ຄົນງານເຂື່ອນນ້ຳເອົ້າ ຕົກງານ

ສິດນີ
2017.11.15
f-nam-out ສະພາບຂອງພື້ນທີ່ ຖນົນຫົນທາງ ທີ່ຖືກປົກຄຸມດ້ວຍນໍ້າແລະດິນຕົມ ທີ່ໄຫຼຊຸລົງມາ ຈາກ ເຂື່ອນນໍ້າເອົ້າ
Courtesy of Tholakhong

ຄົນງານກໍ່ສ້າງເຂື່ອນນ້ຳເອົ້າປະມານ 100 ຄົນ ຂອງບໍຣິສັດບໍ່ທອງ ອີນເຕີ ກຣຸປ ຢູ່ເມືອງຜາໄຊແຂວງຊຽງຂວາງ ຖືກໃຫ້ພັກວຽກ ໂດຍບໍ່ມີ ກຳນົດ ນັບຕັ້ງແຕ່ເຂື່ອນແຕກ ໃນມື້ວັນທີ 11 ກັນຍາປີ 2017 ເປັນຕົ້ນມາ ຍ້ອນບໍຣິສັດ ຍັງບໍ່ສາມາດ ດຳເນີນການ ສ້ອມແປງ ແລະສືບຕໍ່ ການສ້າງເຂື່ອນ ດັ່ງກ່າວໄດ້ ເຮັດໃຫ້ກຸ່ມຄົນງານ ບໍ່ໄດ້ເຮັດວຽກ ແລະບໍ່ໄດ້ຮັບເງິນເດືອນ ຕາມປົກກະຕິ ດັ່ງທີ່ເຄີຍເປັນມາ. ດັ່ງເຈົ້າຫນ້າທີ່ ຫ້ອງການ ພລັງງານແລະບໍ່ແຮ່ ທີ່ເມືອງຜາໄຊ ທ່ານນຶ່ງກ່າວ ໃນມື້ວັນທີ 15 ພຶສຈິກາ ນີ້ວ່າ:

"ບໍ່ມີວຽກນະ ຂະເຈົ້າເຮັດວຽກປົກກະຕິ ຢູ່ຫັ້ນກໍຫລາຍໃດ ເຮັດຢູ່ສອງຈຸດນີ້ເນາະ ເຮັດຢູ່ເຂື່ອນພີ້ເດ ເຮັດຢູ່ເຮືອນຈັກພຸ້ນນະ ກັມມະກອນ ປະມານ 100 ນຶ່ງນີ້ແຫລະ ຄັນບໍ່ໄດ້ເຮັດວຽກ ແລ້ວບໍ່ຈ້າງ ເຮັດວຽກແລ້ວຈັ່ງຈ້າງ".

ທ່ານກ່າວຕື່ມວ່າ ຄົນງານໃນໂຄງການສ້າງເຂື່ອນນ້ຳເອົ້າ ສ່ວນໃຫຍ່ແມ່ນຄົນທ້ອງຖິ່ນ ທີ່ເມືອງຜາໄຊ ຊຶ່ງໃນຣະຍະການ ໃຫ້ຢຸດວຽກສ້າງ ເຂື່ອນນ້ຳເອົ້າ ບາງຄົນກໍໄປຊອກຫາວຽກເຮັດງານທຳ ໃນບ່ອນອື່ນແລະບາງຄົນກໍກັບບ້ານ ມາຊ່ອຍຄອບຄົວ ເພື່ອຫາຣາຍໄດ້ ຫຼາຍຄົນຍັງ ລໍຖ້າເຮັດວຽກກັບໂຄງການເຂື່ອນຢູ່ ຍ້ອນວ່າຄ່າຈ້າງສູງ.

ທ່ານວ່າສຳລັບໃນພື້ນທີ່ ສ້າງເຂື່ອນນ້ຳເອົ້າ, ປັດຈຸບັນທາງບໍຣິສັດໄດ້ຈ້າງ ພະນັກງານຈຳນວນນຶ່ງ ໄປຮັກສາຄວາມປອດພັຍ ຊຶ່ງເຈົ້າໜ້າທີ່ ທາງການກໍເຂົ້າໄປກວດກາ ຄວາມຮຽບຮ້ອຍ ຢູ່ທຸກຣະຍະ. ບໍຣິສັດດັ່ງກ່າວ ຈະສາມາດສືບຕໍ່ ການສ້າງເຂຶ່ອນ ໄດ້ອີກກໍຕໍ່ເມື່ອ ໄດ້ແກ້ໄຂ ຜົລກະທົບ ຈາກເຂື່ອນແຕກ ຕໍ່ປະຊາຊົນ ທີ່ເມືອງທ່າໂທມ ແຂວງໄຊສົມບູນ ໃຫ້ເປັນທີ່ຮຽບຮ້ອຍກ່ອນ ຊຶ່ງໃນປັດຈຸບັນ ຍັງບໍ່ຮູ້ວ່າ ຈະໃຊ້ ເວລາດົນປານໃດ ທາງການ ເມືອງທ່າໂທມ ຍັງບໍ່ສາມາດ ຣະບຸໄດ້ວ່າ ມີເນື້ອທີ່ນາ ຂອງ ປະຊາຊົນ ໄດ້ຮັບຜົລກະທົບ ຈາກເຂື່ອນແຕກ ຫລາຍປານໃດ ເພາະຍັງຢູ່ໃນຂັ້ນຕອນ ການສັງຮວມຢູ່.

ໂຄງການສ້າງເຂື່ອນໃນລາວ ຫລາຍເຂື່ອນ ຍັງບໍ່ໄດ້ມາຕຖານ ໂດຍສະເພາະເຂື່ອນ ຂນາດກາງ ແລະຂນາດນ້ອຍ ຍ້ອນຂາດການກວດກາ ຂອງ ເຈົ້າຫນ້າທີ່ຣັດ ທາງການລາວ ຈະເອົາໃຈໃສ່ ໃນການກວດກາ ຫລາຍຂຶ້ນ ໃນອະນາຄົດ,  ອີງຕາມຄຳເວົ້າ ຂອງເຈົ້າຫນ້າທີ່ກ່ຽວຂ້ອງ ຣະດັບສູງ ວ່າງຫລັງໆມານີ້. ທ່ານໄດ້ປະນາມ ຜູ້ສຳປະທານ ໃນໂຄງການສ້າງເຂຶ່ອນ ວ່າບໍ່ປະຕິບັດຕາມ ມາຕຖານດ້ານເທັກນິກ ໃນການ ສ້າງ ທີ່ໄດ້ຕົກລົງກັນໄວ້ ກັບຣັຖບານ.

ສປປລາວ ມີແຜນການຈະສ້າງເຂື່ອນ ຣະຫວ່າງ 60-70 ເຂື່ອນ ໃນທົ່ວປະເທດ ເພື່ອເປັນຫມໍ້ໄຟອາຊຽນ ໃນປັດຈຸບັນ ສ້າງແລ້ວ ປະມານ 20 ປາຍເຂືື່ອນ ຫລາຍເຂື່ອນກຳລັງສ້າງຢູ່ ແລະ ຫລາຍເຂຶ່ອນ ຍັງຢູ່ໃນແຜນການຈະສ້າງ. ດັ່ງນັ້ນ ຄຸນນະພາບ ແລະ ມາຕຖານ ໃນການ ສ້າງເຂື່ອນ ຈຶ່ງເປັນສີ່ງສຳຄັນ ສຳລັບ ສປປລາວ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.