ເຂື່ອນນ້ຳເອົ້າ ທີ່ແຕກ ໄດ້ເຣີ່ມການທົດລອງ

ມະ​ນີ​ຈັນ
2019.10.17
F-Nam-Ao ເຂື່ອນນໍ້າເອົ້າທີ່ແຕກ ເມື່ອເດືອນກັນຍາ ວັນທີ 11 2017
Screen captured

ເຂື່ອນນໍ້າເອົ້າ ຂນາດ 15 ເມກາວັດ ຢູ່ເມືອງຜາໄຊ ແຂວງຊຽງຂວາງ ຂອງບໍຣິສັດ ບໍ່ທອງ ອິນເຕີກຣຸບ (Inter Group) ເຣີ່ມທົດລອງ ຜລິດໄຟຟ້າ ມາໄດ້ປະມານ 1 ອາທິດແລ້ວ ພາຍຫລັງ ບໍຣິສັດດັ່ງກ່າວ ໄດ້ອອກແບບ ສ້າງເຂື່ອນຂຶ້ນໃໝ່ ແຕ່ຕົ້ນປີ 2019 ມາ ແທນເຂື່ອນເກົ່າ ທີ່ໄດ້ແຕກ ເມື່ອວັນທີ 11 ກັນຍາ 2017 ແລະ ສ້າງສໍາເຣັດ ເມື່ອບໍ່ດົນມານີ້, ດັ່ງເຈົ້າໜ້າທີ່ ຜແນກ ພະລັງງານ ແລະ ບໍ່ແຮ່ ແຂວງຊຽງຂວາງ ກ່າວຕໍ່ ວິທຍຸ ເອເຊັຽ ເສຣີ ໃນມື້ວັນທີ່ 16 ຕຸລານີ້ວ່າ:

“ໂອ້ ແລ້ວໆ ເຂົາເຈົ້າ ຜລິດໄຟແລ້ວເດ ຫາກໍ ຜລິດໄດ້ ອາທິດນຶ່ງ ນີ້ລະ ຂນາດນ້ອຍ 15 ເມກ ເພິ່ນກໍ່ສ້າງມາ ຜົນສໍາເຣັດແລ້ວ ກໍມີ ແຕ່ວ່າ ປັບປຸງໄປນໍາ ຊ້ອມແປງໄປພ້ອມ ຜລິດໄຟ ໄປພ້ອມ ເຂົາເຈົ້າ ເຊັນສັນຍາ ກັບ ໄຟຟ້າລາວ.”

ທ່ານກ່າວວ່າ ຕາມຂໍ້ມູນ ເບື້ອງຕົ້ນ ເຈົ້າຂອງໂຄງການ ເຂື່ອນນໍ້າເອົ້າ ໄດ້ເຊັນສັນຍາ ຊື້-ຂາຍ ໄຟຟ້າກັບ ບໍຣິສັດແຫ່ງນຶ່ງ ທີ່ຂຶ້ນກັບ ຣັຖວິສຫະກິດໄຟຟ້າລາວ ແຕ່ຍັງບໍ່ຮູ້ ຣາຍລະອຽດ ກ່ຽວກັບ ສັນຍາ ຊຶ້-ຂາຍ ນັ້ນ.

ທ່ານກ່າວຕື່ມວ່າ ເຂື່ອນນໍ້າເອົ້າ ທີ່ສ້າງຂຶ້ນໃໝ່ນີ້ ຖືກອອກແບບ ໃຫ້ແໜ້ນໜາ ແລະ ທົນທານ ກ່ວາເຂື່ອນເກົ່າ ແລະ ທັງໄດ້ສ້າງຄອງນໍ້າ ສໍາລັບຜລິດໄຟຟ້າ ເພື່ອປ້ອງກັນ ບໍ່ໃຫ້ເຂື່ອນແຕກ ຊໍ້າອີກ ແລະ ວ່າ ປັຈຈຸບັນ ຢູ່ບໍຣິເວນ ເຂື່ອນດັ່ງກ່າວ ມີແຕ່ ພະນັກງານ ວິຊາການ ຈໍານວນນຶ່ງ ເຝົ້າເບິ່ງ ເຄື່ອງຈັກຜລິດ ໄຟຟ້າເທົ່ານັ້ນ.

ອີງຕາມ ຄໍາເວົ້າ ຂອງເຈົ້າໜ້າທີ່ ເມືອງທ່າໂທມ ຕໍ່ວິທຍຸ ເອເຊັຽ ເສຣີ, ມາເຖິງ ປັຈຈຸບັນ ບໍຣິສັດ ບໍ່ທອງ ອິນເຕີກຣຸບ ຍັງບໍ່ທັນໃຫ້ ຄ່າຊົດເຊີຍ ຄວາມເສັຽຫາຍ ແກ່ປະຊາຊົນ ເມືອງທ່າໂທມ ແຂວງໄຊສົມບຸນ ທີ່ໄດ້ຮັບຜົລກະທົບ ຈາກເຂື່ອນນໍ້າເອົ້າແຕກ ໝົດທຸກຄອບຄົວເທື່ອ ມີແຕ່ໄດ້ເຮັດ ບົດບັນທຶກ ກັບ ຣັຖບານລາວ ກ່ຽວກັບ ການຊົດເຊີຽ ທີ່ວ່ານັ້ນ ແຕ່ກໍຄາດວ່າ ຈະເຣີ່ມຊົດເຊີຍ ນັບຕັ້ງແຕ່ ທ້າຍປີນີ້ ເປັນຕົ້ນໄປ.

ວິທຍຸ ເອເຊັຽ ເສຣີ ໄດ້ພະຍາຍາມ ຕິດຕໍ່ ໄປຫາ ບໍຣິສັດ ບໍ່ທອງ ອິນເຕີກຣຸບ ແລະ ຣັຖວິສາ ຫະກິດໄຟຟ້າລາວ ເພື່ອຂໍຮູ້ ກ່ຽວກັບ ເຣື້ອງທີ່ວ່ານັ້ນຕື່ມ ແຕ່ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ຍັງບໍ່ສາ ມາດເປີດເຜີຍໄດ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.