ່​ຢູ່ ຜູ້ນີ້​ກໍ​ບໍ່​ຢູ່ ໄດ້​ເດືອນ​ປາຍ​ລະ ທີ່​ພວກ​ເຮົາ ​ລົງ​ໄປ​ເກັບ​ກຳ ​ຂໍ້​ມູນນີ້ ຍັງ​ບໍ່​ທັນ​ໄດ້​ ສໍ​າເຣັດ ໂຕນີ້ນິ ຊິ​ຕອບ ທ່ານ ໃຫ້​ມັນ​ຊັດ​ເຈນ ວ່າ ຈັກ​ຄອບ​ຄົວ​ແທ້ໆນີ້ ຍັງ​ບໍ່​ສາ​ມາດ ​ຕອບ​ໄດ້ ເພາະ​ວ່າ ເຮົາ​ຕ້ອງ​ເອົາ​ຕົວ​ຈິງ.

ນັກ​ຂ່າວ: ກຳ​ນົດ​ ການ​ຊົດ​ເຊີຽນີ້ ລາ​ຄາ​ເຮົາ​ຊິ​ຕັ້ງ​ ໄວ້​ທໍ່​ໃດ​ນີ້​ທ່ານ?

ເຈົ້າ​ເມືອງ: ໂຕນີ້ນິ ມັນ​ມີ​ກົດ​ໝາຍ ​ທີ່​ຣັ​ຖ​ບານ ​ເພິ່ນ​ໄດ້​ ອອກ​ມາ​ແລ້ວ. ເພິ່ນ​ໄດ້​ມີ​ກົດ​ໝາຍ​ ວ່າດ​ວ້ຍ​ ການ​ຊົດ​ເຊີຽ​ແລ້ວ ພວກ​ເຮົາ ​ຈະ​ບໍ່​ໄດ້​ ເປັນ​ຝ່າຍ​ກຳ​ນົດ ຫຼື ບໍ​ຣິ​ສັດ ຈະ​ບໍ່​ໄດ້​ເປັນ​ຝ່າຍ ​ກຳ​ນົດ ປະ​ຊາ​ຊົນ ກໍ​ຈະ​ບໍ່​ໄດ້ ເປັນ​ຝ່າຍ​ກຳ​ນົດ ຕ້ອງ​ໄດ້​ ປະ​ຕິ​ບັດ ​ຕາມ​ກົດ​ໝາຍ​ຫັ້ນ ທີ່​ກົດ​ໝາຍ ​ກຳ​ນົດ​ແລ້ວ ຈະ​ຕ້ອງ​ໄດ້​ຄົ້ນ​ຄວ້າ​ ໃຫ້​ ເອ​ກ​ພາບ​ກັນ.

ນັກ​ຂ່າວ: ໂຕນີ້​ຈະ​ເອົາ​ຕາມ ​ດຳ​ຣັ​ຖ 84 ເບາະ ຫຼື ຈະ​ເອົາ​ຕາມ ​ກົດ​ໝາຍ ​ວ່າດ້ວຍ​ທີ່​ດິນ?

ເຈົ້າ​ເມືອງ: ທີ່​ດິນນີ້ ມັນ​ເປັນ​ໄປ​ບໍ່​ໄດ້ ເພາະ​ວ່າ ທີ່​ດິນນີ້ ມັນ​ຕົກ​ ຢູ່​ໃນ​ ເຂດ​ສັມ​ປະ​ທານ​ ຂອງ​ເຂົາ​ເຈົ້າ. ຈັ່ງ​ຊັ້ນ ​ພວກ​ເຮົາ​ ຈະ​ໄດ້​ເວົ້າ​ການ ​ຊົດ​ເຊີຽ​ຜົ​ລ​ຜ​ລິດ ບໍ່​ແມ່ນ​ຊົດ​ເຊີຽ ​ເຣື່ອງ​ທີ່​ດິນ.

ນັກ​ຂ່າວ: ໂຕ​ທີ່​ດິນນີ້ ຈະ​ບໍ່​ມີ​ການ ​ຊົດ​ເຊີຽ​ແມ່ນບໍ່?

ເຈົ້າ​ເມືອງ: ເພາະ​ວ່າ ທາງ​ບໍ​ຣິ​ສັດ ໄດ້​ສັມ​ປະ​ທານ​ແລ້ວ ເຂົາ​ກະ​ຊົດ​ເຊີ​ຍ​ໃຫ້ ​ປະ​ຊາ​ຊົນ​ ໄປ​ກ່ອນ​ແລ້ວ ການ​ສັມ​ປະ​ທານ​ ຂອງ​ບໍ​ຣິ​ສັດ​ນີ້ ມັນ​ກໍ ມັນ​ກໍ​ໄດ້​ມີ​ການ ​ຍິນຍອມ ແລະ ການມອບ​ໂອນ ​ໃຫ້​ອົງ​ການ​ ປົກ​ຄອງ​ຂັ້ນ​ບ້ານ ແລະ ເຂົາ​ມັນ​ມີ​ ເນື້ອ​ທີ່ ​ທໍ່ໃດ​ຂອງ​ບ້ານ.

ເຂົາ​ກໍ ​ຊົດ​ເຊີຽ​ ເນື້ອ​ທີ່​ ຂອງ​ບ້ານ ໄປ​ຕາມ​ການ​ ຮຽກ​ຮ້ອງ ​ມີ​ກ່ອນ​ແລ້ວ, ແຕ່​ວ່າ ການ​ຜ​ລິດ​ ຂອງ​ປະ​ຊາ​ຊົນ​ນີ້ ເຂົ້າ​ໄປ​ຜ​ລິດ​ໃນ​ເຂດ​ ສັມ​ປະ​ທານ ​ຂອງ​ເຂົາ​ເຈົ້າ. ເຂົາ​ເຈົ້າ ​ຈະ​ຊົດ​ເຊີຽ​ ແຕ່​ຜົ​ລ​ຜ​ລິດ ຖ້າ​ຫາກວ່າ ແມ່ນ​ກັມ​ສິດ ​ປະ​ຊາ​ຊົນ​ໄດ້ ​ຄອບ​ຄອງດິນ​ຫັ້ນ ຕາມ​ກັມ​ສິດ ​ທີ່​ຣັ​ຖ​ໄດ້​ມອບ​ໝາຍ​ ໃຫ້ແມ່ນ​ຈະ​ໄດ້​ຊົດ​ເຊີຽ ​ທາງ​ດ້ານ​ທີ່​ດິນ​ພ້ອມ.

ນັກ​ຂ່າວ: ທີ່​ດິນ​ ຂອງ​ປະ​ຊາ​ຊົນ ​ທີ່​ວ່າ ບໍ​ຣິ​ສັດ ສັມ​ປະ​ທານນີ້, ໂຕ​ທີ່​ດິນ​ໂຕນີ້ ເຂົາ​ເຈົ້າ​ມີ ​ໃບ​ຕາ​ດິນ​ຖາ​ວອນ​ຫວະ ຫຼື​ວ່າ ມີ​ແຕ່​ໃບ​ຕາ​ຊົ່ວ​ຄາວ, ການ​ໃຊ້​ສິດ ​ທີ່​ດິນ​ຊື່ໆ?

ເຈົ້າ​ເມືອງ: ໂຕນີ້ ແມ່ນ​ອີງ​ໃສ່ ​ຊົນ​ບົດ​ແລ້ວ ໃນ​ໂຕ​ຈິ​ງ ​ຂອງ​ຊົນ ​ບາດ​ແລ້ວ ມັນ​ຈະ​ບໍ່​ມີ​ຫຍັງ​ເລີຍ ໃນ​ການ​ຄອບ​ຄອງ ​ກັນ​ແບບ​ປະ​ເພ​ນີ ມັນ​ບໍ່​ແມ່ນ ​ຄອບ​ຄອງ ຕາມ​ກົດ​ໝາຍ ຈັ່ງ​ຊັ້ນ​ຄັນ​ ຄອບ​ຄອງ ​ຕາມ​ປະ​ເພ​ນີ​ຫັ້ນ. ເຂົາ​ເຈົ້າ​ຫັ້ນ ກະ​ມີ​ແຕ່​ວ່າ ເນື້ອ​ທີ່​ແຕ່ປູ່​ ແຕ່​ຍ່າ ຂ້ອຍ​ເຮັດ​ໄຮ່ ຂ້ອຍ​ກໍ​ສືບ​ທອດ​ມາ ກໍ​ນັ້ນ​ນ່າ ຄື ບໍ່​ທັນ​ມີ​ ແຕ່​ວ່າ​ ສ່ວນວ່າ ຊິ​ເອີ້ນ ​ປະ​ຊາ​ຊົນ​ ໄປ​ເຮັດ ພ​ນັກ​ງານ ​ເຮົາ​ລົງ​ໄປ​ເຮັດ ໜັງ​ສື​ທີ່​ດິນ ​ໃຫ້​ປະ​ຊາ​ຊົນ ໂອ້ ກະ​ເປັນ​ການ ​ຍາກ​ຫຼາຍ​ຢູ່.

ນັກ​ຂ່າວ: ແຕ່​ວ່າ ມີ​ຈຸດ​ນຶ່ງ ​ທີ່​ໜ້າ​ສົນ​ໃຈ ທ່ານ​ເຈົ້າ​ເມືອງ ກໍຄື​ວ່າ ໂຕ​ສິດ​ ນຳ​ໃຊ້​ ທີ່​ດິນ​ ຕາມ​ຮີດ​ຄອງ​ ປະ​ເພ​ນີ ຂອງ​ປະ​ຊາ​ຊົນ ​ນີ້​ນ່າ ເພິ່ນ​ໄດ້​ບັນ​ຈຸ ​ໃສ່​ກົດ​ໝາຍ​ທີ່​ດິນ ​ສ​ບັບ​ປັບ​ປຸງ​ ລະ​ໄດ໋ ທ່ານ​ເຈົ້າ​ເມືອງ, ແຕ່​ວ່າ ໂຕນີ້ນິ ມັນ​ຊິ​ມີ​ ຜົ​ລ​ບັງ​ຄັບ​ ໃຊ້​ບໍ່ ໃນ​ເຂດ​ບ້ານ​ເຮົາ​ນີ້?

ເຈົ້າ​ເມືອງ: ອ້າວ ກໍ​ນຳ​ໃຊ້​ຕາມນັ້ນ​ແຫຼວ ເຂົາ​ເຈົ້າ​ມອບ​ ໂອນ​ການ​ນຳ ​ໃຊ້​ທີ່​ດິນ​ ຂອງ​ບ້ານ ໃຫ້​ບໍ​ຣິ​ສັດ ສັມ​ປະ​ທານ ​ຫັ້ນເນາະ ເຂົາ​ເຈົ້າ​ກະ​ມອບ ​ທີ່​ດິນ​ ການ​ຄອບ​ຄອງ ​ທີ່​ດິນ 8 ປະ​ເພດ​ຫັ້ນ​ແຫຼວ.

ນັກ​ຂ່າວ: ທັງ​ໝົດ​ ທີ່​ວ່າ ເຂົາ​ເຈົ້າ​ ສັມ​ປະ​ທານ ຈັກພັນ​ ເຮັກ​ຕ້າ​ຣ໌ ນີ້?

ເຈົ້າ​ເມື​ອງ: ເຂົາ​ເຈົ້າ ​ສັມ​ປະ​ທານ ​ທັງ​ໝົດ 3,500 ເຮັກ​ຕ້າຣ໌ ແຕ່​ເຂົາ​ເຈົ້​າ ​ເຮັດ​ໂຕ​ຈິງ ​ປັດ​ຈຸ​ບັນ​ນີ້ ກະ​ເຮັດ​ໄດ້​ແຕ່ 2,080 ເຮັກ​ຕ້າຣ໌. ປະ​ຊາ​ຊົນ ໃນ​ຂອບ​ເຂດ ​ບ້ານ​ນັ້ນ​ແຫຼ ເປັນ​ຜູ້​ໄປ​ ອອກ​ແຮງ​ງານ​ ໃຫ້​ເຂົາ​ເຈົ້າ.

ນັກ​ຂ່າວ: ແຕ່​ດຽວນີ້ ຍັງ​ບໍ່​ມີ​ຕົວ​ເລກ ​ສ​ຣຸບ​ຄັກ​ແນ່ ​ເນາະ​ວ່າ ມີ​ຈັກ​ຄອບ​ຄົວ ທີ່​ໄດ້​ຮັບ​ ຜົ​ລ​ກະ​ທົບ ແລະ ຈະ​ຕ້ອງ​ຈ່າຍ ​ຄ່າ​ຜົ​ລ​ກະ​ທົບ ​ທໍ່​ໃດ?

ເຈົ້າ​ເມືອງ: ນີ້​ແຫຼ​ ຄື​ບັນ​ຫາ​ທີ່ ທ່ານ ໄດ້​ຮັບ​ ຈາກ​ແຫຼ່ງ​ຂ່າວ ນີ້​ອາດ​ຈະ​ ປະ​ມານ​ແມ່ນບໍ່?

ນັກຂ່າວ: ຢ່າງ​ໜ້ອຍ 10 ຄອບ​ຄົວ ເທົ່າ​ທີ່​ຖາມ​ນຳ ​ຊາວ​ບ້ານ​ຫັ້ນ​ນ່າ ກະ​ເລີຍ​ວ່າ ຢາກ​ມາ​ຖາມ ​ໂຕ​ຈິງ ​ນຳ​ທ່ານ​ ເຈົ້າ​ເມືອງວ່າ ມັນ​ເປັນ​ຈັ່ງ​ ໃດ​ກັນ​ແທ້​ ຫັ້ນ​ນ່າ.

ເຈົ້າ​ເມືອງ: ດີ​ແທ້​ຫັ້ນ​ນ່າ ເຂົ້າ​ມາ​ຖາມ ​ເຈົ້າ​ເມືອງ​ໂລດ ເພາະ​ວ່າ ອົງ​ກອນ​ທີ່​ ໄປ​ຖາມ​ຊາວ​ບ້ານ ໄດ້​ຂໍ້​ມູນ ບໍ່​ຊັດ​ເຈນ ແລະ ກໍ​ໄປ​ເວົ້າ​ທົ່ວ​ທີ​ບ ​ທົ່ວ​ແດນ​ຫັ້ນ​ນ່າ.

ບາດນີ້​ຄື ເອົາ​ບໍ​ຣິ​ສັດ​ ຮ່ວມ​ງານ ໄປ​ນຳ​ກັນ ອ້າວ ທີ່​ຕ້ອງ​ຊົດ​ເຊີຽ ມີ​ທ້າວໃດ​ແດ່ ມີ​ຈັກ​ຄອບ​ຄົວ ເນື້ອ​ທີ່​ ເຈົ້າ​ທໍ່​ໃດ ເຈົ້າ​ປູກ​ຫຍັງຢູ່​ຫັ້ນ ແລະ​ ກໍ​ຫຼົບ​ໆ ​ຫຼີກ​ໆ ກໍ​ບໍ່​ໃຫ້​ຂໍ້​ມູນ​ຫັ້ນ​ນ່າ ກໍ​ຍ້ອນ​ວ່າ ເຂົາ​ເຈົ້າ​ ໃຫ້​ຂໍ້​ມູນບໍ່​ຖືກ.

ໂຕນີ້ ເຮົາ​ ກໍ​ບໍ່​ໄດ້​ຖິ້ມ​ ຄວາມ​ຮັບ​ຜິດ​ຊອບ​ ໃສ່​ປະ​ຊາ​ຊົນ​ໂຕນີ້ ຈັ່ງ​ໃດ​ກໍ​ຕາມ ພວກ​ເຮົາ ​ຕ້ອງ​ໄດ້​ເອົາ ​ຂໍ້​ມູນ​ ໃຫ້​ຊັດ​ເຈນ ໃຫ້​ເວ​ລາ ​ຊົດ​ເຊີຽ ​ໃຫ້​ມັນ​ຖືກ​ຕ້ອງ.

ເອີ​ ຄັນ​ວ່າ ປະ​ມານ ບາດ​ເຮົາ ​ຕົກ​ລົງ ​ກັບ​ບໍ​ຣິ​ສັດ ​ແລ້ວ​ລະ ພັດ​ມີ​ຫຼາຍກວ່າ ​ຫັ້ນ​ມາ ​ຫັ້ນ​ນ່າ ເຮົາ​ຈະ​ເອົາ ​ຢູ່​ໃສ ​ໄປ​ຊົດ​ເຊີຽ.

ນັກ​ຂ່າວ: ມັນ​ເປັນ​ໄປ ​ໄດ້​ບໍ່ ຊາວ​ບ້ານ​ ເຂົາ​ເຈົ້າ ​ອາດ​ຈະ​ຢ້ານບໍ່ ຢ້ານ​ອຳ​ນາດ​ ການ​ປົກ​ຄອງ​ເບາະ?

ເຈົ້າ​ເມືອງ: ບໍ່ມີ​ການ​ ນາບ​ຂູ່ ​ຫຍັງ​ໝົດ ແມ່ນ​ໄປ​ນີ້ ແມ່ນ​ອຳ​ນາດ ​ການ​ປົກ​ຄອງ ເປັນ​ຜູ້​ເຕົ້​າ​ໂຮມ​ເນາະ ແລະ ພາ​ໄປ​ເບິ່ງ ຈຸດ​ທຳ​ການ​ຜ​ລິດ ​ຂອງ​ເຂົາ​ເຈົ້າ​ເອງ, ແຕ່ ນາຍ​ບ້ານ ​ສ​ເນີ​ມາ ກໍ​ມີ​ແຕ່​ວ່າ ປະ​ມານ​ທໍ່​ນັ້ນ ປະ​ມານ​ທໍ່​ນີ້ ແລະ ຖາມ​ເນື້ອ​ທີ່​ ນັ້ນ​ປູ​ກ​ຫຍັງ ປູກ​ຢູ່​ໃສ ​ກໍ​ບໍ່​ຮູ້ ຫັ້ນ​ນ່າ. ມີ​ແຕ່​ເອົາ​ ຄວາມ​ເຫັນຂອງ​ຊາວ​ ບ້ານ ອັນ​ນີ້​ ກໍ​ເປັນບັນ​ຫາ ຍາກ​ ທີ່​ພວກ​ເຮົາ ​ຈະ​ແກ້​ໄຂ. ພວກ​ເຮົາ ​ກໍ​ຈະ​ໄດ້​ແກ້​ໄຂ ຄື​ ໄດ້​ເວົ້າ​ມາ ​ເບື້ອງ​ຕົ້ນ​ຫັ້ນ ເຖິງແມ່ນວ່າ ເຂົາ​ຈະ​ ທຳ​ການ​ ຜ​ລິດ ​ໃນ​ຂອບ​ເຂດ ​ສັມ​ປະ​ທານ ​ກໍ​ຕາມ, ແຕ່​ວ່າ ເຮົາ​ຕ້ອງ​ ຊົດ​ເຊີຽ ​ຜົ​ລ​ຜ​ລິດ​ ຂອງ​ເຂົາ​ເຈົ້າ​ຫັ້ນ ຕ້ອງ​ໄດ້​ໃຫ້​ ເປັນ​ທັມ​ຫັ້ນ​ນ່າ.

ໃນ​ຂ​ນະ​ທີ່​ ຊາວ​ບ້ານ ກໍ​ໃຫ້​ ເຫດ​ຜົ​ລ​ວ່າ ບໍ​ຣິ​ສັດ ຍັງ​ບໍ່​ທັນຈ່າຍ​ ຄ່າ​ຊົດ​ເຊີ​ຽດິນ​ນາ ​ໃຫ້​ເຂົາເ​ຈົ້າ. ຊາວບ້ານ ຜູ້ເສັຽຫາຍ ທ່ານນຶ່ງ ກ່າວຕໍ່ ວິທຍຸເອເຊັຽເສຣີ ໃນວັນທີ 30 ກັນຍານີ້ວ່າ:

ເຂົາເວົ້າວ່າ ຂອງບໍຣິສັດ ບໍ່ແມ່ນຂອງເຈົ້າ ວ່າຖຽງນາ ຂ້ອຍ ກະວ່າ ຂອງບໍຣິສັດ ຂ້ອຍເຮັດ ແຕ່ຂອບເຂດດິນຂ້ອຍ ຫັ້ນ ຮູ້ຢູ່ ຢູ່ກາງສວນບໍຣິສັດ ບໍຣິສັດປັນໃຫ້ ແລ້ວເດ້ ເຂົາສໍາຣວດແລ້ວ 3 ເຮັກຕ້າຣ໌ 30 ແມັດ ດິນນາຫັ້ນ ນ່າ.

ໃນປີ 2017, ບໍ​ຣິ​ສັດ ​ສຸກ​ຮຸ່ງ​ເຮືອງ ຂອງວຽດ​ນາມ ເຂົ້າ​ມາ ສັມປະທານ ເນື້ອທີ່ດິນ ທັງໝົດ 2,080 ເຮັກຕ້າຣ໌ ຢູ່ ເຂດ ບ້ານນາລົງເກົ່າ ທີ່ຕິດກັບ ບ້ານອາສິງສະລີ ເພື່ອປູກກ້ວຍຫອມ ເປັນຫຼັກ ແຕ່ຍ້ອນປະສົບ ບັນຫານໍ້າ ບໍ່ພຽງພໍ ຕໍ່ການຜລິດ ຈຶ່ງເຮັດໃຫ້ ຫັນມາປູກ ກວ້ຍນໍ້າ ແລະ ພືດອື່ນໆ ແທນເປັນຕົ້ນ  ໝາກມີ້, ໝາກນາວ, ໝາກມ່ວງ ແລະ ໄມ້ວິກ ພ້ອມທັງ ໄດ້ສ້າງຝາຍ ກັ້ນນໍ້າ ເພື່ອກັກເກັບນໍ້າ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.