ຊາວບ້ານ ຢູ່ເມືອງຊຽງເງິນ ຍ້າຍເຂົ້າບ້ານຈັດສັນ ຈາກໂຄງການ ທາງຣົຖໄຟ ແຕ່ບໍ່ມີວຽກໝັ້ນຄົງ
2022.05.27

ຊາວບ້ານຢູ່ບ້ານ ບວມອໍ້ ເມືອງຊຽງເງິນ ແຂວງຫຼວງພຣະບາງ ຈຳນວນ 102 ຄອບຄົວ, 107 ຫຼັງຄາເຮືອນ ຮວມທັງໝົດ 430 ປາຍຄົນທີ່ຖືກຜົລກະທົບ ຈາກໂຄງການທາງຣົຖໄຟລາວ-ຈີນ ໄດ້ໂຍກຍ້າຍໄປຢູ່ບ້ານຈັດສັນໃໝ່ສຳເຣັດແລ້ວ 100% ແຕ່ຊາວບ້ານສ່ວນຫຼາຍ ຍັງບໍ່ມີວຽກເຮັດງານທຳທີ່ໝັ້ນຄົງ.
ດັ່ງຊາວບ້ານຢູ່ບ້ານບວມອໍ້ ເມືອງຊຽງເງິນ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 27 ພຶສພາ 2022 ນີ້ວ່າ:
“ຍ້າຍແລ້ວບ້ານຈັດສັນ ເຂົາກໍຍ້າຍເບິດແລ້ວ ສ້າງສຳເຣັດເບິດແລ້ວ ເຂົາຈົນມອບແລ້ວເດືອນ 12 ພຸ້ນນ່າກໍບໍ່ໄກປານໃດ ກໍຕິດກັບຫັ້ນແຫຼະ ຜູ້ໃດເຮັດໄດ້ເຂົາກໍໃຫ້ເຮັດຫັ້ນນ່າ ແຕ່ວ່າຜູ້ໃດທີ່ຢູ່ກ້ອງຂົວ ຕິດຂົວ ຕິດກັບອັນນ່າທາງຣົຖໄຟນີ້ ເຂົາກໍບໍ່ໃຫ້ເຮັດເພາະວ່າ ບ່່ອນທີ່ວ່າບ້ານຈັດສັນ ກໍບໍ່ມີອາຊີພນີ້ ໂຕນີີ້ນິ ບໍ່ສ່ວນຫຼາຍຂະເຈົ້າກໍປູກແຕ່ຢາງພາຣາ ບໍ່ໄດ້ປູກຫຍັງເພາະວ່າເຂົາ ຢາກໄດ້ອາຊີພຄົງທີ່ຫັ້ນນ່າ.”
ນັບແຕ່ຊາວບ້ານຢູ່ບ້ານບວມອໍ້ ໄດ້ທະຍອຍໂຍກຍ້າຍໄປຢູ່ໂຄງການ ບ້ານຈັດສັນໃໝ່ນັບແຕ່ ທ້າຍປີ 2021 ທີ່ຜ່ານມາ ພວກເຂົາເຈົ້າບໍ່ສາມາດເຮັດໄຮ່, ເຮັດສວນ ໄດ້ຄືເກົ່າບາງຄົນຈຳເປັນ ຕ້ອງປ່ຽນອາຊີພໄປເປັນກັມມະກອນ ຮັບຈ້າງຢູ່ຕາມບ່ອນຕ່າງໆ ແລະ ໄວໜຸ່ມຈຳນວນນຶ່ງ ຕ້ອງໄດ້ຂ້າມໄປເຮັດວຽກຢູ່ໄທຍ.
ດັ່ງຊາວບ້ານຢູ່ ບ້ານມຸດ ຊຶ່ງຕິດກັບບ້ານບວມອໍ້ ໄດ້ກ່າວຕໍ່ວິທຍຸເອເຊັຽເສຣີໃນມື້ດຽວກັນນີ້ວ່າ:
“ຂອງໂຄງການຣົຖໄຟ ເຂົາອັນນີ້ເຂົາຊົດເຊີຍໃຫ້ໝົດແລ້ວ ຂະເຈົ້າຍ້າຍກໍບໍ່ໄດອອກໄກເດ່ ຂະເຈົ້າຍ້າຍກໍໄດ້ເຮັດກິນເຮັດໄຮ່ເຮັດຫຍັງ ຄືເກົ່າກໍຫາຢູ່ໄປຫັ້ນແຫຼະ ແມ່ນບໍ່ໝັ້ນຄົງດອກແມ່ນແລ້ວ ກໍຂະເຈົ້າແບບວັຍຣຸ້ນອີ່ຫຍັງຫັ້ນນ່າ ແບບຂະເຈົ້າໄປເຮັດວຽກຢູ່ໄທຍ ກໍເພິ່ນຈະມີແບບນີ້ ມັນຈະມີບໍຣິສັດທີ່ຮັບຄົນງານຕ່າງດ້າວຫັ້ນນ່າ ຂ້າມໄປເຮັດວຽກຢູ່ໄທຍ.”
ຍານາງໄດ້ກ່າວຕື່ມວ່າ ທີ່ດິນພາຍໃນເຂດບານມຸດ ເມືອງຊຽງເງິນ ພັດຖືກຜົລກະທົບຈາກໂຄງການກໍ່ສ້າງຣົຖໄຟ ລາວ-ຈີນນຳດ້ວຍ ຊຶ່ງເຮັດໃຫ້ຊາວບ້ານໃນບໍຣິເວັນອ້ອມຂ້າງ ຈຳເປັນຕ້ອງໄດ້ເສັຽຕອນດິນໃນການເຮັດໄຮ່, ເຮັດສວນໃຫ້ແກ່ໂຄງການ ແລະແມ່ນວ່າໃນໄລຍະທ້າຍປີ ກ່ອນທາງໂຄງການໄດ້ສັນຍາກັບຊາວບ້ານວ່າ ຈະມອບຕອນດິນໃຫ້ແກ່ຜູ້ຖືກຜົລກະທົບຕື່ມ ຄອບຄົວລະ 1 ຕອນ ແຕ່ມາຮອດປັດຈຸບັນຊາວບ້ານພັດ ຍັງບໍໄດ້ຮັບດິນຊົດເຊີຍດັ່ງກ່າວ ແລະບໍ່ໄດ້ຮັບການຕິດຕໍ່ແນວໃດ ຈາກພາກສ່ວນທີ່ກ່ຽວຂ້ອງເທື່ອ.
ເຖິງແມ່ນວ່າທາງໂຄງການກໍ່ສ້າງຣົຖໄຟ ລາວ-ຈີນຈະອະນຸຍາດໃຫ້ ຊາວບ້ານຜູ້ຖືກຜົລກະທົບຈາກໂຄງການດັ່ງກ່າວນີ້ ສາມາດເດີນທາງກັບໄປເຮັດໄຮ່, ເຮັດສວນຢູ່ບໍຣິເວັນບ່ອນບ້ານເກົ່າ ຊຶ່ງຫ່າງຈາກໂຄງການບ້ານຈັດສັນໃໝ່ປະມານ 1 ກິໂລແມັດ ໃກ້ໜ່ວຍພູ ແຕ່ຢ່າງໃດກໍຕາມ ພວກເຂົາເຈົ້າພັດອະນຸຍາດໃຫ້ເຮັດການຜລິດ ໄດ້ພຽງບາງສ່ວນເທົ່ານັ້ນ ເປັນຕົ້ນຫ້າມເຮັດການຜລິດໃນພື້ນທີ່ ທີ່ໃກ້ກັບຂົວຣົຖໄຟ ອີກທັງຍັງເປັນການອະນຸຍາດໃຫ້ ໃຊ້ພື້ນທີ່ພຽງຊົ່ວຄາວ ຍ້ອນໂຄງການຣົຖໄຟລາວ-ຈີນ ໄດ້ຮັບສັມປະທານຕອນດິນດັ່ງກ່າວນີ້ແລ້ວ.
ດັ່ງເຈົ້າໜ້າທີ່ ທີ່ກ່ຽວຂ້ອງຜູ້ບໍ່ປະສົງອອກຊື່ ແລະຕຳແໜ່ງທ່ານນຶ່ງກ່າວວ່າ:
“ອັນໄດ້ໂຍກຍ້າຍເບິດແລ້ວ ປະຊາຊົນແມ່ນຫວາອໍອາຊີພເກົ່າ ຂະເຈົ້າຫັ້ນແຫຼະ ຂະເຈົ້າເຄີຍເຮັດໄຮ່່ ເຮັດນາຫັ້ນແຫຼະ ບໍ່ໄດ້ທຳລາຍບ່ອນຜລິດຂອງຂະເຈົ້າ ກໍປົກກະຕິຫັ້ນແຫຼະ ບ່ອນການທຳການຜລິດ ຄືບ່ອນເກົ່າ.”
ໃນຂະນະດຽວກັນວິທຍຸເອເຊັຽເສຣີ ໄດ້ພະຍາຍາມຕິດຕໍ່ໄປຍັງຊາວບ້ານ ຢູ່ບ້ານບວມອໍ້ ເມືອງຊຽງເງິນ ທີ່ຖືກຜົລກະທົບ ຈາກໂຄງການກໍ່ສ້າງຣົຖໄຟລາວ-ຈີນ ເພື່ອສອບຖາມກ່ຽວ ກັບຜົລກະທົບກ່ຽວກັບຊີວິດ ຄວາມເປັນຢູ່ໃນດ້ານອື່ນໆ ຕື່ມພາຍຫຼັງຖືກໂຍກຍ້າຍ ມາຢູ່ບ້ານຈັດສັນໃໝ່ ແຕ່ພັດບໍ່ສາມາດຕິດຕໍ່ໄດ້.
ແຕ່ຢ່າງໃດກໍຕາມ ທ່ານ ຊຽງຮັກ ທັມມະວົງ ຮອງນາຍບ້ານ ບ້ານບວມອໍ້ ກໍໄດ້ໃຫ້ສັມພາດກັບສື່ທ້ອງຖິ່ນວ່າ ຢາກໃຫ້ໜ່ວຍງານທີ່ກ່ຽວຂ້ອງ ເຂົ້າມາແກ້ໄຂບັນຫາດິນເຊາະເຈື່ອນ ທີ່ອາຈກໍ່ໃຫ້ເກີດຄວາມເສັຽຫາຍ ທາງດ້ານຊີວິດແລະຊັພສິນ ຂອງປະຊາຊົນໃນບ້ານ ໄດ້ເນື່ອງຈາກໄລຍະຜ່ານມາ ປະສົບບັນຫາດິນຍຸບແລະເຮືອນແຕກແຫງ ມາແລ້ວຊຶ່ງໜ່ວຍງານທີ່ກ່ຽວຂ້ອງ ກໍໄດ້ເຂົ້າມາດຳເນີນການແກ້ໄຂ ເພາະຍັງຢູ່ໃນໄລຍະຮັບປະກັນ 2 ປີ.
ດັ່ງເຈົ້າໜ້າທີ່ ທີ່ກ່ຽວຂ້ອງຜູ້ບໍ່ປະສົງອອກຊື່ ແລະຕຳແໜ່ງກ່າວວ່າ:
“ຄືເຮືອນປະຊາຊົນຢູ່ບ່ອນສະຖານໃໝ່ ຂະເຈົ້າຈະຂຸດໆ ເປັນໜ່ວຍພູເນາະ ແລ້ວເຮືອນກໍຈະລຽງໆ ກັນຢູ່ ແຕ່ວ່າຍັງບໍ່ທັນໄດ້ກໍຕັ້ງ ເຈື່ອນແລ້ວ ເວລາຝົນຕົກໜັກນ່າ ແລ້ວດິນເຊາະ ແລ້ວບາງບ່ອນກໍຈະມີດິນໄຫຼລົງມາ ດິນເຈື່ອນໄຫຼລົງມາໄປ ກໍຊິມັງຕ້ານເຈື່ອນອີ່ຫຍັງ ແຕ່ວ່າກໍຫາຍ້າຍໃໝ່ ກໍອັນຟ້າວອັນຈັດສັນ ປະຊາຊົນຢູ່ອັນເປັນທິດເປັນທາງ.”
ທ່ານກ່າວຕື່ມວ່າໂຄງການຣົຖໄຟລາວ-ຈີນ ໄດ້ຈັດສັນເນື້ອທີ່ປຸກສ້າງໃຫ້ຄອບຄົວລະ 20x30 ແມັດ ໂດຍບໍ່ມີພື້ນທີ່ສຳລັບທຳການຜລິດໃຫ້, ສຳລັບຮູບແບບໂຄງການສ້າງເຮືອນ ແມ່ນແບ່ງເປັນປະເພດ 1, 2 ແລະ 3 ຄືເຮືອນ 2 ຊັ້ນ, ເຮືອນວິລລາ 8x11 ແມັດ ແລະ ເຮືອນວີລລາ 4x8 ແມັດ, ທັງນີ້ຖ້າຫາກເຮືອນຈັດສັນມີການເປ່ເພໃນໄລຍະ 2 ປີ ທາງໂຄງການຈະດຳເນີນການຮັບຜິດຊອບ ສ້ອມແປງຄືນໃຫ້.
ໂຄງການກໍ່ສ້າງຣົຖໄຟລາວ-ຈີນ ຜ່ານເມືອງຊຽງເງິນມີຄວາມຍາວ 50 ກິໂລແມັດ ໃນນັ້ນມີ 16 ບ້ານໄດ້ຮັບຜົລກະທົບຄືບ້ານ ແອນສວັນ, ບ້ານລ້ອງອໍ້, ບ້ານສວນຫຼວງ, ບ້ານບວມ, ບ້ານມຸດ, ບ້ານດອນໂມ, ບ້ານກີ່ວຈະລວງ, ບ້ານພູຂວາ, ບ້ານກີ່ວໝາກນາວ, ບ້ານນໍ້າມີ່ງ, ບ້ານກີ່ວຕະລຸມ 2, ບ້ານຫ້ວຍຮາວ, ບ້ານລ້ອງ, ບ້ານພູດຳ, ບ້ານກີ່ວກະຈຳ ແລະ ບ້ານພູທາດໂດຍທັງໝົດນີ້ ໄດ້ຮັບຜົລກະທົບດ້ານທີ່ດິນປູກສ້າງ ແລະຜົລປູກຂອງຣັຖ ແລະປະຊາຊົນ 300 ຄອບຄົວ.
ມີເນື້ອທີ່ດິນໄດ້ຮັບຜົລກະທົບ ໃນນັ້ນເປັນດິນສວນ, ດິນຈັບຈອງ, ດິນປຸກສ້າງ, ດິນຮວມບ້ານ, ໄມ້ອຸດສາສະກັມ, ພືດອຸດສາຫະກັມ, ຕົ້ນໄມ້ໃຫ້ໝາກ, ໄມ້ປ່ອງ, ໄມ້ປະດັບ, ເຮືອນຕູບຈຳນວນນຶ່ງ, ເຮືອນຊັ້ນດຽວ 80 ຫຼັງ, ເຮືອນສອງຊັ້ນ 24 ຫຼັງ, ໂຮງຮຽນ 4 ຫຼັງ, ສະໂມສອນ 1 ຫຼັງ.
ສຳລັບການຈ່າຍຄ່າຊົດເຊີຍ ທີ່ຜ່ານມາໄດ້ຈັດຕັ້ງປະຕິບັດແລ້ວ 4 ງວດ ຄືງວດທີ 1 ມີ 2 ບ້ານ ຄືບ້ານ ແອນສວັນ 1 ຄອບຄົວ, ບ້ານສວນຫຼວງ 12 ຄອບຄົວ ມູນຄ່າ 4,077,293,577 ກີບ. ງວດທີ 2 ມີ 21 ຄອບຄົວ 1 ບ້ານຄື ບ້ານມຸດ, ເຂດບ້ານຈັດສັນໃໝ່ມູນຄ່າ 3,833,368,000 ກີບ, ງວດທີ 3 ມີ 2 ບ້ານຄືບ້ານສວນຫຼວງມີ 20 ຄອບຄົວ ແລະ ບ້ານແອນສວັນ 15 ຄອບຄົວມູນຄ່າ 3,830,377,000 ກີບ ແລະ ງວດທີ 4 ມີ 3 ບ້ານຄື ບ້ານດອນໂມ 12 ຄອບຄົວ, ບ້ານມຸດ 5 ຄອບຄົວ, ບ້ານລ້ອງອໍ້ 21 ຄອບຄົວ ມູນຄ່າ 4,720,819,500 ກີບ.