ຄ່າຊົດເຊີຍທາງຣົດໄຟ ລາວ-ຈີນ
2016.07.21
ການກໍານົດ ຄ່າຊົດເຊີຍ ໃຫ້ແກ່ຜູ້ຖືກ ຜົລກະທົບ ຈາກ ໂຄງການ ສ້າງ ທາງຣົດໄຟ ລາວ-ຈີນ ແມ່ນ ສູນກາງ ຫລື ຣັຖບານລາວ ເປັນຜູ້ ຮັບຜິດຊອບ ຊຶ່ງແຕ່ກ່ອນ ເຄີຍໃຫ້ ທາງການ ໃນ ແຕ່ລະແຂວງ ເປັນຜູ້ ກໍານົດ ເອົາເອງ ແຕ່ກໍຍັງ ກັງວົນວ່າ ທາງແຂວງ ຈະໃຫ້ ຄ່າຊົດເຊີຍ ປະຊາຊົນ ບໍ່ເທົ່າກັນ ຊຶ່ງ ຈະເຮັດໃຫ້ ເກີດບັນຫາ ຕາມມາ. ຕາມຄໍາເວົ້າ ຂອງ ເຈົ້າໜ້າທີ່ ແຂວງ ອຸດົມໄຊ ຕໍ່ RFA ໃນວັນທີ 20 ກໍຣະກະດາ ນີ້:
"ປະຊຸມຕອນນັ້ນ ເພິ່ນວ່າສິໃຫ້ ແຂວງ ກໍານົດເອົາ ແຕ່ວ່າ ແຂວງກໍານົດ ມັນບໍ່ເປັນ ຄວາມເອກພາບ ຣະຫວ່າງ ແຂວງຕໍ່ແຂວງ ຫັ້ນນະ ບາງເທື່ອ ແຂວງຂ້ອຍຖືກ ແຂວງເຈົ້າແພງ ມັນຈະເປັນ ບັນຫາ ຊີ້ນະ ແຂວງບໍ່ຍອມ ຮັບເລີຍດຽວນີ້ ຕ້ອງໃຫ້ ສູນກາງ ເປັນຜູ້ ກໍານົດ ເລີຍ".
ທ່ານກ່າວ ຕໍ່ໄປວ່າ ຜ່ານມາ ທາງໜ່ວຍງານ ຣະດັບແຂວງ ເຄີຍປະກາດວ່າ ຈະເປັນຜູ້ຄິດໄລ່ ຄ່າຊົດເຊີຍ ໃຫ້ເອງ. ຢ່າງໃດກໍຕາມ ການກໍານົດ ເຣື່ອງ ຄ່າຊົດເຊີຍ ທີ່ດິນ ແກ່ຜູ້ຖືກ ຜົລກະທົບ ຍັງເປັນເຣຶ່ອງ ທີ່ຫລາຍ ພາກສ່ວນ ກ່ຽວຂ້ອງ ຍັງຕ້ອງໄດ້ ຫາລືກັນ ຕໍ່ໄປ, ຄາດວ່າ ຈະຕ້ອງ ໃຊ້ເວລາ ອີກດົນ ພໍສົມຄວນ ເຖິງແມ່ນວ່າ ປະຊາຊົນ ທີ່ຈະເສັຽ ດິນ ຂອງຕົນ ໄປນັ້ນ ຈະຮ້ອນໃຈ ນຳຢູ່ກໍຕາມ.
ພ້ອມດຽວກັນນັ້ນ ທ່ານ ກໍກ່າວເຖິງ ຄວາມຄືບໜ້າ ຂອງເຣຶ່ອງ ດັ່ງກ່າວ ຢູ່ ແຂວງ ອຸດົມໄຊ ວ່າ ຫລ້າສຸດ ເຈົ້າໜ້າທີ່ ກ່ຽວຂ້ອງ ໄດ້ ສໍາເຣັດ ການສໍາຣວດ ຜູ້ທີ່ຈະຖືກ ຜົລກະທົບ ພ້ອມທັງ ຖ່າຍຮູບ ເຮືອນຊານ ທີ່ຈະຖືກ ຍົກຍ້າຍ ນັ້ນໄວ້ແລ້ວ. ມາຮອດ ປັດຈຸບັນ ຊາວບ້ານ ທີ່ຈະຖືກໃຫ້ ໂຍກຍ້າຍ ຫລາຍຄົນ ຍິນດີ ທີ່ຈະຫລີກທາງ ໃຫ້ໂຄງການ ຫາກໄດ້ ຄ່າຊົດເຊີຍ ທີ່ເໝາະສົມ ຮວມທັງດິນ ຈັດສັນ ທີ່ອຸດົມ ສົມບູນ, ບໍ່ດັ່ງນັ້ນ ກໍຈະບໍ່ຍອມ ໂຍກຍ້າຍ ອອກ ແຕ່ຕາມ ຄວາມຈິງແລ້ວ ແມ່ນເປັນໄປ ໄດ້ຍາກ.
ກ່ຽວກັບ ເຣຶ່ອງນີ້ RFA ໄດ້ຕິດຕໍ່ ຖາມໄປຍັງ ບໍຣິສັດ National Consulting Group ຈໍາກັດ ຊຶ່ງເປັນ ບໍຣິສັດ ໃຫ້ຄໍາປຶກສາ ແກ່ຜູ້ຖືກ ຜົລກະທົບ ຈາກ ໂຄງການ ທາງຣົດໄຟ ລາວ-ຈີນ ເຖິງຣາຍລະອຽດ ກ່ຽວກັບ ຄອບຄົວ ທີ່ ຈະຖືກ ໂຍກຍ້າຍ ແຕ່ ເຈົ້າໜ້າທີ່ ບໍ່ສາມາດ ໃຫ້ ຄໍາຕອບໄດ້ ເພາະຂໍ້ມູນ ທັງໝົດ ຢູ່ນຳ ຣັຖບານ ລາວ.