ຣົຖຂົນສົ່ງ ສິນຄ້າລາວຕົກຄ້າງ, ຈີນຈຳກັດຈຳນວນ

2021.12.07
ຣົຖຂົນສົ່ງ ສິນຄ້າລາວຕົກຄ້າງ ຢູ່ດ່ານບໍ່ເຕັນ

ຣົຖຂົນສົ່ງ ສິນຄ້າລາວຕົກຄ້າງ ຢູ່ດ່ານບໍ່ເຕັນ

ຣົຖຂົນສົ່ງ ສິນຄ້າລາວຕົກຄ້າງ ຢູ່ດ່ານບໍ່ເຕັນ

ຣົຖຂົນສົ່ງ ສິນຄ້າລາວຕົກຄ້າງ ຢູ່ດ່ານບໍ່ເຕັນ

ຣົຖຂົນສົ່ງ ສິນຄ້າລາວຕົກຄ້າງ ຢູ່ດ່ານບໍ່ເຕັນ

ຣົຖຂົນສົ່ງ ສິນຄ້າລາວຕົກຄ້າງ ຢູ່ດ່ານບໍ່ເຕັນ

ຣົຖຂົນສົ່ງ ສິນຄ້າລາວຕົກຄ້າງ ຢູ່ດ່ານບໍ່ເຕັນ

ຣົຖຂົນສົ່ງສິນຄ້າ ຈາກລາວ ໄປຈີນ ຈອດອັ່ງກັນຫຼາຍ ທີ່ດ່ານພາສີບໍ່ເຕັນ ແຂວງຫຼວງນໍ້າທາ ຊຶ່ງມີຣົຖບໍ່ຕໍ່າກວ່າ 2,000-3,000 ຄັນ ລໍຖ້າຈະເຂົ້າໄປຈີນ ຍ້ອນວ່າເຈົ້າໜ້າທີ່ຈີນ ຍັງຈໍາກັດການເຂົ້າ-ອອກ ໃຫ້ບໍ່ເກີນ 100-200 ຄັນຕໍ່ມື້ ຮວມທັງມີການກວດກາເຂັ້ມງວດຂຶ້ນ ກ່ຽວກັບເຊື້ອ ໂຄວິດ-19 ນໍາດ້ວຍ ສະນັັ້ນທາງການລາວ ຈຶ່ງຕ້ອງໄດ້ຈໍາກັດ ເຣື່ອງການປ່ອຍຣົຖໄປຈີນ ແລະກໍເຮັດຕາມຣະບຽບເຊັ່ນກັນ, ດັ່ງເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ຂອງແຂວງຫຼວງນໍ້າທາ ທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນ​ວັນ​ທີ່ 7 ທັນວາ ນີ້ວ່າ:

“ຣົຖຫຼາຍເດີ້ ເປັນຮອດ 2-3 ພັນຄັນຣົຖ ກະບໍ່ມີບ່ອນຈອດແລ້ວນະດຽວນີ້ ມັນຕ້ອງໄປຕາມຣະບຽບ ໄປຕາມຄິວ ແບບວ່າເຂົາຈັດໃຫ້ເນາະ ເຣື່ອງການປ່ອຍຣົຖ ຕ້ອງເຂົ້າໃຈວ່າ ຈີນເຂົາຮັບແຕ່ມື້ນຶ່ງ 100 ປາຍຄັນ 200 ຖ້າສົມມຸດວ່າ ເປີດດ່ານປົກກະຕິນິ່ ຖືວ່າບໍ່ອັ່ງຣົຖນ່າ ເຂົາຮັບຈໍານວນຈໍາກັດ ເພາະມີພຍາດ ແລ້ວເຂົາຢ້ານພຍາດ ເຂົ້າປະເທດເຂົາເດ້ ເຂົາກວດຣະອຽດ ເຂົາເຊັກໝົດເດ້ຈີນ.”

ກ່ຽວກັບເຣື່ອງນີ້ ຄົນຂັບຣົຖຂົນສົ່ງສິນຄ້າຜູ້ນຶ່ງ ທີ່ລໍໍຖ້າຢູ່ດ່ານບໍ່ເຕັນ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ ຢາກໃຫ້ທາງການແຂວງຫຼວງນໍ້າທາ ແກ້ໄຂບັນຫາດັ່ງກ່າວນີ້ ຫຼືເປີດດ່ານບໍ່ເຕັນ-ບໍ່ຫານ ເພື່ອໃຫ້ການຂົນສົ່ງສິນຄ້າ ໄດ້ສະດວກ ແລະບໍ່ຊັກຊ້າ:

“ກະມີເດ້ ກະຫຼາຍຄົນ ຢາກໃຫ້ແກ້ໄຂຫັ້ນ ໃຫ້ເປີດດ່ານເປັນປົກກະຕິຫັ້ນລະເນາະ ກະເຂົ້າ-ອອກໄດ້ສະບາຍຫັ້ນ ເພາະວ່າຣົຖມັນຫຼາຍເນາະ ອັນທາງຈີນເຂົ້າມາກະມີ ແລ້ວກະທາງລາວເຂົ້າໄປພຸ້ນກະມີ ກະປ່ອຍໜ້ອຍ ມັນຕ້ອງໄດ້ຖ້າເຂົ້າໄປນ່າ ຖ້າຄິວ ມັນມີບັດຄິວເນາະຢູ່ຫັ້ນ ກັບບໍ່ໄດ້ແຫຼະ ກະຕ້ອງຖ້າເອົາຣົຖຢູ່ຫັ້ນກ່ອນ.”

ສາເຫດອີກຢ່າງນຶ່ງ ທີ່ເຮັດໃຫ້ຣົຖຂົນສົ່ງສິນຄ້າອັ່ງກັນຫຼາຍ ຢູ່ບໍຣິເວນດ່ານພາສີ ບໍ່ເຕັນ ນັ້ນຍ້ອນວ່າທາງການຈີນ ຍັງໃຊ້ມາຕການປ້ອງກັນ ແລະຄວບຄຸມເຊື້ອ ໂຄວິດ-19 ຢູ່ ໂດຍຕ້ອງໃຫ້ມີການປ່ຽນໂຊເຟີ້ຂັບຣົຖ ຢູ່ລະຫວ່າງດ່ານ ຊຶ່ງໂຊເຟີ້ຂັບຣົຖ ທີ່ຈະມາປ່ຽນກັນກໍມີໜ້ອຍເກີນໄປ ບາງຄັນຕ້ອງລໍຖ້າເປັນເດືອນກໍມີ ກວ່າເຄື່ອງຈະໄປຮອດຈຸດໝາຍ ກໍຊັກຊ້າ ເຮັດໃຫ້ເຄື່ອງນັ້ນເນົ່າ ແລະເສັຍຫາຍ, ດັ່ງຄົນຂັບຣົຖຂົນສົ່ງສິນຄ້າ ທີ່ລໍຖ້າຢູ່ດ່ານບໍ່ເຕັນ ອີກທ່ານນຶ່ງກ່າວວ່າ:

“ປ່ອຍຣົຖເຂົ້າກໍຍ້ອນວ່າ ຕ້ອງລໍຖ້າໂຊເຟີ້ເນາະ ໜ້ອຍຄົນ ສົມມຸດຜູ້ນີ້ ຂັບຣົຖອອກໄປແລ້ວ ມີແຕ່ລໍຖ້າຄັນຕໍ່ໄປ ບາງຄັນຕ້ອງໄດ້ລໍຖ້າໂຊເຟີ້ດົນ ບາງຄັ້ງຢູ່ຫັ້ນເປັນເດືອນ ກວ່າຈະໄດ້ເຄື່ອງຂອງຂະເຈົ້າ ເຂົາເຈົ້າກໍຢາກໃຫ້ໄປຮອດໄວໆ ເຄື່ອງມັນຈຶ່ງບໍ່ເນົ່າ ຫຼືວ່າບໍ່ເສັຍຫັ້ນນ່າ ຢາກໃຫ້ແກ້ໄຂລະແມ່ນ ປ່ອຍໃຫ້ຄົນ ຣົຖສ່ວນຕົວຫັ້ນ ຂັບໄດ້ປົກກະຕິ.”

ທ່ານກ່າວຕື່ມວ່າ ບາງເທື່ອຣົຖຂົນສົ່ງສິນຄ້າ ທີ່ມາຈາກທົ່ວປະເທດກໍມີຈໍານວນຫຼາຍ ເພື່ອຈະຂົນສົ່ງສິນຄ້າໄປຈີນ ແລະທາງຈີນກໍນໍາເຂົ້າສິນຄ້າມາລາວ ກໍເຮັດໃຫ້ການສັນຈັນຈອນ ຢູ່ຕາມຖນົນຫົນທາງ ກ່ອນຈະໄປຮອດດ່ານພາສີບໍ່ເຕັນ ໄລຍະທາງປະມານ 1-2 ກິໂລແມັດ ເຮັດໃຫ້ມີຣົຖຕິດນໍາດ້ວຍ.

ໃນຂະນະດຽວກັນ ທາງການແຂວງຫຼວງນໍ້າທາ ມີການປະຊຸມກັນ ກ່ຽວກັບບັນຫາດັ່ງກ່າວນີ້ຢູ່ ເພື່ອຫາທາງແກ້ໄຂ ແຕ່ທາງການຈີນ ມີການຈໍາກັດ ການເຂົ້າ-ອອກ ຂອງຣົຖຂົນສົ່ງສິນຄ້າ ມື້ນຶ່ງ ຮັບພຽງແຕ່ 200 ຖ້ຽວເທົ່ານັ້ນ ເພື່ອປ້ອງກັນບໍ່ໃຫ້ເຊື້ອ ໂຄວິດ-19 ໄປແຜ່ຣະບາດຢູ່ຈີນ, ດັ່ງເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ໃນແຂວງຫຼວງນໍ້າທາ ອີກທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:

“ໂຕນີ້ກໍມີການປະຊຸມກັນຢູ່ ເພາະວ່າຈີນ ມັນກໍອີງໃສ່ວ່າ ການກວດສອບການຮອງຮັບ ຂອງເຈົ້າໜ້າທີ່ຮັບຜິດຊອບ ໄດ້ປະມານສໍ່ານັ້ນ ຈີນຮັບມື້ນຶ່ງ 200 ຖ້ຽວ ສົມມຸດວ່າ ເມື່ອເກີນ ມັນອັ່ງຢູ່ຫັ້ນໄດ້ຈັດຄິວ ມື້ນຶ່ງມັນສາມາດສົ່ງອອກໄດ້ແຕ່ 200 ຖ້ຽວຈັ່ງຊີ້ນະເນາະ.”

ສໍາລັບການຕິດເຊື້ອ ໂຄວິດ-19 ຢູ່ປະເທດລາວ ໃນມື້ວັນທີ່ 7 ທັນວາ 2021 ນີ້ ທາງການລາວ ກວດພົບຜູ້ຕິດໂຄວິດ-19 ໃໝ່ເພີ່ມອີກ 1,378 ຄົນ ໃນນີ້ ສ່ວນໃຫຍ່ແມ່ນຕິດເຊື້ອໃນຊຸມຊົນ ມາຮອດປັດຈຸບັນ ສປປ.ລາວ ມີຜູ້ຕິດເຊື້ອໂຄວິດ-19 ສະສົມທັງໝົດ 82,082 ຄົນ ແລະເສັຽຊີວິດສະສົມ 214 ຄົນ.

ສ່ວນການສັກວັກຊິນ ປ້ອງກັນເຊື້ອໂຄວິດ-19 ມາຮອດວັນທີ່ 6 ທັນວາ 2021 ຜູ້ມີໄດ້ຮັບການສັກວັກຊິນເຂັມທີ່ 1 ຈໍານວນ 4,059,940 ຄົນ ກວມເອົາ 55% ແລະເຂັມທີ່ 2 ຈໍານວນ 3,232,862 ຄົນ ກວມເອົາ 44%.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.