ຊາວເມືອງກາສີຍັງຖ້າ ຄ່າຊົດເຊີຍ ຄວາມເສັຽຫາຍ
2019.10.11
ປະຊາຊົນຜູ້ໄດ້ຮັບຜົນກະທົບ ຈາກໂຄງການທາງຣົດໄຟ ລາວ-ຈີນ ເກືອບ 10 ຄອບຄົວ ຢູ່ບ້ານໂພນສະຫວ່າງ ເມືອງກາສີ ແຂວງວຽງຈັນ ແລະບ້ານອື່ນໆ ອີກຈໍານວນນຶ່ງ ຮຽກຮ້ອງໃຫ້ພາກສ່ວນກ່ຽວຂ້ອງ ຂອງ ທາງການ ບອກໃຫ້ຮູ້ເຖິງ ເວລາທີ່ຈະຈ່າຍຄ່າຊົດເຊີຍ ໃຫ້ພວກເຂົາ ເຈົ້າ ຍ້ອນວ່າມາເຖິງປັດຈຸບັນ ການກໍ່ສ້າງທາງຣົດໄຟ ຢູ່ເຂດດັ່ງກ່າວ ກໍຄືບໜ້າໄປຫລາຍແລ້ວ ແຕ່ເຣື່ອງເງິນຄ່າຊົດເຊີຍ ຄວາມເສັຍຫາຍ ໃຫ້ປະຊາຊົນ ພັດບໍ່ມີພາກສ່ວນໃດ ມາບອກໃຫ້ຮູ້, ອີງຕາມຄໍາເວົ້າ ຂອງຊາວບ້ານ ໂພນສະຫວ່າງ ຕໍ່ RFA ໃນມື້ວັນທີ 7 ຕຸລາ ນີ້:
"ໂອ໋ ປັດຈຸບັນນີ້ ຄືເຂດເມືອງກາສີ ນີ້ເນາະ ເພິ່ນກໍຈ່າຍເປັນບ່ອນ ແລ້ວມີບາງບ້ານ ກໍຍັງບໍ່ທັນໄດ້ ຄືເຂດແຖວບ້ານ ໂພນສະຫວ່າງ ດິນ ຂ້ອຍກະຖືກແລ້ວ ກະຄົນອ້ອມຂ້າງຂ້ອຍ ກໍຍັງຫລາຍຄົນ ທີ່ຍັງບໍ່ທັນໄດ້ ມາປະເມີນມູນຄ່າແລ້ວ ມີແຕ່ວ່າມີລໍຖ້າວ່າ ຈະຈ່າຍເງິນ ຫັ້ນນະ ຍັງບໍ່ຮູ້ວ່າມື້ໃດ ສິຈ່າຍ ກໍຖ້າມາຫລາຍ ເດືອນແລ້ວ ແຕ່ກໍບໍ່ເຫັນວ່າ ມີມື້ໃດສິໄດ້."
ທ່ານເວົ້າວ່າ ເຂດເມືອງກາສີ ທີ່ໄດ້ຮັບຜົນກະທົບ ຈາກໂຄງການທາງຣົດໄຟ ລາວ-ຈີນ ນັ້ນ ທີ່ຜ່ານມາ ຄນະຈັດສັນໂຄງການ ທາງຣົດໄຟ ໄດ້ມາໃຫ້ຄ່າຊົດເຊີຍ 2-3 ເທື່ອແລ້ວ ແຕ່ໃຫ້ສະເພາະ ຜູ້ທີ່ທາງໂຄງ ການສ້າງທາງ ຖືກເຮືອນແລະດິນ ທີ່ມີສິ່ງປຸກສ້າງ ເທົ່ານັ້ນ.
ສ່ວນຜູ້ທີ່ໄດ້ຮັບຜົນກະທົບ ຍ້ອນເສັຍທີ່ດິນ ທໍາການຜລິດ ຫລື ດິນເປົ່າວ່າງນັ້ນ ມີຫລາຍຄອບຄົວ ຊຶ່ງກໍມີຊາວບ້ານ ໂພນສະຫວ່າງ ເກືອບ 10 ຄອບຄົວ ນໍາດ້ວຍທີ່ຍັງບໍ່ທັນໄດ້ຮັບ.
ຕໍ່ບັນຫາດັ່ງກ່າວ ເຈົ້າໜ້າທີ່ພາກສ່ວນກ່ຽວຂ້ອງ ຂອງໂຄງການທາງຣົດໄຟ ທ່ານນຶ່ງ ຢູ່ເມືອງກາສີ ເວົ້າເຖິງເຣື່ອງ ຄ່າຊົດເຊີຍ ທີ່ຈະຈ່າຍໃຫ້ ປະຊາຊົນ ຜູ້ທີ່ມີດິນທໍາການຜລິດ ແລະດິນເປົ່າວ່າງ ໄດ້ຮັບຜົນ ກະທົບນັ້ນ ພາຍໃນປີ 2019 ນີ້:
"ອັນນາ ຖືກດິນທໍາການຜລິດ ເປັນດິນສວນເນາະ ທີ່ບໍ່ມີສິ່ງປຸກສ້າງຫັ້ນ ຄນະກັມມະການ ເພິ່ນ ກໍຈະຄົ້ນຄວ້າ ເງິນຊົດເຊີຍໃຫ້ມັນແລ້ວ ປີນີ້ ອັນເປັນພວກທີ່ວ່າ ມີບັນຊີ ແລ້ວນີ້ນະເນາະ ພາຍໃນປີນີ້ນີ໊ແຫລະ ວ່າຊັ້ນສະ 2019 ນີ້ແຫລະ ແຕ່ຄັນວ່າ ຄັນດິນເຮືອນ ທີ່ມີດິນປຸກສ້າງ ພ້ອມຊົດເຊີຍ ໃຫ້ໝົດແລ້ວ ອັນນັ້ນເນາະ ມັນຍັງແຕ່ດິນ ທີ່ບໍ່ມີສິ່ງປຸກສ້າງນະຄືນ."
ທ່ານກ່າວຕື່ມວ່າ ປະຊາຊົນ ຜູ້ໄດ້ຮັບຜົນກະທົບ ຈາກໂຄງການ ທາງຣົດໄຟ ລາວ-ຈີນ ຢູ່ເມືອງກາສີ ທັງກຸ່ມທີ່ເສັຍດິນເຮືອນ ແລະ ດິນ ທໍາການຜລິດ ມີທັງໝົດ 12 ບ້ານ. ແຕ່ໄດ້ຈ່າຍໃຫ້ທັງ 2 ກຸ່ມນັ້ນໄປແລ້ວ 9 ບ້ານ, ຍັງເຫຼືອແຕ່ 3 ບ້ານທີ່ຍັງບໍ່ທັນໄດ້ຮັບ ຮວມທັງບ້ານ ໂພນສະຫວ່າງ ຊຶ່ງທາງການເວົ້າວ່າຈະໃຫ້ ພາຍໃນປີນີ້ນັ້ນ ປະຊາຊົນເວົ້າວ່າ ອັນທີ່ວ່າຈະໄດ້ ເດືອນນັ້ນເດືອນນີ້ ໄດ້ຍິນມາຕັ້ງແຕ່ເດືອນ ມົກກະຣາ ພຸ້ນແລ້ວ. ແຕ່ພໍຮອດຍາມຮັບເງິນມາ ກໍຖືກເລື່ອນເວລາ ອອກໄປ ເລື້ອຍໆ.