ຮຽກຮ້ອງ ຄ່າເສັຽຫາຍ ຈາກການລະເບີດຫິນ

ອຸ່ນ​ແກ້ວ ສຸກ​ສະ​ຫວັນ
2019.10.22
F-Blast ເບິ່ງສະພາບບ້ານເຮືອນ ຂອງປະຊາຊົນ ທີ່ ກ້ອນຫິນຂນາດໃຫຍ່ ຕົກໃສ່
Citizen Journalist

ຊາວບ້ານ ບ້ານໂພນມະນີ, ເມືອງນ້ຳບາກ ແຂວງຫຼວງພຣະບາງ ຈຳນວນຫຼາຍຄອບຄົວ ທີ່ເຮືອນ ເສັຽຫາຍ ຈາກເຫດການລະເບີດຫີນ ໄດ້ຮຽກຮ້ອງໃຫ້ທາງການນຳວັດຖຸອຸປະກອນມາສ້ອມແປງເຮືອນໃຫ້ເຂົາເຈົ້າຢ່າງຮີບດ່ວນ, ດັ່ງຊາວບ້ານ ບ້ານໂພນມະນີ ທ່ານນຶ່ງ ໄດ້ກ່າວ ຕໍ່ ເອເຊັຽເສຣີ ໃນວັນທີ 21 ຕຸລາ ວ່າ:

“ຍັງບໍ່ໄດ້ຮັບ ການຊ່ວຍເຫຼືອຫຍັງ ແລ້ວປະຊາຊົນ ກະຮຽກຮ້ອງ ໃຫ້ແປງບ້ານເຮືອນ ໃຫ້ກັບຄືນ ຢູ່ໃນສະພາບເດີມເນາະ ແລ້ວຢາກໃຫ້ ໂຮງງານ ແລ້ວກໍ ທາງການຣັຖບານ ເພິ່ນລະ ໃຫ້ມາ ປັບປຸງ ບ້ານເຮົານີ້ແດ່ ບໍ່ໃຫ້ມັນ ເສັຽຊື່ສຽງເນາະ.”

ເຈົ້າໜ້າທີ່ຫ້ອງການປົກຄອງເມືອງນ້ຳບາກ, ແຂວງຫລວງພະບາງ ກໍໄດ້ຊີ້ແຈງໃນມື້ດຽວກັນວ່າ ປະຈຸບັນ ທາງການຍັງບໍ່ອະນຸຍາດໃຫ້ໂຮງງານຊີມັງເກັດທາວລາວ ຈຳກັດ ຂອງຈີນ ລົງມືສ້ອມແປງ ເຮືອນໃຫ້ ຊາວບ້ານ ຍ້ອນວ່າ ກຳລັງເກັບກຳຂໍ້ມູນຄວາມເສັຍຫຍາຍ.

“ກະໄດ້ແກ້ສຸກເສີນໄປກ່ອນເນາະ, ແຕ່ວ່າເຮົາກະບໍ່ໄດ້ໃຫ້ວ່າຊິແປງສຳເຣັດຮູບເທື່ອ ເພາະວ່າດຽວນີ້ຄົນ ຈີນມັນ ອາຈລັກ ມັນຊິທຳລາຍ ຫຼັກຖານຫັ້ນ ໄດ້ດຳເນີນ ຄະດີ ຕາມລະບຽບກົດໝາຍແລ້ວ ລະກະ ຈັ່ງຊິ ອະນຸຍາດ ໃຫ້ຂະເຈົ້າສ້ອມແປງຄືນ.”

ຄົນຈີນ ທີ່ເປັນຜູ້ລະເບີດຫິນ ໃນວັນທີ 5 ຕຸລາ ຈົນເຮັດໃຫ້ ມີຜູ້ເສັຽຊີວິດ 1 ຄົນ, ບາດເຈັບ 23 ຄົນ ຍັງຖືກ ເຈົ້າໜ້າທີ່ ທາງການກັກໂຕໄວ້ຢູ່ ແລະ ບໍ່ອະນຸຍາດ ໃຫ້ປະກັນຕົວ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.