ເປີດໃຊ້ຣົດໄຟ ລາວ-ຈີນ, ຂົນສົ່ງສິນຄ້າ ປາຍປີນີ້

ຈຳປາທອງ
2021.10.13
ເປີດໃຊ້ຣົດໄຟ ລາວ-ຈີນ, ຂົນສົ່ງສິນຄ້າ ປາຍປີນີ້ ປັດຈຸບັນ ການກໍ່ສ້າງ ທາງຣົດໄຟ ລາວ-ຈີນ ຄືບໜ້າ ເກືອບ 94% ແລ້ວ
ພາບຈາກ: ວີດີໂອ ພົລເມືອງ

ອີງຕາມ ຣາຍງານ ຂ່າວຂອງ ວິທຍຸກະຈາຍສຽງ ແຫ່ງຊາດລາວ ວັນທີ 6 ຕຸລາ 2021, ທ່ານ ພັນຄໍາ ວິພາວັນ ນາຍົກຣັຖມົນຕຣີ ກ່າວໃນໂອກາດ ພົບພໍ້ກັບ ສື່ມວນຊົນລາວ ທົ່ວປະເທດ ໂດຍຜ່ານລະບົບທາງໄກ ຢູ່ຫ້ອງວ່າການ ສໍານັກງານ ນາຍົກຣັຖມົນຕຣີ ໃນມື້ ວັນທີ 6 ຕຸລາ ນີ້ວ່າ ທາງຣົດໄຟ ລາວ-ຈີນ ຈະເປີດນໍາໃຊ້ ຢ່າງເປັນທາງການ ແນ່ນອນ ໃນວັນທີ 2 ທັນວາ ປີນີ້. ທ່ານກ່າວຕື່ມວ່າ ເບື້ອງຕົ້ນຈະເນັ້ນໃສ່ ການຂົນສົ່ງສິນຄ້າ, ຈາກນັ້ນ ຈະເບິ່ງເງື່ອນໄຂ ຕົວຈິງ ເພື່ອຂົນສົ່ງ ນັກທ່ອງທ່ຽວ.

ກ່ຽວກັບເຣື່ອງນີ້ ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ຜູ້ບໍ່ປະສົງອອກຊື່ ແລະຕໍາແໜ່ງ ທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ ວັນທີ 12 ຕຸລາ ນີ້ວ່າ ທາງຣົດໄຟ ລາວ-ຈີນ ຈາກນະຄອນຫຼວງວຽງຈັນ ເຖິງຊາຍແດນ ລາວ-ຈີນ ແຂວງຫຼວງນໍ້າທາ ທີ່ມີຄວາມຍາວ 422 ກິໂລແມັດ, ໃນເບື້ອງຕົ້ນ ຈະເປີດໃຊ້ ພຽງແຕ່ເພື່ອຂົນສົ່ງ ສິນຄ້າ ເທົ່ານັ້ນ ຍ້ອນຍັງຕ້ອງໄດ້ເບິ່ງ ສະພາບຕົວຈິງ ເພາະຍັງມີ ການລະບາດ ຂອງເຊື້ອໂຄວິດ-19 ຫຼາຍຢູ່ ແລະ ທາງການລາວ ກໍຍັງບໍ່ທັນເປີດປະເທດ ເປັນປົກກະຕິ ເທື່ອ ດັ່ງທີ່ ທ່ານກ່າວວ່າ:

ໝາຍຄວາມວ່າ ວັນທີ 2 ເດືອນ 12 ປີ 2021 ເພິ່ນກໍຊິເປີດ ການສັນຈອນໃໝ່ ແນ່ນອນແລ້ວເຣື່ອງສິນຄ້ານີ້ເນາະ, ເຣື່ອງສິນຄ້ານັ້ນ ກໍຕ້ອງບໍຣິການ ໂດຍປົກຕິຫັ້ນແຫລະ ເຖິງວ່າໂຄວິດລະບາດຢູ່ ແຕ່ວ່າສິນຄ້າເພິ່ນບໍ່ຢຸດເດ໋ ການບໍຣິການຈັດການຂອງເພິ່ນຫັ້ນ ກະສິໄປຕາມແຜນຂອງຣົດໄຟເພິ່ນຫັ້ນແຫລະ.”

ທ່ານເວົ້າວ່າ ສໍາລັບການຂົນສົ່ງໂດຍສານ ແມ່ນຍັງຈະບໍ່ທັນເກີດຂຶ້ນເທື່ອ ຍ້ອນຫຼາຍປັດຈັຍ ເປັນຕົ້ນຢູ່ຫຼາຍແຂວງ ຂອງລາວ ຍັງມີການຣະບາດ ຂອງເຊື້ອ ໂຄວິດ-19 ຢູ່ ດັ່ງນັ້ນ ຈຶ່ງເປັນໄປບໍ່ໄດ້ ທີ່ຈະເປີດໃຫ້ປະຊາຊົນ ຂີ່ຣົດໄຟນີ້ ໄປຕ່າງເມືອງ ຕ່າງແຂວງ ຫຼື ໄປຈີນໄດ້ ແລະອີກຢ່າງນຶ່ງ ທາງການລາວ ກໍຍັງບໍ່ທັນເປີດຮັບ ນັກທ່ອງທ່ຽວ ຕ່າງປະເທດເທື່ອ. ຖ້າຈະເປີດ ໃນສະພາບ ທີ່ຍັງບໍ່ເປັນ ປົກຕິນີ້ ກໍຢ້ານບໍ່ຄຸ້ມຄ່າ ກັບຕົ້ນທຶນ ໃນແຕ່ລະຖ້ຽວ.

ເວົ້າເຖິງ ການເປີດ ໃຫ້ບໍຣິການ ຂົນສົ່ງ ຜູ້ໂດຍສານ ເຈົ້າໜ້າທີ່ ຢູ່ເມືອງວັງວຽງ ແຂວງວຽງຈັນ ທ່ານນຶ່ງເວົ້າໃນ ມື້ດຽວກັນນີ້ວ່າ ຍັງຕ້ອງ ລໍຖ້າ ທິດຊື້ນໍາ ຂອງຣັຖບານ ເພິ່ນວ່າ ຈະໃຫ້ເຣິ່ມເມື່ອໃດ ເນື່ອງຈາກໄລຍະນີ້ ຍັງມີການ ແຜ່ ລະບາດ ຂອງເຊື້ອ ໂຄວິດ-19 ຢູ່ ຢ້ານມັນ ຫຍຸ້ງຍາກ:

ທາງຣົດໄຟ ລາວ-ຈີນ ນີ້ ເພິ່ນກໍ ພະຍາຍາມ ເລັ່ງ ເພິ່ນກໍ ຢາກໃຫ້ໄດ້ເປີດ ແຕ່ວ່າ ຊິສາມາດ ບໍຣິການໄດ້ບໍ່ ອັນນີ້ນີ໋ ພວກເຮົາ ກໍຍັງລໍຖ້າ ຄວາມຊັດເຈນ ຂອງຣັຖບານຢູ່ເນາະ ມັນເກີດມີ ການຣະບາດຂອງພະຍາດນີ້ ແຫລະ ຄັນເປີດໄປແລ້ວ ເກີດການຣະບາດ ພັດສັ່ງປິດ ມັນກໍພົບ ຄວາມຫຍຸ້ງຍາກ."

ແລະຜູ້ປະກອບການ ບ້ານພັກ ຢູ່ເມືອງວັງວຽງ ທ່ານນຶ່ງ ກໍກ່າວ ຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 12 ຕຸລານີ້ວ່າ ເຣື່ອງການ ເປີດໃຊ້ທາງ ຣົດໄຟ ລາວ-ຈີນ ໃນວັນທີ 2 ທັນວາ 2021 ນີ້ ທາງການລາວ ໃຫ້ໃຊ້ພຽງ ແຕ່ຂົນສົ່ງສິນຄ້າ ໄປກ່ອນ ແລະ ຈະໃຫ້ ບໍຣິການ ຄົນໂດຍສານ ຕາມຫຼັງ, ທາງການລາວ ຍັງບໍ່ມີຄວາມພ້ອມ ຍ້ອນການ ຣະບາດ ຂອງໂຄວິດ-19 ຍັງບໍ່ທັນ ເບົາບາງລົງ:

ຍັງບໍ່ທັນ ກຽມພ້ອມ ເທື່ອ ເພາະວ່າຊ່ວງນີ້ ກໍເມືອງວັງວຽງ ພວກເຮົາກໍຣະບາດ. ຊ່ວງນີ້ ທາງເມືອງເພິ່ນກໍ ປິດ ການສັນຈອນໄປມາ. ຄັນແມ່ນວ່າບໍ່ ໂຄວິດ ຢາກໃຫ້ ມີຫັ້ນແຫຼະ ເພາະວ່າບ້ານພັກ, ໂຮງແຮມ ພວກເຮົາ ຮ້ານອາຫານ ກໍຕັ້ງໄວ້ຫຼາຍໆ ກໍຖືວ່າຂາດລາຍໄດ້.”

ໃນຂະນະດຽວກັນ ຊາວເມືອງຫຼວງພຣະບາງ ແຂວງຫຼວງພຣະບາງ ທ່ານນຶ່ງ ກໍເວົ້າ ຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນ ນີ້ວ່າ ຕົນກໍເຫັນດີ ທີ່ທາງຣົດໄຟ ລາວ-ຈີນ ຈະເປີດໃຊ້ ສໍາລັບການ ຂົນສົ່ງສິນຄ້າ ກ່ອນ ຍ້ອນ ປະຊາຊົນ ຫຼາຍຄົນ ຍັງບໍ່ກ້າ ເດີນທາງໄປ ຈົນກວ່າວ່າ ທາງການ ຈະມີຄໍາສັ່ງ ເລີກລ໊ອກດາວ ແລະ ຜ່ອນຄາຍ ມາຕການ ຄວບຄຸມ ໂຄວິດ-19 ລົງ:

ໄດ້ເຫັນແຜນ ເພິ່ນວ່າຈະເປີດ ເປັນທາງການ ແຕ່ວ່າ ສ່ວນໃຫຍ່ ຈະເປັນການ ຂົນສົ່ງສິນຄ້າ ຫຼາຍກວ່າ. ແຕ່ວ່າ ເຣື່ອງການ ທ່ອງທ່ຽວ ຄືຊິຕາມຫຼັງ ສະຖານະການ ໜັກໜ່ວງຢູ່ ຍັງເດີນທາງ ບໍ່ທັນໄດ້ເທື່ອ ເຣື່ອງການ ທ່ອງທ່ຽວ ຄືຫຼັງຈາກປົດລ໊ອກ.”

ທີ່ນະຄອນຫຼວງວຽງຈັນ ປະຊາຊົນລາວ ຜູ້ນຶ່ງກໍເວົ້າວ່າ ຕົນຍັງບໍ່ພ້ອມ ທີ່ຈະໂດຍສານທາງ ຣົດໄຟ ລາວ-ຈີນ ໃນຂະນະນີ້ເທື່ອ ແລະ ຄາດວ່າ ທາງພາກສ່ວນ ທີ່ກ່ຽວຂ້ອງ ຈະເປີດໃຫ້ ປະຊາຊົນ ໂດຍສານທາງຣົດໄຟ ນັ້ນໄດ້ໃນປີໜ້າ:

ເອີ ກໍ ປີໜ້າພຸ້ນແຫລະ ຕາມວ່ານີ້ນ່າ ເພິ່ນຊິຂົນສົ່ງຄົນນ່າ ເຣິ່ມແລ້ວກໍຊິແມ່ນຂົນ ເປັນເຄື່ອງ ເປັນຂອງໄປຊັ້ນແຫຼະ ຊ່ວງນີ້ ຊ່ວງໂຄວິດ.”

ອີງຕາມຣາຍງານ ຂອງໜັງສືພິມ ວຽງຈັນທາຍສ໌ ວັນທີ 6 ຕຸລາ 2021, ເມື່ອບໍ່ດົນມານີ້ ທາງການລາວໄດ້ຄົ້ນຄວ້າ ເພື່ອໃຊ້ທາງ ຣົດໄຟ ລາວ-ຈີນ ຂົນສົ່ງສິນຄ້າ ການກະເສດ ຈາກລາວ ໄປຂາຍຈີນ ໃຫ້ໄດ້ຫຼາຍ ຊຶ່ງກໍຄາດວ່າ ຈະເພີ່ມຂຶ້ນຫຼາຍແສນຕັນ ຕໍ່ປີ ແລະ ຈະມີມູນຄ່າ ການສົ່ງອອກ ຫຼາຍເຖິງ 1.5 ຕື້ໂດລາຣ໌ ສຫະຣັຖ ໃນລະຫວ່າງປີ 2021 ຫາ 2026.

ກ່ຽວກັບເຣື່ອງນີ້ ນັກວິຊາການ ດ້ານການກະເສດ ທ່ານນຶ່ງ ກ່າວຕໍ່ ວິທຍຸເອເຊັຽເສຣີ ໃນມື້ວັນທີ 12 ຕຸລານີ້ ໂດຍເຊື່ອວ່າ ພາຍຫຼັງ ມີການຂົນສົ່ງສິນຄ້າ ການກະເສດ ຈາກລາວໄປຈີນແລ້ວ ນັກລົງທຶນຈີນ ກໍຈະຫັນມາລົງທຶນ ດ້ານນີ້ຢູ່ລາວ ຫຼາຍຂຶ້ນ ແລະພ້ອມດຽວກັນນັ້ນ ທ່ານກໍເວົ້າວ່າ ອາຈເຮັດໃຫ້ເກີດບັນຫາ ດ້ານສິ່ງແວດລ້ອມ ຕາມມາຫຼາຍເພີ່ມຂຶ້ນ ເຊັ່ນກັນ ເນຶ່ອງຈາກ ຈະມີການ ໃຊ້ສານເຄມີ ຫຼາຍ:

ໜ້າ ຈະຫຼາຍຂຶ້ນ ໂຕນີ້ ມັນຈະຂຶ້ນກັບ 2 ກຸ່ມນ່າ ແບບກຸ່ມດີ, ກຸ່ມທີ່ວ່າ ໄດ້ຜົລກໍາໄລແນ່ ແລ້ວກໍຈະມີກຸ່ມເສັຽແນ່ ກໍໜ້າຈະເປັນເຣື່ອງ ທີ່ດິນນ່າ ຈະມີການລົງທຶນ ຈະມີມົລພິດ ຫຼາຍກ່ຽວກັບ ການໃຊ້ສານເຄມີ ມາປູກຝັງ ໃນປະເທດເຮົາຫັ້ນນ່າ.”

ໂຄງການ ກໍ່ສ້າງ ທາງຣົດໄຟ ລາວ-ຈີນ ຍາວ 422 ກິໂລແມັດ, ມູລຄ່າ 5.9 ຕື້ໂດລາຣ໌ ສຫະຣັຖ ຄືບໜ້າໄປໄດ້ ປະມານ 94%, ມີກໍານົດ ເປີດໃຊ້ ຢ່າງເປັນທາງການ ໃນມື້ ວັນທີ 2 ທັນ ວາ 2021 ນີ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.