ເຣື້ອງທີ່ເກັບບັນທຶກໄວ້
2019-10-24
ນາຍທຶນຈີນ ໜີປະ ສວນປູກພືດ ໂດຍບໍ່ຈ່າຍ ຄ່າເຊົ່າດິນ ຊາວບ້ານ 60 ເຮັກຕ້າຣ໌, ໃນຣາຄາ 3,800,000 ກີບ ຕໍ່ 1 ເຮັກຕ້າຣ໌ ຕໍ່ປີ ໃນເມືອງສິງ ແຂວງຫລວງນ້ຳທາ ແຕ່ເຈົ້າໜ້າທີ່ ກໍຊ່ອຍຫຍັງບໍ່ໄດ້ ຍ້ອນຄົນຈີນ ມາຕົກລົງ ກັບຊາວບ້ານເອງ.
2019-10-24
ຊາວເມືອງນາຊາຍທອງ ນະຄອນຫລວງວຽງຈັນ 60 ຄອບຄົວ ຍັງບໍ່ຍອມຮັບເອົາ ເງິນຄ່າຊົດເຊີຍ ຈາກໂຄງການ ສ້າງທາງດ່ວນ ຍ້ອນໃຫ້ໜ້ອຍເກີນໄປ ພຽງແຕ່ 50,000 ກີບ ຕໍ່ແມັດມັນທົນ ໃນຂະນະທີ່ ຊາວບ້ານ ສເນີ 150,000 ກີບ.
2019-10-22
ອົງການ UNODC ຊ່ວຍເຫລືອລາວ ປາບປາມ ແລະ ປ້ອງກັນການປູກຝິ່ນ ໂດຍສົ່ງເສີມໃຫ້ ປູກກາເຟແທນ ໃນແຂວງຫົວພັນ.
2019-10-22
ຊາວບ້ານ ໂພນມະນີ ຮຽກຮ້ອງ ທາງການ ເລັ່ງສ້ອມແປງເຮືອນໃຫ້ ຫລັງຈາກ ໄດ້ຮັບຄວາມເສັຽຫາຍ ຈາກການລະເບີດຫິນ, ຊຶ່ງເຮັດໃຫ້ມີຜູ້ເສັຽຊີວິດ 1 ຄົນ ແລະ ໄດ້ຮັບບາດເຈັບ 23 ຄົນ ເມື່ອວັນທີ 5 ຕຸລາ.
2019-10-18
ຊາວສວນ ໝາກນັດ ບ້ານຫາດຍີ້ນ ແຂວງບໍລິຄໍາໄຊ 5 ຄອບຄົວ ຍື່ນຂໍອຸທອນ ຄໍາພິພາກສາ ຂອງສານແຂວງ ຕໍ່ສານພາກກາງ ຢູ່ນະຄອນຫລວງວຽງຈັນ ເພື່ອຂໍຄວາມເປັນທັມ.
2019-10-18
ກະຊວງປ້ອງກັນ ຄວາມສງົບ ອະນຸຍາດ ໃຫ້ນັກລົງທຶນຈີນ ມາປູກພືດ ເສຖກິຈ ແທນການປູກຝິ່ນ ຢູ່ແຂວງຜົ້ງສາລີ ໃນຮູບແບບ 2+3 ຂອງຣັຖບານ.
2019-10-17
ທາງການລາວ ເຊັນ MoU ສຶກສາ ແລະ ສຳຣວຈ ໂຄງການກໍ່ສ້າງ ເສັ້ນທາງຣົດໄຟ ລາວ-ວຽດນາມ ຣະຫວ່າງ ເມືອງທ່າແຂກ ແຂວງຄຳມ່ວນ ໄປຫາ ຊາຍແດນ ລາວ-ວຽດນາມ ມີຄວາມຍາວ 145 ກິໂລແມັຕ.
2019-10-17
ເຂື່ອນນໍ້າເອົ້າ ທີ່ແຕກເມື່ອປີ 2017 ນັ້ນ, ປັດຈຸບັນ ທາງບໍຣິສັດ ບໍ່ທອງ ອິນເຕີກຣຸບ ອອກແບບ-ສ້າງ ຂຶ້ນມາໃໝ່ ແລະ ໄດ້ເຣີ່ມທົດລອງ ຜລິດໄຟຟ້າ ເມື່ອສັປດາ ຜ່ານມາ ໃນຂະນະທີ່ ຜູ່ທີ່ໄດ້ຮັບຜົລກະທົບ ຈຳນວນນຶ່ງ ຍັງລໍຖ້າຄ່າຊົດເຊີຍຢູ່.
2019-10-17
ຊາວບ້ານຫາດຍິ້ນ ພ້ອມກັນ ໄປຮຽກຮ້ອງ ຄ່າຊົດເຊີຍ ທີ່ເປັນທັມ ນຳສະພາແຫ່ງຊາດ ເນື່ອງຈາກວ່າ ໂຄງການກໍ່ສ້າງ ເຂື່ອນໄຟຟ້າ ນ້ຳງຽບ 1 ບໍ່ໄດ້ຄ່າຊົດເຊີຽ ຕາມທີ່ໄດ້ຕົກລົງກັນເອົາໄວ້.
2019-10-16
ເຈົ້າໜ້າທີ່ລາວ ຈັບຊາວຈີນ 137 ຄົນ ທີ່ເຂົ້າມາເຄື່ອນໄຫວ ຕົວະຕົ້ມ ເອົາເງິນເຫຍື່ອ ມູນຄ່າເຖິງ 3 ລ້ານໂດລາຣ໌, ຊຶ່ງສ່ວນຫຼາຍ ແມ່ນຊາວຈີນຄ້າ ແລະ ນັກທຸຣະກິຈ ດ້ວຍກັນ.
2019-10-15
ເຂື່ອນໄຟຟ້າ ດອນສະໂຮງ ຢູ່ແຂວງຈຳປາສັກ, ຊຶ່ງເປັນເຂື່ອນໄຟຟ້ານ້ຳຂອງ ແຫ່ງທີ 2, ທົດລອງການຜລິດ ເພື່ອຂາຍກະແສໄຟຟ້າ ໃຫ້ກັມພູຊາ.
2019-10-14
ຢາເສບຕິດ ຍັງແຜ່ຫຼາຍ ໃນສປປລາວ ໃນຂະນະທີ່ ການແກ້ໄຂ ຍັງບໍ່ເຂັ້ມງວດ ຊຶ່ງກໍ່ໃຫ້ເກີດ ຄວາມສ່ຽງ ທີ່ຈະມີ ຜູ້ຕິດຢາເສບຕິດ ເພີ່ມຂຶ້ນ ເຖິງຈະມີການຈັບ ແລະ ຍຶດ ຢາເສບຕິດ ໄດ້ຈຳນວນນຶ່ງ ກໍຕາມ.
2019-10-11
ບໍຣິສັດ ທ່ອງທ່ຽວລາວ ຢູ່ ເມືອງວັງວຽງ ແຂວງວຽງຈັນ ມີລູກຄ້າ ຫລຸດລົງ ຍ້ອນຖືກ ບໍຣິສັດ ທ່ອງທ່ຽວຈີນ ຍາດເອົາໄປ.
2019-10-11
ປະຊາຊົນ ຜູ້ໄດ້ຮັບ ຜົນກະທົບ ຈາກ ໂຄງການ ທາງຣົດໄຟ ລາວ-ຈີນ ເຂດ ເມືອງກາສີ ແຂວງວຽງຈັນ ທວງຖາມ ວັນເວລາ ທີ່ຈະໄດ້ ເງິນຊົດເຊີຍ
2019-10-11
ປະຊາຊົນ ແຂວງຫຼວງນໍ້າທາ 160 ຄອບຄົວ ຍັງລໍຖ້າ ການຊົດເຊີຍ ຈາກ ໂຄງການ ສ້າງທາງຣົດໄຟ ລາວ-ຈີນ.