ຈີນ ເຊົ່າດິນປູກຝັງ, ບໍ່ຈ່າຍເງິນ ແລ້ວຫລົບໜີ
2019.10.24

ນາຍທຶນຈີນ ໜີປະ ສວນປູກພືດ ໂດຍບໍ່ຈ່າຍ ຄ່າເຊົ່າດິນ ຊາວບ້ານ 60 ເຮັກຕ້າຣ໌ ໃນຣາຄາ 3,800,000 ກີບ ຕໍ່ປີ ໃນເມືອງສິງ ແຂວງຫລວງນ້ຳທາ ແຕ່ເຈົ້າໜ້າທີ່ ກໍຊ່ອຍຫຍັງບໍ່ໄດ້ ຍ້ອນຄົນຈີນ ມາຕົກລົງ ກັບຊາວບ້ານເອງ.
ປະຊາຊົນ ຫລາຍຄອບຄົວຢູ່ ເມືອງສິງ ແຂວງຫລວງນ້ຳທາ ຖືກນາຍທືນຈີນ ຕົ້ມ, ໜີ ໂດຍບໍ່ຈ່າຍ ຄ່າເຊົ່າ ດິນປູກໝາກອຶ ໝາກຖົ່ວ ໝາກນັອດ ຍ້ອນພືດ ທີ່ປູກນັ້ນ ບໍ່ໄດ້ຮັບຜົລ, ດັ່ງຊາວບ້ານ ບ້ານນາຄຳ ທີ່ບໍ່ປະສົງອອກຊື່ ທ່ານນຶ່ງ ກ່າວຕໍ່ ອາຣ ແອັຟ ເອ (RFA) ໃນມື້ວັນທີ 17 ຕຸລານີ້ວ່າ ເຂົາໜີ ກັບປະເທດ, ພະຍາຍາມ ຕິດຕໍ່ຫາ ກໍຕິດຕໍ່ບໍ່ໄດ້.
“ຢູ່ບ້ານນີ້ ກໍມີຫຼາຍ ຄອບຄົວ ທີ່ບໍ່ໄດ້ເງິນ ຄ່າເຊົ່າ ນຳຈີນ ຍ້ອນວ່າ ຈີນນີ້ ເຂົາເບິ່ງ ຜົລປູກ ຂອງເຂົາ ບໍ່ໄດ້ ມັນບໍ່ງາມ ບໍ່ດີ ແລ້ວເຂົາກໍໜີ ເຂົ້າປະເທດ ໄປເລີຍ ໂທຫາ ກາບໍ່ໄດ້ ຕິດຕໍ່ ກໍບໍ່ໄດ້ ບໍ່ຮູ້ຊິໄປເອົາ ນຳໃຜເລີຍ.”
ທ່ານກ່າວຕື່ມວ່າ ການເຮັດ ສັນຍາ ເຊົ່າທີ່ດິນນັ້ນ ມີແຕ່ 2 ຝ່າຍ ຄື ປະຊາຊົນ ກັບນັກລົງ ທຶນຈີນ ເຊັນກັນເອງ ໃນເນື້ອທີ່ ທັງໝົດ 60 ເຮັກຕ້າຣ໌, ບໍ່ໄດ້ຜ່ານ ອຳນາດການປົກຄອງບ້ານ ຫລື ເມືອງ. ດິນທີ່ ຈີນເຊົ່ານັ້ນ ເປັນຂອງ ປະຊາຊົນ 3 ບ້ານ ຄື ບ້ານນາຄຳ, ບ້ານໜອງຄຳ, ບ້ານດອນໃຈ.
ສ່ວນຄ່າເຊົ່າດິນ ທີ່ຕົກລົງ ກັບຊາວບ້ານນັ້ນ ແມ່ນ 3,800,000 ກີບ ຫລື 3,000 ຢວນ ຕໍ່ເຮັກຕ້າຣ໌ ຕໍ່ປີ. ສ່ວນການຈ່າຍ ຄ່າເຊົ່າດິນນັ້ນ ແມ່ນຈີນ ຈະຈ່າຍ ໃຫ້ຊາວບ້ານ ພາຍຫລັງ ທີ່ໄດ້ຂາຍ ຜົລປູກ ໄປແລ້ວ.
ຕໍ່ບັນຫາ ດັ່ງກ່າວ ອາຣ ແອັຟ ເອ (RFA) ໄດ້ຕິດຕໍ່ ຖາມໄປຍັງ ເຈົ້າໜ້າທີ່ ຫ້ອງການ ເມືອງສິງ ໃນມື້ວັນທີ 18 ຕຸລານີ້, ໄດ້ຮັບ ຄຳຕອບວ່າ:
“ໃນເວລາ ທີ່ຈີນເຂົາ ເຂົ້າມາຫັ້ນແຫຼະ ແມ່ນເຂົາ ຈະມາລົມ ກັບປະຊາຊົນເອງ ເຊິ່ງທາງເຮົາ ກາບໍ່ຮູ້ ຣາຍລະອຽດ ນຳເຂົາ ທາງເຮົາ ກາບໍ່ຊ່າງຊິວ່າ ຕາມທັມມະດາ ເຂົາ ຈະຕ້ອງ ໄດ້ມາແຈ້ງ ທາງຫ້ອງການ ເຮົາຫັ້ນ ເວລາ ເປັນຫຍັງມາ ຈັ່ງຊິ ຊ່ອຍແກ້ໄຂໃຫ້.”
ອີງຕາມ ການຣາຍງານ ຂອງເຈົ້າໜ້າທີ່ ທ້ອງຖີ່ນ, ໃນແຕ່ລະປີ ມີຊາວຈີນ ເຂົ້າມາລົງທຶນ ປູກພືດຣະດູແລ້ງ ປະເພດຕ່າງໆ ຢູ່ເມືອງສິງນີ້ຫລາຍ ຍ້ອນເປັນເມືອງ ທີ່ມີຊາຍແດນ ຕິດກັບປະເທດຈີນ ສະດວກ ໃນການຂົນສົ່ງ.