ແຕ່ເດືອນມົກກະຣາ ຫາເດືອນກັນຍາ 2021 ນີ້, ກ້ວຍທີ່ຈີນປູກຢູ່ປະເທດລາວ ເປັນສິນຄ້າທີ່ສ້າງລາຍໄດ້ໃຫ້ພວກນັກລົງຈີນ ຢ່າງຫຼວງຫຼາຍ, ສາມາດສົ່ງອອກໄປຂາຍໃຫ້ຈີນ ແລະໄທຍເປັນມູນຄ່າເກືອບ 200 ລ້ານໂດລາຣ໌ສະຫະຣັຖ ຄືໄດ້ຫຼາຍກວ່າ ການສົ່ງສິນຄ້າ ກະສິກໍາອື່ນໆ ອອກຂາຍໄປຕ່າງປະເທດ, ໃນນັ້ນທາງການລາວ ກໍໄດ້ຈໍານວນນຶ່ງ ເຖິງແມ່ນວ່າ ບໍຣິສັດປູກກ້ວຍຂອງຈີນ ຢູ່ລາວມີໜ້ອຍລົງ, ອີງຕາມການຣາຍງານຂອງໜັງສືພິມວຽງຈັນທາຍມ໌ ວັນທີ 14 ຕຸລານີ້. ແຕ່ພວກນັກລົງທຶນປູກກ້ວຍຈີນ ຍັງໃຊ້ສານເຄມີຫຼາຍ ຊຶ່ງໃນແຕ່ລະມື້ ຍັງໃຫ້ຄົນງານ ໃຊ້ໃນສວນກ້ວຍຫຼາຍຢູ່ ເຮັດໃຫ້ເກີດຜົລກະທົບຕໍ່ສິ່ງແວດລ້ອມ ແລະສຸຂພາບຂອງຄົນງານ, ບໍ່ເບິ່ງແຍງສຸຂພາບຄົນງານລາວ ໃນສວນກ້ວຍດີ ເຮັດໃຫ້ພວກເຂົາເຈົ້າຫຼາຍຄົນ ພາກັນອອກໜີ ຍ້ອນມັນເປັນອັນຕະລາຍ ດັ່ງຊາວບ້ານ ທີ່ຢູ່ໃກ້ກັບສວນກ້ວຍຈີນ ທີ່ເມືອງບໍຣິຄັນ ແຂວງບໍຣິຄໍາໄຊ ກ່າວຕໍ່ວິທຍຸເອເຊັຽເສຣີໃນມື້ວັນທີ 14 ຕຸລານີ້ວ່າ:
" ເຄມີມັນກໍຫາກມີຢູ່ ເຣື່ອງມີມັນກໍຢູ່ໃສ ມັນກໍຊິມີຄືກັນຫັ້ນແຫຼະ ຜູ້ຢ້ານກໍມີ ຜູ້ບໍ່ຢ້ານກໍມີ. ຜູ້ຢ້ານແທ້ກໍ...ຫັ້ນນ່າ ກໍບໍ່ມີຄົນມາເລີຍຫັ້ນນ່າ ຜູ້ໃດກໍບໍ່ຢາກຢູ່ແລ້ວ ຈັກແມ່ນ...ເຂົ້າອົກ ເຂົ້າໃຈນໍາເຂົາເເຈົ້າ ຄົນໜ້ອຍດຽວນຶ່ງ ດຽວນີ້ນ່າ. "
ຄົນງານລາວ ໃນສວນກ້ວຍຈີນຜູ້ນຶ່ງ ຢູ່ເມືອງບໍຣິຄັນເວົ້າວ່າ ຢູ່ສວນກ້ວຍຈີນ ນອກຈາກຈະມີການໃຊ້ສານເຄມີຫຼາຍແລ້ວ ກໍຍັງມີບັນຫາຫານາຍຈ້າງຈີນ ຈ່າຍເງິນຄ່າແຮງງານໃຫ້ຄົນງານບໍ່ກົງເວລາທີ່ກໍານົດ ຫຼືບໍ່ໃຫ້ເງິນເລີຍກໍມີ ເຮັດໃຫ້ຄົນງານຫຼາຍຄົນ ພາກັນອອກ ແລ້ວກັບຄືນເມືອບ້ານຢູ່ຕ່າງແຂວງ ຍັງເຫູືອຄົນງານບໍ່ຮອດ 100 ຄົນ, ຈາກທີ່ເຄີຍມີເຖິງ 600 ຄົນເມື່ອປີ 2020:
" ບໍ່ຫຼາຍແລ້ວດຽວນີ້ ເຂົາໜີ ໄດ້ເງິນກໍຍາກໆ ເຂົາບໍ່ເອົາເງິນໃຫ້ ເຣື່ອງເງິນ ເຣື່ອງຄໍາ ເຂົາບໍ່ຢາກໃຫ້ ເຂົາລະເວົ້າໄປໜ້ອຍນຶ່ງ ເຂົາລະຫຸບເຄື່ອງມືເລີຍ ວັນທີ 15 ເດືອນນີ້ ພັດເວົ້າວັນທີ 15 ເດືອນໜ້າ ແບບນີ້ນ່າ. "
ເຣື່ອງການຢູ່ກິນ ຂອງຄົນງານໃນແຄັມປ໌ສວນກ້ວຍຈີນ ກໍມີຄວາມຫຍຸ້ງຍາກຫຼາຍ ເນື່ອງຈາກນາຍຈ້າງບໍ່ອະນຸຍາດ ໃຫ້ອອກຈາກສວນກ້ວຍໄປຊື້ເຄື່ອງຂອງ ແລະອາຫານຢູ່ຂ້າງນອກ, ບັງຄັບໃຫ້ຊື້ແຕ່ຢູ່ຮ້ານຄ້າຂອງສວນກ້ວຍ ທີ່ຂາຍໃນຣາຄາແພງກວ່າຢູ່ຂ້າງນອກ. ຜູ້ໃດອອກໄປນອກສວນກ້ວຍ ກໍຈະຖືກໄລ່ອອກຈາກວຽກທັນທີ.
ຢູ່ເມືືອງບໍຣິຄັນ ເຈົ້າໜ້າທີ່ຫ້ອງການກະສິກໍາ ແລະປ່າໄມ້ເມືອງ ກ່າວຕໍ່ວິທຍຸເອເຊັຽເສຣີໃນມື້ດຽວກັນນີ້ວ່າ ໃນໄລຍະການຣະບາດ ຂອງເຊື້ອໂຄວິດ-19 ນີ້ ກໍໄດ້ແຕ່ງຕັ້ງ ເຈົ້າໜ້າທີ່ໄປກວດກາ ສວນກ້ວຍຈີນຢູ່ ເພື່ອຕິດຕາມ ເຣື່ອງການປູກກ້ວຍ, ການໃຊ້ສານເຄມີ ຮວມທັງຄົນງານລາວນໍາດ້ວຍ. ແຕ່ທ່ານບໍ່ສາມາດໃຫ້ຣາຍລະອຽດ ກ່ຽວກັບຜົລການຕິດຕາມນັ້ນໄດ້ເທື່ອ:
" ກໍເຫັນເພິ່ນໄປຢູ່ ຜູ້ຮັບຜິດຊອບຫັ້ນນ່າ ຄົນຮັບຜິດຊອບສວນກ້ວຍ. "
ເພື່ອຂໍຮູ້ກ່ຽວກັບເຣື່ອງນີ້ຕື່ມ ວິທຍຸເອເຊັຽເສຣີ ພະຍາຍາມຕິດຕໍ່ ໄປຫາເຈົ້າໜ້າທີ່ ຫ້ອງການແຮງງານ ແລະສວັດດິການສັງຄົມ ເມືອງບໍຣິຄັນ ແລະບໍຣິສັດປູກກ້ວຍຂອງຈີນ ຢູ່ເມືອງບໍຣິຄັນ, ແຕ່ບໍ່ສາມາດຕິດຕໍ່ໄດ້.
ຢູ່ແຂວງອັດຕະປື ສວນກ້ວຍຂອງນັກລົງທຶນຈີນ ແລະວຽດນາມອີກຫຼາຍແຫ່ງ ເປັນຕົ້ນຢູ່ເມືອງສນາມໄຊ ປັດຈຸບັນກໍຍັງມີການປູກ ແລະໃຊ້ສານເຄມີຢູ່ຄືເກົ່າ, ແຕ່ເຈົ້າຂອງສວນກ້ວຍ ບໍ່ໃຫ້ເຈົ້າໜ້າທີ່ ເມືອງສນາມໄຊ ເຂົ້າໄປກວດກາ, ໃຫ້ເຂົ້າໄປຕິດຕາມສະເພາະແຕ່ ໄລຍະທີ່ມີການເຄື່ອນຍ້າຍ, ຂົນສົ່ງກ້ວຍເທົ່ານັ້ນ ດັ່ງເຈົ້າໜ້າທີ່ ຫ້ອງການກະສິກໍາ ແລະປ່າໄມ້ ເມືອງສນາມໄຊ ທ່ານນຶ່ງເວົ້າຕໍ່ ວິທຍຸເອເຊັຽເສຣີໃນມື້ວັນທີ 14 ຕຸລານີ້ວ່າ:
" ເຂົາເຈົ້າບໍ່ໃຫ້ເຂົ້າແລ້ວດຽວນີ້ ວິຊາການເຮົາກໍບໍ່ໃຫ້ເຂົ້າ ມີແຕ່ເວລາເຂົາເຈົ້າຊິເຄື່ອນຍ້າຍກ້ວຍຫັ້ນ ເອີ ເຂົາໃຫ້ວິຊາການເຮົາເຂົ້າໄປຢູ່. "
ຢູ່ເມືອງສາມັກຄີໄຊ ແຂວງອັດຕະປື ຄົນງານສວນກ້ວຍຈີນ ແຫ່ງນຶ່ງ ເວົ້າເຖິງການໃຊ້ສານເຄມີ ຢູ່ໃນສວນກ້ວຍວ່າ ຕົນກໍບໍ່ຮູ້ຄັກແນ່ ຍ້ອນບໍ່ແມ່ນໜ້າທີ່ຂອງຕົນ, ແຕ່ສໍາລັບບໍຣິສັດທີ່ຕົນເຮັດວຽກນໍາ ມີສວັດດິການ ໃຫ້ຄົນງານລາວເປັນຢ່າງດີ:
" ກໍດີຢູ່ໄດ໋ ເຣື່ອງສວັດດິການນ່າ ເພາະວ່າມັນຕ້ອງເບິ່ງແຍງ ເຣື່ອງທີ່ພັກ ແລ້ວກໍ ການກິນ ການຢູ່ ຂອງເຂົາທັງໝົດ. ຄັນແມ່ນເຈັບເປັນ ກໍແມ່ນຣົດຂອງບໍຣິສັດຂອງຈີນຫັ້ນ ຕ້ອງໄດ້ເອົາໄປສົ່ງຢູ່ໂຮງໝໍ ຮັບຜິດຊອບຄ່າໃຊ້ຈ່າຍໃຫ້ເຂົາ. "
ໃນປີ 2021 ນີ້ ໄດ້ເກີດເຫດການ ບໍ່ດີຂຶ້ນກັບຄົນງານລາວ ທີ່ເຮັດວຽກໃນສວນກ້ວຍຈີນ ຢູ່ຫຼາຍແຂວງ ເປັນຕົ້ນຄົນງານທີ່ເຮັດວຽກ ຢູ່ສວນກ້ວຍຂອງບໍຣິສັດ ວີແອສ ຈໍາກັດ ຢູ່ເມືອງບໍຣິຄັນ ແຂວງບໍຣິຄໍາໄຊ ເສັຽຊີວິດ 2 ຄົນ ຍ້ອນຜົລກະທົບຈາກ ການໃຊ້ສານເຄມີ. ແລະຄົນງານ ສວນກ້ວຍອີກຈໍານວນນຶ່ງ ຢູ່ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ ກໍຖືກນາຍຈ້າງຈີນປະຖິ້ມ ຫຼັງຈາກເຊົາປູກກ້ວຍ ແລະເດີນທາງກັບປະເທດຈີນ ເຮັດໃຫ້ຄົນງານ ບໍ່ມີບ່ອນອາສັຍ, ບໍ່ມີເງິນຄ່າຣົດກັບບ້ານຢູ່ຕ່າງແຂວງ ພ້ອມທັງເປັນໂຣກຜີວໜັງນໍາດ້ວຍ. ລ້າສຸດນີ້ ກໍມີຄົນງານ 2 ຄົນ ທີ່ເຮັດວຽກໃນສວນກ້ວຍແຫ່ງນຶ່ງ ຢູ່ແຂວງອັດຕະປື ໄດ້ພາກັນໜີກັບບ້ານທີ່ແຂວງຄໍາມ່ວນ ຍ້ອນຖືກນາຍຈ້າງຈີນ ໂກງຄ່າຈ້າງແຮງງານ.
ອີງຕາມການ ຣຽຍງານຂອງວາຣະສານ ກະຊວງຊັພຍາກອນທັມມະຊາດ ແລະສິ່ງແວດລ້ອມ ປະຈໍາເດືອນ ກໍຣະກະດາ 2021, ບໍຣິສັດປູກກ້ວຍຫຼາຍແຫ່ງຍັງນໍາເຂົ້າ, ຈໍາໜ່າຍ ແລະນໍາໃຊ້ຢາປາບສັດຕຣູພືດ ທີ່ຕ້ອງຫ້າມ ຢ່າງຜິດກົດໝາຍ ຮວມທັງສານເຄມີນໍາດ້ວຍ. ໃນນັ້ນ ມີທັງຢູ່ແຂວງບໍ່ແກ້ວ ຊຶ່ງເຮັດໃຫ້ຄົນງານທີ່ເຮັດວຽກຢູ່ສວນກ້ວຍ ແລະປະຊາຊົນ ທີ່ອາສັຍຢູ່ໃກ້ຄຽງ ມີຄວາມສ່ຽງທາງດ້ານສຸຂພາບ ເນື່ອງຈາກ ມີການນໍາໃຊ້ຢາຂ້າຫຍ້າ ແລະສານເຄມີ ປະເພດອື່ນໆ ແບບບໍ່ໄດ້ຜ່ານການຝຶກອົບຮົມ.
ມາເຖິງປັດຈຸບັນ ກໍຍັງບໍ່ມີຂໍ້ມູນຄັກແນ່ເທື່ອວ່າ ເນື້ອທີ່ປຸກກ້ວຍຢູ່ລາວ ຍັງເຫຼືອຢູ່ຈັກເຮັກຕາ ແລະສ່ວນຫຼາຍປູກຢູ່ພາກໃດຂອງປະເທດ. ຮູ້ແຕ່ວ່າ ໃນປີ 2015 ທົ່ວປະເທດ ມີເນື້ອທີ່ປູກກ້ວຍເຖິງ 38,000 ເຮັກຕາ, ອີງຕາມຂໍ້ມູນຂອງກະຊວງກະສິກໍາ ແລະປ່າໄມ້ ປີ 2015.