ມ.ທ່າໂທມຫຼາຍຄອບຄົວ ລໍຖ້າ ຄ່າຊົດເຊີຍ

ສິດນີ
2018.01.30
f-nam-out-dam ສະພາບຄວາມເສັຽຫາຍ ຢູ່ເຂດເມືອງທ່າໂທມ ຈາກ ເຂື່ອນນໍ້າເອົ້າແຕກ ໃນວັນທີ 11 ກັນຍາ 2017
Screen captured LNTV video

ປະຊາຊົນຈຳນວນ 60 ຄອບຄົວຢູ່ເມືອງທ່າໂທມ ແຂວງໄຊສົມບູນ ຜູ້ທີ່ໄດ້ຮັບຜົລກະທົບ ຈາກເຂື່ອນນ້ຳເອົ້າແຕກ ເມື່ອເດືອນກັນຍາ ປີ 2017 ຊຶ່ງຍັງບໍ່ໄດ້ຮັບ ຄ່າຊົດເຊີຍຈາກ ບໍຣິສັດບໍ່ທອງ ອິນເຕີກຣຸບນັ້ນເທື່ອ, ແລະໃນປັດຈຸບັນ ບໍຣິສັດດັ່ງກ່າວມີແຕ່ ຈ່າຍຄ່າຊົດເຊີຍໃຫ້ ຊາວບ້ານຈຳນວນ 35 ຄອບຄົວເທົ່ານັ້ນ ແຕ່ຍັງບໍ່ຮູ້ວ່າ ກຸ່ມຊາວບ້ານທີ່ເຫລືອນັ້ນ ຈະຖືກຈ່າຍໃຫ້ເມື່ອໃດ. ດັ່ງເຈົ້າຫນ້າທີ່ ເມືອງທ່າໂທມ ທ່ານນຶ່ງກ່າວ ໃນມື້ວັນທີ 30 ມົກຣາ ນີ້ວ່າ:

"ກະໄດ້ຍິນວ່າຮ້ອງຂໍໃຫ້ຄ່າຊົດເຊີຍ ເຣື້ອງຜົລເສັຽຫາຍກ່ອນ ເຂົ້າທີ່ວ່າເສັຽຫາຍປະມານ 100 ເປີເຊັນ ຫັ້ນນ່າ ດຽວນີ້ບໍຣິສັດຊົດເຊີຍ ຜົລເສັຽຫາຍເຂົ້າຫັ້ນແຫລ້ວ ແຕ່ວ່າເຄິ່ງນຶ່ງ ຍັງບໍ່ທັນໄດ້ໃຫ້ ກຳລັງເອົາຂໍ້ມູນ ການຊົດເຊີຍເຂົ້າ ໃຫ້ປະຊາຊົນແດ່."

ທ່ານກ່າວຕື່ມວ່າ ທາງການແຂວງ ໄດ້ລົງມະຕິໃຫ້ບໍຣິສັດ ຈ່າຍຄ່າຊົດເຊີຍ ແກ່ຊາວບ້ານເປັນເງິນເທົ່ານັ້ນ ຍ້ອນວ່າ ຜ່ານມາບໍຣິສັດໄດ້ໃຫ້ ຄ່າຊົດເຊີຍ ເປັນເຂົ້າສານ ໄປແຈກໃຫ້ຊາວບ້ານ ແຕ່ເຂົ້າສານແຂງ ຂາດຄຸນນະພາບ ບໍ່ໄດ້ມາຕຖານ ຈຶ່ງຢາກໃຫ້ ປະຊາຊົນເອົາເປັນເງິນ ໄປຊື້ເຂົ້າຕາຕລາດດີກວ່າ. ແຕ່ເທົ່າເຖິງປັດຈຸບັນ ຊາວບ້ານຈຳນວນນຶ່ງ ຍັງບໍ່ໄດ້ຮັບເງິນ ຫຼືເຂົ້າສານເທື່ອ.

ທ່ານວ່າ ສຳລັບການບຳບັດດິນນາ ຂອງປະຊາຊົນ ທີ່ໄດ້ຮັບຄວາມເສັຽຫາຍ ຍ້ອນເຂື່ອນນ້ຳເອົ້າແຕກນັ້ນ ໃນປັດຈຸບັນ ທາງບໍຣິສັດ ກໍໄດ້ ເອົາຣົດຈົກດິນ ມາຈົກດິນແດງ ທີ່ໄຫລເຂົ້າຖ້ວມນາ ຂອງປະຊາຊົນນັ້ນແລ້ວ ແຕ່ຍັງບໍ່ຮູ້ວ່າເມື່ອໃດ ຈຶ່ງຈະແລ້ວ, ຊຶ່ງຊາວບ້ານກໍຕ້ອງການ ໃຊ້ທີ່ດິນນັ້ນ ໃນການປູກຝັງ ເພື່ອລ້ຽງຄອບຄົວ.

ເນື້ອທີ່ດິນນາຂອງປະຊາຊົນ ເສັຽຫາຍທັງຫມົດປະມານ 25 ເຮັກຕາ ຊຶ່ງເປັນດິນນາຂອງປະຊາຊົນຈຳນວນ 35 ຄອບຄົວ ນອກຈາກນັ້ນຍັງ ມີເນື້ອທີ່ດິນນາ ຂອງປະຊາຊົນອີກຈຳນວນ 60 ຄອບຄົວເສັຽຫາຍປານກາງປະມານ 40-60% ໃນມູນຄ່າຄວາມເສັຽຫາຍ 10 ຕື້ກີບ ຍັງບໍ່ ໄດ້ຮັບຄ່າຊົດເຊີຍ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.