ຫຼາຍຄອບຄົວ ຢູ່ແຂວງອຸດົມໄຊ ຍັງບໍ່ໄດ້ຮັບຄ່າຊົດເຊີຍ

ສຸພັດຕາ
2022.01.13
ຫຼາຍຄອບຄົວ ຢູ່ແຂວງອຸດົມໄຊ ຍັງບໍ່ໄດ້ຮັບຄ່າຊົດເຊີຍ ບ້ານຈັດສັນ ເຂດບ້ານນາຄົກ ເມືອງງາ ທີ່ຖຶກທາງຣົຖໄຟລາວ-ຈີນ, ເດືອນຕຸລາ 2021.
ນັກຂ່າວ ພົລເມືອງ

ທ່ານ ຄໍາສຸກ ສະຣິດທິລາດ ຮັກສາການຫົວໜ້າຜແນກ ໂຍທາທິການ ແລະຂົນສົ່ງ ແຂວງອຸດົມໄຊ ຣາຍງານໃນວັນທີ 3 ທັນວາ 2021 ທີ່ຜ່ານມາວ່າ ການຊົດເຊີຍແກ່ ຜູ້ໄດ້ຮັບຜົລກະທົບ ຈາກໂຄງການກໍ່ສ້າງທາງຣົຖໄຟລາວ-ຈີນ ຢູ່ແຂວງອຸດົມໄຊ ສໍາເຣັດແລ້ວປະມານ 72%, ປັດຈຸບັນ ຍັງມີຊາວບ້ານອີກ 581 ຄອບຄົວ ທີ່ຍັງບໍ່ໄດ້ຮັບຄ່າຊົດເຊີຍ ຊຶ່ງຢູ່ໃນເມືອງໄຊ, ເມືອງງາ ແລະເມືອງນາໝໍ້ ຮວມມູນຄ່າປະມານ 69 ຕື້ກີບ, ສ່ວນການສ້າງບ້ານຈັດສັນ 2 ຈຸດ ຢູ່ບ້ານນາໝໍ້ໃຕ້ ເມືອງນາໝໍ້ ຈໍານວນ 60 ຫຼັງ ແລະບ້ານນາຄົກ ເມືອງງາ ອີກ 23 ຫຼັງນັ້ນກໍໄດ້ສໍາເຣັດ ແລະໃຫ້ຊາວບ້ານເຂົ້າ ໄປຢູ່ອາສັຍແລ້ວ.

ສໍາລັບຢູ່ທີ່ເມືອງນາໝໍ້ ຍັງມີຊາວບ້ານຈໍານວນ 13 ຄອບຄົວ ທີ່ຍັງບໍ່ຍອມເຊັນເອກະສານ ຮັບເອົາຄ່າຊົດເຊີຍ ຈາກໂຄງການກໍ່ສ້າງທາງຣົຖໄຟລາວ-ຈີນ ຍ້ອນພວກຂະເຈົ້າ ຍັງບໍ່ພໍໃຈຕໍ່ອັດຕຣາຄ່າຊົດເຊີຍ ທີ່ທາງພາກສ່ວນກ່ຽວຂ້ອງໄດ້ສເນີໃຫ້ ຈໍານວນ 120,000 ກີບ ຕໍ່ແມັດກາເຣ້ ໃນຂະນະທີ່ ຊາວບ້ານຕ້ອງການຫຼາຍກວ່າ 150,000 ກີບຕໍ່ແມັດກາເຣ້ຂຶ້ນໄປ.

ດັ່ງຊາວບ້ານ ຢູ່ເມືອງນາໝໍ້ ນາງນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 13 ມົກກະຣາ ນີ້ວ່າ:

“ກໍຍັງຫຼາຍຢູ່ໃດ໋ ບໍ່ໄດ້ເງິນນະ ແລ້ວກະເອົາບ້ານຈັດສັນໃຫ້ ແລ້ວໃຫ້ບໍ່ເໝາະບໍ່ສົມເບາະ ເຂົາບໍ່ຢາກເອົາ ຂັດແຍ້ງກັນຢູ່ນີ້ແຫຼະ ກໍສເນີຫຼາຍຄົນດຽວນີ້ຫັ້ນ ຈຸຖືກຜົລກະທົບເອົາເງິນ ຍັງມີ 10 ປາຍຄອບຄົວ ກະບໍ່ເຂົ້າໃຈ ບໍ່ບອກໄປລວມ.”

ຍານາງກ່າວຕື່ມວ່າ ອີກສາເຫດນຶ່ງທີ່ເຮັດໃຫ້ຍັງມີຂໍ້ຂັດແຍ້ງກັນຢູ່ນັ້ນ ຍ້ອນວ່າ ທາງຜູ້ທີ່ໄດ້ຮັບຜົລກະທົບ ໄດ້ສເນີຂໍທັງເງິນຊົດເຊີຍ ພ້ອມທັງຂໍເຂົ້າໄປຢູ່ໃນບ້ານຈັດສັນ ຂອງໂຄງການດັ່ງກ່າວນໍາດ້ວຍ ແຕ່ພາກສ່ວນທີ່ກ່ຽວຂ້ອງບໍ່ຍອມໃຫ້ທັງ 2 ຢ່າງ ແລະກໍານົດໃຫ້ຊາວບ້ານ ເລືອກເອົາພຽງແຕ່ຢ່າງໃດຢ່າງນຶ່ງເທົ່ານັ້ນ ເຮັດໃຫ້ຊາວບ້ານຍັງບໍ່ພໍໃຈ ອີກທັງຍັງເຫັນວ່າ ຊາວບ້ານທີ່ໄດ້ເຂົ້າໄປຢູ່ໃນບ້ານຈັດສັນນັ້ນ ຈໍານວນນຶ່ງ ບໍ່ໄດ້ເປັນຜູ້ຖືກຜົລກະທົບ ຈາກໂຄງການກໍ່ສ້າງທາງຣົຖໄຟລາວ-ຈີນ ໂດຍຕຣົງ ແຕ່ເປັນຊາວບ້ານທີ່ຖືກໂຍກຍ້າຍຈາກການສ້າງປ່າຊ້າໃໝ່.

ໃນຂະນະທີ່ ຊາວບ້ານຢູ່ເມືອງນາໝໍ້ ອີກນາງນຶ່ງ ທີ່ຂໍສງວນຊື່ແລະສຽງ ຊຶ່ງໄດ້ຮັບເງິນຄ່າຊົດເຊີຍ ຈາກໂຄງການດັ່ງກ່າວໄປກ່ອນໜ້ານີ້ ກ່າວວ່າ:

“ຄອບຄົວຂອງລາວເອງ ໄດ້ຮັບຄ່າຊົດເຊີຍໃນອັດຕຣາ 120,000 ກີບ ຕໍ່ຕາຕະລາງແມັດ ຮວມມູນຄ່າເງິນທີ່ໄດ້ຮັບທັງໝົດ 500 ປາຍລ້ານກີບ ແຕ່ລ້ານກີບ ແຕ່ລາວເອງກໍບໍ່ພໍໃຈ ກັບຈໍານວນເງິນທີ່ໄດ້ ຍ້ອນບໍ່ພຽງພໍ ທີ່ຈະເອົາໄປຊື້ທີ່ດິນບ່ອນໃໝ່ ພ້ອມປຸກເຮືອນຫຼັງໃໝ່ຢູ່ນໍາ ໃນຂະນະດຽວກັນ ກໍໄດ້ສເນີຂໍເຂົ້າໄປຢູ່ບ້ານຈັດສັນ ເຂດບ້ານນາໝໍ້ໃຕ້ ແຕ່ຖືກພາກສ່ວນທີ່ກ່ຽວຂ້ອງປະຕິເສດ ໂດຍໃຫ້ເຫດຜົລວ່າ ໄດ້ເງິນຄ່າເງິນຊົດເຊີຍໄປແລ້ວ ບໍ່ສາມາດຂໍໄປຢູ່ບ້ານຈັດສັນໄດ້.”

ກ່ຽວກັບເຣື່ອງນີ້ ເຈົ້າໜ້າທີ່ເມືອງນາໝໍ້ທ່ານນຶ່ງ ທີ່ຂໍສງວນຊື່ ແລະສຽງ ຊີ້ແຈງວ່າ ປັດຈຸບັນ ຄະນະກັມມະການທີ່ກ່ຽວຂ້ອງ ກໍາລັງສຶກສາອົບຮົມແກ່ຊາວບ້ານ 13 ຄອບຄົວດັ່ງກ່າວ ເພື່ອຫາທາງອອກໃຫ້ພວກຂະເຈົ້າ ເຊັນເອກະສານຮັບເອົາຄ່າຊົດເຊີຍນັ້ນ ສ່ວນຣາຍລະອຽດເພີ່ມຕື່ມ ຍັງບໍ່ສາມາດເປີດເຜີຍໄດ້ເທື່ອ.

ສ່ວນການຊົດເຊີຍແກ່ຜູ້ໄດ້ຮັບຜົລກະທົບ ຈາກໂຄງການກໍ່ສ້າງທາງຣົຖໄຟລາວ-ຈີນ ຢູ່ເມືອງງາ ກໍມີຄວາມຄືບໜ້າຫຼາຍແລ້ວ ຍັງເຫຼືອຊາວບ້ານພຽງແຕ່ອີກຈໍານວນນຶ່ງ ທີ່ຍັງລໍຖ້າການຊົດເຊີຍຢູ່ ແຕ່ເຈົ້າໜ້າທີ່ ບໍ່ສາມາດໃຫ້ຣາຍລະອຽດ ຫຼາຍໄປກວ່ານັ້ນໄດ້.

ດັ່ງເຈົ້າໜ້າທີ່ເມືອງງາ ທ່ານນຶ່ງກ່າວວ່າ:

“ກະຍັງບໍ່ທັນແລ້ວ ຍັງ 20 ປາຍເປີເຊັນ ຂະເຈົ້າກະວ່າ ຍັງກຽມຄວາມພ້ອມຢູ່ ປີນີ້ນີ່ແຫຼະ.”

ທາງດ້ານຊາວບ້ານ ຢູ່ເມືອງງາ ທ່ານນຶ່ງ ກ່າວວ່າ ການຊົດເຊີຍແກ່ຊາວບ້ານກໍສໍາເຣັດໄປເກືອບໝົດແລ້ວ ຍັງເຫຼືອແຕ່ເຂດບ້ານຈັດສັນ ຢູ່ບ້ານນາຄົກ ເມືອງງາ ທີ່ມີຂ່າວວ່າ ກໍາລັງມີການຈັດແບ່ງ ໃຫ້ຊາວບ້ານທີ່ຖືກຜົລກະທົບໄດ້ຍ້າຍເຂົ້າໄປຢູ່ ແຕ່ກໍຄິດວ່າຊິບໍ່ເປັນບັນຫາແຕ່ຢ່າງໃດ, ດັ່ງທ່ານກ່າວວ່າ:

“ໂອບໍ່ແລ້ວໆ ຜົລກະທົບທາງຣົຖໄຟ ເພິ່ນຊິເຮັດບ້ານຈັດສັນໃຫ້ເໜືອບ້ານນັ້ນເດ້ ຈີນຄົນຫຍັງເຂົາກະໄປໝົດແລ້ວ ມີແຕ່ວ່າພາກສ່ວນໃດພາກສ່ວນນຶ່ງ ທີ່ກ່ຽວຂ້ອງເຂົາເຂົ້າມາວຽກຫຍັງເລັກໆໜ້ອຍໆຊື່ໆຫັ້ນແຫຼະ.”

ສ່ວນຊາວບ້ານ ທີ່ຢູ່ໃກ້ກັບເຂດບ້ານຈັດສັນ ບ້ານນາຄົກ ເມືອງງາ ກ່າວວ່າ ປັດຈຸບັນ ຜູ້ໄດ້ຮັບຜົລກະທົບ ຈາກໂຄງການດັ່ງກ່າວ ໄດ້ເຂົ້າໄປຢູ່ບ້ານຈັດສັນໝົດແລ້ວທຸກຄອບຄົວ ແລະການຊົດເຊີຍ ແກ່ຊາວບ້ານໃນເຂດບ້ານນາຄົກນັ້ນ ກໍສໍາເຣັດຕັ້ງແຕ່ປີທີ່ຜ່ານມາແລ້ວ ຍັງເຫຼືອພຽງແຕ່ ສະຖານີຣົຖໄຟເມືອງງາ ທີ່ຍັງບໍ່ທັນເປີດໃຫ້ບໍຣິການເທື່ອ:

“ໂອສ່ວນຫຼາຍກະຍ້າຍເຂົ້າໄປໝົດແລ້ວ ສໍາເຣັດໝົດແລ້ວ ຍັງບໍ່ເປີດສະຖານີ ອັນຢູ່ເມືອງງານີ້ ບໍ່ເປີດເທື່ອ ເປີດແຕ່ ຢູ່ແຕ່ລະແຂວງ.”

ໃນຂະນະດຽວກັນ ວິທຍຸເອເຊັຽເສຣີ ໄດ້ຕິດຕໍ່ໄປຫາຄະນະກັມມະການ ຊົດເຊີຍສິ່ງກີດຂວາງ ໂຄງການທາງຣົຖໄຟລາວ-ຈີນ ປະຈໍາແຂວງ ອຸດົມໄຊ ເພື່ອສອບຖາມລາຍຣະອຽດເພີ່ມຕື່ມ ແຕ່ເຈົ້າໜ້າທີ່ ຍັງບໍ່ສະດວກໃຫ້ຂໍ້ມູນ.

ກ່ອນໜ້ານີ້ ການຊົດເຊີຍແກ່ຊາວບ້ານທີ່ຖືກຜົລກະທົບ ຈາກໂຄງການທາງຣົຖໄຟລາວ-ຈີນ ຢູ່ແຂວງອຸດົມໄຊ ໄດ້ສໍາເຣັດໄປແລ້ວ 4 ງວດ ຮວມທັງໝົດຈໍານວນ 1,233 ຄອບຄົວ ຢູ່ເຂດເມືອງໄຊ, ເມືອງນາໝໍ້ ແລະເມືອງງາ ມູນຄ່າປະມານ 133 ຕື້ກີບ.

ນອກຈາກແຂວງອຸດົມໄຊແລ້ວ ກໍຍັງມີຊາວບ້ານຢູ່ເຂດເມືອງນາຊາຍທອງ, ເມືອງໄຊທານີ, ເມືອງໄຊເສດຖາ ແລະເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ທີ່ຍັງລໍຖ້າການຊົດເຊີຍ ຈາກໂຄງການດັ່ງກ່າວນີ້ເຊັ່ນດຽວກັນ ຊຶ່ງຍັງເຫຼືອອີກ 550 ຕອນດິນ ທີ່ຍັງບໍ່ໄດ້ຮັບການຊົດເຊີຍ ຈາກຈໍານວນຕອນດິນ ທີ່ໄດ້ຮັບຜົລກະທົບທັງໝົດ ໃນນະຄອນຫຼວງວຽງຈັນ ຈໍານວນ 1,523 ຕອນດິນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.