ຂແນງການທ່ອງທ່ຽວລາວ ເສັຽລູກຄ້າ ໃຫ້ຈີນ

ມະນີຈັນ
2019.10.11
f-tourist ນັກທ່ອງທ່ຽວເຂົ້າມາລາວ ຈາກຈີນ ແລະປະເທດອື່ນໆໃນເອເຊັຽ ເພີ້ມຂຶ້ນ ແຕ່ບໍຣິສັດທ່ອງທ່ຽວຂອງລາວ ກໍຖືກບໍຣິສັດຈີນ ຕັດໜ້າເອົາ ລູກຄ້າສ່ວນໃຫຍ່ໄປ
RFA

ບໍຣິສັດທ່ອງທ່ຽວ ຂອງຄົນລາວ ຫຼາຍບໍຣິສັດ ຢູ່ເມືອງວັງວຽງ ແຂວງວຽງຈັນ ມີບັນຫາ ລູກຄ້າຫລຸດລົງ ຍ້ອນຖືກບໍຣິສັດ ທ່ອງທ່ຽວຈີນ ຍາດເອົາລູກຄ້າ ໂດຍສະເພາະ ນັກທ່ອງທ່ຽວຈີນ ນັ້ນໄປຫຼາຍຂຶ້ນ ບໍ່ຄືກັນ ກັບແຕ່ກ່ອນ, ດັ່ງພະນັກງານ ບໍຣິສັດທ່ອງທ່ຽວຂອງຄົນລາວ ແຫ່ງນຶ່ງ ຢູ່ເມືອງວັງວຽງ ກ່າວຕໍ່ RFA ໃນມື້ວັນທີ 11 ຕຸລາ ນີ້ວ່າ:

"ຍາດເອົາລູກຄ້າເພາະວ່າ ຄົນຈີນນີ໋ ເວລາຂະເຈົ້າມາເຮັດທຸຣະກິດ ຢູ່ວັງວຽງຂະເຈົ້າ ຈະດູດຄົນຂອງຂະເຈົ້າໄປໝົດ ຍົກຕົວຢ່າງຢູ່ວັງວຽງ ດຽວນີ້ ທົວຄົນຈີນມາຈະຜ່ານຄົນຈີນ ໂດຍຕົງເລີຍ ນັກທຸຣະກິດລາວ ເຮົາຈະບໍ່ໄດ້ ກັບຄົນຕ່າງຊາດເລີຍ."

ໃນຂນະດຽວກັນ ເຈົ້າຂອງທຸຣະກິດທ່ອງທ່ຽວ ຢູ່ເມືອງວັງວຽງກໍເວົ້າວ່າ ນັບຕັ້ງແຕ່ຄົນຈີນ ມາເປີດບໍຣິສັດທ່ອງທ່ຽວ ແຂ່ງກັບຄົນລາວ ແລະ ໄດ້ຍາດລູກຄ້າໄປຫຼາຍນີ້ ເຮັດໃຫ້ບໍຣິສັດຂອງຕົນມີລູກຄ້າຫຼຸດລົງ ຫຼາຍກວ່າເຄິ່ງ ຍ້ອນວ່າຄົນນຳທ່ຽວທີ່ເປັນຄົນຈີນ ມັກພານັກທ່ອງທ່ຽວຈີນ ໄປໃຊ້ບໍຣິການ ແຕ່ໂຮງແຮມຈີນ ແລະ ຮ້ານອາຫານຈີນ:

"ລູກຄ້າຫລຸດລົງ 60 ເປີເຊັນ ຄົນຈີນມາ ອັນທີນຶ່ງ; ເຂົາເອົາຮ້ານອາຫານ, ອັນທີສອງ; ເຂົາເອົາໂຮງແຮມ, ອັນທີສາມ; ເຂົາເອົາທົວ, ສີ່; ເຂົາເອົາຮ້ານນວດ. ໝາຍຄວາມວ່າເຂົາເອົາໝົດ ທຸກຢ່າງເລີຍ. ແຂກລູກຄ້າຈີນມາ ສ່ວນຫຼາຍເຂົາເວົ້າພາສາອັງກິດບໍ່ໄດ້ ເຂົາຈະເຊື່ອຟັງ ແຕ່ໄກ໊ເຂົາ ຢ່າງດຽວ, ຖືວ່າລູກຄ້າຈີນ ຈະມາເປັນທົວ ຫລືວ່າເຂົາຈະມາເອງກໍຕາມ ຄົນຈີນເອີ້ນເອົາ ເຂົາກະໄປຫາຄົນຈີນໝົດ."

ກ່ຽວກັບເຣຶ່ອງທີ່ວ່ານີ້ ເຈົ້າໜ້າທີ່ຫ້ອງການທ່ອງທ່ຽວ ເມືອງວັງວຽງ ກ່າວວ່າ ປັດຈຸບັນທົ່ວເມືອງວັງວຽງ ມີບໍຣິສັດທ່ອງທ່ຽວຈີນພຽງບໍຣິສັດ ດຽວ ແຕ່ມັນກໍເຮັດ ໃຫ້ທຸຣະກິດທ່ອງທ່ຽວ ຂອງຄົນລາວ ໄດ້ຮັບຜົນ ກະທົບ ໂດຍສະເພາະ ທາງດ້ານຣາຍໄດ້:

"ເປີດບໍຣິສັດແທ້ ບໍ່ມີຫຼາຍດອກ, ຄືວ່າເຫັນບໍຣິສັດຄົນຈີນ ນີ໊ມີແຕ່ບໍຣິສັດດຽວບໍ້, ຜົນດີນີ໊ກະເພື່ອ ເປັນການດຶງດູດ ນັກທ່ອງທ່ຽວຫັ້ນແຫຼະ ເຂົ້າມາທ່ຽວ ໂດຍສະເພາະ ແມ່ນນັກທ່ອງທ່ຽວຈີນ ອັນບໍ່ດີກະແມ່ນ ເວົ້າເຣື່ອງ ຣາຍຮັບນີ້ແຫລະ ສ່ວນຫລາຍກະແມ່ນ ຮັບແຕ່ຄົນຈີນ ຫັ້ນແຫລະ ຕາມຣາຍການທົວ ຂອງບໍຣິສັດຈີນຫັ້ນ."

ບໍຣິສັດທ່ອງທ່ຽວຈີນ ທີ່ມີຢູ່ເມືອງວັງວຽງຂນະນີ້ ຈະເປີດໃຫ້ບໍຣິການນຳທ່ຽວ ຕາມສະຖານທີ່ທ່ອງທ່ຽວຕ່າງໆ ຮວມທັງມີຣົດສີ່ກົງຂນາດນ້ອຍ ໃຫ້ນັກທ່ອງທ່ຽວ ເຊົ່າໄປຂັບຫລິ້ນ.

ນອກຈາກນັກທ່ອງທ່ຽວຈີນ ທີ່ໄປໃຊ້ບໍຣິການ ຂອງບໍຣິສັດທ່ອງທ່ຽວຈີນແລ້ວ ນັກທ່ອງທ່ຽວຕ່າງປະເທດ ເປັນຕົ້ນເກົາຫລີ ແລະຝຣັ່ງເສດ ກໍໄປໃຊ້ ບໍຣິການເຊັ່ນກັນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.