ລັກຕັດໄມ້ ສົ່ງອອກໄປຂາຍຕ່າງປະເທດ

ຈຳປາທອງ
2021.10.22
ໄມ້ທີ່ຖືກຢຶດໄດ້ ຢູ່ດ່ານພູເກືອ ຖືກນຳມາເກັບໄວ້ໃນສາງ ຂອງຜແນກອຸດສາຫະກັມ ແລະ ການຄ້າ ແຂວງອັດຕະປື
ຖ່າຍໂດຍ: ຜູ້ຟັງ ວິທຍຸເອເຊັຽເສຣີ 16/6/2017

ຣົດຂົນແຮ່ຂອງບໍຣິສັດວຽດນາມ ລັກຂົນໄມ້ຈາກລາວ ໄປປະເທດວຽດນາມ ຜ່ານບໍລິເວນດ່ານ ນາເພົ້າ-ຈາລໍ, ແຂວງຄໍາມ່ວນ ໃນມື້ວັນທີ 19 ຕຸລານີ້ ເຖິງແມ່ນ ມີເຈົ້າໜ້າທີ່ຕໍາຣວດ ໄປກວດກາກໍຕາມ. ບັນຫານີ້ຍັງເກີດຂຶ້ນຢູ່ຕໍ່ມາ, ແຕ່ທາງການລາວ ຍັງບໍ່ສາມາດແກ້ໄຂໄດ້ ຍ້ອນເຈົ້າໜ້າທີ່ ທາງການທ້ອງຖິ່ນ ຈໍານວນນຶ່ງໄດ້ຜົລປໂຍດ ນໍາພວກຕ່າງປະເທດ ທີ່ເຂົ້າມາສໍາປະທານດິນຢູ່ລາວ ແລະກະທໍາຜິດລະບຽບກົດໝາຍ ດັ່ງເຈົ້າໜ້າທີ່ປ່າໄມ້ ຜູ້ຂໍສງວນຊື່ ແລະຕໍາແໜ່ງ ທ່ານນຶ່ງກ່າວຕໍ່ ວິທຍຸເອເຊັຽເສຣີ ໃນມື້ວັນທີ 20 ຕຸລານີ້ວ່າ:

ປ່າໄມ້ລາວ ແຕ່ວ່າວຽດເປັນຄົນສົ່ງອອກ ວຽດເປັນຜູ້ໄດ້ ນັກລົງທຶນທີ່ມາສັມປະ ທານໄມ້ ກໍແມ່ນຄົນວຽດຄົນຈີນເນາະ ຂົງເຂດການສັມປະ ທານ ເຂົາກໍເຂົ້າໄປເອົາແຕ່ຢູ່ໃນເຂດປ່າ ທີ່ອຸດົສົມບູຍ. ມັນເວົ້າເຣື່ອງການບໍຣິຫານ ທີ່ບໍ່ໂປ່ງສັຍ ຄືພັກຣັຖ ພະນັກງານຣັຖ ມັນກໍສຸມຫົວກັບນັກລົງທຶນ.”

ທ່ານກ່າວຕື່ມວ່າ ການຂົນໄມ້ຈາກລາວໄປຕ່າງປະເທດ ເຊື່ອມໂຍງກັບນະໂນບາຍ ສົ່ງເສີມການລົງທຶນ ໃນປະເທດຂອງທາງການລາວ ຊຶ່ງທີ່ຜ່ານມາ ຫາກຊາວຕ່າງປະເທດ ຕ້ອງການເຂົ້າມາລົງທຶນຢູ່ລາວ ເປັນຕົ້ນແມ່ນ ເພື່ອປູກຕົ້ນຢາງພາລາ, ຢູຄາລິບຕັດ ແລະເຮັດສວນກ້ວຍ ຕ້ອງໄດ້ຂໍສັມປະທານດິນ ຈາກທາງການລາວກ່ອນ ຊຶ່ງໃນຂໍ້ຕົກລົງ ສັມປະທານນັ້ນ ນັກລົງທຶນຕ່າງປະເທດ ສາມາດຕັດໄມ້ ແລະນໍາໃຊ້ຊັພຍາກອນ ທັມຊາດຕ່າງໆ ຢູ່ໃນເຂດສັມປະທານນັ້ນໄດ້ທັງໝົດ ໂດຍມີກົດໝາຍຄຸ້ມຄອງ. ດ້ວຍເງື່ອນໄຂດັ່ງກ່າວ ຈຶ່ງເຮັດໃຫ້ປະເທດລາວ ເປັນສູນກາງໃຫຍ່ແຫ່ງນຶ່ງ ໃນອາຊຽນທີ່ສົ່ງໄມ້ ອອກໄປວຽດນາມ ແລະຈີນ. ແຕ່ໃນປັດຈຸບັນ ປະຊາຊົນລາວຈໍານວນນຶ່ງ ທີ່ຕິດຕາມທາງສື່ສັງຄົມອອນລາຍນ໌ ກ່ຽວກັບ ເຣື່ອງການລັກຂົນສົ່ງໄມ້ ຈາກລາວໄປຕ່າງປະເທດເວົ້າວ່າ ການລັກຂົນໄມ້ໄປນັ້ນ ຫຼຸດລົງ ຍ້ອນມີການບັງໃຊ້ກົດໝາຍ, ທີ່ຜ່ານມາມີການລັກຕັດໄມ້ ຢູ່ລາວເພື່ອສົ່ງໄປຕ່າງປະເທດ ຢ່າງຫຼວງຫຼາຍ ໂດຍສະເພາະໄປວຽດນາມ ເຮັດໃຫ້ປ່າໄມ້ຢູ່ປະເທດລາວ ຫຼຸດລົງຈົນໜ້າເປັນຫ່ວງ ດັ່ງປະຊາຊົນລາວທ່ານນຶ່ງກ່າວສັ້ນໆ ຕໍ່ວິທຍຸເອເຊັຽເສຣີໃນມື້ດຽວກັນນີ້ວ່າ:

ຫລຸດລະເດ໋ ກໍມີກົດໝາຍອອກມາຢຸດ ແບບກົດໝາຍກໍຈໍາກັດ ບໍ່ໃຫ້ຕັດໄປຫັ້ນນ່າ.”

ທີ່ຜ່ານມາ ການລັກຂົນໄມ້ຂະຍູງ ແລະໄມ້ເນື້ອແຂງຊນິດອື່ນໆ ອອກໄປຕ່າງປະເທດ ເກີດຂຶ້ນຢ່າງຫຼວງຫຼາຍ ແລະຕໍ່ເນື່ອງ ຍ້ອນຖືວ່າມັນເປັນໄມ້ທີ່ມີມົງຄຸນ ແລະຄົນນິຍົມນໍາໃຊ້ປຸກເຮືອນ, ເຖິງແມ່ນວ່າມັນຈະມີຣາຄາແພງ ແຕ່ຕລາດທັງພາຍໃນ ແລະຕ່າງປະເທດ ຕ້ອງການຫຼາຍ. ປັດຈຸບັນປະຊາຊົນຈໍານວນນຶ່ງຢູ່ຫຼາຍເມືອງ ຫຼາຍແຂວງ ນິຍົມປູກ ດັ່ງປະຊາຊົນທ່ານນຶ່ງເວົ້າ ໃນມື້ວັນທີ 20 ຕຸລານີ້ວ່າ:

ມັນກໍນິຍົມຫຼາຍຫັ້ນນ່າ ແຕ່ວ່າມັນຄ້າຂາຍບໍ່ໄດ້ ເຂົາຈັບ ຜິດກົດໝາຍ ແຕ່ວ່າປູກໆໄດ້ ແຕ່ວ່າເປັນຂອງທັມຊາດ ແຕ່ວ່າຂອງປູກ ຕັດໄດ້ປູກໄດ້.”

ເພື່ອຂໍຮູ້ກ່ຽວກັບ ເຣື່ອງຣົດຂົນແຮ່ຂອງບໍຣິສັດວຽດນາມ ລັກຂົນໄມ້ຈາກລາວໄປປະເທດວຽດນາມ ຜ່ານບໍລິເວນດ່ານ ນາເພົ້າ-ຈາລໍ ທີ່ວ່ານັ້ນ ຮວມທັງການດໍາເນີນຄະດີ ກັບຜູ້ກະທໍາຜິດວ່າເປັນໄປ ຄືແນວໃດນັ້ນ ວິທຍຸເອເຊັຽເສຣີ ໄດ້ຕິດຕໍ່ໄປຫາເຈົ້າໜ້າທີ່ ຕໍາຣວດແຂວງຄໍາມ່ວນ ແຕ່ເຈົ້າໜ້າທີ່ຕໍາຣວດ ບໍ່ສະດວກທີ່ຈະໃຫ້ສໍາພາດ, ມີແຕ່ເວົ້າພຽງແຕ່ວ່າ ຍັງບໍ່ຮູ້, ບໍ່ໄດ້ກ່ຽວຂ້ອງແນວໃດກັບເຣື່ອງນີ້, ມີແຕ່ໜ່ວຍງານທີ່ກ່ຽວຂ້ອງ ເທົ່ານັ້ນເປັນຜູ້ດໍາເນີນການ ດັ່ງທີ່ທ່ານກ່າວວ່າ:

ຍັງບໍ່ຮູ້ໆ ມີໜ່ວຍງານທີ່ກ່ຽວຂ້ອງ ເພິ່ນແກ້ໄຂຕ່າງຫາກຫັ້ນນ່າ ແຕ່ເຮົາບໍ່ໄດ້ແກ້ໄຂ ເຮົາບໍ່ຮູ້ເດ໋ ກ່ຽວຂ້ອງກັບແນວໃດ ກັບຣົດຫັ້ນ. ຄັນຖ້າບໍ່ມີສ່ວນກ່ຽວຂ້ອງ ກໍບໍ່ໄດ້ອັນນັ້ນແຫຼະ ຖ້າວ່າມີສ່ວນກ່ຽວຂ້ອງ ຕ້ອງເຮັດເອກກະສານ.”

ອີງຕາມຄໍາສັ່ງເລກທີ 15/ນຍ ປີ 2016 ກ່ຽວກັບການເຂັ້ມງວດ ໃນການຄວບຄຸມ ແລະກວດກາການຂຸດຄົ້ນໄມ້, ການເຄື່ອນຍ້າຍໄມ້ ແລະການເຮັດທຸຣະກິດ ກ່ຽວກັບໄມ້ ສມັຍທ່ານ ທອງລຸນ ສີສຸລິດ ເປັນນາຍົກຣັຖມົນຕຣີ ນັ້ນໄດ້ໃຫ້ເຈົ້າໜ້າທີ່ ກອງກວດກາປ່າໄມ້ ທີ່ປະຈໍາຢູ່ທຸກແຂວງ ເອົາໃຈໃສ່ກວດກາ ແລະສະກັດກັ້ນຂະບວນຄ້າໄມ້ ຜິດກົດໝາຍຂອງກຸ່ມ ນາຍທຶນຢ່າງເດັດຂາດ ເພື່ອປ້ອງກັນ ບໍ່ໃຫ້ປ່າໄມ້ໃນລາວຫຼຸດລົງຕື່ມ.

ທີ່ຜ່ານມາ ມີການຂົນໄມ້ແບບບໍ່ຖືກກົດໝາຍ ຈາກລາວໄປວຽດນາມຢ່າງຫຼວງຫຼາຍ. ໃນ ນັ້ນ ຈໍານວນນຶ່ງຖືກກວດພົບ ແລະຍຶດໄດ້ ເປັນຕົ້ນໃນມື້ວັນທີ 24 ມົກກະຣາ 2020 ເຈົ້າໜ້າທີ່ດ່ານສາກົນ ພູເກືອ ແຂວງອັດຕະປື ກັກຣົດຂົນໄມ້ ຕັບທີ່ຍັງບໍ່ທັນໄດ້ແປຮູບ ຮວມທັງໄມ້ແຕ້ ແລະໄມ້ແດງ ຈໍານວນ 7 ຄັນ ແລະຍຶດໄມ້ທັງໝົດ ທີ່ກໍາລັງຈະຂົນໄປປະເທດວຽດນາມ ນັ້ນໄວ້ ແລະກ່ອນໜ້ານັ້ນ ຄືໃນມື້ວັນທີ 23 ມິນາ 2019 ເຈົ້າໜ້າທີ່ຜແນກກະສິກັມ ແລະປ່າໄມ້ ແລະຕໍາຣວດແຂວງສວັນນະເຂດ ກໍກັກຣົດບັນທຸກຂອງບໍຣິສັດ ຮັບຂົນສົ່ງວັດສະດຸກໍ່ສ້າງ KIMTHANHA ຫຼື KTA ທີ່ຖືກດັດແປງ ເປັນຣົດຄອນແທນເນີ ລັກຂົນໄມ້ 100 ປາຍຕັບອອກໄປວຽດນາມ.  

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.