ຊາວກະສິກອນ ຂາຍຜົລຜລິດບໍ່ໄດ້ເທົ່າທີ່ຄວນ
2021.10.20
ຕັ້ງແຕ່ເກີດການຣະບາດຂອງໂຄວິດ-19 ເປັນຕົ້ນມາ ຊາວກະສິກອນຈຳນວນນຶ່ງ ທີ່ປູກໝາກໄມ້, ປູກຜັກ, ລ້ຽງໝູ ແລະ ອື່ນໆ ບໍ່ສາມາດຂາຍຜົລຜລິດຂອງຕົນເອງໄດ້ໝົດ ແຕ່ເຂົາເຈົ້າຈຳເປັນຕ້ອງເຮັດຕໍ່ ຍ້ອນວ່າ ບໍ່ມີອາຊີບອື່ນມາທົດແທນ. ຊາວກະສິກອນນະຄອນຫຼວງວຽງຈັນ ທ່ານນຶ່ງ ໄດ້ກ່າວຕໍ່ ວິທຍຸເອເຊັຽເສຣີ ໃນວັນທີ 19 ຕຸລາ ນີ້ວ່າ:
“ນ້ອງຂ້ອຍເຮັດ ປູກຜັກປອດສານພິດຫັ້ນນ່າ ເປັນຫອມ ເປັນຫຍັງ ໄປສົ່ງຜັກ ໂອ້ຍ ກໍບໍ່ມີຄົນເຂົ້າຕລາດ ກໍເຫຼືອມາຫຼາຍ ແລະ ເນົ່າຖິ້ມຫຼາຍແຫຼະ ຖິ້ມໃຫ້ເປັດ ໃຫ້ໄກ່ກິນຫັ້ນແຫຼະ ຂາດທຶນແຫຼະເນາະ ບໍ່ມີອັດເນັດເດີ ເອີໄດ້ທໍ່ໃດກໍເອົາ ບໍ່ຄືແຕ່ກີ້ ເປັນໝົດດທຸກຄົນແຫຼະ ຕ້ອງໄດ້ເຮັດໄປ ບໍ່ເຫັນວ່າ ພາກຣັຖ ຊິຍື່ນຫຍັງມາຊ່ວຍ ຫຍຸ້ງຍາກຫັ້ນແຫຼະ ດິ້ນຮົນເອົານ່າ ຜູ້ໃດຫັ້ນນ່າ.”
ທ່ານ ກ່າວຕື່ມວ່າ ສຳລັບໝາກໄມ້ ເປັນຕົ້ນໝາກມັງກອນ ຂາຍບໍ່ໄດ້ ຄືແຕ່ກ່ອນເຊັ່ນກັນ ເຖິງວ່າ ຈະອາສັຍການໂພສຂາຍ ທາງອອນລາຍນ໌ ກໍບໍ່ໄດ້ຂາຍດີ ແນ່ນອນວ່າ ຄົນທີ່ປູກເປັນສວນຫຼາຍເຮັກຕ້າຣ໌ ກໍຕ້ອງເນົ່າເສັຽ ແລະໄດ້ຖິ້ມເຊັ່ນກັນ.
ນອກຈາກນີ້ ລາວເອງກໍເຮັດຟາມລ້ຽງໝູອີກ ແລະກໍພົບພັນຫາ ຖືກພໍ່ຄ້າຄົນກາງກົດລາຄາ ມາຮັບຊື້ພຽງແຕ່ 20,000 ຫາ 22,000 ກີບ ຕໍ່ກິໂລກຣາມ (Kilogram) ຈາກທີ່ເຄີຍຂາຍໄດ້ກິໂລກຣາມ ລະ 28,000 ກີບ ແຕ່ລາວເອງ ຕ້ອງໄດ້ຂາຍອອກ. ຊາວກະສິກອນ ທ່ານນີ້ ກ່າວຕື່ມອີກວ່າ:
“ຂ້ອຍກຊໍລ້ຽງຟາມນ້ອຍນ່າ ເອົາເຂົ້າເທື່ອລະ 20-30 ນີ້ນ່າ ກໍບໍ່ໄດ້ລ້ຽງໃຫຍ່ ຂາຍບໍ່ໄດ້ນ່າ ຂາຍາກຂຶ້ນອີກ ຫົວອາຫານແພງຫຼາຍ ມັນຂຶ້ນຕລອດ ຂາຍເປັນໂຕຫັ້ນແຫຼະ ຊອກຫາພໍ່ຄ້າຍາກ ເຂົາມີແຕ່ໂກງລາຄາ ເຮົາລູກດຽວນ່າ ໄດ້ຂາຍແຕ່ຖືກໆ ໂລະ 22,000 ບາງຄົນ 20,000. ໂອ້ຍ ມັນຫຼຸດ ກໍຂາຍເພາະວ່າ ເຮົາລ້ຽງໄປ ແຮງເສັຽເງິນໄປເດ້ຊັ້ນນ່າ ຈຳເປັນຕ້ອງໄດ້ຂາຍເຮົາກໍແຫ່ງຫຼຸບທຶນຕໍ່.”
ຊາວກະສິກອນທີ່ລ້ຽງໝູ ຢູ່ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ກໍປະສົບບັນຫາໃນການຂາຍໝູບໍ່ໄດ້ຄືແຕ່ເກົ່າ ແລະ ບາງມື້ກໍຂາຍໄດ້ພຽງແຕ່ 1-2 ໂຕ ຈາກແຕ່ກ່ອນໄດ້ຫຼາຍກວ່ານີ້ ແລະຍັງມີບັນຫາຄ່າໃຊ້ຈ່າຍເຣື່ອງຫົວອາຫານ ແລະ ຄົນງານນຳອີກດ້ວຍ. ຊາວກະສິກອນ ຢູ່ເມືອງຕົ້ນເຜິ້ງ ໄດ້ກ່າວຕໍ່ວິທຍຸເອເຊັຽເສຣີ ວ່າ:
“ຫຍຸ້ງຍາກກໍຄື ສ່ວນຫຼາຍ ມັນຈະເປັນບ້ານແດງ ບ້ານຫຍັງເນາະ ບໍ່ໃຫ້ອອກປິດດ່ານ ແຕ່ລະດ່ານ ກໍສົ່ງຊີ້ນບໍ່ໄດ້ ເຮົາກໍບໍ່ໄດ້ຂາຍ ບາງເທື່ອຂາຍກໍມື້ນຶ່ງກໍໂຕນຶ່ງ, ສອງໂຕ ຈັ່ງຊີ້ແຫຼະ ຫົວອາຫານມັນກໍແພງເນາະ ກໍມີຄົນງານອີກ.”
ນອກຈາກນີ້ ຊາວກະສິກອນ ຢູ່ ເມືອງເຊໂປນ ແຂວງ ສວັນນະເຂດ ຈຳນວນນຶ່ງ ກໍປູກກ້ວຍນ້ຳ ສົ່ງອອກຂາຍໄປວຽດນາມ ແຕ່ກ່ອນທີ່ເຈົ້າໜ້າທີ່ຍັງບໍ່ປິດດ່ານລາວບາວ ສາມາດນຳໄປຂາຍຢູ່ຕລາດໄດ້ ຊຶ່ງເປັນຕລາດ ຕິດກັບວຽດນາມ ແຕ່ປັດຈຸບັນຂາຍບໍ່ໄດ້ແລ້ວ ສະນັ້ນ ຊາວບ້ານກໍຂາຍຕາມຕລາດ ເຂດບ້ານຕົນເອງ ແລະກໍຂາຍບໍ່ໄດ້ໝົດ ເຮັດໃຫ້ສິນຄ້າເນົ່າເສັຽ ຕ້ອງເອົາໄປຖິ້ມໃຫ້ເປັດ ແລະໝູ ກິນ. ຊາວກະສິກອນ ເມືອງເຊໂປນ ແຂວງ ສວັນນະເຂດ ໄດ້ກ່າວວ່າ:
“ໂອ້ຍ ພົບບັນຫາຫຍຸ້ງຍາກແລ້ວ ໄປຫາຊື້ ຫາຂາຍບໍ່ໄດ້ ໂອ້ຍ ເປັນສວນ ເປັນເຮັກຕ້າຣ໌ພຸ້ນແລ້ວ ໝາກກ້ວຍ ຂາຍບໍ່ໄດ້ແລ້ວ ຂອງວຽດບໍ່ໃຫ້ເຂົ້າເດ້ ເຂົາຍັງບໍ່ທັນເປີດດ່ານ ເຂດນີ້ ເຂົາເຄີຍເຂົ້າໄປຂາຍຢູ່ລາວບາວ. ມັນເນົ່າ ເຂົາກໍໃຫ້ເປັດ ໃຫ້ໝູກິນຫັ້ນແລ້ວ.”
ປັດຈຸບັນ ຕລາດໃນນະຄອນຫຼວງວຽງຈັນ ຫຼາຍແຫ່ງກໍຍັງເປີດໃຫ້ຂາຍຜົລຜລິດຢູ່ ຊາວກະສິກອນ ນຳພືດຜັກ, ຜົລຜລິດຕ່າງໆ ໄປຂາຍ ແລະ ໃຫ້ປະຕິບັດ ມາຕການປ້ອງກັນໂຄວິດ-19. ເຈົ້າໜ້າທີ່ຜແນກກະສິກຳ ແລະ ປ່າໄມ່ ນະຄອນຫຼວງວຽງຈັນ ໄດ້ກ່າວວ່າ:
“ຣະບາດ ຜົລຜລິດຕລອດທຸກວັນເສົາ ວັນພຸດ ວັນຕ່າງໆ ເຂົາກໍມາຂາຍ ຊາວສວນມັນ ຊາວສວນຂນາດນ້ອຍ ພໍ່ແມ່ ປະຊາຊົນເຂົາກໍບໍຣິໂພກ ມັນກໍໄດ້ຂາຍຢູ່ຫັ້ນເດ້ ໃຜວ່າບໍ່ໄດ້ຂາຍ ເຂົາກໍຈົ່ມໄປຊັ້ນແຫຼະ ມັນກໍທັມດາ ມັນຊິຂາຍຄື ອັນນະເຮົາມີງານດອງ, ງານບຸນ ມັນກໍບໍ່ໄດ້ເຕັມຮ້ອຍແຫຼະ ໂດຍມັນກໍເປັນໝົດໂລກ.”
ສ່ວນເຈົ້າໜ້າທີ່ກະສິກັມ ແລະ ປ່າໄມ້ ແຂວງ ສວັນນະເຂດ ທ່ານນຶ່ງໄດ້ກ່າວວ່າ ທີ່ຜ່ານມາ ກໍຍັງບໍ່ພົບເຫັນບັນຫາ ທີ່ວ່າຊາວກະສິກອນ ຂາຍຜົລຜລິດບໍ່ໄດ້:
“ຄືບໍ່ໄດ້ຍິນຂ່າວນ່າສິນຄ້າອອກໄດ້ຢູ່ເດ້ ກໍປົກຕິ ກໍບໍ່ໄດ້ມີບັນຫາເດ້ ສິນຄ້າສົ່ງອອກໄດ້ເດ້ ຖ້າວ່າມີຕລາດ.”
ໃນວັນທີ 19 ຕຸລາ ທີ່ຜ່ານມາ, ຄນະເພາະກິຈຄວບຄຸມໂຄວິດ-19 ໄດ້ກວດພົບຜູ້ຕິດເຊື້ອໂຄວິດ-19 ທັງໝົດ 657 ຄົນ ຈາກຜົນກວາດ 5,911 ຄົນ.
ມາຮອດປັດຈຸບັນ ມີຜູ້ເສັຽຊີວິດສະສົມ 45 ຄົນ, ຕິດເຊື້ອສະສົມ 32,971 ຄົນ, ກຳລັງປິ່ນປົວ 7,167 ຄົນ, ປິ່ນປົວເຊົາ 25,759 ຄົນ.