ຊາວສວນ ຍື່ນສານອຸທອນ ຂໍຄ່າ ຊົດເຊີຍເພີ່ມ
2019.10.18
ຊາວສວນ ໝາກນັດ ບ້ານຫາດຍີ້ນ ເມືອງບໍລິຄັນ ແຂວງບໍລິຄໍາໄຊ 5 ຄອບຄົວ ທີ່ບໍ່ພໍໃຈ ນໍາຄໍາຕັດສິນ ຂອງສານແຂວງ ທີ່ບໍ່ໃຫ້ ໂຄງການ ສ້າງເຂື່ອນໄຟຟ້າ ນໍ້າງຽບ 1 ຈ່າຍຄ່າຊົດເຊີຍ ທີ່ດິນ ສວນໝາກນັດ ຕາມຣະບຽບ ກົດໝາຍ ກໍານົດ ໃຫ້ຈ່າຍ ຄື ຈ່າຍໃຫ້ ພຽງ 4-5 ເຮັກຕ້າຣ໌ ໃນຈໍານວນ ທີ່ດິນ ທັງໝົດ 10 ເຮັກຕ້າຣ໌ນັ້ນ ພາກັນຍື່ນ ຂໍອຸທອນ ຕໍ່ສານພາກກາງ ຢູ່ນະຄອນຫລວງ ວຽງຈັນ, ອີງຕາມ ຄໍາເວົ້າ ຂອງຊາວສວນ ໝາກນັດ ທ່ານນຶ່ງຕໍ່ RFA ໃນມື້ວັນທີ 18 ຕຸລານີ້:
“ສານແຂວງນີ້ ພວກລາວສູງ ວ່າ ສານແຂວງນີ້ ເຂົາເຈົ້າ ຕັດບໍ່ຍຸຕິທໍາ ເຂົາບໍ່ເວົ້າ ນໍາລະແມ່ນ ຖືກຈ້າງ ເຂົາວ່າ ບໍ່ໄປ ໄປສານກໍບໍ່ພ້ອມເຂົາລະ ເຂົາກໍໄປສານ ພາກກາງພຸ້ນເລີຍ.”
ທາງດ້ານ ເຈົ້າໜ້າທີ່ສານ ແຂວງບໍລິຄໍາໄຊ ກໍກ່າວຕໍ່ RFA ໃນມື້ດຽວກັນວ່າ ການທີ່ຄະນະສານ ແຂວງບໍລິຄໍາໄຊ ຕັດສິນ ໃຫ້ໂຄງການ ເຂື່ອນໄຟຟ້ານໍ້າງຽບ 1 ບໍ່ໃຫ້ຈ່າຍ ຄ່າຊົດເຊີຍຕື່ມ ຫລື ໃຫ້ຈ່າຍພຽງເຄິ່ງນຶ່ງ ຂອງທີ່ດິນທັງໝົດ ນັ້ນກໍຍ້ອນວ່າ ທາງໂຄງການເຂື່ອນໄດ້ ຈ່າຍຄ່າ ຊົດເຊີຍ ຕາມຣະບຽບການ ທີ່ກໍານົດໄວ້ນັ້ນແລ້ວ. ແຕ່ສ່ວນທີ່ເຫລືອ ທີ່ຊາວສວນ ໝາກນັດ ຄິດວ່າ ໂຄງການ ບໍ່ໄດ້ຈ່າຍ ໃຫ້ນັ້ນ ຖືວ່າ ເປັນດິນ ທີ່ພວກເຂົາເຈົ້າ ບຸກລຸກ ເພື່ອປູກໝາກນັດໃສ່ ດັ່ງນັ້ນ ຈຶ່ງຈະຈ່າຍ ຄ່າຊົດເຊີຍໃຫ້ຕື່ມ ແມ່ນບໍ່ໄດ້ ຍ້ອນທາງ ໂຄງການ ໄດ້ປະກາດ ບໍ່ໃຫ້ບຸກລຸກປູກພືດໃສ່ ແຕ່ປີ 2012 ຫາ 2014 ພຸ້ນແລ້ວ.
ແລະ ກໍໃຫ້ຖືວ່າ ຄໍາພິພາກສາ ຂອງຄະນະສານແຂວງ ແມ່ນສິ້ນສຸດ ແລະ ປາສຈາກ ການຖືກຈ້າງ ພາຍຫລັ ງຄະນະສານ ກວດກາ ຫລັກຖານ ຢ່າງລະອຽດແລ້ວ, ທ່ານກ່າວ:
“ໄທເຮົາ ຕັດຫັ້ນ ຖືວ່າ ພວກນໍ້າງຽບ ເຂົາເຈົ້າ ເຮັດຕາມລະບຽບແລ້ວ ສິ່ງທີ່ ຣັຖບານ ອະນຸຍາດ ໃຫ້ຊົດເຊີຍ ເຂົາເຈົ້າ ກໍຊົດເຊີຍ ໝົດແລ້ວ ແຕ່ວ່າ ໂຕທີ່ເພິ່ນມາບຸກລຸກ ເອົາໃໝ່ນີ້ແລ໋ວ ອັນໃຫ້ ຫລັງແຈ້ງອອກແລ້ວ ເພິ່ນວ່າ ເພິ່ນກໍບອກແລ້ວວ່າ ຖ້າຝ່າຍໃດ ເພິ່ນສັ່ງຢຸດແລ້ວ ຫາກຢາກໄປເຮັດ ສືບຕໍ່ ເຮັດອີກຫັ້ນ ເພິ່ນຈະບໍ່ຊົດເຊີຍ ຫຍັງໃຫ້ ແຕ່ເຂົາເຈົ້າ ກໍໄປເຮັດໃໝ່ອີກ ທໍາມະດາ ເພິ່ນຊົດເຊີຍ ໃຫ້ຫລາຍແລ້ວ ຜູ້ລະຕື້ໆປາຍ ແຕ່ລະຄົນນະ ໄທເຮົາ ເຮັດໄປຕາມ ລະບຽບ ບໍ່ໄດ້ຢາກໄດ້ ເງິນຈ່າຍ ໄຜຢູ່ນີ໋.”
ເຈົ້າໜ້າທີ່ ສານແຂວງບໍຣິຄໍາໄຊ ເວົ້າວ່າ ທາງຄະນະສານແຂວງ ກໍໄດ້ແນະນໍາ ໃຫ້ຊາວສວນໝາກນັດ ໄປຍື່ນ ອຸທອນຕໍ່ສານ ພາກກາງຢູ ນະຄອນຫລວງວຽງຈັນ. ຫາກສານພາກກາງ ພິພາກສາແນວໃດ ກໍຈະໄດ້ນໍາ ຄໍາພິພາກສານັ້ນ ມາດໍາເນີນການ ຕາມກົດໝາຍຕໍ່ໄປ. ຄະດີ ຊາວສວນໝາກນັດ ບ້ານຫາດຍີ້ນ ເມືອງບໍລິຄັນ ຍື່ນຟ້ອງ ຕໍ່ສານ ກ່ຽວກັບ ໂຄງການ ໄຟຟ້ານໍ້າງຽບ 1 ຈ່າຍຄ່າຊົດເຊີຍ ບໍ່ຖືກຕ້ອງຕາມ ທີ່ກົດໝາຍ ກໍານົດນັ້ນ ເມື່ອຕົ້ນປີ 2017, ຫລາຍເດືອນ ຕໍ່ມາ ສານແຂວງກໍຕັດສິນ, ປັດຈຸບັນ ຍັງຢູ່ໃນຂັ້ນຕອນ ພິຈາຣະນາ ຂອງຫ້ອງການສານ ພາກກາງ ຢູ່ນະຄອນຫລວງວຽງຈັນ.