137 ອາຊຍາກອນຈີນ ຖືກຈັບ ຢູ່ລາວ

ພູ​ວົງ​ສ໌
2019.10.16
ຮ້ານຄ້າຂາຍຕ່າງໆ ໃນນະຄອນຫຼວງວຽງຈັນ ທີ່ເປັນຂອງຈີນ
RFA/SN

ສະຖານທູຕຈີນ ປະຈຳລາວ ແຈ້ງເຕືອນ ປະຊາຊົນ ໃຫ້ເຝົ້າຣະວັງ ກຸ່ມຕົ້ມຕຸ໋ນ ຊາວຈີນ ທີ່ເຂົ້າມາ ເຄື່ອນໄຫວ ປຸ້ນຊັພ ໃນລາວ ແລ້ວເອົາເງິນ ຂອງເຫຍື່ອ ໂອນເຂົ້າບັນຊີ, ເຊິ່ງພົບວ່າ ຄົນຈີນ ຫຼາຍຣາຍ ທີ່ເຂົ້າມາ ເຮັດທຸຣະກິຈ ໃນລາວ ຕົກເປັນເຫຍື່ອ ຂອງແກ໊ງ ຄົນຈີນ ດັ່ງກ່າວ, ໂດຍມີໂຕເລຂ ຄວາມເສັຽຫາຍ ມູລຄ່າ ສູງເຖິງ 21 ລ້ານ ຢວນ ຫຼື ປະມານ 3 ລ້ານໂດລາຣ໌, ອີງຕາມ ການຣາຍງານ ຈາກສຳນັກຂ່າວ ຊິນຫົວ ຂອງທາງການຈີນ.

ຫຼ້າສຸດນີ້, ເຈົ້າໜ້າທີ່ລາວ ສາມາດຈັບກຸມ ແກ໊ງຕົ້ມຕຸ໋ນ ນີ້ໄດ້ແລ້ວ 137 ຄົນ ພ້ອມກັບສົ່ງໂຕ ໄປໃຫ້ທາງການຈີນ ເມື່ອວັນທີ 15 ຕຸລາ ເພື່ອນຳໄປ ດຳເນີນຄະດີ ຕາມກົດໝາຍ ທີ່ປະເທດຈີນ. ດັ່ງເຈົ້າໜ້າທີ່ ປະຈຳສະຖານທູຕຈີນ ໄດ້ກ່າວຕໍ່ ຜູ້ສື່ຂ່າວ ວິທຍຸ ເອເຊັຽ ເສຣີ ໃນວັນທີ 16 ຕຸລາ ນີ້ວ່າ:

“ເຣື້ອງເກີດເຫຕການ ດັ່ງກ່າວນີ້ ຄົນຈີນ ຕົວະຄົນຈີນ. ຂະເຈົ້າ ຕົວະແລ້ວ ກະໂອນເງິນເນາະ. ສຳລັບ ຄົນລາວນີ້ ຍັງບໍ່ມີປະກົດ ອອກມາເທື່ອ ຍັງບໍ່ໄດ້ເກີດ ບັນຫາດັ່ງກ່າວ. ຄັນຖ້າເຫັນ ກຸ່ມຄົນເຫຼົ່ານີ້ ແມ່ນສາມາດ ແຈ້ງການ ເຈົ້າໜ້າທີ່ໄດ້.”

ເຈົ້າໜ້າທີ່ ກ່າວຕື່ມວ່າ ລັກສະນະ ການເຄື່ອນໄຫວ ຂອງແກ໊ງ ດັ່ງກ່າວ ມັກແອບອ້າງ ເປັນພໍ່ຄ້າ-ແມ່ຄ້າຂາຍສິນຄ້າ ທ່າທາງ ເວົ້າຈາດີ-ລົມດີ. ເມື່ອມີເຫຍື່ອ ຫຼົງເຊື່ອແລ້ວ ກໍຈະວາງຢາສລົບໃສ່ ດ້ວຍຮູບແບບ ຢາສູບ ຫຼື ເຄື່ອງດື່ມຕ່າງໆ. ເມື່ອຜູ້ເປັນເຫຍື່ອ ໝົດສະຕິ ຫຼື ບໍ່ຮູ້ສຶກໂຕ ຄົນຮ້າຍ ກໍຈະປຸ້ນເອົາ ຊັພສິນ ໄປໝົດ ພ້ອມທັງໂອນເງິນ ຂອງຜູ້ເສັຽຫາຍ ເຂົ້າບັນຊີ ຂອງເຂົາ.

ທ່ານຍັງກ່າວ ຕື່ມວ່າ ທ່ານຂໍຄວາມຮ່ວມມື ກັບຊາວລາວ ຖ້າຫາກພົບເຫັນ ຫຼື ສົງໃສວ່າ ມີກຸ່ມແກ໊ງ ຄົນຈີນ ໄປຊອກເຄື່ອນໄຫວ ແນວບໍ່ດີ ໃນເຂດຕ່າງໆ ໃຫ້ຮີບແຈ້ງ ເຈົ້າໜ້າທີ່ ຕຳຣວຈ ຫຼື ທາງສະຖານທູຕຈີນ ຢ່າງຮີບດ່ວນ ເພື່ອຈະໄດ້ ປະສານງານ ຈັບຄົນຮ້າຍ ທີ່ເຫຼືອຢູ່ ແລ້ວສົ່ງກັບຄືນ ໄປຈີນ ໃຫ້ໝົດ.

ເຖິງຢ່າງໃດກໍຕາມ, ນອກຈາກ ຄົນຈີນ ແກ໊ງດັ່ງກ່າວແລ້ວ ຍັງມີຄົນຈີນ ອີກຫຼາຍຄົນ ທີ່ເຂົ້າມາ ລັກເຄື່ອນໄຫວ ແນວບໍ່ດີ ໃນລາວ ແລ້ວຖືກ ເຈົ້າໜ້າທີ່ ຈັບໂຕໄດ້. ເປັນຕົ້ນ ແມ່ນຄົນຈີນ 2 ຄົນ ທີ່ກໍ່ເຫຕ ລັກເງິນ 26 ລ້ານກີບ ໃນຣົດໃຫຍ່ ຄັນນຶ່ງ ທີ່ຈອດຢູ່ ໜ້າຮ້ານອາຫານ ໃນບໍຣິເວນ ສູນການຄ້າວິວມໍລ ໃນນະຄອນຫຼວງວຽງຈັນ ເມື່ອວັນທີ 13 ພຶສພາ ທີ່ຜ່ານມາ ລວມທັງ ຄົນຈີນຈຳນວນ 4 ຄົນ ທີ່ເປັນ ຜູ້ວ່າຈ້າງ ແລະ ລົງມື ສັງຫານ ໃນຄດີຄາຕກັມ ທ່ານ ລີ ຈ້າວເຜີງ, ນັກທຸຣະກິຈໃຫຍ່ ຊາວຈີນ ສັນຊາຕລາວ ເມື່ອປີກາຍ, ເຊິ່ງຊາວລາວ ຮູ້ສຶກວ່າ ການເຂົ້າມາ ຂອງຄົນຈີນ ນັບມື້ນັບສ້າງ ບັນຫາ ຢ່າງກວ້າງຂວາງ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.