ຢາເສບຕິດ ຍັງເປັນອັນຕະຣາຍ ໃນສັງຄົມລາວ
2019.10.14

ເນື່ອງໃນໂອກາດ ວັນຕ້ານຢາເສບຕິດ ແຫ່ງຊາດລາວ, ວັນທີ 12 ຕຸລາ, ຄົບຮອບ 18 ປີ ຄືແຕ່ປີ 2001 ຫາ 2019 ນີ້ ຫຼາຍພາກສ່ວນ ຍັງເຫັນວ່າ ການແກ້ໄຂບັນຫາຢາເສບຕິດ ໃນສປປລາວ ຍັງບໍ່ເຂັ້ມງວດ ຊຶ່ງກໍ່ໃຫ້ເກີດ ຄວາມສ່ຽງ ທີ່ຈະມີ ຜູ້ຕິດຢາເສບຕິດ ເພີ່ມຂຶ້ນ, ອີງຕາມຄໍາເວົ້າ ຂອງອາຈານ ທ່ານນຶ່ງ ທີ່ສອນ ຢູ່ມະຫາວິທະຍາໄລ ສຸພານຸວົງ ແຂວງຫລວງພຣະບາງ ຕໍ່ ອາຣ ແອັຟ ເອ (RFA) ໃນມື້ວັນທີ 14 ຕຸລານີ້:
“ຄິດວ່າ ມັນສິມີ ຄວາມສ່ຽງເນາະ ມາຮອດ ປັດຈຸບັນ ກໍຄື ສັງຄົມໂດຍລວມ ຖືວ່າ ເປັນປາກົດການຫຍໍ້ທໍ້ ອັນນຶ່ງ ທີ່ມີຄວາມສ່ຽງ ຕໍ່ຫລາຍໆກຸ່ມຄົນ ກໍຄືວ່າ ຕາມນະໂຍບາຍ ຂອງພັກ, ຣັຖບານ ຮອດປັດຈຸບັນນີ້ ຖືວ່າ ຕ້ອງແກ້ໄຂ ປາກົດການຫຍໍ້ທໍ້ອັນນີ້ ເພື່ອບໍ່ໃຫ້ ເປັນພິດເປັນໄພ ຕໍ່ສັງຄົມຫັ້ນ.”
ທ່ານເວົ້າວ່າ ໃນຖານະເປັນ ອາຈານສອນ ແລະ ນໍາເອົາ ນະໂຍບາຍ ຂອງພັກ-ຣັຖ ໄປເຜີຍແຜ່ ໂຄສະນາ ໃຫ້ແກ່ ນັກຮຽນ-ນັກສຶກສາ. ທ່ານຍັງສັງເກດເຫັນວ່າ ມີນັກຮຽນນັກສຶກສາ ຈໍານວນນຶ່ງ ມີຄວາມສ່ຽງ ທີ່ຈະຕິດຢາເສບຕິດ ຍ້ອນພຶດຕິກໍາ ບາງຢ່າງ ທີ່ເຫັນໄດ້ ຢ່າງຈະແຈ້ງ ເຊັ່ນວ່າ ລັກເສບຢາ, ຂາດຮຽນ ໄປຫລີ້ນເກມ:
“ພວກຂ້າພະເຈົ້າ ລົງຊຸກຍູ້ຫັ້ນແຫລະ ລົງໂຄສະນາເຜີຍແຜ່ ແນະນໍາ ກ່ຽວກັບ ຜົລຮ້າຍຢາເສບຕິດນີ້ ໃນກຸ່ມໂຮງຮຽນຕ່າງໆ ຢູ່ໃນມັທຍົມຕອນຕົ້ນ ແລະ ຕອນປາຍ ກໍເຫັນວ່າ ມັນເປັນເຣື່ອງ ທີ່ບໍ່ດີເນາະ.”
ແລະວ່າ ເພື່ອສະກັດກັ້ນ ບໍ່ໃຫ້ຢາເສບຕິດ ແຜ່ຫລາຍ ໃນສັງຄົມລາວ ຂຶ້ນໄປນໍາຊູ່ມື້ ແບບນີ້ ແລະ ເພື່ອບໍ່ໃຫ້ນັກຮຽນ-ນັກສຶກສາ ໃນຍຸກນີ້ ເສັຽອະນາຄົດ ຣັຖບານລາວ ຕ້ອງພະຍາຍາມ ເອົາໃຈໃສ່ ແກ້ໄຂບັນຫາ ຢາເສບຕິດ ຫລາຍຂຶ້ນຕື່ມອີກ.
ໃນຂະນະດຽວກັນ, ເຈົ້າໜ້າທີ່ຕໍາຣວດ ປກສ ແຂວງສາລະວັນ ກໍກ່າວຕໍ່ ອາຣ ແອັຟ ເອ (RFA) ວ່າ ຜ່ານມາ ທາງຕໍາຣວດ ປກສ ແຂວງສາລະວັນ ຍັງບໍ່ເຂັ້ມງວດ ກວດກາບັນຫາ ຢາເສບຕິດ ເທົ່າທີ່ຄວນ ເມື່ອທຽບໃສ່ຕໍາຣວດໄທຍ ແລະ ວຽດນາມ ທີ່ຈັບຜູ້ຕ້ອງຫາໄດ້ ເລື້ອຍໆ ຕາມເຂດຊາຍແດນ ທີ່ຕິດກັບ ລາວ:
“ໂອ໊… ກໍເຂັ້ມງວດ ກໍເຮັດຄືກັນຫັ້ນແຫລະ ເຂັ້ມງວດ ເຮົາເຮັດບໍ່ລະອຽດ ກໍຊ່ວຍເຫລືອ ຊຸກຍູ້ກັນໄປ ຫັ້ນແຫລະ.”
ເຈົ້າໜ້າທີ່ ກົມຕໍາຣວດປ້ອງກັນ ຢາເສບຕິດ ກະຊວງປ້ອງກັນ ຄວາມສງົບ ກ່າວຕໍ່ ອາຣ ແອັຟ ເອ (RFA) ໃນມື້ດຽວກັນນີ້ວ່າ ການແກ້ໄຂບັນຫາ ຢາເສບຕິດ ໃນລາວ ຍັງຫຍູ້ງຍາກ ຍ້ອນງົບປະມານ ມີຈໍາກັດ ບໍ່ພຽງພໍ ທີ່ຈະສຸມໃສ່ ວຽກງານລາດຕະເວນ ແລະ ບໍາບັດ ຜູ້ຕິດຢາເສບຕິດ ໃນແຕ່ລະແຂວງ ເຈົ້າໜ້າທີ່ ປະຕິບັດງານ ສະກັດກັ້ນ ແລະ ປາບປາມ ຢາເສບຕິດມີໜ້ອຍ.
“ປັດຈຸບັນນີ້ ມັນກໍຍາກ ເຣື່ອງການຄຸ້ມຄອງ ໂດຍສະເພາະ ກໍເຣື່ອງພາລະບົດບາດ ການປະພຶດ ພະນັກງານ ເຂົ້າມາຢູ່ ໃນກົງຈັກ ຕົວນີ້ຫັ້ນ ມັນກໍຍັງຍາກຢູ່ ນອກຈາກນັ້ນ ກໍຍັງເຣື່ອງງົບປະມານ ມີແຕ່ອາສັຍ ໂຄງການ ຂ້າງນອກເນາະ.”
ເມື່ອອາທິດທີແລ້ວ ຫລາຍແຂວງ ໄດ້ຈັດພິທີ ຈູດເຜົາທໍາຣາຍ ຢາເສບຕິດ ທີ່ຖືກຍຶດໄດ້ ຣະຫວ່າງ ປີ 2018 ຫາ 2019ນີ້, ເປັນຕົ້ນນະຄອນຫລວງວຽງຈັນ ໄດ້ເຜົາທໍາຣາຍເຖິງ 1 ພັນປາຍກິໂລ, ແຂວງບໍ່ແກ້ວ ໄດ້ເຜົາທໍາລາຍ ຢາເສບຕິດປະເພດ ຢາບ້ານໍ້າໜັກ 3 ພັນກິໂລປາຍ.
ພົນຕຣີ ສົມຫວັງ ທໍາມະສິດ, ຮອງຣັຖມົນຕຣີ ກະຊວງປ້ອງກັນຄວາມສງົບ, ຣາຍງານ ເມື່ອວັນທີ 23 ກະຣະກະດາ ຜ່ານມາວ່າ ແຕ່ປິ 2016 ຫາ 2018 ການສໍາຣວດ ເນື້ອທີ່ປູກຝິ່ນ ຢູ່ລາວ ມີ 15 ພັນ 640 ເຮັກຕ້າຣ໌, ມີຜູ້ສ່ຽງຕິດຢາເສບຕິດ 65 ພັນຄົນ ທົ່ວປະເທດ ແລະ ຕລອດ 3 ປີ ຜ່ານມາ ເຈົ້າໜ້າທີ່ ປກສ ສາມາດດໍາເນີນ ຄະດີຢາເສບຕິດ ໄດ້ທັງໝົດ 9 ພັນປາຍຄະດີ, ຈັບຜູ້ຕ້ອງສົງໃສໄດ້ ເກືອບ 14 ພັນຄົນ ໃນນັ້ນ ເປັນຄົນຈີນ 260 ຄົນ; ຍຶດຢາບ້າ ໄດ້ 37 ລ້ານປາຍເມັດ, ເຮໂຣອີນ 735 ກິໂລ, ຢາໄອສ 2 ພັນປາຍກິໂລກຣາມ, ກັນຊາ 6 ພັນປາຍກິໂລ, ຝີ່ນ 490 ປາຍກິໂລກຣາມ ແລະ ຍັງຍຶດ ຣົດໃຫຍ່, ຣົດຈັກ, ເງິນ, ຄໍາ ອີກຈໍານວນຫລາຍ.